ສຳເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງບໍລິຄຳໄຊ ຄັ້ງທີ VIII

ສຳເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງບໍລິຄຳໄຊ ຄັ້ງທີ VIII

ສຳເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງບໍລິຄຳໄຊ ຄັ້ງທີ VIII
ກອງປະຊຸມໃຫຍ່ ຄັ້ງທີ VIII ຜູ້ແທນແມ່ຍິງແຂວງບໍລິຄຳໄຊ ໄດ້ເປີດຂຶ້ນ ແລະ ອັດລົງຢ່າງເປັນທາງການ ໃນວັນທີ 17 ມິຖຸນາຜ່ານມານີ້ ທີ່ສະໂມສອນໃຫຍ່ຂອງແຂວງ, ໂດຍການເຂົ້າຮ່ວມຂອງສະຫາຍ ນາງ ທຳມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານສູນກາງແມ່ຍິງລາວ, ສະຫາຍ ວົງສີ ທອງສີອິນທິປັນຍາ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນຂັ້ນແຂວງ.
ສຳເລດກອງປະຊມໃຫຍຜແທນແມຍງແຂວງບລຄຳໄຊ ຄງທ VIII - image 1
 

ກອງປະຊຸມຄັ້ງນີ້, ໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ຄົ້ນຄ້ວາຢ່າງເລິກເຊິ່ງກົງໄປກົງມາ ແລະ ດ້ວຍຄວາມຮັບຜິດຊອບສູງຂອງບັນດາຜູ້ແທນກອງປະຊຸມ, ພ້ອມນີ້ ຍັງໄດ້ເປັນເອກະສັນຮັບຮອງເອົາເນື້ອໃນສໍາຄັນຕົ້ນຕໍ່ດັ່ງນີ້: ຮັບຮອງເອົາບົດລາຍງານການເມືອງຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ຊຶ່ງໄດ້ສະຫຼຸບຕີລາຄາຢ່າງພາວະວິໄສຕໍ່ຜົນງານການນໍາພາຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງ ຄັ້ງທີ VII; ເປັນເອກະພາບຮັບຮອງເອົາທິດທາງແຜນການສະຫະພັນແມ່ຍິງແຂວງ 5 ປີ (2025-2029)

ສຳເລດກອງປະຊມໃຫຍຜແທນແມຍງແຂວງບລຄຳໄຊ ຄງທ VIII - image 2
 

ເພື່ອເປັນບ່ອນອີງໃນການນໍາພາຈັດຕັ້ງປະຕິບັດວຽກງານແມ່ຍິງໃຫ້ມີຜົນສໍາເລັດ ຊຶ່ງລວມມີທິດທາງລວມ ແລະ 6 ຄາດໝາຍສູ້ຊົນ, ພ້ອມທັງມາດຕະການຈັດຕັ້ງປະຕິບັດຄື: ເພື່ອສຶບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງ ຄັ້ງທີ VIII, ແຜນພັດທະນາແມ່ຍິງ 5 ປີ ໃຫ້ຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງຂອງເອື້ອຍນ້ອງແມ່ຍິງບັນດາເຜົ່າ, ສະຫະພັນແມ່ຍິງແຕ່ລະຂັ້ນ ຈະໄດ້ເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກແມ່ຍິງ, ແມ່ຍິງບັນດາເຜົ່າໃຫ້ຍືດໝັ້ນ ແລະ ປະຕິບັດແນວທາງປ່ຽນແປງໃໝ່ຂອງພັກແຕ່ລະໄລຍະ, ເສີມຂະຫຍາຍມູນເຊື້ອປະຫວັດສາດ, ຄວາມສາມັກຄີອັນເປັນປຶກແຜ່ນແໜ້ນໜາຂອງແມ່ຍິງ, ສ້າງການຈັດຕັ້ງສະຫະພັນແມ່ຍິງ ໃຫ້ມີຄວາມເຂັ້ມແຂງ ຮັບປະກັນທາງດ້ານປະລິມານ ແລະ ມີຄຸນນະພາບ.

ສຳເລດກອງປະຊມໃຫຍຜແທນແມຍງແຂວງບລຄຳໄຊ ຄງທ VIII - image 3
 

ຈາກນັ້ນ, ຜູ້ແທນກອງປະຊຸມ ກໍໄດ້ໃຊ້ສິດປະຊາທິປະໄຕ ຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານ ສະຫະພັນແມ່ຍິງແຂວງ ສະໄໝທີ VIII, ຊຶ່ງມີຜູ້ອອກສະໝັກ 31 ສະຫາຍ ເລືອກໄດ້ 27 ສະຫາຍ ແລະ ໄດ້ເປັນເອກະສັນກັນເລືອກເອົາທ່ານ ນາງ ຄຳປີວ ສີສົມບັດ ເປັນປະທານ, ທ່ານ ນາງ ຄຳໃບ ບໍລິວັນ ເປັນຮອງປະທານ, ທ່ານ ນາງ ວິລະພອນ ພົມມະວົງສາ ເປັນຮອງປະທານ, ທັງເປັນປະທານກວດກາ, ທ່ານ ນາງ ປະກາຍທິບ ໄຊຍະວົງ ເປັນຮອງປະທານກວດກາ ແລະ ທ່ານ ນາງ ຫັດສະດີ ອິນທິລາດ ເປັນຜູ້ຊ່ວຍວຽກກວດກາ.

(ຂ່າວ: ວຽງສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສາລະວັນ ຄັ້ງທີ X

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສາລະວັນ ຄັ້ງທີ X

ພາຍຫຼັງສໍາເລັດການປະກາດຜົນກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກແຂວງ ສາລະວັນ ສະໄໝທີ X ໃນຕອນເຊົ້າວັນທີ 7 ສິງຫາ ຜ່ານມາ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງສາລະວັນ ສະໄໝທີ X ໂດຍມີ ສະຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ສະຫາຍ ສຸກຄຳເພັດ ເຮືອງບຸດສີ ຮອງປະທານຄະນະກວດກາສູນກາງພັກ, ສະຫາຍ ມີໄຊ ພົມເຂ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ຜູ້ຕາງໜ້າກອງພົນທີ 5 ຕະຫຼອດຮອດ ພະນັກງານປະຕິວັດອາວຸໂສບໍານານ, ບັນດາຜູ້ແທນສົມບູນ ຈໍານວນ 363 ສະຫາຍ, ແລະ ແຂກຖືກເຊີນ ເຂົ້າຮ່ວມຮັບຟັງຢ່າງຫຼວງຫຼາຍ.
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VI ຂອງ ອົງຄະນະພັກ ສມປຊ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VI ຂອງ ອົງຄະນະພັກ ສມປຊ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ເປີດຂຶ້ນຢ່າງສະຫງ່າຜ່າເຜີຍ ໃນຕອນເຊົ້າວັນທີ 8 ສິງຫານີ້ ທີ່ສະໂມ ສອນ ຂອງສະຖາບັນດັ່ງກ່າວ, ພາຍໃຕ້ຄໍາຂວັນ: “ຍົກສູງຄວາມສາມາດນໍາພາຮອບດ້ານ ຂອງອົງຄະນະພັກ, ສ້າງການຫັນປ່ຽນໃນວຽກງານບໍາລຸງ-ກໍ່ສ້າງພະນັກງານ, ຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ໃນທົ່ວລະບົບໂຮງຮຽນພັກ ຢ່າງແຂງແຮງ, ເລິກເຊິ່ງ, ປະດິດສ້າງ ແລະ ທັນສະໄໝ. ພາຍໃຕ້ການເປັນປະທານ ຂອງສະຫາຍ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.
ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງ ປກຊ

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງ ປກຊ

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນປະເທດ (ປກຊ) ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 7 ສິງຫານີ້, ທີ່ກະຊວງ ປກຊ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງປ້ອງກັນປະເທດ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ມີບັນດາຄະນະເລຂາທິການສູນກາງພັກ, ແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສາລະວັນ ຄັ້ງທີ X ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສາລະວັນ ຄັ້ງທີ X ເປີດຂຶ້ນຢ່າງເປັນທາງການ

ໃນວັນທີ 6 ສິງຫານີ້ ທີ່ສະໂມສອນແຂວງສາລະວັນ ໄດ້ດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສາລະວັນ ຄັ້ງທີ X ພາຍໃຕ້ການເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ, ມີສະຫາຍ ສຸກຄຳເພັດ ເຮືອງບຸດສີ ຮອງປະທານຄະນະກວດກາສູນກາງພັກ, ສະຫາຍ ມີໄຊ ພົມເຂ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ບັນດາສະຫາຍຮອງເລຂາພັກແຂວງ, ບັນດາສະຫາຍຄະນະປະຈຳພັກແຂວງ, ບັນດາສະຫາຍການນໍາຜູ້ຕາງໜ້າຈາກແຂວງອ້ອມຂ້າງແຂວງ ແລະ ກອງພົນທີ 5 ຕະຫຼອດຮອດພະນັກງານປະຕິວັດອາວຸໂສບໍານານ, ບັນດາສະຫາຍຜູ້ແທນສົມບູນຈໍານວນ 363 ສະຫາຍ ຊຶ່ງເປັນຕົວແທນ ແລະ ຕາງໜ້າໃຫ້ແກ່ສະມາຊິກພັກຈໍານວນ 16,839 ສະຫາຍ ໃນທົ່ວແຂວງສາລະວັນ ແລະ ບັນດາແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງໜ່ວຍພັກສະຫະພັນນັກຮົບເກົ່າ ແຂວງຄໍາມ່ວນ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງໜ່ວຍພັກສະຫະພັນນັກຮົບເກົ່າ ແຂວງຄໍາມ່ວນ

ວັນທີ 5 ສິງຫານີ້, ໜ່ວຍພັກຮາກຖານສະຫະພັນນັກຮົບເກົ່າ ແຂວງຄໍາມ່ວນໄດ້ດຳເນີນກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ V ຂອງຕົນຂຶ້ນ ໂດຍການເປັນປະທານຂອງສະຫາຍ ພັທ ນາງ ຄໍາຜາຍ ອາດສົມພູ ວ່າການເລຂາໜ່ວຍພັກ ຮອງປະທານສະຫະພັນນັກຮົບເກົ່າແຂວງຄໍາມ່ວນ.
ກອງປະຊຸມ ຄົບຄະນະບໍລິຫານງານພັກ ແຂວງໄຊສົມບູນ ສະໄໝວິສາມັນ

ກອງປະຊຸມ ຄົບຄະນະບໍລິຫານງານພັກ ແຂວງໄຊສົມບູນ ສະໄໝວິສາມັນ

ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝວິສາມັນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 5 ສິງຫານີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊສົມບູນ, ມີສະຫາຍ ດາວ ບົວລະພາ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ປະກາດ ທ່ານ ຄຳພັນ ຄຳພູບົວ ເປັນປະທານຄະນະກໍາມະການປົກຄອງເມືອງພຽງ

ປະກາດ ທ່ານ ຄຳພັນ ຄຳພູບົວ ເປັນປະທານຄະນະກໍາມະການປົກຄອງເມືອງພຽງ

ກອງປະຊຸມ ເຜີຍແຜ່, ແນະນໍາການໂຮມ, ຍຸບ, ໂອນບາງວຽກງານຫ້ອງການ ແລະ ປະກາດການຈັດຕັ້ງ ປະທານ, ຮອງປະທານຄະນະກໍາມະການປົກຄອງເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 4 ສິງຫາຜ່ານມາ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດ ວຽກງານພັກພະນັກງານແຂວງໄຊຍະບູລີ.
ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VI ອົງຄະນະພັກກະຊວງ ປກສ

ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VI ອົງຄະນະພັກກະຊວງ ປກສ

ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ເປີດ​ຂຶ້ນ​ໃນວັນທີ 5 ສິງຫານີ້ ທີ່ສະໂມສອນກະຊວງ ປກສ ພາຍໃຕ້ການເປັນປະທານຂອງສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ເລຂາພັກກະຊວງ ປກສ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ, ມີແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງ​ທີ 14 ສະ​ໄໝທີ XI

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງ​ທີ 14 ສະ​ໄໝທີ XI

ໃນວັນທີ 4 ສິງຫາຜ່ານມານີ້, ແຂວງອັດຕະປືໄດ້ຈັດກອງປະຊຸມຄົບ​ຄະ​ນະ​ບໍລິຫານງານພັກ​ແຂວງ ເປີດກວ້າງ ຄັ້ງ​ທີ 14 ສະ​ໄໝ​ທີ XI ຂຶ້ນທີ່ຫໍປະຊຸມໃຫຍ່ຂອງແຂວງ, ໂດຍການເປັນປະທານຂອງ ສະ​ຫາຍ ຄໍາບຸນ ດວງພະບາງ ຮອງເລຂາພັກແຂວງ (ຜູ້ປະຈໍາການເລຂາພັກແຂວງ) .
ກອງປະຊຸມທາບທາມບຸກຄະລາກອນ ສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກແຂວງຊຽງຂວາງ

ກອງປະຊຸມທາບທາມບຸກຄະລາກອນ ສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກແຂວງຊຽງຂວາງ

ໃນວັນທີ 29 ກໍລະກົດ 2025, ທີ່ຫ້ອງວ່າການແຂວງຊຽງຂວາງ, ສະຫາຍ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຮອບດ້ານແຂວງຊຽງຂວາງ ໄດ້ໃຫ້ກຽດເປັນປະທານກອງປະຊຸມທາບທາມຮ່າງເນື້ອໃນບັນດາເອກະສານສຳຄັນແລະ ທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງຊຽງຂວາງ ສະໄໝທີ IX (ຮອບທີ 2); ມີສະຫາຍ ບຸນຈັນ ສີວົງພັນ, ກຳມະການສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງໆຊຽງຂວາງ; ສະຫາຍ ນາງ ບຸດສະດີ ທະນະເມືອງ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ; ພ້ອມດ້ວຍບັນດາສະຫາຍ ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະພັກຮາກຖານ, ອາດີດການນຳແຂວງ ແລະ ຜູ້ມີສິດປ່ອນບັດທາມທາບ ທີ່ໄດ້ຕາງໜ້າໃຫ້ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ