ສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງນານ ຄັ້ງທີ VIII

ສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງນານ ຄັ້ງທີ VIII

ສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງນານ ຄັ້ງທີ VIII
ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງນານ ແຂວງຫຼວງພະບາງ ຄັ້ງທີ VIII ໄດ້ອັດລົງດ້ວຍຜົນສຳເລັດໃນວັນທີ່ 25 ກຸມພາຜ່ານມານີ້, ພາຍຫຼັງດໍາເນີນມາເປັນເວລາ ໜື່ງວັນເຄີ່ງ ພາຍໃຕ້ຄໍາຂວັນ:

 "ຍົກສູງຄວາມສາມາດນໍາພາຂອງອົງຄະນະພັກ, ສຸມໃສ່ການພັດທະນາກະສິກໍາ ຕິດພັນກັບການປຸງແຕ່ງ ແລະ ການບໍລິການ, ສ້າງທຸກເງື່ອນໄຂໃຫ້ເມືອງນານກາຍເປັນເມືອງເຂັ້ມແຂງຮອບດ້ານ" ໂດຍຍົກໃຫ້ເຫັນສາເຫດ ທີ່ພາໃຫ້ມີຈຸດອອ່ນ ຂໍ້ຄົງຄ້າງຈໍານວນໜຶ່ງ ພ້ອມນັ້ນ ກໍເປັນເອກະພາບ ຮັບຮອງເອົາບົດຮຽນ ແຫ່ງການຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດວຽກງານ ໃນໄລຍະ 5 ປີ ຜ່ານມາ ທັງໄດ້ເປັນເອກະສັນ ຮັບຮອງເອົາຄາດໝາຍສູ້ຊົນລວມ ແຕ່ນີ້ເຖິງປີ 2029 ເພື່ອຮັບປະກັນໃຫ້ເມືອງນານ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ; ປັບປຸງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ໜັກແໜ້ນ, ເຂັ້ມແຂງ; ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ຢ່າງເດັດຂາດ ແລະ ເຂັ້ມງວດ; ເສດຖະກິດຂອງເມືອງ ຂະຫຍາຍຕົວຢ່າງຕໍ່ເນື່ອງຕາມທິດຫັນເປັນທັນສະໄໝ, ມີຄວາມເອກະລາດ ເປັນເຈົ້າຕົນເອງ ເທື່ອລະກ້າວ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນ;

ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງ ສະໄໝທີ VIII ຊຶ່ງປະກອບມີ 27 ສະຫາຍ ຍິງ 5 ສະຫາຍ, ຜ່ານການປ່ອນບັດ ແລະ ດຳເນີນກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກຕັ້ງເອົາຄະນະປະຈຳພັກເມືອງ 9 ສະຫາຍ ຍິງ 2 ສະຫາຍ. ໃນນັ້ນ, ໄດ້ເລືອກເອົາສະຫາຍ ຄໍາເກັ່ງ ຈັນທະວີສຸກ ເປັນເລຂາພັກເມືອງ, ສະຫາຍ ບົວສີ ພິມມະເສນ ເປັນຮອງເລຂາພັກເມືອງ ແລະ ສະຫາຍ ນາງ ຫົງຄໍາ ເພັງສະຫວັດ ເປັນຮອງເລຂາ ທັງເປັນປະທານກວດກາຄະນະບໍລິຫານງານພັກເມືອງ. ເລືອກເອົາຜູ້ແທນສົມບູນ ແລະ ສຳຮອງໄປຮ່ວມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VIII ຕື່ມອີກ.

ຕອນທ້າຍ, ສະຫາຍ ສຸກັນ ບຸນຍົງ ຮອງເລຂາພັກແຂວງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການຊີ້ນໍາ-ນໍາພາ ຂອງຄະນະບໍລິຫານງານພັກເມືອງຊຸດທີ VII ທີ່ໄດ້ຊີ້ນໍາ-ນໍາພາສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ ໄດ້ມີຜົນສໍາເລັດໃນຫຼາຍດ້ານ ທັງໄດ້ໃຫ້ທິດຊີ້ນໍາລະອຽດ ວຽກງານແຕ່ລະດ້ານ ເພື່ອນໍາໄປຈັດຕັ້ງປະຕິບັດ ແລະ ມີຄວາມເຊື່ອໜັ້ນຕໍ່ຄະນະບໍລິຫານງານພັກເມືອງຊຸດ ໃໝ່ ທີ່ຈະສືບຕໍ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍໃນຄັ້ງນີ້ ໃຫ້ມີຜົນສໍາເລັດ ຕາມລະດັບຄາດໝາຍທີ່ວາງໄວ້.

(ພາບ-ຂ່າວ: ເພັດສາຄອນ ສີມມະວົງ)

ຄໍາເຫັນ

ຂ່າວການເມືອງ

ຄໍາມ່ວນ ປະກອບຄໍາເຫັນໃສ່ຮ່າງເອກະສານສໍາຄັນຂອງພັກ

ຄໍາມ່ວນ ປະກອບຄໍາເຫັນໃສ່ຮ່າງເອກະສານສໍາຄັນຂອງພັກ

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄໍາມ່ວນ ຄັ້ງທີ 2 ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 5 ພະຈິກ 2025ນີ້ ໂດຍການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາສະຫາຍໃນຄະນະບໍລິຫານງານພັກແຂວງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ 2025 ໄດ້ເປີດຂຶ້ນໃນຕອນເຊົ້າ ວັນທີ 3 ພະຈິກ ນີ້ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນພະຈິກ 2025.
ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII ຮອບທີ 2

ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII ຮອບທີ 2

ກອງປະຊຸມຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII, ຮອບທີ 2 ຢູ່ຈຸດທີ 10 (ແຂວງຊຽງຂວາງ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 30 ຕຸລາຜ່ານມານີ້, ພາຍໃຕ້ການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດຄວາມໝັ້ນຄົງ ແລະ ການປົກຄອງ; ມີສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ, ບັນດາສະຫາຍກໍາມະການສູນກາງພັກ, ບັນດາສະຫາຍເລຂາພັກແຂວງ ພ້ອມບັນດາສະຫາຍຜູ້ແທນສົມບູນ-ສຳຮອງທີ່ມາຈາກແຂວງຊຽງຂວາງ, ຫົວພັນ, ໄຊສົມບູນ ແລະ ຄະນະຮັບຜິດຊອບທາບທາມບຸກຄະລາກອນ ຈາກສູນກາງເຂົ້າຮ່ວມ.
ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ໃນວັນທີ 28 ຕຸລາຜ່ານມານີ້, ສະຫາຍ ນາງ ສາຍຄໍາ ເພັດປັນຍາ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ແລະ ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງໄຊະຍະບູລີ ຄັ້ງທີ VIII ຢູ່ເມືອງແກ່ນທ້າວ ໂດຍການເປັນກຽດເຂົ້າຮ່ວມຮັບຟັງຂອງສະຫາຍ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງທົ່ວເມືອງເຂົ້າຮ່ວມຮັບຟັງ.

ສະຫາຍ ລິນຄໍາ ດວງສະຫວັນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກ ກະຊວງ ກສ

ສະຫາຍ ລິນຄໍາ ດວງສະຫວັນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກ ກະຊວງ ກສ

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ຄັ້ງທີ VII ໄດ້ສໍາເລັດຜົນຢ່າງຈົບງາມ, ພາຍຫຼັງໄດ້ດໍາເນີນມາແຕ່ວັນທີ 27-28 ຕຸລານີ້ ທີ່ຫ້ອງວ່າການສູນກາງພັກ, ພາຍໃຕ້ການເປັນປະທານ ຂອງສະຫາຍ ລິນຄໍາ ດວງສະຫວັນ ກໍາມະການສໍາຮອງສູນກາງພັກ ເລຂາຄະນະພັກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ), ເປັນກຽດເຂົ້າຮ່ວມ ໂດຍ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍ ອະດີດຄະນະນໍາ ກະຊວງ, ຄະນະພັກກະຊວງ ກະສິກຳ ແລະ ປ່າໄມ້ ສະໄໝທີ 6, ອະດີດຄະນະນໍາ, ຄະນະພັກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະໄໝທີ 2, ສະມາຊິກພັກອາວຸໂສບຳນານ ແລະ ຜູ້ແທນສົມບູນ ຈໍານວນ 233 ສະຫາຍ ທີ່ໄດ້ຕາງໜ້າໃຫ້ສະມາຊິກພັກ 1,551 ສະຫາຍ ພ້ອມດ້ວຍສະຫາຍແຂກຖືກເຊີນ.
ແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງ ສ​ສ​ຊ ຊຸດທີ X ແລະ ສສ​ຂ ຊຸດທີ V

ແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງ ສ​ສ​ຊ ຊຸດທີ X ແລະ ສສ​ຂ ຊຸດທີ V

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ ຮອງຫົວໜ້າອະນຸກໍາມະການໂຄສະນາ ປຸກລະດົມຂະບວນການ ແລະ ຍ້ອງຍໍ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດຖະ​ແຫຼງ​ຂ່າວ​ຕໍ່​ສື່ມວນ​ຊົນ​ໃນ​ວັນ​ທີ 28 ຕຸ​ລານີ້ ທີ່​ສະ​ພາ​ແຫ່ງ​ຊາດກ່ຽວກັບການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສ​ສ​ຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສ​ສ​ຂ) ຊຸດທີ V ແລະ ຜົນສຳເລັດການດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດໃຫ້​ຮູ້ວ່າ: ອີງຕາມມາດຕາ 55 ຂອງລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025 ກ່ຽວກັບການກໍານົດອາຍຸການຂອງສະພາແຫ່ງຊາດ ທີ່ວ່າ: “ສະພາແຫ່ງຊາດ ມີອາຍຸການ 5 ປີ”; “ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດໃໝ່ ຕ້ອງໃຫ້ແລ້ວພາຍໃນ 60 ວັນ ກ່ອນສະພາແຫ່ງຊາດຊຸດເກົ່າຈະໝົດອາຍຸການ”. ສຳລັບສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ IV ໄດ້ຮັບການເລືອກຕັ້ງ ໃນວັນທີ 21 ກຸມພາ 2021 ແລະ ຈະໝົດອາຍຸການ ໃນວັນທີ 22 ມີນາ 2026 ນີ້.
ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານລາວທົ່ວປະເທດ ຄັ້ງທີ IX

ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານລາວທົ່ວປະເທດ ຄັ້ງທີ IX

ສະຫາຍ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ (ສກລ) ໄດ້ຖະແຫຼງ​ກ່ຽວກັບຜົນສໍາເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດຄັ້ງທີ IX ໃນວັນທີ 28 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ຊຶ່ງສະຫາຍໄດ້ຖະແຫຼງວ່າ: ກອງປະຊຸມໃຫຍ່ໃນຄັ້ງນີ້ໄດ້ດໍາເນີນຢ່າງເປັນທາງການໃນວັນທີ 27-28 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ.
ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ອຄ ຄັ້ງທີ VI

ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ອຄ ຄັ້ງທີ VI

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຄັ້ງທີ VI ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງສະຫາຍ ມະໄລທອງ ກົມມະສິດ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະ ມົນຕີກະຊວງ ອຄ, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີບັນດາສະຫາຍຄະນະປະທານ, ຜູ້ແທນສົມບູນ, ບັນດາສະມາຊິກພັກອາວຸໂສບຳນານ, ພ້ອມດ້ວຍສະຫາຍແຂກຖືກເຊີນເຂົ້າຮ່ວມ.
ເມືອງໄຊຍະບູລີ ເປີດກອງ​ປະ​ຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝທີ X

ເມືອງໄຊຍະບູລີ ເປີດກອງ​ປະ​ຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝທີ X

ກອງ​ປະ​ຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝທີ X ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 28 ຕຸລານີ້ ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງສະຫາຍ ເສນ ພັນລັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງໄຊຍະບູລີ.
ເພີ່ມເຕີມ