ສຳເລັດງານພົບປະຊາວໜຸ່ມຄັ້ງທີ XII ແລະ ຕັ້ງຄ້າຍເຍົາວະຊົນທັນວາ ຄັ້ງທີ VI 4 ແຂວງພາກໃຕ້ 

ສຳເລັດງານພົບປະຊາວໜຸ່ມຄັ້ງທີ XII ແລະ ຕັ້ງຄ້າຍເຍົາວະຊົນທັນວາ ຄັ້ງທີ VI 4 ແຂວງພາກໃຕ້ 
ໃນວັນທີ 14 ທັນວາຜ່ານມາ ທີ່ສະໂມສອນແຂວງສາລະວັນ ໄດ້ຈັດພິທີປິດງານພົບປະຊາວໜຸ່ມຄັ້ງທີ XII ແລະຕັ້ງຄ້າຍເຍົາວະຊົນທັນວາ ຄັ້ງທີ VI ຂອງ4 ແຂວງພາກໃຕ້ທີ່ແຂວງສາລະວັນໄດ້ຮັບກຽດເປັນເຈົ້າພາບ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຈັນສະໝອນ ພົມມະແສງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີທ່ານ ນວນທອງ ສຸວັນມີໄຊ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ທ່ານ ສຸວຽງທອງ ສຸຂະວົງ ຮັກສາການເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມບັນດາແຂວງ,ເມືອງ, ສະມາຊິກຊາວໜຸ່ມ, ເຍົາວະຊົນ 4 ແຂວງພາກໃຕ້ມີແຂວງສາລະວັນ, ເຊກອງ, ອັດຕະປື ແລະ ຈຳປາສັກເຂົ້າຮ່ວມ.
    ທ່ານ ສຸວຽງທອງ ສຸຂະວົງ ກ່າວວ່າ: ການຈັດງານຄັ້ງນີ້ໄດ້ດຳເນີນມາເປັນເວລາ 2 ວັນ, ເລີ່ມແຕ່ວັນທີ 13-14 ທັນວາ 2023, ມີຄະນະບໍລິຫານງານຊາວໜຸ່ມ 4 ແຂວງ, ຕົວແທນຊາວໜຸ່ມ-ເຍົາວະຊົນຈາກ 8 ເມືອງ ແລະ 4 ໂຮງຮຽນຈາກເທດສະບານແຂວງລວມທັງໝົດມີ 9 ຄ້າຍ, ມີຜູ້ເຂົ້າຮ່ວມທັງໝົດ 453 ຄົນຍິງ269 ຄົນ, ມີ 2 ກິດຈະກໍາຫຼັກຄື: 1.ກິດຈະກໍາການແລກປ່ຽນ: ມີການສໍາມະນາວິທະຍາສາດຂອງຊາວໜຸ່ມທັງ 4 ແຂວງໄດ້ລົງເລິກ ການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕິດພັນກັບການແກ້ໄຂ 2 ວາລະແຫ່ງຊາດຊາວໜຸ່ມ-ເຍົາວະຊົນເປັນຕົ້ນ ການນຳສະເໜີຫົວຂໍ້ຊາວໜຸ່ມກັບການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້າເສດຖະກິດການເງິນ, ຫົວຂໍ້ການແກ້ໄຂໄພວ່າງງານ, ການສ້າງວິຊາຊີບ-ສ້າງວຽກເຮັກງານທຳໃຫ້ຊາວໜຸ່ມ-ໄວໜຸ່ມ,ຊາວໜຸ່ມກັບການປົກປັກຮັກສາຮີດຄອງປະເພນີວັດທະນະທຳອັນດີງາມຂອງຊາດລາວ ແລະການແກ້ໄຂບັນຫາຢາເສບຕິດຕໍ່ຊາວໜຸ່ມ-ໄວໜຸ່ມ, ກິດຈະກໍາການແລກປ່ຽນການຕັ້ງຄ້າຍ 6 ຄ້າຍ, ວາງສະແດງຜະລິດຕະພັນສີມືຂອງເຍົາວະຊົນປະຈຳແຕ່ລະຄ້າຍ, ເຂົ້າວາງກະຕ່າດອກໄມ້ທີ່ອະນຸສອນສະຖານ ແລະ ຮູບຫຼໍ່ອົງແກ້ວ, ເຂົ້າພົບການນຳຂອງແຂວງ, ທັດສະນະສຶກສາແຫຼ່ງທ່ອງທ່ຽວ, ພິທີຊຸມນຸມໄຟ, ອະທິບາຍຄວາມໝາຍ 4 ທິດ, ຄວາມເປັນມາໃນການຕັ້ງຄ້າຍ. 2.ກິດຈະກໍາການແຂ່ງຂັນກິລາມິດຕະພາບຊາວໜຸ່ມ 4 ແຂວງ ຊຶ່ງມີກິລາຟຸດຊໍ, ມີການແຂ່ງຂັນແບບແຜນເຍົາວະຊົນໃນ 9 ກອງເຍົາວະຊົນທັນວາ, ແຂ່ງຂັນກິລາສາມັກຄີເຍົາວະຊົນທັນວາ, ແຂ່ງຂັນກິລາຍ່າງຕໍ່ເກັດ, ກິລາສົ່ງຢາງບ້ວງດ້ວຍທໍ່, ກິລາສົ່ງຈອກດ້ວຍປຸ້ມເປົ້າ ຊຶ່ງການຈັດກິດຈະກໍາໃນຄັ້ງນີ້ທີ່ແຂວງສາລະວັນເປັນເຈົ້າພາບ ສາມາດປະຕິບັດໄດ້ສຳເລັດຕາມຄາດໝາຍຢ່າງຈົບງາມ.
    ຈາກນັ້ນ, ໃນພິທີໄດ້ມີການເຊັນບົດບັນທຶກມອບ-ຮັບການຈັດງານພົບປະຊາວໜຸ່ມ ຄັ້ງທີ XII ແລະຕັ້ງຄ້າຍເຍົາວະຊົນທັນວາ ຄັ້ງທີ VI, 4 ແຂວງພາກໃຕ້ລະຫ່ວາງຊາວໜຸ່ມ 4 ແຂວງ ໂດຍມີຄະນະປະທານເຂົ້າຮ່ວມເປັນສັກຂີພິຍານ.ພ້ອມນັ້ນກໍໄດ້ມອບທຸງເຈົ້າພາບຕາມຮອບວຽນ ຊຶ່ງຄັ້ງຕໍ່ໄປແມ່ນແຂວງອັດຕະປືໄດ້ຮັບກຽດເປັນເຈົ້າພາບ.
ຂ່າວ-ພາບ: ລັດຕະນາ ແສງສຸວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ