ສໍາເລັດຊຸດຝຶກອົບຮົມໃຫ້ເຈົ້າໜ້າທີ່ຈະລາຈອນ ເພື່ອກຽມຄວາມພ້ອມໃນການປັບປ່ຽນທິດທາງການສັນຈອນໃນ 9 ເສັ້ນທາງຢູ່ນະຄອນຫຼວງວຽງຈັນ

ສໍາເລັດຊຸດຝຶກອົບຮົມໃຫ້ເຈົ້າໜ້າທີ່ຈະລາຈອນ ເພື່ອກຽມຄວາມພ້ອມໃນການປັບປ່ຽນທິດທາງການສັນຈອນໃນ 9 ເສັ້ນທາງຢູ່ນະຄອນຫຼວງວຽງຈັນ
ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ (ຍທຂ ນວ) ຮ່ວມກັບໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວ ແລະ ພະແນກຈະລາຈອນ ນວ ໄດ້ສຳເລັດຊຸດຝຶກອົບຮົມໃຫ້ເຈົ້າໜ້າທີ່ຈະລາຈອນ ຜູ້ທີ່ປະຕິບັດວຽກງານຕົວຈິງເພື່ອກະກຽມຄວາມພ້ອມໃນການປັບປ່ຽນທິດທາງການສັນຈອນໃນຕົວເມືອງ ນວ ຂຶ້ນໃນວັນທີ 5 ເມສານີ້ ທີ່ໂຮງແຮມດອນຈັນພາເລດ ນວ ໂດຍການເປັນປະທານຂອງທ່ານບຸນຍະວັດ ນີຣະໄຊຍ໌ ຫົວໜ້າພະແນກ ຍທຂ ນວ;ມີທ່ານ ພັນເອກ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ,ມີຄະນະຮັບຜິດຊອບໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວພ້ອມດ້ວຍຫົວໜ້າກອງຮ້ອຍຈະລາຈອນເມືອງສີໂຄດຕະບອງ, ຈັນທະບູລີ ແລະ ເມືອງສີສັດຕະນາກເຂົ້າຮ່ວມ.
ທ່ານບຸນຍະວັດ ນີຣະໄຊຍ໌ ກ່າວວ່າ: ການຝຶກອົບຮົມຄັ້ງນີ້ຈັດຂຶ້ນແນໃສ່ໃຫ້ເຈົ້າໜ້າທີ່ທຸກຄົນເຂົ້າໃຈເນື້ອໃນ ມີຄວາມເປັນເອກະພາບກ່ຽວກັບຮູບແບບ, ວິທີການ ແລະ ຂັ້ນຕອນການຈັດຕັ້ງປະຕິບັດການປ່ຽນທິດທາງການສັນຈອນ ຕາມແຈ້ງການຂອງທ່ານເຈົ້າຄອງ ນວ ໃຫ້ມີປະສິດທິຜົນ, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານ, ການນໍາສະເໜີແຜນຄຸ້ມຄອງການສັນຈອນ ແລະ ຄາດໝາຍຈັດຕັ້ງປະຕິບັດໃນຕໍ່ໜ້າ. ການຝຶກອົບຮົມໃນຄັ້ງນີ້ ຈະເປັນຂີດໝາຍອັນສຳຄັນທີ່ສຸດເພື່ອກະກຽມປັບປ່ຽນລະບົບການຈະລາຈອນຄືນໃໝ່ ແລະ ກຽມພ້ອມສຳລັບການປ່ຽນໂສມໜ້າໃໝ່ຂອງ ນວ.ພາຍຫຼັງການຝຶກອົບຮົມໃນຄັ້ງນີ້ແລ້ວທຸກສະຫາຍທີ່ເຂົ້າຮ່ວມຕ້ອງເຂົ້າໃຈດ້ວຍຄວາມເປັນເອກະພາບ ສາມາດອະທິບາຍໃຫ້ຄອບຄົວ ແລະ ສັງຄົມຮັບຮູ້ໄດ້ຢ່າງຖືກຕ້ອງ ບໍ່ໃຫ້ມີຫາງສຽງຈົ່ມວ່າຂອງປະຊາຊົນ. ພ້ອມດຽວກັນນີ້, ພະແນກ ຍທຂນວ ຈະນຳເອົາມະຕິຜົນກອງປະຊຸມຝຶກອົບຮົມດັ່ງກ່າວສືບຕໍ່ລາຍງານ ແລະ ຂໍທິດຊີ້ນຳຈາກຂັ້ນເທິງຖັດໄປ ເພື່ອຜັນຂະຫຍາຍເປັນແຈ້ງການ ແລະ ມະຕິຄຳສັ່ງແຕ່ລະໄລຍະ.
    ທ່ານ ພັນເອກ ແກ້ວມາລາ ແສງທອງ ກ່າວວ່າ: ປັດຈຸບັນການສັນຈອນໃນຕົວເມືອງແມ່ນມີຄວາມແອອັດ ຊຶ່ງການປັບປ່ຽນການສັນຈອນໃນເບື້ອງຕົ້ນກໍຈະມີຄວາມຫຍຸ້ງຍາກ ໂດຍສະເພາະການລະດົມແນວຄິດໃນການຂັບຂີ່ຕາມເສັ້ນທາງທີ່ປັບປ່ຽນທີ່ບໍ່ແມ່ນເລື່ອງງ່າຍ ແຕ່ແນວໃດກໍຕາມມັນຄືໜ້າທີ່ຄວາມຮັບຜິດຊອບຂອງເຈົ້າໜ້າທີ່ຈະລາຈອນທີ່ຈະຕ້ອງໄດ້ສຸມໃສ່ເພື່ອເຮັດໃຫ້ຜູ້ຂັບຂີ່ເຂົ້າໃຈ ທັງເຮັດໃຫ້ການສັນຈອນຮັບປະກັນໄດ້ຄວາມໂລ່ງລຽນ ປອດໄພ ເປັນລະບຽບຮຽບຮ້ອຍ ຫຼຸດຜ່ອນຄວາມແອອັດ ແລະ ຫຼຸດຜ່ອນການເກີດອຸບັດເຫດຕາມທ້ອງຖະໜົນ.ພາຍຫຼັງສຳເລັດການຝຶກອົບຮົມ ກໍໄດ້ມີການລົງຕົວຈິງໃນ9ເສັ້ນທາງ ທີ່ຈະໄດ້ມີການປັບປ່ຽນທິດທາງການສັນຈອນໃນນັ້ນມີເສັ້ນທາງແຄມຂອງຈາກສີ່ແຍກປາກປ່າສັກຮອດທາດຂາວຖະໜົນເຈົ້າຟ້າງຸ່ມ; ຈາກສີ່ແຍກປາກປ່າສັກຮອດທາດຂາວຖະໜົນສີຖານ; ຈາກຖະໜົນເສດຖາທິຣາດຮອດສີ່ແຍກປາກປ່າສັກ ຖະໜົນຂຸນບູລົມ; ຈາກວົງວຽນແຄມຂອງຮອດຖະໜົນສາມແສນໄທ ຖະໜົນເຈົ້າອານຸ;ຈາກຖະໜົນຂຸນບູລົມຮອດເຈົ້າຟ້າງຸ່ມຖະໜົນຟຣານຊິສອິນ; ຈາກເຈົ້າຟ້າງຸ່ມຮອດຖະໜົນເສດຖາທິຣາດ ຖະໜົນໜໍ່ແກ້ວຂຸນແມນ; ຈາກເຈົ້າຟ້າງຸ່ມຮອດຖະໜົນເສດຖາທິຣາດ ຖະໜົນແມນທາທຸຣາດ; ຈາກເຈົ້າຟ້າງຸ່ມຮອດຖະໜົນເສດຖາທິຣາດ ແລະ ຖະໜົນຕໍ່ໜ້າສະຖານທູດຝຣັ່ງ; ຈາກຖະໜົນເສດຖາທິຣາດຫາຖະໜົນຄູວຽງ.
    ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວ ປະກອບດ້ວຍ 5 ໜ້າວຽກໃຫຍ່ຄື: 1) ສ້າງຕັ້ງໜ່ວຍງານຄຸ້ມຄອງການຂົນສົ່ງໃນຕົວເມືອງ; 2) ປັບປຸງຂອດບໍລິການຂົນສົ່ງສາທາລະນະ ແລະ ລະບົບລົດເມ BRT; 3) ລະບົບຄຸ້ມຄອງການສັນຈອນ; 4) ການຈັດສັນບ່ອນຈອດລົດ ແລະ 5) ການຂົນສົ່ງບໍ່ມີເຄື່ອງຈັກ (non-motorized transit).ແຜນຄຸ້ມຄອງການສັນຈອນສ້າງຂຶ້ນເພື່ອຮອງຮັບການພັດທະນາລະບົບຂົນສົ່ງລົດເມ BRT ແລະ ການສ້າງສະຖານີໃຫຍ່ (Transit Mall) ຢູ່ຖະໜົນເສດຖາທິຣາດເລີ່ມແຕ່ສາມແຍກໄຟແດງຂຸນບູລົມ (ວັດອິນແປງ) ເຖິງຮ້ານອາຫານຂອບໃຈເດີໄລຍະທາງ 600 ແມັດ. ດ້ວຍເຫດນັ້ນ, ການສັນຈອນໃນເຂດເມືອງສີໂຄດຕະບອງ, ຈັນທະບູລີ ແລະ ສີສັດຕະນາກທັງໝົດ 9 ເສັ້ນທາງຕົ້ນຕໍຈຶ່ງຕ້ອງໄດ້ມີການປັບປ່ຽນທິດທາງການສັນຈອນຮັບປະກັນຄວາມໂລ່ງລຽນ ແລະປອດໄພຊຶ່ງໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນວ ມຸ່ງໝັ້ນທີ່ຈະຍົກລະດັບການຂົນສົ່ງສາທາລະນະ ແລະ ການເຄື່ອນໄຫວດ້ວຍຄວາມສະດວກສະບາຍ ແລະ ສ້າງຕົວເມືອງໃຫ້ຍືນຍົງເປັນມິດກັບຄົນຍ່າງໃນ ນວ ແນໃສ່ສ້າງລະບົບການຂົນສົ່ງມວນຊົນທີ່ມີປະສິດທິຜົນໃຫ້ແກ່ປະຊາຊົນ ໂດຍໃຊ້ລະບົບລົດເມໂດຍສານ BRT.
ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ