ໃນວັນທີ 20 ຕຸລາ ຜ່ານມາ, ກົມສ່ວຍສາອາກອນ ກະຊວງການເງິນ, ໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານຄຸ້ມຄອງພະນັກງານ ວຽກງານແບບພິມ–ສິ່ງພິມ ແລະ ວຽກງານການເງິນງົບປະມານການປະກອບເອກະສານການເງິນຄ່າບໍລິການວິຊາການ ປະຈຳປີ 2023 ໃຫ້ພະນັກງານຂະແໜງສ່ວຍສາອາກອນທີ່ມາຈາກແຂວງຫຼວງພະບາງ, ແຂວງຜົ້ງສາລີ, ແຂວງຫຼວງນໍ້າທາ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ.
ໂດຍການເປັນປະທານຂອງ ທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີທ່ານ ນາງ ຈັນທະລາ ຫຼ່ຽມໄມຕຣີ ຫົວໜ້າພະແນກຈັດຕັ້ງ, ບໍລິຫານ ແລະ ການເງິນ ກົມສ່ວຍສາອາກອນ ກະຊວງການເງິນ, ຄະນະພະແນກ, ວິທະຍາກອນຈາກກົມສ່ວຍສາອາກອນ, ບັນດານັກສໍາມະນາກອນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຊຸດຝຶກອົບຮົມດັ່ງກ່າວໂດຍປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 2500/ກງ, ລົງວັນທີ 17 ສິງຫາ 2023 ວ່າດ້ວຍການອະນຸມັດຈັດຝຶກອົບຮົມ, ແຕ່ງຕັ້ງຄະນະຮັບຜິດຊອບ ແລະ ຄະນະຄູຝຶກວຽກງານການຄຸ້ມຄອງພະນັກງານ, ການຄຸ້ມຄອງແບບພິມ-ສິ່ງພິມ ແລະ ການປະກອບເອກະສານການເງິນຄັງວິຊາການສ່ວຍສາອາກອນ ແລະ ຂໍ້ຕົກລົງຂອງກົມສ່ວຍສາອາກອນ ສະບັບເລກທີ 5773/ກສອ, ລົງວັນທີ 11 ກັນຍາ 2023 ວ່າດ້ວຍການແຕ່ງຕັ້ງພະນັກງານ-ລັດຖະກອນສ່ວຍສາອາກອນເຂົ້າຮ່ວມຝຶກອົບຮົມກັບທີ່ຈັດຂຶ້ນທີ່ກົມສ່ວຍສາອາກອນ, ໄດ້ເລີ່ມແຕ່ມາວັນທີ 16-20 ຕຸລາ 2023 ຊຶ່ງບັນດານັກສຳມະກອນເຂົ້າຮ່ວມມາຈາກສ່ວຍສາອາກອນ ປະຈຳແຂວງຫຼວງພະບາງ 3 ທ່ານ, ສ່ວຍສາອາກອນ ປະຈຳແຂວງຜົ້ງສາລີ 3 ທ່ານ, ສ່ວຍສາອາກອນ ປະຈຳແຂວງຫຼວງນໍ້າທາ 3 ທ່ານ, ສ່ວຍສາອາກອນ ປະຈຳແຂວງສະຫວັນນະເຂດ 4 ທ່ານ, ສ່ວຍສາອາກອນປະຈຳແຂວງຈຳປາສັກ 4 ທ່ານ.

ຈຸດປະສົງເພື່ອໃຫ້ພະນັກງານ-ລັດຖະກອນ ຂອງສ່ວຍສາອາກອນ, ຜູ້ຮັບຜິດຊອບວຽກງານຂະແໜງຈັດຕັ້ງ, ບໍລິຫານ ແລະ ການເງິນຂອງບັນດາແຂວງ ແລະ ເມືອງຈຳນວນໜຶ່ງເຂົ້າໃຈໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ຖືກຕ້ອງສອດຄ່ອງກັບພາລະບົດບາດ, ຂອບເຂດສິດຂອງຕົນໃຫ້ມີຄວາມເປັນເອກະພາບໃນວຽກຄຸ້ມຄອງບຸກຄະລາກອນ; ວຽກງານຄຸ້ມຄອງແບບພິມ-ສິ່ງພິມ; ວຽກງານການປະກອບເອກະສານການເງິນ-ງົບປະມານ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
ຂ່າວ-ພາບ: ກະຊວງການເງິນ
ຂ່າວ-ພາບ: ກະຊວງການເງິນ
ຄໍາເຫັນ