ສໍາມະນາ ເພື່ອລະນຶກການຕ້ານຟາດຊິດໂລກ ໄດ້ຮັບໄຊຊະນະ ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ

ສໍາມະນາ ເພື່ອລະນຶກການຕ້ານຟາດຊິດໂລກ ໄດ້ຮັບໄຊຊະນະ ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ

ສໍາມະນາ ເພື່ອລະນຶກການຕ້ານຟາດຊິດໂລກ ໄດ້ຮັບໄຊຊະນະ ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ
ການສໍາມະນາເພື່ອລະນຶກການຕ້ານຟາດຊິດໂລກ ໄດ້ຮັບໄຊຊະນະ ຄົບຮອບ 80 ປີ ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ພາຍໃຕ້ຫົວຂໍ້ “ຮ່ວມກັນກ້າວເດີນຕາມເສັ້ນທາງສັນຕິພາບ” ຈັດຂຶ້ນໃນວັນທີ 22 ສິງຫາ ນີ້ ທີ່ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໂດຍການເປັນປະທານຮ່ວມ ລະຫວ່າງ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ແລະ ສະຫາຍ ນາງ ຟາງຫົງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

ສາມະນາ ເພອລະນກການຕານຟາດຊດໂລກ ໄດຮບໄຊຊະນະ ແລະ ຮວມກນສາງຄຮວມຊາຕາກາ ລາວ-ຈນ - image 1
 

ການສຳມະນາຄັ້ງນີ້ ກໍເພື່ອທົບທວນຫວນຄືນວັນສໍາຄັນທາງປະຫວັດສາດ ທີ່ມີຄວາມໝາຍຄວາມສໍາຄັນຂອງໂລກ ແລະ ສອງຊາດ ລາວ-ຈີນ, ສ້າງຄວາມຮັບຮູ້ກ່ຽວກັບການຕ້ານຟາດຊິດຂອງໂລກໄດ້ຮັບໄຊຊະນະ ໃນໄລຍະ 80 ປີຜ່ານມາ ແລະ ເພື່ອລະດົມຄໍາຄິດຄໍາເຫັນຂອງບັນດາຜູ້ເຂົ້າຮ່ວມ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ໃນປັດຈຸບັນ ແລະ ອະນາຄົດ ຕາມແຜນແມ່ບົດສະບັບໃໝ່ ທີ່ສອງພັກໄດ້ລົງນາມ ໃຫ້ນັບມື້ຫັນເຂົ້າສູ່ລວງເລິກ ແລະ ຮ່ວມກັນພັດທະນາປະເທດຊາດ ຕາມເສັ້ນທາງໂດຍສັນຕິ.

ໂອກາດນີ້, ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ກ່າວວ່າ: ສົງຄາມ 80 ປີກ່ອນແມ່ນໄພພິບັດທົ່ວໂລກ ແລະ ເປັນບົດຮຽນເຈັບປວດ ທີ່ສຸດໃນປະຫວັດສາດຂອງອາລະຍະທຳຂອງມະນຸດ. ການຕໍ່ຕ້ານຟາດຊິດ ແລະ ຕໍ່ຕ້ານການໃຊ້ອາວຸດໃຊ້ກໍາລັງພົນກໍ່ສົງຄາມ ແມ່ນຄວາມປາຖະໜາຮ່ວມກັນຂອງປະຊາຊົນໃນທົ່ວໂລກ ທີ່ຮັກສັນຕິພາບ ແລະ ຄວາມປາຖະໜາໃນການພັດທະນາ. ໄຊຊະນະສົງຄາມຕ້ານຟາດຊິດ ເປັນຂີດໝາຍປະຫວັດສາດແຫ່ງຄວາມເອກອ້າງທະນົງໃຈຂອງມະນຸດ ທີ່ສາມາດຜ່ານຜ່າຄວາມໂຫດຮ້າຍປ່າເຖື່ອນ, ຄວາມທໍລະຫົດອົດທົນທີ່ແສນສາຫັດ, ໄດ້ກໍ່ໃຫ້ເກີດຄວາມສາມັກຄີສາກົນທີ່ແໜ້ນແຟ້ນຂອງປະຊາຊົນໃນທົ່ວໂລກ. ໝາກຜົນແຫ່ງໄຊຊະນະ ແມ່ນແລກມາດ້ວຍຢາດເຫື່ອ ແລະ ນໍ້າຕາແຫ່ງຄວາມສູນເສຍຂອງກໍາລັງທະຫານ ແລະ ຊີວິດອິນຊີຂອງ ພົນລະເມືອງ ຫຼາຍກວ່າ 70 ລ້ານຄົນ, ໄຊຊະນະ ໄດ້ເປັນສັນຍາລັກແຫ່ງສັນຕິພາບ, ອິດສະລະພາບ, ຄວາມຍຸຕິທຳ ແລະ ມະນຸດສະທຳ ຊຶ່ງມັນໄດ້ເປັນສັນຍານເຕືອນໃຫ້ມວນມະນຸດຮັບຮູ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງສົງຄາມ ທັງເປັນການຢັ້ງຢືນເຖິງຄວາມມຸ່ງຫວັງ ຮ່ວມກັນຂອງມວນມະນຸດທີ່ບໍ່ຢາກໃຫ້ມີຟາດຊິດ ແລະ ບໍ່ຢາກໃຫ້ມີການຮຸກຮານ, ເຫັນພ້ອມກັບການມຸ່ງໜ້າ ໄປສູ່ສັນຕິພາບ, ຄວາມສະຫງົບ ເພື່ອອະນາຄົດທີ່ຍືນຍົງໃນປະຫວັດສາດໜ້າໃໝ່. ປະຫວັດສາດແມ່ນປຶ້ມແບບຮຽນທີ່ດີທີ່ສຸດ ແລະ ເປັນສັນຍານທີ່ສ່ອງແສງໄປຂ້າງໜ້າ. ພວກເຮົາລະນຶກເຖິງໄຊຊະນະບໍ່ພຽງແຕ່ຈະລະນຶກເຖິງນັກຮົບເສຍສະລະຊີວິດເພື່ອຊາດ ແລະ ເປັນພະຍານເຖິງການເສຍສະລະຂອງເຂົາເຈົ້າເທົ່ານັ້ນ, ແຕ່ຍັງເປັນການຖອດຖອນສະຕິປັນຍາອັນເລິກເຊິ່ງຈາກປະຫວັດສາດ: ຄວາມສະຫງົບ ເໝືອນດັ່ງອາກາດ ແລະ ແສງແດດ, ຖ້າບໍ່ມີແມ່ນຍາກທີ່ຈະຢູ່ລອດໄດ້. ການກະທໍາໃດໆທີ່ນາບຂູ່ເຖິງສັນຕິພາບ ແລະ ທຳລາຍສະຖຽນລະພາບ ໃນທີ່ສຸດຈະຖືກຄື້ນຟອງປະຫວັດສາດພັດຜ່ານ. ທຸກໆປະເທດແມ່ນຕ້ອງການມີສັນຕິພາບ ເພື່ອຮັກສາອິດສະລະພາບ ແລະ ອະທິປະໄຕຂອງຊາດ, ປົກປັກຮັກສາແດນດິນ ບໍ່ໃຫ້ຖືກຄຸກຄາມ, ສັນຕິພາບ ເຮັດໃຫ້ປະເທດມີຄວາມໝັ້ນຄົງ ແລະ ປອດໄພ, ໄວ້ໃຈໃນການພັດທະນາທຸກດ້ານ ເປັນຕົ້ນ ການພັດທະນາເສດຖະກິດ-ສັງຄົມ, ການສ້າງສາຍພົວພັນສາກົນ, ການສົ່ງເສີມຄຸນຄ່າຂອງມວນມະນຸດ ເພື່ອຄົນຮຸ່ນຫຼັງໄດ້ມີໂອກາດຮຽນຮູ້, ພັດທະນາ ແລະ ສ້າງຊີວິດທີ່ດີກວ່າ.

ສະຫາຍ ຄໍາພັນ ເຜີຍຍະວົງ ໃຫ້ຮູ້ຕື່ມວ່າ: ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ແມ່ນການເສີມຂະຫຍາຍສາຍພົວພັນ, ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ການຮ່ວມກັນຢືນຢູ່ບົນພື້ນຖານການພັດທະນາໃນເງື່ອນໄຂໃໝ່ ແລະ ພ້ອມກັນຄຽງບ່າຄຽງໄຫຼ່ເພື່ອກ້າວສູ່ການພັດທະນາ. ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ເປັນການກໍ່ຮ່າງສ້າງຂຶ້ນ ຈາກນໍ້າເຫື່ອນໍ້າແຮງ, ຈາກຄວາມພະຍາຍາມບາກບັ່ນອົດທົນຜ່ານຜ່າຄວາມຫຍຸ້ງຍາກນານາປະການຫຼາຍຍຸກຫຼາຍສະໄໝຈາກຮຸ່ນສູ່ຮຸ່ນຈົນສາມາດກ້າວເຂົ້າສູ່ຜົນສໍາເລັດ ທີ່ຕອບສະໜອງຜົນປະໂຫຍດທີ່ແທ້ຈິງ ໃຫ້ແກ່ປະຊາຊົນສອງຊາດ ລາວ-ຈີນ. ສອງປະເທດ ລາວ-ຈີນ ເປັນປະເທດທີ່ມີລະບອບການເມືອງຄ້າຍຄືກັນ, ເປັນປະເທດທີ່ຢຶດໝັ້ນເສັ້ນທາງສັງຄົມນິຍົມຄືກັນ, ເປັນບ້ານໃກ້ເຮືອນຄຽງທີ່ດີ, ມີສາຍພູ, ສາຍນໍ້າ ຕິດຈອດກັນ ແລະ ມີມູນເຊື້ອມິດຕະພາບອັນດີງາມ ມາແຕ່ບູຮານນະການ. ພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດຈີນ ໄດ້ມີການພົວພັນກັນມາແຕ່ດົນນານ, ສາຍພົວພັນສອງຊາດ ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ຍົກລະດັບຂຶ້ນຢ່າງຕໍ່ເນື່ອງ, ນັບມື້ເຂົ້າສູ່ລວງເລິກ ແລະ ມີໝາກຜົນຕົວຈິງ. ໃນສະພາບການໃໝ່ ໂດຍຢຶດໝັ້ນອຸດົມການດຽວກັນ, ການພົວພັນຮ່ວມມືລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໄດ້ຂະຫຍາຍກວ້າງອອກຢ່າງຮອບດ້ານ ຈາກທີ່ເປັນ “ເພື່ອນບ້ານໃກ້ຄຽງທີ່ເປັນມິດ, ໄວ້ເນື້ອເຊື່ອໃຈກັນ, ໝັ້ນຄົງຍາວນານ ແລະ ຮ່ວມມືກັນຮອບດ້ານ” ໄດ້ຮັບການຍົກລະດັບຂຶ້ນເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານຕາມທິດ 4 ດີ” ຄື: ເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ.

ໂອກາດດຽວກັນນີ້, ສະຫາຍ ນາງ ຟາງຫົງ ໄດ້ຍົກໃຫ້ເຫັນກ່ຽວກັບຮ່ວມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ຊຶ່ງໃນປີ 2019 ແລະ ປີ 2023 ເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ຮ່ວມລົງນາມໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ກັບການນໍາສູງສຸດຂອງລາວເປັນ 2 ຄັ້ງ, ອັນໄດ້ເປັນການສະໜອງບ່ອນອີງ ຂອງການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ໃນໄລຍະໃໝ່. ການຮ່ວມມືຕົວຈິງ ລະຫວ່າງ ຈີນ-ລາວ ໄດ້ມີໝາກຜົນບຸກທະລຸໃໝ່ເລື້ອຍໆ. ປະເທດຈີນ ໄດ້ເປັນປະເທດລົງທຶນໃຫຍ່ທີ່ສຸດ ແລະ ເປັນປະເທດຄູ່ການຄ້າຫຼັກຂອງລາວ ເປັນເວລາຫຼາຍປີລຽນຕິດ, ຜະລິດຕະພັນກະສິກໍາຂອງລາວ ຫຼາຍກວ່າ 80% ໄດ້ສົ່ງອອກໄປສູ່ປະເທດຈີນ, ລວມມູນຄ່າການຄ້າ ຈີນ-ລາວ ໃນປີ 2024 ບັນລຸໄດ້ 8.231 ຕື້ໂດລາ, ທຽບໃສ່ໄລຍະດຽວກັນປີຜ່ານມາ ເພີ່ມຂຶ້ນ 15,9% ຊຶ່ງໄດ້ສ້າງສະຖິຕິໃໝ່. ພ້ອມນີ້, ເສັ້ນທາງລົດໄຟ ຈີນ-ລາວ ໄດ້ຊ່ວຍໃຫ້ປະເທດລາວປ່ຽນຈາກ “ປະເທດບໍ່ມີຊາຍແດນຕິດກັບທະເລ” ມາເປັນ “ປະເທດເຊື່ອມໂຍງ ເຊື່ອມຈອດກັບພາກພື້ນ" ພ້ອມທັງໄດ້ຂະຫຍາຍກວ້າງອອກໄປສູ່ປະເທດໄທ, ສິງກະໂປ ແລະ ອື່ນໆ 18 ປະເທດ ແລະ ເຂດແຄວ້ນ, ການຂົນສົ່ງຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າໄດ້ສໍາເລັດການຂົນສົ່ງຫຼາຍກວ່າ 60 ລ້ານຄັ້ງ, ໄດ້ສ້າງເປັນ “ເສັ້ນທາງທອງຄໍາ” ຂອງການຂົນສົ່ງສາກົນທີ່ມີປະສິດທິຜົນສູງ ແລະ ມີຄວາມສະດວກສະບາຍ. ເສັ້ນທາງດ່ວນ ຈີນ-ລາວ ຈາກນະຄອນຫວງວຽງຈັນ-ວັງວຽງ, ໄຟຟ້າ, ພະລັງງານ, ບໍ່ແຮ່ ແລະ ການຮ່ວມມືໃນຂົງເຂດອື່ນໆໄດ້ສືບຕໍ່ລົງເລິກ, ການສ້າງໂຮງໝໍ ຫຼວງພະບາງ, ໂຮງໝໍມະໂຫສົດ, ໂຮງຮຽນວິຊາຊີບທາງລົດໄຟລາວ ແລະ ໂຄງການເພື່ອປັບປຸງຊີວິດການເປັນຢູ່ ຂອງປະຊາຊົນຈໍານວນໜຶ່ງໄດ້ເລີ່ມຕົ້ນນໍາໃຊ້ແລ້ວ, ທັງໄດ້ມີບົດບາດອັນຕັ້ງໜ້າຕໍ່ການລົງເລິກຮັດແໜ້ນມິດຕະພາບ ຈີນ-ລາວ ແລະ ສ້າງຄວາມຜາສຸກໃຫ້ປະຊາຊົນສອງຊາດ. ນອກຈາກນີ້, ການແລກປ່ຽນວັດທະນະທຳ ແລະ ການໄປ-ມາຫາສູ່ ລະຫວ່າງປະຊາຊົນ ຈີນ-ລາວ ໄດ້ມີຄວາມສະໜິດສະໜົມຂຶ້ນ ພາຍຫຼັງເສັ້ນທາງລົດໄຟລາວ-ຈີນ ໄດ້ເປີດນໍາໃຊ້ ເຮັດໃຫ້ຜູ້ທີ່ເຂົ້າມາທ່ອງທ່ຽວລາວ ໄດ້ກາຍເປັນການກ້າວຂາອອກໄປກໍສາມາດໄປຢາມພີ່ນ້ອງຢາມໝູ່ຄູ່ໄດ້ເລີຍ, ຊາວໜຸ່ມຂອງສອງປະເທດ ກໍນັບມື້ມີຄວາມໃກ້ຊິດກັນຫຼາຍຂຶ້ນ, ມີນັກສຶກສາຈີນຫຼາຍຮ້ອຍຄົນຮຽນຢູ່ປະເທດລາວ, ມີນັກສຶກສາລາວຫຼາຍພັນ ຄົນຮຽນຢູ່ປະເທດຈີນ. ພ້ອມນີ້, ພຶດຕິກຳຕົວຈິງຂອງການສ້າງຄູ່ຮ່ວມຊາຕາກໍາຈີນ-ລາວ ໄດ້ຢັ້ງຢືນຢ່າງເຕັມສ່ວນວ່າ ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ບໍ່ພຽງແຕ່ສາມາດເປັນໄປໄດ້, ເຊື່ອຖືໄດ້, ປະຕິບັດໄດ້ແລ້ວ ຍັງຈະມີຜົນດີຫຼາຍຂຶ້ນອີກ. ຂໍພຽງແຕ່ປະຊາຊົນບັນດາປະເທດຈັບມືກັນຮ່ວມກັນພະຍາຍາມ, ຢຶດໝັ້ນການຮ່ວມກັນສ້າງຮ່ວມກັນຊົມໃຊ້, ຮ່ວມມືກັນຮັບຜົນປະໂຫຍດນໍາກັນ ແນ່ນອນຈະສາມາດບຸກເບີກອະນາຄົດອັນສວຍງາມກວ່າເກົ່າໃຫ້ແກ່ສັງຄົມມະນຸດ. ປະເທດລາວແມ່ນເພື່ອນສະຫາຍອ້າຍນ້ອງພິເສດ, ຝ່າຍຈີນຍາມໃດກໍຈະສືບຕໍ່ປະຕິບັດທິດທາງບຸລິມະສິດການພົວພັນຕ່າງປະເທດກັບປະເທດອ້ອມຂ້າງ ແລະ ຈາກມູມມອງຍຸດທະສາດລະດັບສູງຂອງການເປັນຄູ່ຮ່ວມຊາຕາກຳສັງຄົມນິຍົມ ຊຸກຍູ້ການພົວພັນ ຈີນ-ລາວ, ຍິນດີຮ່ວມກັບຝ່າຍລາວຢຶດໝັ້ນຖືເອົາຄວາມຮັບຮູ້ຮ່ວມກັນທີ່ສໍາຄັນຂອງການນໍາສູງສຸດສອງພັກ, ສອງລັດເປັນທິດນໍາ, ເພີ່ມທະວີການປະສານງານ ແລະ ຮ່ວມມືຍຸດທະສາດ, ບຸກເບີກການຮ່ວມມືທີ່ເປັນຮູບປະທໍາໃນຂົງເຂດຕ່າງໆ, ເພີ່ມທະວີການປະສານສົມທົບກັນ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ຮ່ວມກັນຕ້ານລັດທິກົດຂີ່ຂູດຮີດຂົ່ມເຫັງຝ່າຍດຽວ, ປົກປ້ອງລັດທິຫຼາຍຝ່າຍ ແລະ ຄວາມຍຸຕິທຳທ່ຽງທຳຂອງສາກົນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ໃຫ້ນັບມື້ພັດທະນາ ກ້າວຂຶ້ນສູ່ລະດັບສູງກວ່າເກົ່າ ເພື່ອປະກອບສ່ວນເປັນຕົວແບບທີ່ຕັ້ງໜ້າ ແກ່ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ຂ່າວ: ຂປລ, ພາບ: ພູວຽງຄຳ

ຄໍາເຫັນ

ຂ່າວການຮ່ວມມື

ສະພາລາວ-ຣັດເຊຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືຮອບດ້ານ

ສະພາລາວ-ຣັດເຊຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືຮອບດ້ານ

ກອງປະຊຸມພົບປະສອງຝ່າຍລະຫວ່າງສະພາແຫ່ງຊາດລາວ ແລະ ສະພາສູງແຫ່ງສະຫະພັນຣັດເຊຍໄດ້ຈັດຂຶ້ນໃນວັນທີ 2 ທັນວາຜ່ານມາ ທີ່ສະພາແຫ່ງຊາດ. ການພົບປະຄັ້ງນີ້ຝ່າຍລາວນໍາໂດຍທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ປະທານຄະນະມິດຕະພາບລັດຖະສະພາລາວ-ຣັດເຊຍ ແລະ ຝ່າຍ ສ ຣັດເຊຍນໍາໂດຍທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນຣັດເຊຍ ປະທານຄະນະມິດຕະພາບລັດຖະສະພາຣັດເຊຍ-ລາວພ້ອມຄະນະ, ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ປະທານ ສພຊ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ ຣັດເຊຍ

ປະທານ ສພຊ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ ຣັດເຊຍ

ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ (ສພຊ) ໄດ້ຕ້ອນຮັບ ແລະ ພົບປະກັບທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ໃນວັນທີ 2 ທັນວາຜ່ານມາ ທີ່ສະພາແຫ່ງຊາດ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບ ຮອບ 50 ປີ.
ວາງສີລາລືກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້

ວາງສີລາລືກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້

ພິທີວາງສີລາລືກໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ເຂດພາກໃຕ້ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ຢູ່ທີ່ບ້ານຄອນໄຫຼນະຄອນປາກເຊແຂວງຈຳປາສັກ ຊຶ່ງເປັນຂອງຂວັນຈາກລັດຖະບານ ແລະ ປະຊາຊົນ ສສ ຫວຽດນາມ ໃຫ້ແກ່ ສປປ ລາວ ໃນໂອກາດສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 1975) ແລະວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 - 13 ທັນວາ 2025).
ຖະ​ແຫຼງ​ການ​ຮ່ວມ​ລາວ-ຫວຽດ​ນາມ

ຖະ​ແຫຼງ​ການ​ຮ່ວມ​ລາວ-ຫວຽດ​ນາມ

1. ໂດຍຕອບຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູ​ນ​ກາງ​ພັກປະ​ຊາ​ຊົນປະ​ຕິ​ວັດລາວ ປະ​ທານ​ປະ​ເທດ ​ແຫ່ງ​ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາຊົນລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ, ສະ​ຫາຍ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດຫວຽດ​ນາມ ພ້ອມດ້ວຍ ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ​ຂອງ ​ພັກ, ລັດ​ ແຫ່ງ ສສ ຫວຽດ​ນາມ ໄດ້​ຢ້ຽມ​ຢາມ​ລັດ​ຖະ​ກິດ ​ສ​າ​ທາ​ລະ​ນະ​ລັດ ປະຊາທິປະໄຕ ປະ​ຊາ​ຊົນລາວ, ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ສະ​ຖາ​ປະ​ນາ​ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ​ລາວ ​ຄົບ​ຮອບ 50 ປີ ແລະ ເປັນ​ປະ​ທານ​ຮ່ວມ​ກອງປະຊຸມ​ພົບ​ປະ ​ປະຈໍາປີ 2026 ລະຫວ່າງ ​ສອງ​ກົມ​ການ​ເມືອງ​ ພັກ​ປະ​ຊາ​ຊົນປະ​ຕິວັດລາວ ແລະ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແຕ່​ວັນ​ທີ 1 - 2 ທັນວາ 2025.
ກຸ່ມບໍລິສັດເຄມີຫວຽດນາມໃຫ້ຄໍາໝັ້ນສັນຍາ  “ເວົ້າແລ້ວຕ້ອງເຮັດ”ທີ່ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ລາວ

ກຸ່ມບໍລິສັດເຄມີຫວຽດນາມໃຫ້ຄໍາໝັ້ນສັນຍາ “ເວົ້າແລ້ວຕ້ອງເຮັດ”ທີ່ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ລາວ

ພາຍໃນກອບຂອງກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ-ລາວ ທີ່ຈັດຂຶ້ນໃນວັນທີ 3 ທັນວາ 2025 ຊຶ່ງມີ ນາຍົກລັດຖະມົນຕີຂອງທັງສອງປະເທດ ພ້ອມດ້ວຍການນໍາຂອງບັນດາກະຊວງ, ອົງການກ່ຽວຂ້ອງເຂົ້າຮ່ວມ; ທ່ານ ຟຸ້ງ ກວາງ ຫຽບ (Phùng Quang Hiệp) ກໍາມະການຄະນະບໍລິຫານງານພັກລັດຖະບານ, ເລຂາຄະນະພັກ, ປະທານສະພາສະມາຊິກກຸ່ມບໍລິສັດເຄມີຫວຽດນາມ (Vinachem) ໄດ້ຖືກເຊີນໃຫ້ປະກອບຄໍາເຫັນໃນກອງປະຊຸມ. ການກ່າວຂອງທ່ານໄດ້ດຶງດູດຄວາມສົນໃຈຂອງບັນດາຜູ້ແທນຂອງສອງປະເທດ, ເມື່ອພິຈາລະນາຮອບດ້ານເຖິງທິດທາງການຮ່ວມມື, ຄວາມສາມາດບົ່ມຊ້ອນຂອງການພັດທະນາ ແລະ ລະດັບຄວາມຄືບໜ້າຂອງໂຄງການ ໃນຈຸດທີ່Vinachem ຜັນຂະຫຍາຍຢູ່ລາວ, ພິເສດແມ່ນໂຄງການຂຸດຄົ້ນ ແລະ ປຸງແຕ່ງ ເກືອກາລີ ຢູ່ແຂວງຄໍາມ່ວນ.
ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ

ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ

ຫ້ອງການຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ, ຫ້ອງການຄະນະກຳມະການຮ່ວມມືລາວ-ຫວຽດ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ກົມລົງທຶນຕ່າງປະເທດ, ກະຂວງການເງິນ ສສ ຫວຽດນາມ, ສະມາຄົມທຸລະກິດຫວຽດນາມ ປະຈໍາລາວ ແລະ ສະຖານທູດ ຫວຽດນາມ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ ພາຍໃຕ້ຫົວຂໍ້ “ການຮ່ວມມື ຍຸດທະສາດ, ສ້າງການພັດທະນາທີ່ຈະເລີນຮຸ່ງເຮືອງ”ຂຶ້ນໃນວັນທີ 3 ທັນວານີ້ ທີ່ ສູນຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ. ກອງປະຊຸມໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມມິ່ງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີບັນດາຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດຈໍານວນປະມານ 500 ຄົນເຂົ້າຮ່ວມ.
ມອບຫ້ອງສະໝຸດ ແລະ ອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມ5ແຫ່ງໃນລາວ

ມອບຫ້ອງສະໝຸດ ແລະ ອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມ5ແຫ່ງໃນລາວ

ບໍລິສັດຕາຂ່າຍໄຟຟ້າ ພາກໃຕ້ຈີນ (CSG) ຮ່ວມກັບບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ແລະ ມູນນິທິຊົນນະບົດຂອງຈີນ (CFRD) ໄດ້ຈັດຕັ້ງພິທີ ມອບ-ຮັບ ຫ້ອງສະໝຸດ CSG ຈຳນວນ 5 ຫ້ອງ ແລະ ອຸປະກອນການຮຽນ-ການສອນ ໃຫ້ ໂຮງຮຽນປະຖົມສຶກສາສົມບູນ ລາວ-ຈີນ ບ້ານໜອງປີງ,ເມືອງຈັນທະບູລີ,ໂຮງຮຽນປະຖົມສຶກສາສົມບູນສີວິໄລ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ໂຮງຮຽນປະຖົມສຶກສາສົມບູນບ້ານຫ້ວຍອອນ ແລະ ໂຮງຮຽນມັດທະຍົມສົມບູນ ເມືອງນາໝໍ້ ແຂວງອຸດົມໄຊ ແລະ ໂຮງຮຽນປະຖົມນາເຕີຍ ແຂວງຫຼວງນ້ຳທາ ທັງ 5 ຫ້ອງສະໝຸດດັ່ງກ່າວ ໄດ້ຈັດພິທີມອບ-ຮັບຢ່າງເປັນທາງການ ໃນຕອນເຊົ້າທີ 1 ທັນວາ 2025ນີ້ ທີ່ໂຮງຮຽນປະຖົມສົມບູນລາວ-ຈີນ,ບ້ານໜອງປີງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍມີ ຜູ້ອຳນວຍການ ແລະ ພາກສ່ວນກ່ຽວຂ້ອງ ຂອງ 5 ໂຮງຮຽນດັ່ງກ່າວເປັນຜູ້ຮັບ ໂດຍການມີ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທັງເປັນປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ,ທ່ານນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການແລະກິລາ,ທ່ານ Zhoujian ຮອງຜູ້ຈັດການຝ່າຍວາງແຜນ ບໍລິສັດ CSG, ທານ ນາງ Wei Dandan ຫົວໜ້າກອງເລຂາ ມູນນິທິພັດທະນາຊົນນະບົດຈີນ, ທ່ານ Lin Rui ຮອງຜູ້ຈັດການບໍລິສັດ CSG-LMI ປະທານບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ, ພ້ອມດ້ວຍຜູ້ຕາງໜ້າຈາກ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ແຂວງອຸດົມໄຊ, ແຂວງຫຼວງນ້ຳທາ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງວິສາຫະກິດຈີນ ປະຈຳຢູ່ລາວ ເຂົ້າຮ່ວມເປັນສັກຂີພິຍານ.
ທູດລາວປະຈຳ ຮົງກາຣີ ສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ

ທູດລາວປະຈຳ ຮົງກາຣີ ສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ

ໃນວັນທີ 28 ພະຈິກ 2025, ສະຖານເອກອັກຄະລັດຖະທູດລາວ ປະຈໍາ ຮົງກາຣີ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ, ທີ່ນະຄອນຫຼວງບູດາເປັດ.
ການນຳຂັ້ນສູງ ສ ກູບາ ສົ່ງສານອວຍພອນວັນຊາດ

ການນຳຂັ້ນສູງ ສ ກູບາ ສົ່ງສານອວຍພອນວັນຊາດ

ວັນທີ 2 ທັນວາ 2025, ສະຫາຍ ມີເກັນ ດີເອັດສ-ກາແນນ ແບຣມູເດັດສ ເລຂາທິການທີ່ໜຶ່ງ ຄະນະກຳມະການສູນກາງພັກກອມມູນິດກູບາ ປະທານປະເທດແຫ່ງ ສາທາ ລະນະລັດ ກູບາ ໄດ້ສົ່ງສານອວຍພອນ ເຖິງ ສະຫາຍ ທອງລຸນສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິ ວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງມີເນື້ອໃນວ່າ: ສະຫາຍທີ່ຮັກແພງ, ເນື່ອງໃນໂອກາດວັນສ້າງຕັ້ງ ສາທາລະນະລັດ ປະຊາທິປະ ໄຕປະຊາຊົນລາວ, ຂ້າພະເຈົ້າຂໍຝາກຄຳອວຍພອນອັນອົບອຸ່ນທີ່ສຸດມາເຖິງສະຫາຍ.
ພະມະຫາກະສັດ ແລະ ປະທານສະພາ ກຳປູເຈຍ ສົ່ງສານອວຍພອນວັນຊາດ

ພະມະຫາກະສັດ ແລະ ປະທານສະພາ ກຳປູເຈຍ ສົ່ງສານອວຍພອນວັນຊາດ

ພະມະຫາກະສັດ ໂນໂຣດົມ ສີຫາໂມນີ ແຫ່ງ ຣາຊະອານາຈັກກຳປູເຈຍ ໄດ້ສົ່ງສານອວຍພອນ ເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງມີເນື້ອໃນວ່າ: ພະນະທ່ານປະທານປະເທດ ທີ່ນັບຖື, ຂ້າພະເຈົ້າມີຄວາມປິຕິຍິນດີ ສົ່ງຄໍາອວຍພອນອັນປະເສີດ ແລະ ຂໍຊົມເຊີຍຢ່າງສຸດໃຈມາຍັງ ພະນະທ່ານ ພ້ອມດ້ວຍ ປະຊາຊົນລາວ ທຸກທົ່ວໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ເພີ່ມເຕີມ