ສຳມະນາສ້າງຄວາມເຂັ້ມແຂງທາງດ້ານວິຊາການ ທາງດ້ານດີຈີຕອນ

ສຳມະນາສ້າງຄວາມເຂັ້ມແຂງທາງດ້ານວິຊາການ ທາງດ້ານດີຈີຕອນ

ສຳມະນາສ້າງຄວາມເຂັ້ມແຂງທາງດ້ານວິຊາການ ທາງດ້ານດີຈີຕອນ
ກົມພັດທະນາການບໍລິຫານລັດ, ຄະນະຈັດຕັ້ງສູນກາງພັກ (ຄຈສພ) ຮ່ວມກັບ ກົມເຕັກໂນໂລຊີດີຈີຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຈັດກອງປະຊຸມສຳມະນາ ໃນຫົວຂໍ້: "ການພັດທະນາເສດຖະກິດດີຈີຕອນ, ເຕັກໂນໂລຊີດີຈີຕອນ ແລະ ຊັບສິນດີຈີຕອນ ຂອງ ສປປ ລາວ" ຂຶ້ນຫວ່າງມໍ່ໆມານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ບຸດສະດີ ທະນະເມືອງ ຮອງຫົວໜ້າ ຄຈສພ ແລະ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກຕສ; ບັນດາຫົວໜ້າຫ້ອງການ, ກົມ, ສະຖາບັນ, ສູນ, ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈີຕອນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຳມະນາສາງຄວາມເຂມແຂງທາງດານວຊາການ ທາງດານດຈຕອນ - image 1
 

 

ທ່ານ ນາງ ບຸດສະດີ ທະນະເມືອງ ໄດ້ກ່າວບາງຕອນວ່າ: ວຽກງານເສດຖະກິດດີຈີຕອນ ແລະ ຊັບສິນດີຈີຕອນ ເປັນວຽກງານທີ່ສຳຄັນໃນຍຸກປັດຈຸບັນ ຊຶ່ງມີຄວາມຈຳເປັນຂອງທຸກຂະແໜງການ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ຕ້ອງໄດ້ຮັບຮູ້ ແລະ ນຳໃຊ້ເຂົ້າໃນວຽກງານຂອງຕົນໃຫ້ມີຄວາມທັນສະໄໝ ຍ້ອນເຫັນໄດ້ຄວາມໝາຍຄວາມສໍາຄັນຂອງວຽກງານດັ່ງກ່າວ ກົມເຕັກໂນໂລຊີດີຈີຕອນ ກຕສ ຈຶ່ງໄດ້ສົມທົບກັບ ກົມພັດທະນາການບໍລິຫານລັດ ຄຈສພ ຈັດກອງປະຊຸມສຳມະນາ ກ່ຽວກັບເສດຖະກິດດີຈີຕອນ ແລະ ຊັບສິນດີຈີຕອນ ໃຫ້ກັບພະນັກງານ-ລັດຖະກອນ ເພື່ອສ້າງຄວາມຮັບຮູ້ໃນວຽກງານການຫັນເປັນດີຈີຕອນ ຂອງ ສປປ ລາວ ໃນຍຸກປັດຈຸບັນ ເປັນຕົ້ນ: ທ່າອ່ຽງຂອງການພັດທະນາເສດຖະກິດດີຈີຕອນ ແລະ ການນຳໃຊ້ເຕັກໂນໂລຊີດີຈີຕອນ ແລະ ລະບົບເຕັກໂນໂລຊີດີຈີຕອນ ເພື່ອສ້າງເສດຖະກິດດີຈີຕອນ ຊັບສິນດີຈີຕອນ ເຮັດໃຫ້ການບໍລິຫານລັດມີຄວາມທັນສະໄໝເປັນກ້າວໆ.

ທ່ານ ໄຊລືຊາ ອິນສີຊຽງໃໝ່ ໄດ້ມີຄຳເຫັນບາງຕອນວ່າ: ກອງປະຊຸມສຳມະນານີ້ ເປັນໂອກາດດີທີ່ພວກເຮົາຈະໄດ້ຮ່ວມກັນລົງເລິກ ແລະ ສ້າງຄວາມເຂົ້າໃຈ ກ່ຽວກັບວຽກງານການພັດທະນາເສດຖະກິດດີຈີຕອນ, ເຕັກໂນໂລຊີດີຈີຕອນ ແລະ ຊັບສິນດີຈີຕອນ. ປັດຈຸບັນ, ເປັນຍຸກອຸດສາຫະກໍາ 4.0 ທີ່ຕິດຕໍ່ສື່ສານກັນແບບບໍ່ມີພົມແດນ, ລະບົບເຕັກໂນໂລຊີດີຈີຕອນ ບໍ່ໄດ້ເປັນພຽງແຕ່ເຄື່ອງມືໃນການຊ່ວຍວຽກອີກຕໍ່ໄປ ແຕ່ມັນເປັນສິ່ງທີ່ຈໍາເປັນ ແລະ ຂາດບໍ່ໄດ້ສໍາລັບວຽກງານທຸກຂະແໜງການ ນັບຕັ້ງແຕ່ຖານລະບົບການຄ້າທາງເອເລັກໂຕຣນິກ, ລະບົບການຊໍາລະຜ່ານມືຖື ໄປຈົນເຖິງ ລະບົບປັນຍາປະດິດ (AI) ແລະ ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain). ລະບົບເຕັກໂນໂລຊີດີຈີຕອນໄດ້ປ່ຽນແປງວິຖີການດໍາລົງຊີວິດ, ການເຮັດວຽກ, ການຜະລິດ, ການຄ້າຂາຍ ແລະ ການບໍລິການ ໃຫ້ມີຄວາມສະດວກຍິ່ງຂຶ້ນ, ຕິດຕໍ່ກັນງ່າຍ ແລະ ເພີ່ມປະສິດທິພາບໃນການເຮັດວຽກໃຫ້ວ່ອງໄວ, ໂປ່ງໃສ ແລະ ສາມາດກວດສອບໄດ້, ພ້ອມທັງເພີ່ມໂອກາດທາງທຸລະກິດໃໝ່ໆ. ສິ່ງເຫຼົ່ານີ້ໄດ້ກາຍເປັນຮູບແບບກິດຈະກໍາທາງເສດຖະກິດແບບໃໝ່ ເພື່ອກ້າວໄປສູ່ ເສດຖະກິດດີຈີຕອນ ໂດຍການມີສ່ວນຮ່ວມຂອງທຸກຄົນໃນສັງຄົມ. ເສດຖະກິດດີຈີຕອນກໍາລັງມີການເຕີບໂຕຢ່າງວ່ອງໄວແບບບໍ່ເຄີຍມີມາກ່ອນ ຈາກຂໍ້ມູນຂອງ ທະນາຄານໂລກ ສະແດງໃຫ້ເຫັນວ່າ ເສດຖະກິດດີຈີຕອນກວມປະມານ 15% ຂອງ GDP ທົ່ວໂລກ ແລະ ຍັງມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຄຽງຄູ່ກັນນັ້ນ, ພວກເຮົາຍັງໄດ້ເຫັນການພັດທະນາຢ່າງວ່ອງໄວຂອງ ຊັບສິນດີຈີຕອນ ໂດຍສະເພາະແມ່ນ ເງິນຄຣິບໂຕຣ, ຫຼຽນໝັ້ນຄົງ, ສະກຸນເງິນດີຈີຕອນ (CBDC) ແລະ ບັນດາໂທເຄນຕ່າງໆ. ປັດຈຸບັນມີປະຊາກອນຫຼາຍກວ່າ 420 ລ້ານຄົນໃນທົ່ວໂລກ ທີ່ມີການຖືຄອງຊັບສິນດີຈີຕອນ. ລັດຖະບານໃນບັນດາປະເທດຕ່າງໆ ກໍາລັງໃຫ້ຄວາມສົນໃຈ ໃນການອອກລະບຽບການຄຸ້ມຄອງ, ການນໍາໃຊ້ປະໂຫຍດ ແລະ ອອກອະນຸຍາດໃນການດໍາເນີນທຸລະກິດຊັບສິນດີຈີຕອນ. ຊັບສິນດີຈີຕອນໄດ້ມອບໂອກາດການນໍາໃຊ້ປະໂຫຍດ ເພື່ອສ້າງເສດຖະກິດດີຈີຕອນ, ສ້າງແຫຼ່ງລາຍຮັບເງິນຕາຕ່າງປະເທດ ແລະ ສ້າງຊ່ອງທາງການລົງທຶນໃໝ່ໆ. ເຖິງຢ່າງໃດກໍຕາມ, ສິ່ງເຫຼົ່ານີ້ ຍັງຕ້ອງໄດ້ອາໄສກອບກົດໝາຍທີ່ເຂັ້ມແຂງ, ມາດຕະຖານຄວາມປອດໄພ ແລະ ຄວາມຮັບຮູ້ເຂົ້າໃຈຂອງປະຊາຊົນ ເພື່ອໃຫ້ໝັ້ນໃຈໄດ້ວ່າ ສິ່ງເຫຼົ່ານີ້ຈະຖືກນໍາໃຊ້ຢ່າງປອດໄພ ແລະ ເກີດປະສິດທິພາບສູງສຸດ.

ສໍາລັບ ສປປ ລາວ, ການຫັນເອົາເສດຖະກິດດີຈີຕອນ ແລະ ຊັບສິນດີຈີຕອນ ມາເປັນຍຸດທະສາດ ໃນການພັດທະນາເສດຖະກິດພາຍໃນປະເທດ ແມ່ນຈະເຮັດໃຫ້ ສປປ ລາວ ມີກິດຈະກໍາທາງເສດຖະກິດທີ່ມີຄວາມຫຼາກຫຼາຍ, ສາມາດປັບປຸງປະສິດທິພາບທາງການຄ້າ, ການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການ ແລະ ການເພີ່ມລາຍຮັບຈາກອຸດສາຫະກຳໃໝ່ ເຂົ້າໃນປະເທດ ເຊັ່ນ: ໂຄງການທົດລອງທຸລະກໍາຊັບສິນດີຈີຕອນ ໂດຍມີໄລຍະທົດລອງ 3 ປີ ແລະ ສາມາດສ້າງລາຍຮັບໃໝ່ທີ່ເປັນເງິນຕາໃຫ້ລັດຖະບານ ເປັນຈໍານວນເງິນທັງໝົດ 691 ລ້ານ USD ແລະ 5,88 ຕື້ກີບ. ສະນັ້ນ, ການພັດທະນາເສດຖະກິດດີຈີຕອນ ມັນໄດ້ຮຽກຮ້ອງໃຫ້ທຸກພາກສ່ວນຕ້ອງມີສ່ວນຮ່ວມ ແລະ ຮ່ວມມືກັນ ລະຫວ່າງພາກລັດ, ພາກເອກະຊົນ ແລະ ຄູ່ຮ່ວມມືສາກົນ.

ການສຳມະນາໃນຄັ້ງນີ້, ຍັງໄດ້ຮັບຟັງການນຳສະເໜີທ່າອຽງຂອງສາກົນດ້ານການພັດທະນາເສດຖະກິດດີຈີຕອນ ແລະ ການນຳໃຊ້ເຕັກໂນໂລຊີດີຈີຕອນ ແລະ ການແນະນໍາລະບົບເຕັກໂນໂລຊີດີຈີຕອນ ເພື່ອສ້າງເສດຖະກິດດີຈີຕອນ, ຊັບສິນດີຈີຕອນ ຈາກກົມເຕັກໂນໂລຊີດີຈີຕອນ ແລະ ບໍລິສັດ ບິດຄິກ ຈຳກັດຜູ້ດຽວ. ພ້ອມດຽວກັນນັ້ນ, ໄດ້ມີການສົນທະນາແລກປ່ຽນການເກັບກຳຂໍ້ມູນ ແລະ ບົດຮຽນເຊິ່ງກັນ ແລະ ກັນ ເພື່ອນໍາບົດຮຽນດັ່ງກ່າວໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ.

(ຂ່າວ: ສຸກສະຫວັນ, ຂໍ້ມູນ-ພາບ: ກຕສ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ