ສຳມະນາວິທະຍາສາດລະດັບຊາດ ລະນຶກວັນເກີດປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ

ສຳມະນາວິທະຍາສາດລະດັບຊາດ ລະນຶກວັນເກີດປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ
ພັກ ແລະ ລັດຖະບານເຮົາ ໄດ້ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດ ຕາມມະຕິຕົກລົງ ເລກທີ 337/ຄລສພ, ລົງວັນທີ 4 ເມສາ 2023 ພ້ອມດ້ວຍບັນດານິຕິກຳກ່ຽວຂ້ອງຂອງພັກ, ຂອງລັດ ສືບຕໍ່ຈັດກອງປະຊຸມສຳມະນາວິທະຍາສາດລະດັບຊາດ ໃນໂອກາດລະນຶກ ວັນເກີດຂອງປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (8/2/1924-8/2/2024) ຂຶ້ນເປັນຄັ້ງທີ 3 ຊຶ່ງຄັ້ງນີ້ ຈັດຂຶ້ນໃນວັນທີ 24 ມັງກອນນີ້ ທີ່ນະຄອນຫຼວງວຽງຈັນ ພາຍຫຼັງທີ່ໄດ້ຈັດຄັ້ງທີ 1 ທີ່ແຂວງຫົວພັນ ແລະ ຄັ້ງທີ 2 ທີ່ແຂວງຈໍາປາສັກ.
    ກອງປະຊຸມສຳມະນາວິທະຍາສາດລະດັບຊາດ ຄັ້ງນີ້, ດຳເນີນຂຶ້ນໂດຍການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ,ມີສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ມີບັນດາການນໍາຈາກກະຊວງ/ອົງການກ່ຽວຂ້ອງ ພ້ອມດ້ວຍອະດີີດການນໍາພັກ-ລັດ, ຜູ້ຕາງໜ້າຈາກບັນດາແຂວງທີ່ຖືກເຊີນ, ຄູ-ອາຈານ ແລະ ນັກສຶກສາມາຈາກຄະນະວິທະນາສາດສັງຄົມ ມຊ ເຂົ້າຮ່ວມ
    ພາຍຫຼັງການກ່າວຈຸດປະສົງ, ສະເໜີແຂກເຂົ້າຮ່ວມກອງປະຊຸມ ແລະ ກ່າວຕ້ອນຮັບກອງປະຊຸມ ໂດຍສະຫາຍ ອານຸພາບ ຕຸນາລົມ, ສະຫາຍ ຄໍາພັນ ເຜີຍຍະວົງ ກໍໄດ້ລາຍງານສະພາບການດຳເນີນກອງປະຊຸມ. ຈາກນັ້ນ, ສະຫາຍ ບຸນທອງ ຈິດມະນີ ກໍໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ກ່ຽວກັບຊີວິດ ແລະ ການເຄື່ອນ ໄຫວປະຕິວັດຂອງປະທານ ຄຳໄຕ ສີພັນດອນ ຄັ້ງນີ້ແມ່ນມີຄວາມໝາຍຄວາມສໍາຄັນຫຼາຍ ເພາະວ່າພວກເຮົາ ຈະໄດ້ພ້ອມກັນ ຄົ້ນຄວ້າ ສຶກສາ ຮຽນຮູ້ ກ່ຽວກັບ ຄຸນງາມ ຄວາມດີ, ຄວາມເສຍສະຫຼະ, ບົດຮຽນ ກໍຄືຜົນງານອັນໃຫຍ່ຫຼວງຂອງປະທານ ຄຳໄຕ ສີພັນດອນ ທີ່ໄດ້ອຸທິດຕົນ ຕໍ່ພາລະກິດປະຕິວັດ ຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອເປັນຂໍ້ມູນ ແລະ ເອກະສານສຶກສາອົບຮົມ ໃຫ້ພະນັກງານ, ສະມາຊິກພັກ, ກຳລັງປະກອບອາວຸດ, ມະຫາຊົນ ແລະ ຄົນຮຸ່ນ ຕໍ່ໆໄປ ໄດ້ຮໍ່າຮຽນເອົາເປັນບົດຮຽນໃນການປະຕິບັດໜ້າທີ່ວຽກງານ ກໍຄືການດຳລົງຊີວິດຂອງຕົນຕໍ່ໄປ.
    ປະທານ ຄໍາໄຕ ສີພັນດອນ, ຈາກຊີວິດເດັກນ້ອຍຊົນນະບົດ ທີ່ໄດ້ມີໂອກາດໄປຮຽນໜັງສື ຢູ່ວຽງຈັນ ແລະ ໄດ້ເຂົ້າເຮັດການໄປສະນີຢູ່ແຂວງຜົ້ງສາລີ,ຈາກຈິດໃຈຮັກຊາດມາຕັ້ງແຕ່ຍັງໜຸ່ມ ແລະ ການກ້າວເຂົ້າສູ່ເສັ້ນທາງແຫ່ງການຕໍ່ສູ້ ເພື່ອກອບກູ້ຄວາມເປັນເອກະລາດ ມາໃຫ້ປະເທດຊາດ ແລະ ອິດສະລະພາບມາໃຫ້ປະຊາຊົນ ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລໍາບາກ, ຊຶ່ງບາງຄັ້ງກໍເກືອບເອົາຊີວິດບໍ່ລອດ; ແຕ່ດ້ວຍຄວາມເດັດດ່ຽວກ້າຫານ, ຄວາມມານະພະຍາຍາມ, ອົດທົນສູ້ຊົນ ແລະ ຄວາມເປັນເຈົ້າການປະດິດສ້າງສູງ ເພິ່ນຈຶ່ງບັນລຸອຸດົມການອັນສູງສົ່ງຂອງຕົນ ໄດ້ຢ່າງໜ້າສັນລະເສີນ.
ປະທານ ຄໍາໄຕ ສີພັນດອນ ແມ່ນຜູ້ໜຶ່ງໃນບັນດາຜູ້ນໍາຮຸ່ນກໍ່ຕັ້ງຂະບວນການ ແລະ ບຸກເບີກເສັ້ນທາງການປະຕິວັດ ຢູ່ປະເທດເຮົາຊຶ່ງຍາມໃດເພິ່ນກໍມີຄວາມໜັກແໜ້ນທາງດ້ານການເມືອງ, ມີສະຕິຕໍ່ການຈັດຕັ້ງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ທີ່ໄດ້ຮັບມອບໝາຍ,ເລີ່ມຈາກພະນັກງານທໍາມະດາ ກາຍເປັນຜູ້ຊີ້ນໍາ-ບັນຊາ ແລະ ນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ ຮ່ວມກັບປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ຜູ້ນໍາທ່ານອື່ນໆ ຂອງແນວລາວອິດສະຫຼະ ກໍຄືແນວລາວສ້າງຊາດ ນຳພາການຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ລະອິດລະອ້ຽວ-ຍືດເຍື້ອຍາວນານ ກ້າວຂຶ້ນປົດປ່ອຍປະເທດຊາດ ແລະ ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975,ຫຼັງຈາກນັ້ນ, ກໍໄດ້ປະກອບສ່ວນຄົ້ນຄວ້າ, ກໍານົດທິດທາງໜ້າທີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຢ່າງຖືກຕ້ອງ ລວມທັງແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ ທັງໄດ້ສືບຕໍ່ນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດແນວທາງດັ່ງກ່າວ ໄດ້ຮັບຜົນສຳເລັດອັນສຳຄັນຫຼາຍດ້ານ.
    ປະທານ ຄຳໄຕ ສີພັນດອນ ແມ່ນນັກປະຕິວັດ ທີ່ມີຄວາມປີຊາສາມາດ, ອົງອາດກ້າແກ່ນ, ມີຄວາມສຸຂຸມຮອບຄອບ ແລະ ໜັກແໜ້ນໃນທຸກສະຖານະການ; ເພິ່ນທັງແມ່ນນັກຍຸດທະສາດ, ນັກຍຸດໂທບາຍ ທີ່ມອງກວ້າງເຫັນໄກ, ມີໄຫວພິບຄ່ອງແຄ້ວ,  ນີ້ມນວນ ແລະ ມີຄວາມປະດິດສ້າງສູງ ໃນການໝູນໃຊ້ແນວທາງການເມືອງ ແລະ ແນວທາງການທະຫານຂອງພັກເຮົາ ເຂົ້າກັບເງື່ອນໄຂ ແລະ ຈຸດພິເສດຂອງແຕ່ລະຂົງເຂດ, ແຕ່ລະທ້ອງຖິ່ນ ໃນແຕ່ລະໄລຍະ ຂອງການປະຕິວັດຢູ່ປະເທດເຮົາ.ປະທານ ຄຳໄຕ ສີພັນດອນ ແມ່ນຜູ້ນຳທີ່ມີແບບແຜນຊີ້ນຳ-ບັນຊາ ແທດເຖິງກັບຕົວຈິງ,ທັງກຳແໜ້ນທິດສະດີ, ແນວທາງ, ທັງກຳແໜ້ນບົດຮຽນ, ພຶດຕິກຳ ແລະ ສະພາບຄວາມເປັນຈິງຂອງປະເທດ, ບໍ່ຄຳພີຕາຍຕົວ ແລະ ບໍ່ຢຸດຈຶ້ງຢູ່ກັບຜົນງານອັນເກົ່າ,ເວລາໃດເພິ່ນ ກໍມີອາລົມຈິດມຸ່ງໝັ້ນ, ສະແຫວງຫາຄວາມກ້າວໜ້າ ແລະ ຜົນສຳເລັດອັນໃໝ່; ຍາມໃດກໍຢຶດໝັ້ນໃນອຸດົມການອັນສູງສົ່ງຂອງພັກ ແລະ ທັງຢາກໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມ ສາມັກຄີປອງດອງ ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.    
ປີ 2006 ໃນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກ, ປະທານ ຄໍາໄຕ ສີພັນດອນ ໄດ້ອອກພັກຜ່ອນບໍານານ; ແຕ່ເວລາໃດເພິ່ນກໍມີຄວາມເປັນຫ່ວງເປັນໃຍ ແລະ ເອົາໃຈໃສ່ຕິດຕາມຢ່າງຈົດຈໍ່ ຕໍ່ສະພາບການຂອງປະເທດຊາດ, ບ້ານເມືອງ ກໍຄືການຈັດ ຕັ້ງປະຕິບັດໜ້າທີ່ວຽກງານຂອງພັກ, ຂອງລັດ ແລະ ການຈັດຕັ້ງຕ່າງໆ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ຢ່າງບໍ່ລົດລະ, ເພິ່ນໄດ້ພະຍາຍາມສືບຕໍ່ເຄື່ອນໄຫວຢ່າງບໍ່ຮູ້ອິດຮູ້ເມື່ອຍ ເພື່ອປະກອບສ່ວນໃນການປັບປຸງ-ກໍ່ສ້າງພັກເຮົາ ໃຫ້ເຂັ້ມແຂງ, ສ້າງລັດ ໃຫ້ກາຍເປັນລັດ ທີ່ປົກຄອງດ້ວຍກົດໝາຍ ແລະ ບໍລິຫານຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດໂປ່ງໃສ; ດ້ວຍຄວາມເປັນຫ່ວງເປັນໃຍ ແລະ ຢາກໃຫ້ແນວທາງທີ່ພັກວາງອອກກາຍເປັນຈິງ, ເພິ່ນ ໄດ້ໃຊ້ຊີວິດໃນຍາມພັກຜ່ອນ ຢູ່ໃກ້ຊິດຕິດແທດ ກັບຊີ ວິດຕົວຈິງຂອງປະຊາຊົນ, ຊອກຮູ້ບັນຫາ ແລະ ຄວາມຕ້ອງການຂອງປະຊາຊົນ, ຈາກນັ້ນ, ຈຶ່ງຄົ້ນຄວ້າຫາວິທີຊ່ວຍເຫຼືອເຂົາເຈົ້າ, ແນະນໍາ ແລະ ພາປະຊາຊົນເຮັດຕົວຈິງ; ເພິ່ນໃຊ້ເວລາພັກຜ່ອນ ລົງຕິດແທດກັບປະຊາຊົນ, ປຸກສ້າງສິ່ງສາທາລະນະປະໂຫຍດ ແລະ ສຶກສາອົບຮົມປະຊາຊົນ ໃຫ້ມີຄວາມຕື່ນຕົວ ເປັນເຈົ້າການທໍາມາຫາກິນ ແລະ ສ້າງສາບ້ານຊ່ອງ; ເພິ່ນທັງເຄື່ອນໄຫວເປັນແບບຢ່າງ ໃນການອອກແຮງງານ ນຳພາປະຊາຊົນພັດທະນາຕົວຈິງ, ເຮັດໃຫ້ປະຊາຊົນເຫັນ ທັງຊຸກຍູ້ປຸກລະດົມ ໃຫ້ປະຊາຊົນເຮັດນໍາ ແລະ ເຮັດເພື່ອໃຫ້ຊຸມຊົນມີສ່ວນຮ່ວມ, ເຮັດຄືແນວນັ້ນ “ບໍ່ແມ່ນເພື່ອຜົນປະໂຫຍດສ່ວນຕົວ ແລະ ຄອບຄົວຂອງເພິ່ນແຕ່ຢ່າງໃດ, ການກະທໍາດັ່ງກ່າວ ແມ່ນເພື່ອຢາກໃຫ້ແນວທາງຂອງພັກ ປະກົດຜົນເປັນຈິງ, ທັງເປັນປະໂຫຍດ ສໍາລັບການສຶກສາຮຽນຮູ້ ຫຼື ສົ່ງບົດຮຽນໃຫ້ປະຊາຊົນເສີມຂະຫຍາຍຕໍ່ໆໄປ”.    
ການສໍາມະນາວິທະຍາສາດຄັ້ງນີ້, ຈະເປັນພື້ນຖານອັນສຳຄັນ ຊຶ່ງຈະຊ່ວຍໃຫ້ພວກເຮົາເຫັນບັນຫາທີ່ສຳຄັນຕົ້ນຕໍ ແລະ ອັນພົ້ນເດັ່ນໃນແນວຄິດຊີ້ນຳຂອງເພິ່ນ; ຊ່ວຍໃຫ້ຜູ້ເຂົ້້າຮ່ວມສຳມະນາເຫັນໄດ້ ແລະ ເຂົ້າໃຈເລິກເຊິ່ງ, ເປັນລະບົບກ່ຽວກັບເນື້ອໃນຄວາມໝາຍຂອງແຕ່ລະບັນຫາ; ພ້ອມກັນນັ້ນ, ຈະໄດ້ຈຳແນກ ແລະ ຢືນຢັນໃຫ້ເຫັນວ່າ ບັນດາແນວຄິດຊີ້ນຳຂອງເພິ່ນ ແຕ່ລະຂົງເຂດນັ້ນ ມີຄວາມສອດຄ່ອງກັບເງື່ອນໄຂ ແລະ ສະພາບຄວາມເປັນຈິງຂອງປະເທດຊາດແນວໃດ, ສອດຄ່ອງກັບຄວາມມຸ່ງມາດປາຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ຂອງພວກເຮົາ ແລະ ມີຄວາມສອດຄ່ອງກັບທ່າອ່ຽງລວມ ແຫ່ງການພົວພັນຮ່ວມມື, ການພັດທະນາ ໃນພາກພື້ນ ແລະ ໂລກປັດຈຸ ບັນ ແລະ ອະນາຄົດແນວໃດ ຊຶ່ງໃນການກ່າວເປີດປະທານກອງປະຊຸມ ກໍໄດ້ເນັ້ນໃຫ້ບັນດາສະຫາຍ ນັກວິທະຍາສາດ, ນັກຄົ້ນຄວ້າ, ນັກສຳມະນາກອນ ຈົ່ງຍົກສູງຄວາມຮັບຜິດຊອບ ໃນການສະເໜີບົດໃຫ້ເຈາະຈົງເຂົ້າບັນຫາ, ຈະແຈ້ງ, ບໍ່ເລົ່າເລື່ອງ ແລະ ຮັບປະກັນເວລາທີ່ໄດ້ກຳນົດ; ສ່ວນບັນດາສະຫາຍ ຈະປະກອບຄວາມເຫັນ ກໍໃຫ້ຄົ້ນຄວ້າລົງເລິກບັນຫາໃຫ້ກະທັດຮັດຈະແຈ້ງ ແລະ ເຂົ້າບັນຫາ ເພື່ອເຮັດໃຫ້ກອງປະຊຸມສຳມະນາວິທະຍາສາດຂອງພວກເຮົາ ເທື່ອນີ້ ມີເນື້ອໃນອຸດົມສົມບູນ ແລະ ມີຜົນສຳເລັດຢ່າງຈົບງາມ.
    ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການສະເໜີບົດຄົ້ນຄວ້າທີ່ສຳຄັນ ຄື: “ປະທານ ຄໍາໄຕ ສີພັນດອນ ແມ່ນຜູ້ຢຶດໝັ້ນແນວທາງມະຫາຊົນ” ໂດຍ ສະຫາຍ ບົວສອນ ບຸບຜາວັນ ອະດີດກໍາມະການກົມການເມືອງສູນກາງພັກ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຂຶ້ນສະເໜີເນື້ອໃນດັ່ງກ່າວ.ພ້ອມນີ້, ກໍໄດ້ຮັບຟັງການສະເໜີບົດ “ປະທານ ຄໍາໄຕ ສີພັນດອນ ໃນຄວາມຮູ້ສຶກຂອງລູກ” ໂດຍ ສະຫາຍ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະພັກ ເຈົ້າແຂວງຫຼວງນໍ້າທາ.ນອກນີ້, ກໍຍັງມີບັນດາທ່ານການນໍາຂັ້ນຕ່າງໆ ສະເໜີບົດຄົ້ນຄວ້າແນວຄິດຊີ້ນໍາຂອງ ປະທານ ຄໍາໄຕ ສີພັນດອນ ກ່ຽວກັບວຽກງານຕ່າງໆຄື: ແນວຄິດຊີ້ນໍາກ່ຽວກັບວຽກງານແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນ, ແນວຄິດຊີ້ນໍາກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແນວຄິດຊີ້ນໍາກ່ຽວກັບການພັດທະນາເສດຖະກິດ-ການເງິນ, ແນວຄິດຊີ້ນໍາກ່ຽວກັບການກໍ່ສ້າງຮາກຖານການເມືອງຢູ່ແຂວງຈໍາປາສັກ, ແນວຄິດຊີ້ນໍາກ່ຽວກັບການກໍ່ສ້າງພັກ-ພະນັກງານໃນໄລຍະໃໝ່, ແນວຄິດຊີ້ນໍາກ່ຽວກັບວຽກງານວັດທະນະທໍາ, ແນວຄິດຊີ້ນໍາກ່ຽວກັບວຽກງານພົວພັນຕ່າງປະເທດ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ