ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ

ສະເໜີລັດຖະບານ ປະຕິບັດ 6 ວຽກງານ ສືບຕໍ່ແກ້ໄຂບັນຫາຢາເສບຕິດ

ສະເໜີລັດຖະບານ ປະຕິບັດ 6 ວຽກງານ ສືບຕໍ່ແກ້ໄຂບັນຫາຢາເສບຕິດ
ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 20 ພະຈິກນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ

ປະທານສະພາແຫ່ງຊາດ; ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ຂຶ້ນປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ໃນໄລຍະປີ 2024 ຕາມມະຕິຂອງສະພາແຫ່ງຊາດ ເລກທີ 110/ສພຊ, ລົງວັນທີ 21 ພະຈິກ 2023.

ທ່ານ ພົນໂທ ສຸວອນ ເລືອງບຸນມີ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ຊົມເຊີຍ ແລະ ເຫັນດີເປັນເອກະພາບຕໍ່ບົດລາຍງານ ຊຶ່ງເຫັນໄດ້ເຖິງຄວາມຕັ້ງໜ້າພະຍາຍາມ ແລະ ມີຄວາມຄືບໜ້າຫຼາຍດ້ານ; ຜ່ານການຕິດຕາມກວດກາ ຍັງເຫັນວ່າມີດ້ານອ່ອນຄົງຄ້າງບາງດ້ານ ຊຶ່ງຄະນະປະຈໍາສະພາແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານ ຈັດຕັ້ງປະຕິບັດ 6 ວຽກງານໃນຕໍ່ໜ້າ ກໍຄືທິດທາງແຜນການປີ 2025 ວ່າ:

1) ໃຫ້ເອົາໃຈໃສ່ຄົ້ນຄວ້າ, ວິເຄາະ ວິໄຈ ບັນຫາທີ່ຍັງເປັນຂໍ້ຄົງຄ້າງ, ເປັນອຸປະສັກ ແລະ ເປັນ ຂອດອຸດຕັນໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃນໄລຍະຜ່ານມາ ໃຫ້ຮູ້ສາເຫດ ຢ່າງລະອຽດ, ຈະແຈ້ງ, ຈາກນັ້ນ ໃຫ້ກໍານົດວິທີການ ແລະ ມາດຕະການ ແກ້ໄຂ ໃຫ້ບັນລຸໃນລະດັບທີ່ແນ່ນອນ ຈຶ່ງຈະສ້າງ ໄດ້ກໍາລັງແຮງອັນແທ້ຈິງ ໃຫ້ແກ່ການສືບຕໍ່ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາ ເສບຕິດ ແຕ່ນີ້ຫາປີ 2025 ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ;

2) ສືບຕໍ່ໂຄສະນາສ້າງຄວາມຮັບຮູ້ທາງດ້ານກົດໝາຍ ແລະ ຜົນຮ້າຍ ຂອງບັນຫາຢາເສບຕິດໃຫ້ ທົ່ວເຖິງທຸກເປົ້າໝາຍໃນສັງຄົມ ໂດຍສະເພາະແມ່ນບັນດາເປົ້າໝາຍທີ່ເປັນກຸ່ມສ່ຽງ, ບ່ອນຫ່າງໄກສອກຫຼີກ, ທຸລະກັນດານ ໂດຍນໍາໃຊ້ກໍາລັງສັງລວມ ຂອງທົ່ວປວງຊົນ, ໃນນັ້ນ ສະຖາບັນຄອບຄົວ, ອົງການ ຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ແລະ ປະຊາຊົນບັນດາເຜົ່າ ທຸກຊັ້ນຄົນ ເປັນຫຼັກແຫຼ່ງ ຈຶ່ງຈະເຮັດໃຫ້ວຽກງານໂຄສະນາ ເຜີຍແຜ່ກົດໝາຍ ແລະ ຜົນຮ້າຍ ຂອງບັນຫາຢາເສບຕິດ ໄດ້ຮັບການເຄື່ອນ ໄຫວຢ່າງເຂັ້ມແຂງ, ສັງຄົມມີການຫັນປ່ຽນ ດ້ານຕັ້ງໜ້າຢ່າງແທ້ຈິງ;

3) ກວດກາຄືນ ບັນດາກົດໝາຍ ແລະ ບັນດານິຕິກໍາໃຕ້ກົດໝາຍ ທີ່ກ່ຽວຂ້ອງ ອັນໃດບໍ່ທັນມີ ຫຼື ບໍ່ທັນສອດຄ່ອງ ໂດຍສະເພາະນິຕິກໍາທີ່ເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດໂທດ ຕໍ່ຜູ້ກະທໍາຜິດ ກ່ຽວກັບຢາເສບຕິດທີ່ເກີດຂຶ້ນໃໝ່ ໃຫ້ຂຸ້ນຂ້ຽວສ້າງ ຫຼື ປັບປຸງໃຫ້ສໍາເລັດໂດຍໄວ ເພື່ອຮອງຮັບໃຫ້ແກ່ການຕັດສິນຄະດີເປັນໄປຕາມກົດໝາຍກໍານົດໄວ້;

4) ເອົາໃຈໃສ່ ປັບປຸງ ແລະ ຝຶກອົບຮົມທັກສະດ້ານການເປັນມືອາຊີບ ໃຫ້ແກ່ກໍາລັງ ປກສ ຫຼາຍຂຶ້ນ ແລະ ເປັນປົກກະຕິ, ຕໍ່ເນື່ອງ ໂດຍສະເພາະແມ່ນ ປກສ ຂັ້ນເມືອງ, ຂັ້ນບ້ານ, ປະກອບງົບປະມານ, ພາຫະນະ, ອຸປະກອນຮັບໃຊ້ ທີ່ຈໍາເປັນ ເພື່ອໃຫ້ເຂົາເຈົ້າມີຄວາມສາມາດ ແລະ ເປັນເຈົ້າຕົນເອງໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ຂັ້ນຮາກຖານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຫຼາຍຂຶ້ນ;

5) ເອົາໃຈໃສ່ຕິດຕາມກວດກາ ແລະ ສຶກສາອົບຮົມປະຊາຊົນ ໂດຍສະເພາະ ຢູ່ເຂດຫ່າງໄກສອກຫຼີກ, ທຸລະກັນດານ ບໍ່ໃຫ້ລັກລອບປູກຝິ່ນ ແລະ ພືດທີ່ມີສານເສບຕິດ, ທັງຊຸກຍູ້ສົ່ງເສີມ ແລະ ຊ່ວຍເຫຼືອ ໃຫ້ເຂົາເຈົ້າ ໄດ້ເຂົ້າຮ່ວມໃນໂຄງການປູກພືດທົດແທນໃຫ້ຫຼາຍຂຶ້ນ ແລະ ຫັນເປັນອາຊີບແບບຖາວອນໝັ້ນຄົງ, ພ້ອມທັງຕິດຕາມກວດກາ ດໍາເນີນມາດຕະການດ້ານກົດໝາຍ ຕໍ່ຜູ້ສະໜອງທຶນຢູ່ເບື້ອງຫຼັງ ຢ່າງເຂັ້ມງວດ.

6) ເພີ່ມທະວີຄວາມເປັນເຈົ້າການໃນການພົວພັນປະສານສົມທົບ ກັບບັນດາປະເທດໃກ້ຄຽງ ທີ່ມີ ຊາຍແດນຕິດຈອດກັບ ສປປ ລາວ ໂດຍສະເພາະແມ່ນປະເທດ ທີ່ຍັງມີພື້ນທີ່ ທີ່ມີຄວາມສ່ຽງໃນການ ຂົນສົ່ງ, ຄ້າ-ຂາຍ ແລະ ເປັນບ່ອນຜະລິດຢາເສບຕິດ ເພື່ອຊອກຫາວິທີແກ້ໄຂຮ່ວມກັນ ໃຫ້ຫຼາຍຂຶ້ນ.

(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ