ຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ

ສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໃນການເປັນຄູຝຶກນັກຂ່າວທີ່ມີຄຸນນະພາບ

ສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໃນການເປັນຄູຝຶກນັກຂ່າວທີ່ມີຄຸນນະພາບ
ສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນໃນການເປັນຄູຝຶກນັກຂ່າວ ພາຍໃຕ້ຫົວຂໍ້:

ການລາຍງານຂ່າວບັນຫາສີຂຽວຂຶ້ນໃນວັນທີ 14 ຕຸລາ ຜ່ານມາ ທີ່ໜັງສືພິມພາສາຕ່າງປະເທດ ໂດຍການເຂົ້າຮ່ວມ ຂອງທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ມີທ່ານ ທອງຫຼໍ່ ດວງສະຫວັນ ຜູ້ອຳນວຍການໃຫຍ່ໜັງສືພິມພາສາຕ່າງປະເທດ ຫົວໜ້າໂຄງການແກມຊິວ, ມີທ່ານນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມເພື່ອການພັດທະນາສີຂຽວໃນ ສປປ ລາວ ຈາກອົງການແຄຣ ນານາຊາດປະຈຳ ສປປ ລາວ ພ້ອມດ້ວຍແຂກຖືກເຊີນ, ວິທະຍາກອນ ແລະ ສື່ມວນຊົນທັງສູນກາງ-ແຂວງເຂົ້າຮ່ວມ.

ໂຄງການແກມຊິວ ໄດ້ຖືກອະນຸມັດ ແລະ ເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງ ຖວທ ຕາງໜ້າໂດຍ ກົມສື່ມວນຊົນ ແລະ ອົງການແຄຣ ນານາຊາດ ປະຈຳ ສປປ ລາວ ສະບັບລົງວັນທີ 14 ກັນຍາ 2023 ຊຶ່ງໄດ້ມອບໝາຍໃຫ້ສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ອົງການແຄຣ ນານາຊາດ ປະຈຳ ສປປ ລາວ ເປັນຜູ້ດຳເນີນການປະຕິບັດກິດຈະກຳຂອງໂຄງການ ຊຶ່ງມີ 2 ເປົ້າໝາຍຫຼັກຄື: (1) ສື່ມວນຊົນຂອງລັດ ແລະ ສື່ພາກສັງຄົມທີ່ໄດ້ລົງທະບຽນຖືກຕ້ອງຕາມກົດໝາຍ ສປປ ລາວ ຈະໄດ້ຮັບການຍົກລະດັບທັກສະດ້ານວິຊາຊີບ ລວມທັງການນຳໃຊ້ເຕັກໂນໂລຊີແບບດີຈີຕອນ ແລະ ສື່ແບບໃໝ່ ເພື່ອເຮັດໃຫ້ປະຊາຊົນໄດ້ຮັບຂໍ້ມູນຂ່າວສານທີ່ມີຄຸນນະພາບ ໂດຍຜ່ານການລາຍງານທີ່ມີຄວາມຮັບຜິດຊອບ ແລະ ເປັນມືອາຊີບກ່ຽວກັບການພັດທະນາສີຂຽວ. (2) ບັນດາຜູ້ເຂົ້າຮ່ວມຈາກອົງການຈັດຕັ້ງທາງສັງຄົມທີ່ເຮັດວຽກກ່ຽວກັບການພັດທະນາສີຂຽວ ຊຶ່ງລະບຸຢູ່ໃນກິດຈະກຳ, ຜູ້ນໍາໃຊ້ສື່ສັງຄົມອອນລາຍທົ່ວໄປ, ຜູ້ສ້າງວິດີໂອ ແລະ ຮູບເງົາໄດ້ຍົກລະດັບຄວາມຮູ້ ແລະ ຄວາມສາມາດຂອງຕົນໃນການປະກອບສ່ວນສ້າງນະໂຍບາຍ, ຕິດຕາມ ແລະ ຊຸກຍູ້ວຽກງານການພັດທະນາສີຂຽວທີ່ມີຜົນກະທົບຕໍ່ຊຸມຊົນ ລວມທັງການນຳໃຊ້ເຕັກໂນໂລຊີດີຈີຕອນ ແລະ ສື່ແບບໃໝ່ຢ່າງສ້າງ ສັນ.

ຊຸດຝຶກອົບຮົມໃນຄັ້ງນີ້ແມ່ນໜຶ່ງໃນກິດຈະກຳຫຼັກຂອງໂຄງການ, ຈຸດປະສົງຂອງຊຸດຝຶກອົບຮົມຄູຝຶກໃນຄັ້ງນີ້ຈັດຂຶ້ນ ເພື່ອບັນລຸຕາມແຜນຍຸດທະສາດຂອງສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ແຜນການດຳເນີນ ກິດຈະກຳຂອງໂຄງການແກມຊິວໃນການສ້າງຄວາມອາດສາມາດໃຫ້ແກ່ຜູ້ທີ່ເຮັດວຽກງານຂະແໜງຖະ ແຫຼງຂ່າວສື່ມວນຊົນໃນຂົງເຂດທົ່ວປະເທດໃຫ້ກາຍເປັນຄູຝຶກນັກຂ່າວໃນອະນາຄົດ ແລະ ພ້ອມກັນນັ້ນ ກໍຍັງຈະໄດ້ສືບຕໍ່ເຂົ້າຮ່ວມການເຄື່ອນໄຫວກິດຈະກຳ ການຝຶກອົບຮົມຕ່າງໆທີ່ຈະໄດ້ຈັດຂຶ້ນໂດຍສະມາ ຄົມນັກຂ່າວແຫ່ງ ສປປ ລາວ ຕະຫຼອດໄລຍະຂອງໂຄງການ. ການຝຶກອົບຮົມຈະດໍາເນີນໄປເປັນເວລາ 5 ວັນຈຶ່ງຈະສຳເລັດ, ສິດສອນໂດຍຊ່ຽວຊານຂອງໂຄງການ ຊຶ່ງຈະເນັ້ນໜັກທັງພາກທິດສະດີ, ພາກປະຕິບັດ ແລະ ດ້ານເຕັກນິກຕ່າງໆທີ່ກ່ຽວຂ້ອງກັບວຽກງານສື່.

ຂ່າວ-ພາບ: ພູວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ