ສະໜີ ອອປສ 7 ທັດສະນະ ເພື່ອໃຫ້ແຜນປີ 2026 ມີຜົນສຳເລັດ

ສະໜີ ອອປສ 7 ທັດສະນະ ເພື່ອໃຫ້ແຜນປີ 2026 ມີຜົນສຳເລັດ

ສະໜີ ອອປສ 7 ທັດສະນະ ເພື່ອໃຫ້ແຜນປີ 2026 ມີຜົນສຳເລັດ
ໃນຕອນບ່າຍວັນທີ 17 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການຍຸຕິທໍາ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ມີຄໍາເຫັນຕໍ່ບົດລາຍງານຂອງ ອອປສ ຊຶ່ງໄດ້ກ່າວວ່າ:

 

ຄະນະປະຈໍາສະພາແຫ່ງຊາດສະແດງຄວາມຊົມເຊີຍຕໍ່ອົງການໄອຍະການປະຊາຊົນສູງສຸດທີ່ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີXI ຂອງພັກ, ມະຕິຂອງກົມການເມືອງສູນກາງພັກວ່າດ້ວຍການຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທໍາ, ມະຕິວ່າດ້ວຍການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີຄັ້ງທີIX, ມະຕິກອງປະຊຸມສະພາແຫ່ງຊາດໃຫ້ເປັນອັນລະອຽດແລະໄດ້ນໍາພາປະຕິບັດມີຜົນສໍາເລັດຢ່າງຕັ້ງໜ້າເປັນຕົ້ນການສຶກສາອົບຮົມການເມືອງ-ແນວຄິດ,ການປັບປຸງກົງຈັກການຈັດຕັ້ງແລະກໍ່ສ້າງພັກ-ພະນັກງານ, ວຽກງານກວດກາແລະຕ້ານການສໍ້ລາດບັງຫຼວງ, ການພັດທະນາກໍ່ສ້າງພື້ນຖານໂຄງລ່າງແລະການພົວພັນຮ່ວມມືກັບຕ່າງປະເທດ. ພົ້ນເດັ່ນແມ່ນລະບົບການຈັດຕັ້ງຂອງອົງການໄອຍະການປະຊາຊົນໄດ້ຮັບການປັບປຸງໃຫ້ໜັກແໜ້ນເຂັ້ມແຂງເທື່ອລະກ້າວ, ໄດ້ຂະຫຍາຍຫ້ອງໃຫ້ຄໍາປຶກສາທາງດ້ານກົດໝາຍແກ່ປະຊາຊົນ, ການສັ່ງຟ້ອງຜູ້ຖືກຫາຂຶ້ນສານໄດ້ຮັບການປັບປຸງແລະມີຄຸນນະພາບດີຂຶ້ນ; ການຕິດຕາມກວດກາການເຄົາລົບແລະປະຕິບັດກົດໝາຍ, ການອອກແລະການນໍາໃຊ້ນິຕິກໍາຕ່າງໆຂອງກະຊວງ-ອົງການແລະອົງການປົກຄອງທ້ອງຖິ່ນ, ການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ, ການດໍາເນີນຄະດີຢູ່ສານ, ຢູ່ຄ້າຍຄຸມຂັງ-ດັດສ້າງແລະການຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານໄດ້ຮັບການພັດທະນາດີຂຶ້ນ,ພ້ອມທັງໄດ້ສໍາເລັດການສ້າງກົດໝາຍວ່າດ້ວຍພະນັກງານໄອຍະການປະຊາຊົນແລະປັບປຸງກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນລວມທັງນິຕິກໍາໃຕ້ກົດໝາຍທີ່ເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານຂອງອົງການໄອຍະການປະຊາຊົນມີປະສິດທິພາບແລະປະສິດທິຜົນປະກອບສ່ວນເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍແລະຍຸຕິທໍາ.

ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2025, ຄະນະປະຈໍາສະພາແຫ່ງຊາດເຫັນວ່າອອປສ ໄດ້ຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດສະບັບເລກທີ 142/ສພຊ, ລົງວັນທີ 11 ທັນວາ 2024 ດ້ວຍຄວາມຮັບຜິດຊອບສູງແລະມີຜົນສໍາເລັດຕາມແຜນການທີ່ວາງໄວ້ເປັນຕົ້ນການປັບປຸງກົງຈັກການຈັດຕັ້ງຊຶ່ງໄດ້ສ້າງຕັ້ງອົງການໄອຍະການປະຊາຊົນເຂດປະຈໍາເມືອງໄດ້ 5 ເມືອງ, ພະນັກງານອົງການໄອຍະການປະຊາຊົນແຕ່ລະຂັ້ນໄດ້ຮັບການຍົກລະດັບເຮັດໃຫ້ການປະຕິບັດພາລະບົດບາດການສັ່ງຟ້ອງຜູ້ຖືກຫາຂຶ້ນສານແລະການຕິດຕາມກວດກາການເຄົາລົບແລະປະຕິບັດກົດໝາຍໃນການດໍາເນີນຄະດີຕາມຂະບວນຍຸຕິທໍາມີຄຸນນະພາບດີຂຶ້ນ.

ຄຽງຄູ່ກັບດ້ານດີແລະຜົນສໍາເລັດດັ່ງກ່າວ, ຄະນະປະຈໍາສະພາແຫ່ງຊາດສັງເກດເຫັນວ່າການຈັດຕັ້ງປະຕິບັດແຜນການ 5 ປີຜ່ານມາແລະວຽກງານປະຈໍາປີ 2025 ຂອງ ອອປສກໍຍັງມີບາງດ້ານບໍ່ທັນບັນລຸຕາມແຜນການທີ່ກໍານົດໄວ້ແລະຄວນສືບຕໍ່ເອົາໃຈໃສ່. ໃນທິດທາງແຜນການ 5 ປີ (2026-2030) ແລະວຽກງານຈຸດສຸມປີ 2026 ຄະນະປະຈໍາສະພາແຫ່ງຊາດເຫັນດີເປັນເອກະພາບໂດຍພື້ນຖານຕໍ່ທິດທາງທິດທາງແຜນການ 5 ປີ (2026-2030) ຂອງອອປສທີ່ໄດ້ກໍານົດ 6 ແຜນງານ 27 ໂຄງການແລະ 104 ກິດຈະກໍາຊຶ່ງຈະນໍາສະເໜີຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີX ແຕ່ສັງເກດເຫັນວ່າການກໍານົດແຜນດັ່ງກ່າວໄດ້ມີແຜນງານ, ໂຄງການແລະກິດຈະກໍາຫຼາຍຂຶ້ນກວ່າເກົ່າຈິ່ງສະເໜີໃຫ້ມີການທົບທວນແລະສົມທຽບກັບຜົນໄດ້ຮັບຂອງການຈັດຕັ້ງປະຕິບັດແຜນການໃນ 5 ປີຜ່ານມາໃຫ້ລະອຽດຕື່ມອີກເພື່ອເປັນພື້ນຖານໃຫ້ແກ່ການວາງແຜນໃນ 5 ປີຕໍ່ໜ້າໃຫ້ເປັນແຜນທີ່ມີລັກສະນະວິທະຍາສາດ, ເຊື່ອມສານເຂົ້າກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີX ທັງຮັບປະກັນໃຫ້ມີຄວາມສອດຄ່ອງລະຫວ່າງແຜນວຽກ, ແຜນຄົນ, ແຜນເງິນແລະສາມາດຈັດຕັ້ງປະຕິບັດໄດ້.

ສໍາລັບທິດທາງແຜນການວຽກງານຈຸດສຸມປີ 2026 ຂອງ ອອປສ,ໂດຍພື້ນຖານຄະນະປະຈໍາສະພາແຫ່ງຊາດແມ່ນເຫັນດີເປັນເອກະພາບແຕ່ເພື່ອເຮັດໃຫ້ທິດທາງແຜນການດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດຄະນະປະຈໍາສະພາແຫ່ງຊາດສະເໜີ 7 ທັດສະນະດັ່ງນີ້:

1).ໃຫ້ເປັນເຈົ້າການນໍາພາ-ຊີ້ນໍາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີXII ຂອງພັກ, ມະຕິກອງປະຊຸມໃຫຍ່ອົງຄະນະພັກອົງການໄອຍະການປະຊາຊົນສູງສຸດສະໄຫມທີVI, ມະຕິກອງປະຊຸມສະພາແຫ່ງຊາດຊຸດທີX ແລະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີX ໃຫ້ເປັນທິດທາງແຜນການລະອຽດເພື່ອນໍາພາ-ຊີ້ນໍາອົງການໄອຍະການປະຊາຊົນແຕ່ລະຂັ້ນຈັດຕັ້ງປະຕິບັດໃຫ້ມີປະສິດທິພາບແລະປະສິດທິຜົນ;

2). ສືບຕໍ່ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງຂອງອົງການໄອຍະການປະຊາຊົນແຕ່ລະຂັ້ນທີ່ຍັງບໍ່ທັນສໍາເລັດຕາມແຜນການໃຫ້ສອດຄ່ອງກັບການປັບປຸງກົງຈັກຂອງອົງການປົກຄອງຖິ່ນຕາມລັດຖະທໍາມະນູນປີ 2025; ເອົາໃຈໃສ່ບໍາລຸງສ້າງພະນັກງານໄອຍະການປະຊາຊົນທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຈັນຍາບັນ, ຈັນຍາທາ, ຄວາມຮູ້ຄວາມສາມາດໃຫ້ມີຄຸນນະພາບສູງຂຶ້ນເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກງານມີຄວາມເຂັ້ມງວດເດັດຂາດ,ພ້ອມທັງປະເມີນການປະຕິບັດໜ້າທີ່ຂອງພະນັກງານໄອຍະການປະຊາຊົນແຕ່ລະຂັ້ນຕາມຄໍາຂວັນ 3 ມີ 4 ຮັບປະກັນໃຫ້ມີຄຸນນະພາບແລະໃຫ້ທົບທວນຄືນການກໍານົດຕົວຊີ້ບອກຂອງຄໍາຂວັນດັ່ງກ່າວໃຫ້ສອດຄ່ອງກັບພາລະບົດບາດ, ໜ້າທີ່ແລະຂອບເຂດສິດຂອງອົງການໄອຍະການປະຊາຊົນໃນໄລຍະໃໝ່;

3).ເພີ່ມທະວີການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານໄອຍະການໃຫ້ເປັນລະບົບຕໍ່ເນື່ອງເພື່ອຮັບປະກັນການປະຕິບັດພາລະບົດບາດການສັ່ງຟ້ອງຜູ້ຖືກຫາຂຶ້ນສານແລະຕິດຕາມກວດກາການເຄົາລົບແລະປະຕິບັດກົດໝາຍຂອງອົງການດໍາເນີນຄະດີຕາມຂະບວນຍຸຕິທໍາໃຫ້ມີຄວາມຖືກຕ້ອງຕາມກົດໝາຍ, ສອດຄ່ອງກັບຄວາມເປັນຈິງແລະຮັບປະກັນໃຫ້ມີຄວາມຍຸຕິທໍາ;

4). ເອົາໃຈໃສ່ຕິດຕາມກວດກາການປະຕິບັດກົດໝາຍໃນສະຖານທີ່ກັກຕົວ, ສະຖານທີ່ກັກຂັງ, ສູນດັດສ້າງ, ຄ້າຍດັດສ້າງແລະຮັບປະກັນໃນການຈັບຕົວ, ກັກຕົວ, ການກັກຂັງ, ການປ່ອຍຕົວໃຫ້ຖືກຕ້ອງຕາມກົດໝາຍ;ພ້ອມນັ້ນ, ກໍສຸມໃສ່ແກ້ໄຂບັນຫາການກັກຂັງຜູ້ຖືກຫາແລະນັກໂທດເກີນກໍານົດເວລາຕາມຄໍາຕັດສີນ, ຄໍາພິພາກສາຂອງສານແລະຕາມກົດໝາຍກໍານົດ;

5). ເພີ່ມທະວີການຕິດຕາມກວດກາແລະຊຸກຍູ້ອົງການປະຕິບັດຄໍາຕັດສິນຂອງສານໃນການນໍາເອົາຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດມາປະຕິບັດໃຫ້ຮັບປະກັນຄວາມຖືກຕ້ອງ, ຄົບຖ້ວນແລະທັນກໍານົດເວລາຕາມກົດໝາຍແລະລະບຽບການລວມທັງການປະສານສົມທົບກັບກະຊວງຍຸຕິທໍາແລະພາກສ່ວນກ່ຽວຂ້ອງເພື່ອຄົ້ນຄວ້າຊອກຫາສາເຫດແລະມາດຕະການແກ້ໄຂສະພາບຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແຕ່ບໍ່ສາມາດປະຕິບັດໄດ້ທີ່ຍັງຄ້າງເປັນຈໍານວນຫຼວງຫຼາຍເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ເປັນຮູບປະທໍາດີຂຶ້ນ;

6). ສືບຕໍ່ຄົ້ນຄວ້າປັບປຸງກົນໄກການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໂດຍສະເພາະແມ່ນ 4 ພາກສ່ວນດໍາເນີນຄະດີຕາມຂະບວນຍຸຕິທໍາໃຫ້ແໜ້ນແຟ້ນແລະກົມກຽວ, ຍົກສູງຄວາມຮັບຜິດຊອບການເມືອງຂອງແຕ່ລະພາກສ່ວນເຮັດໃຫ້ການດໍາເນີນຄະດີສອດຄ່ອງຕາມພາລະບົດບາດ, ສິດແລະໜ້າທີ່ຂອງແຕ່ລະພາກສ່ວນເພື່ອຮັບປະກັນໃຫ້ມີຄວາມເປັນເອກະພາບ, ຖືກຕ້ອງຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນແລະກົດໝາຍໃຫ້ດີຂຶ້ນ;

7).ຄົ້ນຄວ້າສ້າງ, ປັບປຸງກົດໝາຍແລະບັນດານິຕິກໍາໃຕ້ກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນເປັນຕົ້ນການຕິດຕາມກວດກາການດໍາເນີນຄະດີແພ່ງທີ່ພົວພັນກັບຜົນປະໂຫຍດຂອງລັດ, ລວມໝູ່, ເດັກແລະບຸກຄົນທີ່ບໍ່ມີຄວາມສາມາດທາງດ້ານການປະພຶດໃຫ້ມີຄວາມສອດຄ່ອງກັບກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງສະບັບປັບປຸງປີ 2024, ພ້ອມທັງຈັດຕັ້ງການໂຄສະນາເຜີຍແຜ່ແນະນໍາໃຫ້ແກ່ພະນັກງານໄອຍະການປະຊາຊົນແຕ່ລະຂັ້ນລວມທັງຄູ່ຄວາມແລະຜູ້ເຂົ້າຮ່ວມໃນການດໍາເນີນຄະດີໄດ້ຮັບຮູ້ແລະເຂົ້າໃຈສິດ, ພັນທະ, ຂັ້ນຕອນຂອງການເນີນຄະດີໃຫ້ເລິກເຊິ່ງແລະທົ່ວເຖິງ.

(ຂ່າວ: ສຸກສະຫວັນ, ພາບ: ບຸນຕອມ)

ຄໍາເຫັນ

ຂ່າວການເມືອງ

ຜົນສຳເລັດການພິຈາລະນາວຽກງານຂອງລັດຖະບານ

ຜົນສຳເລັດການພິຈາລະນາວຽກງານຂອງລັດຖະບານ

ໃນວັນທີ 11 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດຖະແຫຼງຂ່າວຜົນສໍາເລັດການພິຈາລະນາວຽກງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 5 ປີ ຄັ້ງທີ IX (2021-2025) ແລະ ປີ 2025 ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະແຜນປີ 2026 ແລະ ບົດລາຍງານສະຫຼຸບການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX (ລະຫວ່າງວັນທີ 10 ຫາ 21ພະຈິກ 2025).
ເນັ້ນຄໍາເຫັນເຈາະຈີ້ມ ໃນການປະກອບຄໍາເຫັນ ຕໍ່ ສປສສ ແລະ ອອປສ

ເນັ້ນຄໍາເຫັນເຈາະຈີ້ມ ໃນການປະກອບຄໍາເຫັນ ຕໍ່ ສປສສ ແລະ ອອປສ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 17 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໃນນາມປະທານກອງປະຊຸມຂອງວາລະດັ່ງກ່າວ ໄດ້ມີບາງຄໍາເຫັນເຈາະຈີ່ມ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030), ປະຈໍາປີ 2026 ຂອງ ສານປະຊາຊົນສູງສຸດ (ສປສສ) ແລະ ຂອງອົງການໄອຍະການປະຊາຊົນສູງສຸດ (ອອປສ) ຊຶ່ງໄດ້ມີຄໍາເຫັນດັ່ງນີ້:
ຄະນະປະຈໍາສະພາແຫ່ງຊາດ ສະເໜີ 6 ຄໍາຄິດເຫັນ ຕໍ່ ສປສສ

ຄະນະປະຈໍາສະພາແຫ່ງຊາດ ສະເໜີ 6 ຄໍາຄິດເຫັນ ຕໍ່ ສປສສ

ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການຍຸຕິທໍາ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ມີຄໍາເຫັນຕໍ່ບົດລາຍງານຂອງສານປະຊາຊົນສູງສຸດ (ສປສສ) ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໂດຍໄດ້ຕີລາຄາສູງຕໍ່ຜົນສໍາເລັດ ແລະ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ສະເໜີ 6 ຄໍາຄິດເຫັນ ເພື່ີອເຮັດໃຫ້ແຜນການຕໍ່ໜ້າຂອງ ສປສສ ໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດ.
ອອປສ ມີຫຼາຍວຽກງານພົ້ນເດັ່ນ ໃນ 5 ປີຜ່ານມາ

ອອປສ ມີຫຼາຍວຽກງານພົ້ນເດັ່ນ ໃນ 5 ປີຜ່ານມາ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງ ອອປສ ຊຶ່ງໃນນີ້ ກໍໄດ້ລາຍງານຫຼາຍວຽກງານພົ້ນເດັ່ນຂອງການຈັດຕັ້ງປະຕິບັດໃນໄລຍະ 5 ປີຜ່ານມາ ໂດຍສະເພາະ ການຕິດຕາມກວດກາການປະຕິບັດກົດໝາຍແລະສັ່ງຟ້ອງຜູ້ຖືກຫາຂຶ້ນສານ.
ຄະນະບໍລິຫານງານພັກແຂວງວຽງຈັນ ຈັດກອງປະຊຸມຄົບຄະນະຄັ້ງທີ 2 ສະໄໝທີ Vll.

ຄະນະບໍລິຫານງານພັກແຂວງວຽງຈັນ ຈັດກອງປະຊຸມຄົບຄະນະຄັ້ງທີ 2 ສະໄໝທີ Vll.

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ຄັ້ງທີ 2 ສະໄໝທີ Vll ຈັດຂຶ້ນໃນວັນທີ 17 ພະຈິກນີ້ ທີ່ຫ້ອງປະຊຸມຊັ້ນ3 ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຕາງໜ້າຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມ.
ຈະປັບປຸງ ກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ

ຈະປັບປຸງ ກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ

ໃນການຂຶ້ນຊີ້ແຈງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ; ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ຊີ້ແຈງກ່ຽວກັບກົນໄກ ແລະ ວິທີການຕ່າງໆ ໃນການຕິດຕາມ, ຊຸກຍູ້ການແກ້ໄຂຜົນການກວດສອບ ຊຶ່ງໃນນີ້ ກໍໄດ້ຊີ້ແຈງກ່ຽວກັບຂໍ້ສະເໜີຂອງສະມາຊິກສະພາແຫ່ງຊາດ ໃຫ້ມີການປັບປຸງກົດໝາຍວ່າດ້ວຍການກວດສອບແຫ່ງລັດກ່ຽວກັບການເພີ່ມພາລະບົດບາດ, ສິດຂອງອົງການກວດສອບແຫ່ງລັດໃນການແກ້ໄຂຜົນການກວດສອບໃຫ້ຈະແຈ້ງແລະເຂັ້ມງວດຂຶ້ນ.
ຊີ້ແຈງການເກັບກູ້ຊັບສິນຄືນໃຫ້ລັດ ຍັງເຮັດໄດ້ໜ້ອຍ ພ້ອມສະເໜີບາງທິດທາງແກ້ໄຂ

ຊີ້ແຈງການເກັບກູ້ຊັບສິນຄືນໃຫ້ລັດ ຍັງເຮັດໄດ້ໜ້ອຍ ພ້ອມສະເໜີບາງທິດທາງແກ້ໄຂ

ໃນວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ, ທ່ານ ສຸກຄຳເພັດ ເຮືອງບຸດສີ ຮອງປະທານກວດກາສູນກາງພັກ ໄດ້ຂຶ້ນຊີ້ແຈງຫຼາຍຂໍ້ຊັກຖາມ ໃນການປະກອບຄໍາຄິດເຫັນຂອງຄະນະປະຈໍາສະພາແຫ່ງຊາດແລະບັນດາທ່ານສສຊທີ່ໄດ້ຍົກຂຶ້ນຕໍ່ກັບວຽກງານຂອງອົງການກວດກາແຫ່ງລັດໃນໄລຍະຜ່ານມາແລະບັນດາຂໍ້ສະເໜີໃຫ້ກັບວຽກງານກວດກາໃນຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ. ໃນນີ້, ກໍໄດ້ຊີ້ແຈງກ່ຽວກັບການກວດພົບເຫັນຫຼາຍເປົ້າໝາຍກວດກາແລ້ວ, ແຕ່ການເກັບກູ້ຊັບສິນຄືນໃຫ້ລັດ ຍັງເຮັດໄດ້ໜ້ອຍ ແມ່ນຍ້ອນຫຼາຍປັດໄຈ.
ຄວາມຄືບໜ້າ 4 ມາດຕະການ ແກ້ໄຂຜົນການກວດສອບ-ກວດກາ ທີ່ກ່ຽວຂ້ອງກັບ ທຫລ

ຄວາມຄືບໜ້າ 4 ມາດຕະການ ແກ້ໄຂຜົນການກວດສອບ-ກວດກາ ທີ່ກ່ຽວຂ້ອງກັບ ທຫລ

ທ່ານ​ນາງ​ບຸນຄໍາວໍລະຈິດຜູ້ວ່າການ​ທະນາຄານ​ແຫ່ງ​ສປປ​ລາວ​(ທຫລ) ໄດ້ຂຶ້ນຊີ້ແຈງກ່ຽວກັບຄວາມຄືບໜ້າ, ຂໍ້ຫຍຸ້ງຍາກ ແລະ ທິດທາງມາດຕະການແກ້ໄຂໃນຕໍ່ໜ້າ ໃນການຈັດຕັ້ງປະຕິບັດ 4 ມາດຕະການທີ່ເປັນຄວາມຮັບຜິດຊອບຂອງ ທຫລຕາມມະຕິສະພາແຫ່ງຊາດສະບັບເລກທີ 140/ ສພຊ, ລົງວັນທີ 11 ທັນວາ 2024 ການແກ້ໄຂຜົນການກວດສອບ-ກວດກາ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ.
ຊີ້ແຈງການຫັກລົບມູນຄ່າໜ້າວຽກໂຄງການບໍ່ໄດ້ຈັດຕັ້ງປະຕິບັດ ແລະ ໂຄງການນອກແຜນ

ຊີ້ແຈງການຫັກລົບມູນຄ່າໜ້າວຽກໂຄງການບໍ່ໄດ້ຈັດຕັ້ງປະຕິບັດ ແລະ ໂຄງການນອກແຜນ

ກະຊວງການເງິນ ໄດ້ຕາງໜ້າລັດຖະບານ ຊີ້ແຈງເພີ່ມຕື່ມໃນຫຼາຍບັນຫາ ຕາມແຈ້ງການຂອງຄະນະເລຂາທິການສະພາແຫ່ງຊາດ ສະບັບເລກທີ 430/ຄລສ.ລຂ, ລົງວັນທີ 14 ພະຈິກ 2025 ໂດຍສະເພາະແມ່ນການແກ້ໄຂຜົນການກວດກາຂອງອົງການກວດກາແຫ່ງລັດ ແລະ ຜົນການກວດສອບຂອງອົງການກວດສອບແຫ່ງລັດ; ໃນນີ້, ກໍໄດ້ຊີ້ແຈງກ່ຽວກັບຜົນການກວດກາແຫ່ງລັດ ຕາມມະຕິ 139/ສພຊ ກໍຄືການແກ້ໄຂຜົນການກວດກາ ໄລຍະ 2021-2025 ທີ່ຍັງຄ້າງ ແລະ ແກ່ຍາວຜ່ານມາ 5 ບັນຫາຕົ້ນຕໍ ຊຶ່ງໃນນັ້ນ ກໍໄດ້ຊີ້ແຈງການຫັກລົບມູນຄ່າໜ້າວຽກໂຄງການທີ່ບໍ່ໄດ້ຈັດຕັ້ງປະຕິບັດ, ໂຄງການນອກແຜນ; ພ້ອມດຽວກັນ, ກໍໄດ້ສະເໜີທິດທາງໃນຕໍ່ໜ້າ ຕໍ່ກັບການສືບຕໍ່ແກ້ໄຂບັນຫາດັ່ງກ່າວ.
ອົງການກວດກາແຫ່ງລັດຈະສືບຕໍ່ກວດກາຄືນຫຼາຍໂຄງການ

ອົງການກວດກາແຫ່ງລັດຈະສືບຕໍ່ກວດກາຄືນຫຼາຍໂຄງການ

ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ປະຈໍາປີ 2026 ຂອງອົງການກວດກາແຫ່ງລັດ; ລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2023 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ