ສານຂອງ ສະຫາຍ ພົ.ອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດວັນທີ 12 ຕຸລາ 2001-12 ຕຸລາ 2023 ຄົບຮອບ 22 ປີ

ສານຂອງ ສະຫາຍ ພົ.ອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດວັນທີ 12 ຕຸລາ 2001-12 ຕຸລາ 2023 ຄົບຮອບ 22 ປີ
ປະຊາຊົນລາວບັນດາເຜົ່າ; ບັນດາສະຫາຍໃນອົງການຈັດຕັ້ງພັກ, ລັດຖະບານ; ບັນດາທ່ານໃນອົງການ ຈັດຕັ້ງເອກະຊົນ, ອົງການຈັດຕັ້ງສາກົນ, ຊາວຕ່າງດ້າວທີ່ເຂົ້າມາດຳເນີນທຸລະກິດ, ດຳລົງຊີວິດຢູ່ສປປລາວທີ່ນັບຖືແລະ ຮັກແພງ !.
ຂ້າພະເຈົ້າ ຕາງໜ້າໃຫ້ລັດຖະບານ ກໍຄືຄະນະຮັບຜິດຊອບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ໃນນາມສ່ວນຕົວ ຂໍນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ຄວາມສາ ມັກຄີຮັກແພງອັນສະໜິດສະໜົມມາຍັງພໍ່ແມ່ປະຊາຊົນ ເພື່ອນມິດສະຫາຍ ນາຍ ແລະ ພົນທະຫານ ນາຍ ແລະ ພົນຕຳຫຼວດ ແລະ ພະນັກງານ-ລັດຖະກອນໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 22 ປີ (12 ຕຸລາ 2001-12 ຕຸລາ 2023) ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງໃນມື້ນີ້ ຊຶ່ງຈະເປັນໂອກາດທີ່ດີໃຫ້ພວກເຮົາໄດ້ສະຫຼຸບຜົນງານ, ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານກວດກາ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໂດຍສະເພາະການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະໜຶ່ງປີທີ່ຜ່ານມາ.
ເປັນທີ່ຊາບກັນແລ້ວວ່າ: ສະພາບບັນຫາຢາເສບຕິດໄດ້ຂະຫຍາຍເປັນວົງກວ້າງໄປທົ່ວໂລກ ມັນໄດ້ເພີ່ມຄວາມເປັນອັນຕະລາຍຮ້າຍແຮງຂຶ້ນກວ່າເກົ່າ ຊຶ່ງໄດ້ຕິດພັນເຊື່ອມໂຍງກັບການກໍ່ການຮ້າຍ, ອາຊະຍາກໍາຂ້າມຊາດ, ການຟອກເງິນ ແລະ ອາຊະຍາກໍາທີ່ໃຊ້ກຳລັງຮຸນແຮງຕ່າງໆ ທີ່ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ ກາຍເປັນໄພຂົ່ມຂູ່ຕໍ່ສະພາບການພັດທະນາເສດຖະກິດ-ວັດທະນະທຳ-ສັງຄົມ ກໍຄືສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງໃນພາກພື້ນກໍຄືບັນດາປະຊາຊາດໃນທົ່ວໂລກ.
ສປປ ລາວ ມີທີ່ຕັ້ງພູມສາດໃນອານຸພາກພື້ນລຸ່ມແມ່ນໍ້າຂອງ, ມີຊາຍແດນຕິດກັບຫຼາຍປະເທດ; ສປປ ລາວ ໄດ້ເປີດກວ້າງການພົວພັນຮ່ວມມືກັບພາກພື້ນ ແລະ ສາກົນ ຕາມທິດເຊື່ອມໂຍງ, ເຊື່ອມຈອດກັບບັນດາປະເທດ ຊຶ່ງເປັນເງື່ອນໄຂໃຫ້ລາວກາຍເປັນທາງຜ່ານໃນການລັກລອບ, ຄ້າຂາຍ, ຂົນສົ່ງຢາເສບຕິດ ແລະ ສານເຄມີຕົ້ນທີ່ເປັນສ່ວນປະສົມໃນການຜະລິດຢາເສບຕິດ.
ສະພາບບັນຫາຢາເສບຕິດຢູ່ ສປປ ລາວ ໄດ້ແຜ່ລະບາດເປັນວົງກວ້າງ, ແຕ່ຕົວເມືອງໄປສູ່ຊົນນະບົດໃນຫຼາຍລະດັບທີ່ແຕກຕ່າງກັນ; ໄດ້ກາຍເປັນສາເຫດພາໃຫ້ເກີດບັນຫາປະກົດການຫຍໍ້ທໍ້ ແລະ ອາຊະຍາກໍາປະເພດຕ່າງໆ; ຈໍານວນຄະດີຢາເສບຕິດ, ຜູ້ຖືກຫາ, ນັກໂທດ, ຜູ້ຕິດຢາເສບຕິດ ແລະ ຈໍານວນຢາເສບຕິດແຕ່ລະປະເພດທີ່ຍຶດ ແລະ ຈັບໄດ້ເພີ່ມຂຶ້ນຢ່າງໜ້າເປັນຫ່ວງໃນແຕ່ລະປີ; ເລ່ຫຼ່ຽມການເຄື່ອນໄຫວຂົນສົ່ງ, ຄ້າຂາຍ, ຜະລິດຢາເສບຕິດມີລັກສະນະເລິກແລບແນບນຽນດ້ວຍຫຼາຍວິທີການ, ຮູບການທີ່ສະລັບສັບຊ້ອນ; ມີການຈັດຕັ້ງເຄື່ອນໄຫວເປັນກຸ່ມເຄືອຂ່າຍແໜ້ນໜາ, ເຊື່ອມໂຍງທັງພາຍໃນ ແລະ ຕ່າງປະເທດ; ນໍາໃຊ້ພາຫະນະ ແລະ ອຸປະກອນທີ່ທັນສະໄໝ, ມີອາວຸດກຽມພ້ອມຕອບໂຕ້ກັບເຈົ້າໜ້າທີ່ຂອງພວກເຮົາ.
ຍ້ອນເຫັນໄດ້ເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນຕົວຈິງ ໃນການແກ້ໄຂບັນຫາດັ່ງກ່າວໃຫ້ເດັດຂາດ, ໂປ່ງໃສ, ເປັນມືອາຊີບ; ໃນປີຜ່ານມາ, ກະຊວງປ້ອງກັນຄວາມສະຫງົບ ໃນນາມອົງການເສນາທິການໃຫ້ສູນກາງພັກ, ລັດຖະບານໄດ້ນຳພາ, ຊີ້ນໍາການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ 2021-2023 ຢ່າງຈົດຈໍ່ຕະຫຼອດມາ; ມາຮອດນະເວລານີ້ ແມ່ນເປັນໄລຍະທ້າຍຂອງການຈັດຕັ້ງປະຕິບັດວາລະດັ່ງກ່າວ ຊຶ່ງໄດ້ສຸມໃສ່ 6 ວຽກຈຸດສຸມຂອງວາລະ; ທຸກຂະແໜງການທີ່ກ່ຽວຂ້ອງແມ່ນໄດ້ຈັດຕັ້ງຜັນຂະ ຫຍາຍຢ່າງເປັນຂະບວນຟົດຟື້ນ ແລະ ເຂົ້າສູ່ຊີວິດຕົວຈິງ; ໂດຍສະເພາະວຽກງານສ້າງຄວາມຮັບຮູ້ທົ່ວສັງຄົມດ້ວຍການປູກຈິດສຳນຶກ, ສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ ຜົນຮ້າຍຂອງຢາເສບຕິດ, ບັນດາກິດຈະກຳປິ່ນອ້ອມທີ່ສະແດງເຖິງຜົນຮ້າຍຂອງຢາເສບຕິດຢ່າງກວ້າງຂວາງ, ຕໍ່ເນື່ອງ ພິເສດແມ່ນໃນກຸ່ມນັກຮຽນ, ນັກສຶກສາ, ຊາວໜຸ່ມ, ໄວໜຸ່ມ ແລະ ປະຊາຊົນລາວບັນດາເຜົ່າ ຈຶ່ງເຫັນໄດ້ວ່າພົນລະເມືອງລາວສ່ວນຫຼາຍແມ່ນມີຄວາມຮັບຮູ້ເຂົ້າໃຈຢ່າງຖືກຕ້ອງຕໍ່ກັບພິດໄພ, ຜົນຮ້າຍ ແລະ ຄວາມເປັນອັນຕະລາຍຂອງຢາເສບຕິດ; ພ້ອມນີ້ໄດ້ສ້າງຄວາມເຂັ້ມແຂງໃຫ້ທົ່ວສັງຄົມ ໂດຍການເຮັດໃຫ້ທົ່ວສັງຄົມຕື່ນຕົວເຂົ້າຮ່ວມສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເປັນຕົ້ນ: ສະຖາບັນຄອບຄົວ, ບ້ານ, ຊຸມຊົນ, ພາກລັດ, ພາກເອກະຊົນໄດ້ມີສ່ວນຮ່ວມຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ທຸກພາກສ່ວນ, ທຸກໜ່ວຍງານທີ່ກ່ຽວຂ້ອງ ກໍໄດ້ເອົາໃຈໃສ່ໃກ້ຊິດ, ແທດເຖິງຮາກຖານປະຊາຊົນ; ດ້ວຍການນໍາພາ-ຊີ້ນໍາເຮັດຕົວຈິງໃນຫຼາຍວິທີ ທີ່ເປັນລະບົບ; ນອກນັ້ນ, ພວກເຮົາ ຍັງໄດ້ເອົາໃຈໃສ່ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ບັນດາຄອບຄົວຂອງປະຊາຊົນບັນດາເຜົ່າຢູ່ເຂດຫ່າງໄກ,ຫັນໄປປະກອບອາຊີບທີ່ໝັ້ນຄົງ, ຖືກກົດໝາຍດ້ວຍການປູກພືດທົດແທນ ພືດທີ່ມີສານເສບຕິດ; ສົ່ງເສີມການລ້ຽງ ສັດ, ປູກພືດຜັກເປັນສິນຄ້າເພື່ອຈຳໜ່າຍພາຍໃນ ແລະ ສົ່ງອອກຂາຍຕ່າງປະເທດ. ສໍາລັບຜູ້ຖືກເຄາະຮ້າຍຈາກຢາເສບຕິດ ແມ່ນໄດ້ຮັບການບຳບັດປິ່ນປົວ, ຟື້ນຟູຢູ່ໃນສູນປິ່ນປົວ ແລະ ໂຮງໝໍຊຸມຊົນຂອງລັດໄດ້ຢ່າງມີປະສິດທິ ພາບດີພໍສົມຄວນ ແລະ ລັດຖະບານກໍໄດ້ມີທິດປັບປຸງ, ຂະຫຍາຍໂຮງໝໍຊຸມຊົນເພື່ອເປັນບ່ອນໃຫ້ຄໍາປຶກສາ, ປິ່ນ ປົວເຮັດໃຫ້ຜູ້ເຄາະຮ້າຍເຫຼົ່ານັ້ນໄດ້ກັບຄືນ ເປັນຄົນທີ່ມີຄຸນຄ່າໃນສັງຄົມ; ຄຽງຄູ່ກັນນັ້ນ, ລັດຖະບານຍັງໄດ້ສຸມໃສ່ ໃຫ້ທຸກພາກສ່ວນຮ່ວມກັນປະຕິບັດວຽກງານ 3 ສ້າງຕິດພັນກັບການສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາ ໂດຍໄດ້ສ້າງບ້ານ, ໂຮງຮຽນ, ກົມກອງ, ຫົວໜ່ວຍການຜະລິດ, ບໍລິການທັງພາກລັດ ແລະ ເອກະຊົນ ຢູ່ທ້ອງຖິ່ນຕ່າງໆ ໃຫ້ປອດຈາກຢາເສບຕິດ; ໄດ້ເອົາໃຈໃສ່ໃຫ້ຄວາມສໍາຄັນຕໍ່ການປະຕິບັດມາດຕະການດ້ານກົດໝາຍຕໍ່ຜູ້ກະທຳຜິດ;ສະເພາະໃນປີນີ້, ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ສາມາດສະກັດກັ້ນ ແລະ ຕ້ານຢາເສບຕິດໄດ້ຫຼາຍກໍລະນີ. ໄດ້ເພີ່ມທະວີຄວາມເປັນເຈົ້າການໃນການຕິດຕາມ, ກວດກາ ແລະ ແກ້ໄຂບັນຫາດັ່ງກ່າວຢ່າງຕັ້ງໜ້າ ໂດຍໄດ້ມ້າງຄະດີ, ຢຶດຢາເສບຕິດ, ຢຶດອາວຸດເສິກ, ຢຶດຊັບສິນ, ວັດຖຸຂອງກາງ, ສານເຄມີຕ່າງໆທີ່ພວກກຸ່ມຄົນບໍ່ດີນໍາມາຜະ ລິດເປັນຢາເສບຕິດ. ທີ່ສຳຄັນສາມາດຈັບກຸມຜູ້ກະທໍາຜິດມາດຳເນີນຄະດີຕາມລະບຽບກົດໝາຍ.
ພັກ-ລັດຖະບານ ຍັງໄດ້ເອົາໃຈໃສ່ເພີ່ມທະວີການຮ່ວມມືກັບພາກພື້ນ ແລະ ສາກົນ. ໃນເດືອນສິງຫາ 2023 ຜ່ານມາ, ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດຄັ້ງທີ 8 ທີ່ນະຄອນຫຼວງວຽງຈັນ ຊຶ່ງສະແດງໃຫ້ເຫັນວ່າບັນດາປະເທດໃນທົ່ວໂລກ ໄດ້ຖືເອົາວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ເປັນວຽກງານທີ່ສໍາຄັນ ທີ່ຈະພ້ອມກັນແກ້ໄຂໃຫ້ມີຜົນສໍາເລັດຢ່າງເປັນຮູບປະທຳ. ບັນດາປະເທດໄດ້ຕົກລົງເຫັນດີເປັນເອກະພາບຮ່ວມກັນ, ໂດຍສະເພາະແມ່ນໄດ້ຢືນຢັນຄືນຄຳໝັ້ນສັນຍາຢ່າງແຂງແຮງໃນການແກ້ໄຂບັນຫາຢາເສບຕິດຂອງບັນດາລັດຖະມົນຕີອາຊຽນຮັບຜິດຊອບວຽກງານດັ່ງກ່າວ ເພື່ອເຮັດໃຫ້ອາຊຽນປອດຢາເສບຕິດ ໂດຍສອດຄ່ອງກັບລະບຽບກົດໝາຍຂອງແຕ່ລະປະເທດສະມາຊິກອາຊຽນ.
ປະຊາຊົນລາວບັນດາເຜົ່າທີ່ຮັກແພງ !.
ປັດຈຸບັນ, ການຄ້າຂາຍ, ຂົນສົ່ງ, ມີຢາເສບຕິດໄວ້ໃນຄອບຄອງ ໄດ້ກາຍເປັນຂະບວນການຂ້າມຊາດ; ເຖິງວ່າຫຼາຍປະເທດໄດ້ເພີ່ມທະວີມາດຕະການທາງກົດໝາຍທີ່ເດັດຂາດ, ໂປ່ງໃສ, ເປັນມືອາຊີບ, ມີຄວາມພະຍາຍາມ ໃນການສະກັດກັ້ນ ແລະ ແກ້ໄຂບັນຫານີ້ຢ່າງຕໍ່ເນື່ອງປານໃດກໍຕາມ, ແຕ່ບັນຫາດັ່ງກ່າວຢູ່ພາກພື້ນ ກໍຄືຢູ່ໃນໂລກຍັງມີທ່າອ່ຽງ ແລະ ຄວາມຮຸນແຮງຂຶ້ນຢ່າງໜ້າເປັນຫ່ວງ; ສໍາລັບຢູ່ ສປປ ລາວ, ການເສບ, ການຄ້າຂາຍ, ຂົນສົ່ງຢາເສບຕິດໄດ້ລະບາດ, ແຜ່ລາມຈາກຕົວເມືອງໄປສູ່ເຂດຊົນນະບົດ, ຈາກທົ່ງພຽງຂຶ້ນສູ່ພູດອຍຫ່າງໄກສອກຫຼີກ;ປັດຈຸບັນຢູ່ຫຼາຍທ້ອງຖິ່ນໄດ້ມີຊາວໜຸ່ມ, ເຍົາວະຊົນ, ນັກຮຽນ, ນັກສຶກສາ, ກຳມະກອນຢູ່ຕາມໂຮງຈັກໂຮງງານ ແລະ ຊາວໄຮ່ນາຈຳນວນບໍ່ໜ້ອຍໄດ້ຕົກເປັນທາດຂອງຢາເສບຕິດ; ຈໍານວນຜູ້ໄດ້ຮັບເຄາະຮ້າຍສ່ວນໜຶ່ງໄດ້ພາກັນສ້າງຄວາມສັບສົນວຸ້ນວາຍ, ກໍ່ໃຫ້ເກີດມີສິ່ງຫຍໍ້ທໍ້ຕ່າງໆພາຍໃນຄອບຄົວ ກໍຄືຢູ່ຊຸມຊົນ, ເກີດມີການຂີ້ລັກງັດແງະ, ປຸ້ນຈີ່, ຊີງຊັບ, ຄາດຕະກຳ, ລັກພາຕົວ, ຄ້າໂສເພນີ, ລະເມີດກົດຈາລະຈອນພາໃຫ້ເກີດອຸບັດເຫດຕາມທ້ອງຖະ ໜົນຫຼວງ, ກໍ່ອາລະວາດຜິດຖຽງຕີກັນ ແລະ ອື່ນໆ. ດັ່ງນັ້ນ, ເພື່ອສະກັດກັ້ນບໍ່ໃຫ້ບັນຫາຢາເສບຕິດ ທີ່ເປັນຕົ້ນເຫດ ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມ ແລະ ເພີ່ມຄວາມຮຸນແຮງຂຶ້ນນັ້ນ. ໃນຕໍ່ໜ້າ, ຂ້າພະເຈົ້າຂໍສະເໜີມາຍັງກະຊວງ, ອົງການ ແລະ ທ້ອງຖິ່ນຂັ້ນຕ່າງໆ ຈົ່ງໄດ້ໃຫ້ຄວາມຮ່ວມມື ແລະ ເອົາໃຈໃສ່ບາງບັນຫາດັ່ງນີ້:
ໜຶ່ງ: ໃຫ້ຖືເອົາວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ເປັນພັນທະ, ເປັນໜ້າທີ່ຂອງທຸກພາກສ່ວນນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ. ພ້ອມທັງກໍານົດເອົາວຽກງານດັ່ງກ່າວເຂົ້າເປັນວຽກຈຸດສຸມໜຶ່ງ ທີ່ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນດ້ວຍການສືບຕໍ່ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະທ້າຍ ທັງຈັດຕັ້ງສະຫຼຸບ, ຕີລາຄາປະເມີນຜົນຂອງການຈັດຕັ້ງປະຕິບັດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ສອງ: ເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານໂຄສະນາ, ສຶກສາອົບຮົມ, ສ້າງຄວາມຮັບຮູ້ໃນທົ່ວສັງຄົມໃຫ້ກວ້າງຂວາງດ້ວຍຫຼາຍຮູບການ ເພື່ອປູກຈິດສຳນຶກໃຫ້ປະຊາຊົນລາວທຸກຊັ້ນຄົນໂດຍສະເພາະແມ່ຍິງ, ຊາວໜຸ່ມ, ເຍົາວະຊົນເຫັນໄດ້ເຖິງຜິດໄພ, ຜົນຮ້າຍຂອງຢາເສບຕິດ; ຮັບຮູ້, ເຂົ້າໃຈລະບຽບກົດໝາຍທີ່ພົວພັນກັບຢາເສບຕິດ; ປຸກລະດົມຂົນຂວາຍໃຫ້ເຂົາເຈົ້າເຂົ້າໃຈ, ຕື່ນຕົວ, ສະໝັກໃຈ ແລະ ມີສ່ວນຮ່ວມໃນວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ.
ສາມ: ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງ ເພື່ອຟື້ນຟູຕໍ່ຜູ້ຖືກເຄາະຮ້າຍ, ວຽກງານບຳບັດປິ່ນປົວ, ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບເພື່ອໃຫ້ເຂົາເຈົ້າມີສຸຂະພາບແຂງແຮງດີຂຶ້ນເປັນປົກກະຕິ, ກັບຄືນສູ່ຄວາມອົບອຸ່ນຂອງຄອບຄົວ ແລະ ສັງຄົມ.
ສີ່: ສຸມໃສ່ການປະຕິບັດມາດຕະການທາງກົດໝາຍທີ່ມີຄວາມເດັດຂາດ, ໂປ່ງໃສ, ເປັນມືອາຊີບ; ສືບຕໍ່ສ້າງປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ລວມທັງການສ້າງຄວາມເຂັ້ມແຂງໃນວຽກງານຄວບຄຸມ, ສະກັດກັ້ນແລະ ຕ້ານຢາເສບຕິດໃຫ້ບຸກຄະລາກອນ, ຂະແໜງການທີ່ກ່ຽວຂ້ອງ, ກົງຈັກຂັ້ນສູນກາງ ແລະ ທ້ອງຖິ່ນ ຮັບປະ ກັນໃຫ້ການແກ້ໄຂບັນຫາຢາເສບຕິດໄດ້ຮັບການຈັດຕັ້ງປະຕິບັດ, ມີປະສິດທິພາບ ແລະ ບັນລຸຄາດໝາຍທີ່ວາງໄວ້.
ຫ້າ: ສຸມໃສ່ປັບປຸງກົງຈັກກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ເປັນລະບົບ, ມີຄວາມເປັນເອກະພາບໃນທົ່ວປະເທດ, ສາມາດສະໜອງງົບປະມານຮັບໃຊ້ວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດໄດ້ໃນລະດັບໃດໜຶ່ງທີ່ແນ່ນອນ.
ຫົກ: ເອົາໃຈໃສ່ຕິດຕາມ, ກວດກາ ແລະ ສຶກສາອົບຮົມປະຊາຊົນບໍ່ໃຫ້ລັກລອບປູກພືດທີ່ມີສານເສບຕິດ; ຊຸກຍູ້, ສົ່ງເສີມ ແລະ ຊ່ວຍເຫຼືອໃຫ້ເຂົາເຈົ້າໄດ້ມີເງື່ອນໄຂຫັນໄປປະກອບອາຊີບອື່ນທີ່ໝັ້ນຄົງ ແທນການປູກພືດທີ່ມີສານເສບຕິດທີ່ຜິດກົດໝາຍ ພ້ອມທັງໃຫ້ດຳເນີນມາດຕະການດ້ານກົດໝາຍຢ່າງເດັດຂາດ, ໂປ່ງໃສ, ເປັນມືອາຊີບຕໍ່ຜູ້ກະທຳຜິດ.
ເຈັດ: ເພີ່ມທະວີການພົວພັນຮ່ວມມືກັບພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາການສະໜັບສະໜູນ,
ການແບ່ງປັນ, ການປະກອບສ່ວນເຂົ້າໃນການປູກພືດທົດແທນ ແລະ ການສະໜອງຂໍ້ມູນທີ່ຈໍາເປັນ ລວມທັງປະສານງານໃນການຕ້ານການລັກລອບຄ້າຂາຍ, ລຳລຽງຂົນສົ່ງເຂົ້າ-ອອກຢາເສບຕິດ ແລະ ສານເຄມີຕົ້ນຕາມບໍລິເວນຊາຍແດນ.
ນະໂອກາດວັນແຫ່ງຊາດຕ້ານຢາເສບຕິດປີນີ້, ຕາງໜ້າໃຫ້ສູນກາງພັກ, ລັດຖະບານ ກໍຄືຄະນະຮັບຜິດຊອບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ. ຂ້າພະເຈົ້າຂໍສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດໃຈຕໍ່ເຈົ້າໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງທັງຢູ່ສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍປະຊາຊົນບັນດາເຜົ່າໃນທົ່ວປະເທດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢ່າງຂຸ້ນຂ້ຽວ ແລະ ຕັ້ງໜ້າ. ພ້ອມກັນນີ້, ຂໍສະ ແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ຜູ້ປະກອບການທັງພາກລັດ ແລະ ເອກະຊົນ, ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການສະໜັບສະໜູນ, ອູ້ມຊູຊ່ວຍເຫຼືອທາງດ້ານທຶນຮອນ, ວັດຖຸອຸປະກອນຮັບໃຊ້ໃຫ້ແກ່ວຽກງານກວດກາ ແລະ ຄວບຄຸມຢາເສບຕິດຢູ່ ສປປ ລາວ ດ້ວຍດີຕະຫຼອດມາ ແລະ ຫວັງວ່າ ສປປ ລາວ ຈະໄດ້ຮັບການສະໜັບສະໜູນຊ່ວຍເຫຼືອດັ່ງກ່າວຕໍ່ໄປອີກໃນອະນາຄົດ.
(ຂໍຂອບໃຈ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV

ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV

ກອງປະຊຸມ ສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV ໄດ້ໄຂຂຶ້ນໃນ ວັນທີ 29 ທັນວານີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເປັນປະທານຂອງທ່ານ ແດງ ປະທຸມທອງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18 ປະທານສະພາປະຊາຊົນ ແຂວງໄຊສົມບູນ, ເປັນກຽດເຂົ້າຮ່ວມຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ, ມີບັນດາການນຳພັກ-ລັດ ຂັ້ນແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18, ພ້ອມດ້ວຍ ນັກປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ ແລະ ນັກທຸລະກິດ ເຂົ້າຮ່ວມ.
ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ