ສັນລະເສີນບົດບາດການນໍາພາຂອງພັກຕໍ່ກໍາລັງປະກອບອາວຸດ

ສັນລະເສີນບົດບາດການນໍາພາຂອງພັກຕໍ່ກໍາລັງປະກອບອາວຸດ

ສັນລະເສີນບົດບາດການນໍາພາຂອງພັກຕໍ່ກໍາລັງປະກອບອາວຸດ
ໂດຍ: ສ.ບຸດປະຊາ ທ່າມກາງບັນຍາກາດ ທີ່ເຕັມໄປດ້ວຍຄວາມຮູ້ສຶກເປັນກຽດຢ່າງສູງແລະພາກພູມໃຈເປັນຢ່າງຍິ່ງໃນການເຂົ້າຮ່ວມພິທີໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955 – 22 ມີນາ 2025)

ທີ່ຈັດຂຶ້ນເມື່ອວັນທີ 22 ມີນາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ; ສະຫາຍ ພົນໂທ ແສງນວນ ໄຊຍະລາດ ອະດີດຄະນະເລຂາທິການສູນກາງພັກອະດີດລັດຖະມົນຕີກະຊວງປ້ອງກັນປະເທດປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ຕາງໜ້າກຳລັງປະກອບອາວຸດ ຂຶ້ນກ່າວສະແດງຄວາມຮູ້ສຶກ ໂດຍໄດ້ກ່າວ “ສັນລະເສີນບົດບາດການນໍາພາຂອງພັກ ຕໍ່ກໍາລັງປະກອບອາວຸດ”.

ສະຫາຍ ພົນໂທ ແສງນວນ ໄຊຍະລາດ ກ່າວວ່າ: ຂ້າພະເຈົ້າມີຄວາມຮູ້ສຶກເປັນກຽດຢ່າງສູງແລະພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຮັບໂອກາດມາຮ່ວມແລະໄດ້ຮັບອະນຸຍາດໃຫ້ຕາງໜ້າກໍາລັງປະກອບອາວຸດ, ມີຄໍາເຫັນໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ70 ປີອັນຊົງກຽດແລະມີຄວາມໝາຍສໍາຄັນຍິ່ງໃຫຍ່. ຕະຫຼອດໄລຍະ70ປີຜ່ານມາ, ພັກໄດ້ວາງແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບແລະໄດ້ຊີ້ນໍາກໍາລັງປະກອບອາວຸດປະຊາຊົນປັບປຸງກໍ່ສ້າງຕົນເອງໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ. ໃນພິທີອັນມີຄວາມໝາຍສໍາຄັນນີ້, ຕາງໜ້າກໍາລັງປະກອບອາວຸດປະຊາຊົນ, ຂໍສະແດງຄວາມສັນລະເສີນແລະຮູ້ບຸນຄຸນຕໍ່ພັກປະຊາຊົນປະຕິວັດລາວ, ປະທານໄກສອນພົມວິຫານ, ປະທານສຸພານຸວົງແລະການນໍາຮຸ່ນກໍ່ຕັ້ງຜູ້ອື່ນໆທີ່ໄດ້ນໍາພາການປະຕິວັດປົດປ່ອຍຊາດສໍາເລັດຢ່າງສົມບູນ, ນໍາພາສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າເປັນກ້າວໆມາ; ພ້ອມນັ້ນ, ເພື່ອເຮັດໃຫ້ກໍາລັງປະກອບອາວຸດເຮັດສໍາເລັດໜ້າທີ່ດັ່ງກ່າວພັກໄດ້ເພີ່ມທະວີບົດບາດການນໍາພາເດັດຂາດ, ໂດຍກົງ, ຮອບດ້ານຕໍ່ກໍາລັງປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ປະຕິບັດຍຸດທະສາດຮັກສາຄວາມໝັ້ນຄົງທາງດ້ານການເມືອງ, ຕັ້ງໜ້າປັບປຸງກໍ່ສ້າງກໍາລັງປະກອບອາວຸດໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ.

ເພື່ອເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີແລະຜົນງານອັນໃຫຍ່ຫຼວງຂອງພັກ, ສະຫາຍພົນໂທແສງນວນໄຊຍະລາດກ່າວວ່າ: ກໍາລັງປ້ອງກັນຊາດ - ປ້ອງກັນຄວາມສະຫງົບຈະສືບຕໍ່ບຸກບືນສູ້ຊົນຕັ້ງໜ້າປັບປຸງກໍ່ສ້າງກໍາລັງຂອງຕົນເປັນກໍາລັງທີ່ຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ; ເປັນກໍາລັງຫຼັກແຫຼ່ງທີ່ແຫຼມຄົມຂອງພັກສາມາດຄໍ້າປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມສະຫງົບປອດໄພຢ່າງໜັກແໜ້ນ, ສ້າງພະນັກງານນໍາພາ-ບັນຊາແລະວິຊາການເຕັກນິກ-ວິຊາສະເພາະ-ເຫຼົ່າຮົບຕ່າງໆໃຫ້ມີລະດັບຄວາມຮູ້, ຄວາມສາມາດອັນແນ່ນອນ, ສ້າງຖັນແຖວພະນັກງານ-ສະມາຊິກພັກໃຫ້ມີຫຼັກໝັ້ນຊົນຊັ້ນ, ມີຄຸນທາດການເມືອງໜັກແໜ້ນ, ມີສະຕິຈໍາແນກມິດ-ສັດຕູຈະແຈ້ງ, ເຊື່ອໝັ້ນແລະຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ເຄົາລົບກົດໝາຍ, ປະຕິບັດຂໍ້ກໍານົດກົດລະບຽບວິໃນຢ່າງເຂັ້ມງວດ.

ສະຫາຍພົນໂທແສງນວນໄຊຍະລາດ ກ່າວຍໍ້າວ່າ: ຕະຫຼອດໄລຍະແຫ່ງການກໍາເນີດແລະເຕີບໃຫຍ່ເຂັ້ມແຂງຂອງກໍາລັງປະກອບອາວຸດປະຊາຊົນລາວຍາມໃດກໍໄດ້ຮັບການຊີ້ນໍາ-ນໍາພາ, ສຶກສາອົບຮົມຢ່າງໃກ້ສິດຈາກພັກ, ເຮັດໃຫ້ກໍາລັງປະກອບອາວຸດຍາມໃດກໍຢຶດໝັ້ນແນວທາງການເມືອງຂອງພັກ, ຈົງຮັກພັກດີຢ່າງບໍ່ມີຂອບເຂດຕໍ່ພັກ - ລັດແລະປະຊາຊົນລາວບັນດາເຜົ່າ. ພ້ອມນີ້, ກໍໄດ້ກ່າວສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອຕໍ່ພັກປະຊາຊົນປະຕິວັດລາວທີ່ຍາມໃດກໍໃຫ້ຄວາມເປັນຫ່ວງເປັນໄຍ, ເອົາໃຈໃສ່ນໍາພາ - ຊີ້ນໍາການຈັດຕັ້ງປະຕິບັດພາລະບົດບາດແລະໜ້າທີ່ການເມືອງຂອງກໍາລັງປະກອບອາວຸດປະຊາຊົນໄດ້ດີຕະຫຼອດມາ, ສົມກັບຄໍາສັນລະເສີນຊຶ່ງກາຍເປັນຄະຕິປະຈໍາໃຈຂອງກໍາລັງປະກອບອາວຸດທີ່ວ່າ “ບໍລິສຸດຕໍ່ຊາດຮັບໃຊ້ປະຊາຊົນຢ່າງສຸດໃຈເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດສໍາເລັດທຸກໜ້າທີ່”.

ຊົມເຊີຍວັນສ້າງພັກປະຊາຊົນປະຕິວັດລາວຄົບຮອບ70ປີຢ່າງສຸດໃຈ ! ພັກປະຊາຊົນປະຕິວັດລາວມີກຽດສະຫງ່າໝັ້ນຍືນ !.

2025-03-25 at 13.52.21

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ