![]() |
ທ່ານ ໄພວີ ສີບົວລິພາ ໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນຂອງວັນຢຶດອຳນາດທົ່ວປະເທດ 23 ສິງຫາ ຊຶ່ງເປັນເຫດການອັນສຳຄັນທາງດ້ານປະຫວັດສາດ ທີ່ສະແດງໃຫ້ເຫັນເຖິງມູນເຊື້ອການຕໍ່ສູ້ອັນພິລະອາດຫານບໍ່ຍອມຈຳນົນ, ມີໄຫວພິກ ແລະ ຄວາມປີຊາສາມາດ ຂອງນັກຮົບປະຕິວັດຮຸ່ນກ່ອນ ຕ້ານກັບຈັກກະພັດລ່າເມືອງຂຶ້ນ ໂດຍພາຍໃຕ້ການນຳພາຂອງພັກ ຈົນສາມາດຢຶດອຳນາດໄດ້ ໃນວັນທີ 23 ສິງຫາ 1975.ໄດ້ຍົກໃຫ້ເຖິງມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ,ການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງແນວລາສ້າງຊາດນັບແຕ່ມື້ສ້າງຕັ້ງຈົນເຖິງປັດຈຸບັນ ແລະ ທ່ານ ຍັງໄດ້ປາຖະກະຖາກ່ຽວກັບວັນປະກາດໃຊ້ລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ ອິກດ້ວຍ,
ໃນການປາຖະກະຖາໃນຄັ້ງນີ້ ກໍເພື່ອເປັນການສຶກສາອົບຮົມໃຫ້ ພະນັກງານສະມາຊິກພັກ, ຜູ້ສືບທອດໄດ້ຮັບຮູ້, ເຊື່ອມຊຶມ, ເຂົ້າໃຈເລິກເຊິ່ງກ່ຽວກັບມູນເຊື້ອ ຂອງວັນປະຫວັດສາດສຳຄັນດັ່ງກ່າວ ເພື່ອພ້ອມກັັນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງກໍ່ສ້າງຕົນເອງ ໃຫ້ມີແບບແຜນທັນສະໄໝກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.(ຂ່າວ: ສປສສ)

ຄໍາເຫັນ