ສານປະຊາຊົນສູງສຸດ ສະຫຼຸບວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ

ສານປະຊາຊົນສູງສຸດ ສະຫຼຸບວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ

ສານປະຊາຊົນສູງສຸດ ສະຫຼຸບວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ
ກອງປະຊຸມສະຫຼຸບວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປະຈຳປີ 2024 ແລະ ວາງທິດທາງແຜນການ ປະຈຳປີ 2025 ຂອງສານປະຊາຊົນສູງສຸດ (ສປສສ) ໄດ້ຈັດຂຶ້ນໃນວັນທີ 13 ພຶດສະພາ ນີ້ ທີ່ສານປະຊາຊົນສູງສຸດ, ພາຍໃຕ້ການເປັນປະທານ ຂອງທ່ານ ນາງ ວຽງທາອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ, ມີຮອງປະທານ ແລະ ພະນັກຫຼັກແຫຼ່ງອ້ອມຂ້າງ ສປສສ ເຂົ້າຮ່ວມ.

ທ່ານ ນາງ ແກ້ວຫຼ້າ ຄຳວົງສາ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານບົດສະຫຼຸບແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປະຈຳປີ 2024 ແລະ ທິດທາງແຜນການປະຈຳປີ 2025 ວ່າ: ສານປະຊາຊົນສູງສຸດ ໄດ້ສູ້ຊົນຜ່ານຜາອຸປະສັກຕ່າງໆ, ຕັ້ງໜ້າຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຕາມທີ່ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ແຜນວຽກຈຸດສຸມ ໄດ້ຮັບການຈັດຕັ້ງປະຕິບັດຢ່າງສຳເລັດ ແລະ ມີການຫັ່ນປ່ຽນດີຂຶ້ນ ເປັນຕົ້ນໄດ້ປັບປຸງຄຸນນະພາບໃນການດຳເນີນຄະດີຂອງສານຂັ້ນຕົ້ນ ເຮັດໃຫ້ອັດຕາສ່ວນການອຸທອນຫຼຸດລົງ, ໄດ້ສຸມໃສ່ສຶກສາອົບຮົມການເມືອງແນວຄິດ, ຍົກລະດັບຄວາມຮູ້ ຄວາມສາມາດທາງດ້ານທິດສະດີການເມືອງ ແລະ ວິຊາສະເພາະ, ປັບປຸງ ແລະ ຍົກສູງຈັນຍາບັນ, ຈັນຍາທຳຂອງຜູ້ພິພາກສາ, ຈ່າສານ ແລະ ພະນັກງານ-ລັດຖະກອນ ຂອງສານປະຊາຊົນຢ່າງເປັນລະບົບ, ໄດ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ແລະ ບັນຈຸ, ສັບຊ້ອນ, ເລື່ອນຊັ້ນ, ເລື່ອນຂັ້ນ ໃຫ້ພະນັກງານສານປະຊາຊົນໂດຍພື້ນຖານ, ໄດ້ເອົາໃຈໃສ່ປັບປຸງແບບແຜນ, ກົນໄກການດຳເນີນຄະດີຂອງສານ ໃຫ້ມີຄວາມໂລ່ງລ່ຽນກວ່າເກົ່າ, ຕິດຜັນກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍແຕ່ງຕັ້ງຜູ້ພິພາກສາຮັບຜິດຊອບສະເພາະ ເພື່ອຮັບປະກັນການພິຈາລະນາຕັດສິນ, ພິພາກສາຄະດີຢາເສບຕິດ ຖືກຕ້ອງຕາມກົດໝາຍ ແລະ ເຫດການຕົວຈິງ, ເຂັ້ມງວດ ແລະ ວ່ອງໄວຕາມກຳນົດເວລາທີ່ກົດໝາຍໄດ້ກຳນົດເວລາໄວ້.

ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານກາງສະໄໝ ຂອງແຜນການ 5 ປີ (2021-2025) ໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມຄັ້ງປະຖົມມະລືກ, ມະຕິກອງປະຊຸມສະໄໝວິສາມັນ, ມະຕິກອງປະຊຸມສະໄໝສາມັນ ເທື່ອທີ 2 ແລະ 4 ຂອງສະພາແຫ່ງຊາດ ຊຸດທີ IX ດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຂອງສານປະຊາຊົນແຕ່ລະຂັ້ນ ໄດ້ຮັບການປັບປຸງທາງດ້ານປະລິມານ ແລະ ຄຸນນະພາບ, ການພິຈາລະນາຕັດສິນ ແລະ ພິພາກສາຄະດີ ຂອງສານປະຊາຊົນແຕ່ລະຂັ້ນ ມີຄວາມວ່ອງໄວ, ຮັບປະກັນຄວາມຖືກຕ້ອງ ແລະ ຍຸຕິທຳຫຼາຍຂຶ້ນ, ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃຫ້ມີຄວາມຖືກຕ້ອງ, ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ ເຮັດໃຫ້ການເຄື່ອນໄຫວວຽກງານ ຂອງສານປະຊາຊົນແຕ່ລະຂັ້ນ ມີຄວາມໜັກແໜ້ນ ແລະ ເຂັ້ມແຂງດີຂຶ້ນກວ່າເກົ່າ.

ຈຳນວນກົມກອງໄດ້ມີການລົງທະບຽນການແຂ່ງຂັນ ຈຳນວນ 14 ກົມກອງ ແລະ ລົງທະບຽນແຂ່ງຂັນບຸກຄົນ ຈຳນວນ 224 ທ່ານ ຍິງ 101 ທ່ານ ມີດັ່ງລຸ່ມນີ້: ຫ້ອງ ການ, ກົມຈັດຕັ້ງ-ພະນັກງານ, ກົມແຜນການ - ການເງິນ, ກົມກວດກາ, ກົມຄຸ້ມຄອງວິຊາການ ແລະ ສະຖິຕິສານ, ກົມຮ່ວມມືສາກົນ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ, ຄະນະສານແພ່ງ, ຄະນະສານອາຍາ, ຄະນະສານການຄ້າ, ຄະນະສານຄອບຄົວ, ຄະນະສານເດັກ, ຄະນະສານແຮງງານ ແລະ ຄະນະສານປົກຄອງ.

ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ ສາມາດຍ້ອງຍໍກົມກອງ ແລະ ບຸກຄົນ ໃນການປະຕິບັດໜ້າທີ່ວຽກງານ ໃນໄລຍະ 1 ປີຜ່ານມາ ປະຈໍາປີ 2024 ຊຶ່ງໄດ້ຮັບການຍ້ອງຍໍຈາກ ທ່ານປະທານສານປະຊາຊົນສູງສຸດ ມີພະນັກງານ-ລັດຖະກອນສານປະຊາຊົນສູງສຸດ ຈຳນວນ 199 ທ່ານ ຍິງ 80 ທ່ານ ລາຍລະອຽດດັ່ງລຸ່ມນີ້: ກົມກອງ ໄດ້ຮັບໃບຍ້ອງຍໍ ຈຳນວນ 14 ກົມກອງ; ບຸກຄົນ ໄດ້ຮັບໃບຍ້ອງຍໍ ຈໍານວນ 168 ທ່ານ ຍິງ 68 ທ່ານ; ໃບຊົມເຊີຍ ຈໍານວນ 31 ທ່ານ ຍິງ 12 ທ່ານ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ໂອ້ລົມ ຕໍ່ກອງປະຊຸມວ່າ: ການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ໃນເນື້ອແທ້ແມ່ນການສ້າງ ແລະ ຍົກລະດັບແນວ ຄິດ-ວັດທະນະທຳຂອງຄົນລາວ ແລະ ຂອງສັງຄົມລາວ ແນໃສ່ສ້າງຄົນໃໝ່ກ້າວໄປຕາມເສັ້ນທາງ ສັງຄົມນິຍົມທີ່ມີນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນ, ມີລະບຽບວິໄນ, ປະດິດສ້າງ, ສ້າງໄດ້ຜະລິດຕະພັນໃໝ່, ສ້າງໄດ້ຂະບວນການໃໝ່ ທີ່ກ້າວໜ້າ, ບຸກທະລຸໄປສູ່ແບບແຜນທີ່ຕິດພັນ ກັບຄໍາຂວັນ: “ຕົນເພື່ອສັງຄົມ ແລະ ສັງຄົມເພື່ອຕົນ ເພື່ອການພັດທະນາເສດຖະກິດ-ສັງຄົມ ຢູ່ ປະເທດເຮົາໃຫ້ສືບຕໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ”,. ສະນັ້ນ, ຈຶ່ງມີ ບາງຄຳເຫັນ ເໜັ້ນໜັກເພີ່ມເຕີມ ເພື່ອໃຫ້ບັນດາທ່ານທັງໝົດ ໄດ້ນຳໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນ ດັ່ງນີ້: ໜຶ່ງ: ສືບຕໍ່ຊີ້ນໍາ-ນໍາພາ ໜ້າທີ່ຄວາມຮັບຜິດຊອບການເມືອງຂອງຕົນ ໂດຍຕິດພັນກັບວຽກງານແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາຢູ່ສານປະຊາຊົນ ໃຫ້ເປັນລະບົບຕໍ່ເນື່ອງໃນຊຸມປີຕໍ່ໜ້າ; ສອງ: ສືບຕໍ່ປຸກລະດົມ ບັນດາສະມາຊິກພັກ-ພະນັກງານ ສານປະຊາຊົນ ພ້ອມກັນຕັ້ງໜ້າ ເຂົ້າຮ່ວມໃນຂະບວນການແຂ່ງຂັນ "ຮັກຊາດ ແລະ ພັດທະນາ” ຕາມຄາດ ໝາຍ: ໃຫ້ໄວ, ໃຫ້ດີ ໃຫ້ຫຼາຍ ແລະ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ຫັນເປັນທັນສະ ໄໝເຂົ້າສູ່ການປະຕິບັດໜ້າທີ່ວຽກງານຂອງສານປະຊາຊົນ, ເປັນອົງການພິທັກຄວາມຍຸຕິທໍາໃຫ້ສັງຄົມຢ່າງແທ້ຈິງ ແລະ ສາມ: ສືບຕໍ່ປ່ຽນແປງຕົນເອງຢ່າງບໍ່ຢຸດຢັ້ງ ຕາມຈິດໃຈສ້າງການຫັນປ່ຽນທີ່ ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ຄອຍສະໜອງຄວາມຮຽກຮ້ອງຕ້ອງການ ໃນການຍົກສູງຄວາມສາມາດ ແລະ ຄຸນນະພາບໃນການນໍາພາຂອງພັກຕໍ່ສານປະຊາຊົນ ໃນໄລຍະໃໝ່; ການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໃຫ້ເປັນການທົດສອບຄວາມສາມາດໃນການນໍາພາຂອງສະຫາຍສະມາຊິກພັກ, ພະນັກງານ-ລັດຖະກອນ.

ພ້ອມນັ້ນຕ້ອງນໍາເອົາເນື້ອໃນການແຂ່ງຂັນຍ້ອງຍໍ-ຮັກຊາດ ແລະ ພັດທະນາ ປະຈຳປີ 2025 ຂອງສານປະຊາຊົນ ນໍາໄປຄົ້ນຄວ້າ, ເຊື່ອມຊຶມ ໃຫ້ເລິກເຊິ່ງ, ຮັບຮູ້ເຂົ້າໃຈຢ່າງກວ້າງຂວາງ, ພ້ອມທັງ ເພີ່ມທະວີ, ສູ້ຊົນ ການຄົ້ນຄວ້າພິຈາລະນາຕັດສິນຄະດີ ໃຫ້ບັນລຸໄດ້ຕາມຕົວຊີ້ວັດ ທີ່ສະພາແຫ່ງຊາດກຳນົດ. ປະຕິບັດດ້ວຍຄວາມວ່ອງໄວ ແລະ ມີຄຸນນະພາບສູງ (ສາມາດຈັດຕັ້ງປະຕິບັດໄດ້, ຄູ່ຄວາມພ້ອມຮັບ) ຕາມເນື້ອໃນຄໍາຂວັນທີ່ວ່າ: ຍົກສູງປະສິດທິພາບການດໍາເນີນຄະດີ ຢູ່ສານປະຊາຊົນ ໃນເງື່ອນໄຂໃໝ່ໃຫ້ມີຄວາມໂປ່ງໃສ, ສິ້ນສຸດຕາມກົດໝາຍ, ຮັບປະກັນຄວາມຍຸຕິທຳ ຕາມຄຳຂວັນ 3 ປ: ໂປ່ງໃສ, ເປັນເອກະລາດ ແລະ ເປັນທຳ.

(ຂ່າວ:ຕຸໄລເພັດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ  ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດໂຮມລາວທີ່ເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າກໍຄືວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວຊຶ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ປະຊາຄົມສາກົນຮັບຮູ້ຄວາມເປັນເອກະລາດຂອງລາວທີ່ບໍ່ເຄີຍຖືກຮັບຮູ້ມາເປັນເວລາຫຼາຍຮ້ອຍປີເນື່ອງຈາກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງ ກ່າວນັ້ນແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ແລະ ການຕໍ່ສູ້ທາງການເມືອງຂອງລັດຖະບານລາວອິດສະຫຼະ ດ້ວຍການນໍາໃຊ້ວີທີທາງການທູດຢ່າງຕັ້ງໜ້າຜ່ານການໄກ່ເກ່ຍເຈລະຈາແລະ ອາໄສປັດໄຈທີ່ເອື້ອອໍານວຍຈາກພາຍນອກ ຊຶ່ງມີບົດບາດອັນສໍາຄັນຕໍ່ການປະກາດເອກະລາດ ແລະ ຕໍ່ຕ້ານກໍາລັງຂອງສັດຕູໃນໄລຍະນັ້ນ.
ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ໃນວັນທີ 12 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945 - 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄຕພ, ມີບັນດາສະຫາຍຄະນະນໍາ ຄຕພ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ ຄຕພ ເຂົ້າຮ່ວມ.
ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ໃນວັນທີ 9 ຕຸລາ 2026 ນີ້, ຢູ່ທີ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງທຸລະຄົມ ແຂວງວຽງຈັນ ໄດ້ເປີດບັ້ນດໍາເນີນຊີວິດການເມືອງປະຈໍາປີ 2026 ໂດຍການເປັນປະທານຂອງສະຫາຍ ພັທ ສິນນະຄອນ ແສງສັກດາ ຄະນະປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງທຸລະຄົມ, ມີຄະນະພັກ-ຄະນະບັນຊາ, ເລຂາໜ່ວຍພັກ, ສະມາຊິກພັກພາຍໃນພະແນກ ແລະ ກຸ່ມບ້ານເຂົ້າຮ່ວມ.
ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ເມື່ອບໍ່ດົນມານີ້ ທີ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ, ໄດ້ມີພິທີ ມອບ-ຮັບ ເຄື່ອງອຸປະໂພກ-ບໍລິໂພກ ,ໃຫ້ກຽດມອບໂດຍ ທ່ານ ສົງການ ສີວົງໄຊ ປະທານກຸ່ມຄອບຄົວ ຊຸບເປີ ໄບ້ ລາວ, ທ່ານ ຄຳນ້ອຍ ພະພັກພົມມະຈັນ ປະທານສອງລໍ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ຈັນສະໝອນ ຜາງທະວົງ ຮອງຜູ້ອຳນວຍການໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ມີບັນດາຄູ-ອາຈານ, ນັກຮຽນທີ່ມີບັນຫາດ້ານການໄດ້ຍິນ ແລະ ສາຍຕາ ເຂົ້າຮ່ວມ.
ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ວັນທີ 7 ຕຸລາ 2026 ທີ່ສະພາແຫ່ງຊາດ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ມອບເງິນຈຳນວນ 100 ລ້ານກີບ ໃຫ້ແຂວງຄຳມ່ວນ ເພື່ອສົມທົບຊ່ວຍເຫຼືອ ແລະ ບັນເທົາຄວາມເດືອດຮ້ອນແກ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມ.
ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໃນຄໍ່າຄືນຂອງ​ວັນທີ 6​-​7 ຕຸລາ​ 2026, ໜ່ວຍສີລະປະສະມັກຫຼິ້ນກອງພົນທີ 2 ໄດ້ສະແດງຮັບໃຊ້ໃນໂອກາດ​ກອງພົນທີ​ 2​ ພວມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ໂດຍມີສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະ,​ ມີພະນັກງານ​-ນັກຮົບ​ ແລະ​​ປະຊາຊົນ​ບັນດາ​ເຜົ່າ​ ເຂົ້າຮ່ວມຮັບຊົມ.
ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ​ ສະມາຊິກສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກ​ ເປັນ​ 1​ ໃນ​ 4​ ນັກທຸລະກິດແມ່ຍິງແຂວງຈໍາປາສັກ ທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນ​ ອາຊຽນ ຫຼື​ ASEAN Entrepreneurs​ Women Award ປີ​ 2026​ ເຊິ່ງຈັດຂຶ້ນ​ໂດຍເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ຫຼື​ ASEAN Women Entrepreneurs Network. ພິທີມອບ​ -​ ຮັບ ລາງວັນດັ່ງກ່າວ​ ຈັດຂຶ້ນ​ໃນວັນທີ 2 ຕຸລາ 2026 ທີ່ຜ່ານມາ ຢູ່ໂຮງແຮມ ອາມາລີ​ນະຄອນຫຼວງວຽງຈັນ ສປປ ລາວ.​ ໃຫ້ກຽດ​ມອບໂດຍ​ ທ່ານ​ ມະໄລທອງ ກົມທະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ​ ການຄ້າ.
ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

​ ວັນທີ 7 ຕຸລາ 2026, ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ພ້ອມດ້ວຍ ທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ແລະ ຄະນະນໍາ-ຊ່ຽວຊານຈາກສູນກາງ ແລະ ແຂວງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ. ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໂຂງ, ມີຫົວໜ້າຫ້ອງການການເງິນເມືອງ,ຫົວໜ້າຫ້ອງວ່າການເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ເພີ່ມເຕີມ