ສະພາ ນວ ລົງຕິດຕາມວຽກງານຂອງສານປະຊາຊົນ ນວ

ສະພາ ນວ ລົງຕິດຕາມວຽກງານຂອງສານປະຊາຊົນ ນວ

ສະພາ ນວ ລົງຕິດຕາມວຽກງານຂອງສານປະຊາຊົນ ນວ
ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ລົງຊຸກຍູ້, ຕິດຕາມ ການຈັດຕັ້ງປະຕິບັດວຽກງານຂອງສານປະຊາຊົນນະຄອນຫຼວງວຽງຈັນ ໃນວັນທີ 27 ກໍລະກົດນີ້ ທີ່ຫ້ອງປະຊຸມຂອງສານປະຊາຊົນ ນວ. ໃຫ້ກຽດນໍາພາຄະນະ ໂດຍ ທ່ານ ນະຄະເສນ ສີຫາລາດ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ທັງເປັນຜູ້ຊີ້ນໍາວຽກງານ​ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົດໝາຍ ແລະ ຍຸຕິທໍາ, ຕ້ອນຮັບ ໂດຍ ທ່ານ ນາງ ມະໄລຄໍາ ສຸນາພັນ ປະທານສານປະຊາຊົນນະຄອນຫຼວງວຽງຈັນ ພ້ອມຄະນະ, ຈຸດປະສົງ ເພື່ອຊຸກຍູ້, ຕິດຕາມການຈັດຕັ້ງປະຕິບັດແຜນການ, ຄາດໝາຍ 6 ເດືອນຕົ້ນປີ ແລະ 6 ເດືອນທ້າຍປີ 2026, ຂໍ້ສະເໜີຕ່າງໆ.
ສະພາ ນວ ລງຕດຕາມວຽກງານຂອງສານປະຊາຊນ ນວ - image 1
 

 

ໃນວາລະ, ທ່ານ ນາງ ມະໄລຄໍາ ສຸນາພັນ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານ ທາງດ້ານວິຊາສະເພາະ ໃນໄລຍະ 6 ເດືອນ ຕົ້ນປີ 2026 ຂອງສານປະຊາຊົນ ນວ ຕໍ່ຄະນະກຳມະການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ກົດໝາຍ ແລະ ຍຸຕິທໍາ ສະພາປະຊາຊົນ ນວ ຊຶ່ງມີເນື້ອໃນບາງຕອນ ວ່າ: ສານປະຊາຊົນ ນວ ປະກອບມີ 9 ຂະແໜງການຂຶ້ນກັບ, ມີພາລະບົດບາດດໍາເນີນຄະດີເປັນຂັ້ນຕົ້ນ ແລະ ດໍາເນີນຂັ້ນອຸທອນຄະດີທີ່ຄູ່ຄວາມຂໍອຸທອນ ຫຼື ຖືກຄັດຄ້ານໂດຍຫົວໜ້າອົງການໄອຍະການປະຊາຊົນ, ໄດ້ເອົາໃຈໃສ່ຕິດຕາມຊຸກຍູ້ໃນການປະເມີນຜູ້ພິພາກສາດີ-ເກັ່ງໂດຍປະຕິບັດຕາມມາດຖານເງື່ອນໄຂ ແລະ ຕາມ ຄໍາແນະນໍາຂອງປະທານສານປະຊາຊົນສູງສຸດ, ດ້ານວິຊາສະເພາະໄດ້ມີການປັບປຸງແບບແຜນການດໍາເນີນຄະດີຢ່າງຕໍ່ເນື່ອງລຽນຕິດດ້ວຍການແນະນໍາຊຸກຍູ້ ແລະ ແລກປ່ຽນຄວາມຄິດຄຳເຫັນໃນກອງປະຊຸມວິຊາການ ເຮັດໃຫ້ການພິຈາລະນາຄະດີມີຄວາມວ່ອງໄວ, ທັງຮັບປະກັນຄວາມຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ.

ນອກນີ້, ຍັງໄດ້ລົງຕັດສິນເຄື່ອນທີ່ຢູ່ຄ້າຍຄຸມຂັງດັດສ້າງ ປກສ ນວ (ນາໂນ) ໄດ້ 5 ຄັ້ງ, ຄ້າຍຄຸມຂັງດັດສ້າງ ພາກກາງຕານປ່ຽວ ໄດ້ 3 ຄັ້ງ ແລະ ຄ້າຍຄຸມຂັງ ພາກກາງໂພນຕ້ອງ ໄດ້ 1 ຄັ້ງ ແລະ ໄດ້ເອົາໃຈໃສ່ຊີ້ນໍາ ແລະ ຕິດຕາມການຕັດສິນເຄື່ອນໄຫວຢ່າງເປັນປົກກະຕິ. ຕາມສະຖິຕິ 6 ເດືອນຕົ້ນປີ 2026 ສາມາດສະຫຼຸບໄດ້ ຄື: ຄະດີທີ່ຄ້າງມາທັງໝົດຂອງສານປະຊາຊົນ ນວ ແລະ ສານປະຊາຊົນທັງ 4 ເຂດ ມີທັງໝົດ 1,856 ເລື່ອງ, ເຂົ້າໃໝ່ 1,593 ເລື່ອງ, ລວມ 3,449 ເລື່ອງ, ແກ້ໄຂໄດ້ 1,455 ເລື່ອງ ເທົ່າກັບ 42.19% ຂອງການແກ້ໄຂຄະດີທັງໝົດປັດຈຸບັນ ຍັງຄ້າງ 1,994 ເລື່ອງ ໃນນັ້ນ ໂຈະ 11 ເລື່ອງ, ຂໍອຸທອນ 123 ເລື່ອງ, ເທົ່າກັບ 8.45% ແລະ ຂໍລົບລ້າງ 1 ເລື່ອງ ເທົ່າກັບ 0.06%, ໃນນັ້ນສານປະຊາຊົນເຂດ 3 ຍັງໄດ້ມີການຕັດສິນຜູ້ພິພາກສາ ຜູ້ດຽວຄື: ຄະດີອາຍາ 2 ເລື່ອງ.

ຄະດີທີ່ພົ້ນເດັ່ນໃນ ນວ ແມ່ນຄະດີແພ່ງ: ຂໍ້ຂັດແຍ່ງກໍາມະສິດທີ່ດິນ, ຄະດີອາຍາ: ຄ້າ-ຂາຍຢາເສບຕິດ, ລັກຊັບ ແລະ ສໍ້ໂກງຊັບພົນລະເມືອງ, ຄະດີການຄ້າ: ສັນຍາກູ້ຢືມ, ຄະດີຄອບຄົວ: ສາຍຜົວ-ເມຍ, ຄະດີເດັກ: ຄອບຄອງເພື່ອເສບ ແລະ ຫຼັກຊັບ.

ໃນໄລຍະ 6 ເດືອນຕົ້ນປີ ທີ່ຜ່ານມາ ຄະນະນໍາຂອງສານປະຊາຊົນ ນວ ກໍໄດ້ລົງໄປພົບປະຢ້ຽມຢາມ ແລະ ຊຸກຍູ້ສານປະຊາຊົນທັງ 4 ເຂດ ໄດ້ສໍາເລັດຕາມຄາດໝາຍ ພ້ອມນັ້ນ ຍັງເອົາໃຈໃສ່ ການປະຕິບັດຫຼັກການໂຕ້ແຍ່ງ-ໂຕ້ຖຽງ, ການປະຕິບັດວາລະແຫ່ງຊາດ ກ່ຽວກັບການສະກັດກັ້ນ ແລະ ຕ້ານຢາເສບຕິດ ແລະ ການປະສານງານກັບ 4 ພາກສ່ວນໃນການດໍາເນີນຄະດີ, ໄດ້ເອົາໃຈໃສ່ໃນດ້ານການປະສານງານຮ່ວມກັນລະຫວ່າງ 4 ພາກສ່ວນຄື: ສານປະຊາຊົນ, ອົງການໄອຍະການປະຊາຊົນ, ພະແນກຍຸຕິທໍາ (ກອງປະຕິບັດຄໍາຕັດສິນຂອງສານ) ແລະ ເຈົ້າໜ້າທີ່ຕໍາຫຼວດ (ປກສ) ໃນການດໍາເນີນຄະດີເປັນສິ່ງສໍາຄັນ ເພື່ອສ້າງເງື່ອນໄຂເອື້ອອໍານວຍຄວາມສະດວກ ໃຫ້ແກ່ການຮັບໃຊ້ປະຊາຊົນ.

ທິດທາງແຜນການໃນ 6 ເດືອນທ້າຍປີ 2026 ຈະສືບຕໍ່ສຶກສາອົບຮົມການເມືອງແນວຄິດ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງໃຫ້ແກ່ພະນັກງານ-ລັດຖະກອນພາຍໃນຄວາມຮັບຜິດຊອບຂອງຕົນເປັນປົກກະຕິ, ສືບຕໍ່ຜັນຂະຫຍາຍມະຕິ, ຄໍາສັ່ງ, ຄໍາແນະນໍາ ແລະ ຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ແລະ ເຂົ້າສູ່ລວງເລິກ, ສືບຕໍ່ຄົ້ນຄວ້າພິຈາລະນາແກ້ໄຂຄະດີຄ້າງມາ ແລະ ເຂົ້າໃໝ່ໃຫ້ບັນລຸຕາມຄາດ ໝາຍຄະດີແພ່ງ, ການຄ້າ ແລະ ແຮງງານ 75%, ຄະດີອາຍາ 90%, ຄະດີຄອບຄົວ, ແຮງງານ, ປົກຄອງ ແລະ ເດັກ 85% ຂຶ້ນໄປ ແລະ ວຽກງານອື່ນໆ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄະນະບໍລິຫານງານພັກແຂວງເຊກອງ ດຳ​ເນີນກອງປະຊຸມເປີດກວ້າງ ຄັ້ງທີ 5 ສະໄໝທີ Xl

ຄະນະບໍລິຫານງານພັກແຂວງເຊກອງ ດຳ​ເນີນກອງປະຊຸມເປີດກວ້າງ ຄັ້ງທີ 5 ສະໄໝທີ Xl

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເຊກອງ ເປີດກວ້າງຄັ້ງທີ 5 ສະໄໝທີ Xl ​ໄດ້​ເປີດຂຶ້ນໃນວັນທີ 26 ພະຈິກຜ່ານ​ມາທີ່ສະໂມສອນແຂວງ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ບຸນຫຼາຍ ບຸດທິ ກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງເຊກອງ, ມີີສະຫາຍ ຂັນຕີ ສີລະວົງສາ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມ ASEAN-COCI ຮັບຮອງ 7 ໂຄງການຮ່ວມມື

ກອງປະຊຸມ ASEAN-COCI ຮັບຮອງ 7 ໂຄງການຮ່ວມມື

ກອງປະຊຸມຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນ (ASEAN-COCI) ຄັ້ງທີ 61 ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 25 ພະຈິກຜ່ານມາ ທີ່ແຂວງວຽງຈັນ ສປປ ລາວ, ທ່ານ ຄຳພູ ເພຍສັກຂາ ໃນນາມປະທານ ຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນປະຈຳລາວ ໄດ້ແຈ້ງຜົນກອງປະຊຸມຕໍ່ສື່ມວນຊົນວ່າ:
Gen Green 2026 ສູ່ຄວາມສະອາດ ແລະ ຍືນຍົງ ລະດົມອາສາສະໝັກໄວໜຸ່ມ 250 ຄົນ ຄັດແຍກຂີ້ເຫຍື້ອໄດ້ເກືອບ 130 ກິໂລ

Gen Green 2026 ສູ່ຄວາມສະອາດ ແລະ ຍືນຍົງ ລະດົມອາສາສະໝັກໄວໜຸ່ມ 250 ຄົນ ຄັດແຍກຂີ້ເຫຍື້ອໄດ້ເກືອບ 130 ກິໂລ

​ ໂຄງການ "ການຮັກສາຄວາມສະອາດເພື່ອສຸຂະພາບສິ່ງແວດລ້ອມ ໃນໄລຍະບຸນປະເພນີໃຫຍ່ ຢູ່ນະຄອນຫຼວງວຽງຈັນ 2026" ພາຍໃຕ້ຄຳຂວັນ "Gen Green: ເທດສະການມ່ວນຊື່ນ, ຂີ້ເຫຍື້ອເປັນສູນ!" ໄດ້ສຳເລັດການຈັດກິດຈະກຳທັງ 2 ຮອບ ໃນງານບຸນອອກພັນສາປຣະວໍລະນາ (ບຸນຊ່ວງເຮືອທ່າວັດຈັນ ເດືອນຕຸລາ) ແລະ ບຸນນະມັດສະການພະທາດຫຼວງວຽງຈັນ ເດືອນພະຈິກ) ໂດຍສາມາດລະດົມກຳລັງໄວໜຸ່ມ, ຄັດແຍກວັດສະດຸຣີໄຊເຄີລ ແລະ ເກັບຂໍ້ມູນເພື່ອປະກອບເຂົ້າໃນການວາງນະໂຍບາຍງານບຸນປີ 2027.
ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງຫີນບູນ

ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງຫີນບູນ

ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ພ້ອມດ້ວຍຄະນະ ໂດຍມີທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍການນຳແຂວງ ໄດ້ເຄື່ອນໄຫວຢ້ຽມຢາມຊຸກຍູ້ການຈັດ ຕັ້ງປະຕິບັດວຽກງານ ອົງການປົກຄອງຕາແສງ ເມືອງຫີນບູນ ແຂວງຄໍາມ່ວນ ໃນວັນທີ 24 ພະຈິກຜ່ານມາ, ທີ່ ຕາແສງ ຄໍາແກ້ວ, ໃຫ້ກຽດກ່າວຕ້ອນຮັບຂອງທ່ານ ຄຳສິງ ອໍລະວັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະພັກ, ອົງການປົກຄອງເມືອງຫີນບູນ ພ້ອມດ້ວຍອົງການປົກຄອງຕາແສງ 6 ຕາແສງໃນທົ່ວເມືອງ ເຂົ້າຮ່ວມ.
ປີ 2026 ໄອຍະການປະຊາຊົນອັດຕະປື ໄດ້ຮັບສຳນວນຄະດີອາຍາ 181 ເລື່ອງ

ປີ 2026 ໄອຍະການປະຊາຊົນອັດຕະປື ໄດ້ຮັບສຳນວນຄະດີອາຍາ 181 ເລື່ອງ

ໃນປີ 2026 ອົງການໄອຍະການປະຊາຊົນແຂວງອັດຕະປື ໄດ້ຮັບສຳນວນຄະດີອາຍາເຂົ້າມາຄົ້ນຄວ້າທັງໝົດ 181 ເລື່ອງ, ແກ້ໄຂແລ້ວ 176 ເລື່ອງ, ໃນນັ້ນ ມີ 41 ເລື່ອງສົ່ງຄືນໃຫ້ເຈົ້າໜ້າທີ່, 135 ເລື່ອງສັ່ງຟ້ອງຂຶ້ນສານ ແລະ ຍັງມີ 5 ເລື່ອງທີ່ພວມສືບຕໍ່ຄົ້ນຄວ້າ. ໃນນັ້ນ ຄະດີສໍ້ລາດບັງຫຼວງ ເປັນຄະດີທີ່ພົ້ນເດັ່ນ, ສ່ວນຄະດີທີ່ເກີດຂຶ້ນຫຼາຍທີ່ສຸດແມ່ນຄະດີຄ້າຂາຍຢາເສບຕິດ.
ປີ 2026 ສານປະຊາຊົນອັດຕະປື ພິຈາລະນາແກ້ໄຂຄະດີໄດ້ 254 ເລື່ອງ

ປີ 2026 ສານປະຊາຊົນອັດຕະປື ພິຈາລະນາແກ້ໄຂຄະດີໄດ້ 254 ເລື່ອງ

ປີ 2026 ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຄະດີທັງໝົດ 291 ເລື່ອງ, ໃນນີ້, ສາມາດແກ້ໄຂໄດ້ 254 ເລື່ອງ ເທົ່າກັບ 87.28% ແລະ ຍັງຄ້າງການພິຈາລະນາ 37 ເລື່ອງ. ທ່ານ ຄຳຫຼ້າ ແກ້ວວັນສອນ ປະທານສານປະຊາຊົນແຂວງອັດຕະປື ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ V ໃນວັນທີ 26 ພະຈິກນີ້ ວ່າ: ໃນຈຳນວນຄະດີ 291 ເລື່ອງ ແບ່ງເປັນຄະດີຂັ້ນຕົ້ນ 276 ເລື່ອງ ແລະ ຂັ້ນອຸທອນ 15 ເລື່ອງ, ໃນນັ້ນ ເປັນຄະດີຄ້າງມາ 66 ເລື່ອງ ແລະ ຄະດີເຂົ້າໃໝ່ 225 ເລື່ອງ, ຖ້າທຽບໃສ່ປີຜ່ານມາ ຄະດີເຂົ້າໃໝ່ຫຼຸດລົງ 83 ເລື່ອງ.
ເຊກອງ ປະມູນເລກປ້າຍທະບຽນຍານພາຫະນະທາງບົກ ຄັ້ງທີ 1

ເຊກອງ ປະມູນເລກປ້າຍທະບຽນຍານພາຫະນະທາງບົກ ຄັ້ງທີ 1

ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງເຊກອງ ໄດ້ຈັດປະມູນເລກປ້າຍທະບຽນຍານພາຫະ ນະທາງບົກ ປະເພດລົດເບົາເອກະຊົນລາວ, ເອກະຊົນຕ່າງດ້າວ ແລະ ທຸລະກິດ 100% ຂຶ້ນໃນວັນທີ 25 ພະ ຈິກນີ້, ໂດຍການເປັນປະທານຂອງທ່ານ ແກ້ວປະເສີດ ແກ້ວມະນີວົງ ຫົວໜ້າພະແນກ ຍທຂ ແຂວງ ພ້ອມດ້ວຍຄະນະກໍາມະການຈັດຕັ້ງການປະມູນ ເຂົ້າຮ່ວມ.
ໂຄງ​ການແຜນງານ338ມອບຄອມພີວເຕີໂນດບຸກໃຫ້ບ້ານເປົ້າໝາຍຢູ່ເມືອງໝື່ນ

ໂຄງ​ການແຜນງານ338ມອບຄອມພີວເຕີໂນດບຸກໃຫ້ບ້ານເປົ້າໝາຍຢູ່ເມືອງໝື່ນ

ໂຄງການແຜນງານພັດ​ທະ​ນາ​ທ້ອງ​ຖິ່ນລາວ388 ໄດ້ນຳເອົາຄອມພີວເຕີໂນດບຸກຈຳນວນ 24ເຄື່ອງ, ປ​ຣິ້ນ​ເຕີ 22 ເຄື່ອງແລະກະ​ເປົາແລະອຸ​ປະ​ກອນ​ຕ່າງໆ ລວມ​ມູນ​ຄ່າ 800 ລ້ານ​ກີບ, ໂດຍມອບໃຫ້ 10 ບ້ານເປົ້າໝາຍທີ່ຢູ່ໃນໂຄງການແຜນງານ 338 ຄື: ບ້ານນໍ້າແພດ, ບ້ານໂພນແສນ, ບ້ານ ນໍ້າເລົ້າ, ບ້ານນາຕາດ, ບ້ານນ້ຳເພີນ, ບ້ານນາຍາວ, ບ້ານນາບົວ, ບ້ານໂນນຕ້ອງ, ບ້ານດອນຮຽງ ແລະ ບ້ານປາກຊາວ,
ອັດຕະປື ຕັ້ງເປົ້າຮອດ 2030 ຈະສ້າງຄອບຄົວພົ້ນທຸກໃຫ້ໄດ້ຫຼາຍກວ່າ 405 ຄອບຄົວ

ອັດຕະປື ຕັ້ງເປົ້າຮອດ 2030 ຈະສ້າງຄອບຄົວພົ້ນທຸກໃຫ້ໄດ້ຫຼາຍກວ່າ 405 ຄອບຄົວ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ແຂວງອັດຕະປື ຊຸດທີ V, ໃນ​ວັນ​ທີ 25 ພະ​ຈິກ​ຜ່ານ​ມາ, ທ່ານ ສີໄລ ສີສະແຫວງສຸກ ຮອງປະທານຄະນະກໍາມະການປົກຄອງແຂວງ ໄດ້ລາຍງານແຜນຈັດ​ຕັ້ງ​ປະ​ຕິ​ບັດວາ​ລະ​ແຫ່ງ​ຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027-2030 ຂອງແຂວງອັດຕະປືໃຫ້​ຮູ້ວ່າ: ເພື່ອຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງວາລະແຫ່ງຊາດ ກ່ຽວກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ບັນລຸຕາມຄາດໝາຍ ແລະ ເກີດຜົນເປັນຈິງ, ຄະນະຮັບຜິດຊອບຊີ້ນຳການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແຂວງອັດຕະປື ໄດ້ຄົ້ນຄວ້າສ້າງແຜນປະຕິບັດງານ ໂດຍກຳນົດທິດທາງ, ຈຸດປະສົງ, ແຜນງານ, ໂຄງການ, ກິດຈະກຳ ແລະ ມາດຕະການຕ່າງໆ ເພື່ອເປັນບ່ອນອີງສຳຄັນໃນການຂັບເຄື່ອນວຽກງານດັ່ງກ່າວໃຫ້ມີປະສິດທິຜົນ.
ກຽມຄວາມພ້ອມເປີດການແຂ່ງຂັນກິລາເປຕັງ ອ້ອມຂ້າງກົມໃຫຍ່ການເມືອງ ປກສ

ກຽມຄວາມພ້ອມເປີດການແຂ່ງຂັນກິລາເປຕັງ ອ້ອມຂ້າງກົມໃຫຍ່ການເມືອງ ປກສ

ວັນທີ 26 ພະຈິກນີ້ ທີ່ກົມໂຄສະນາອົມຮົມ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ (ປກສ) ຄະນະຮັບຜິດຊອບຈັດການແຂ່ງຂັນກິລາເປຕັງ ຈັດກອງປະຊຸມເຕັກນິກ ເພື່ອກະກຽມຄວາມພ້ອມເປີດການແຂ່ງຂັນກິລາເປຕັງ ອ້ອມຂ້າງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ເປັນປະທານໂດຍທ່ານ ພັທ ພອນທິບ ພັນທະວົງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ປກສ, ມີຄະນະຮັບຜິດຊອບຈັດການແຂ່ງຂັນ ພ້ອມດ້ວຍກຳມະການ ແລະ ຕາງໜ້າຈາກກົມກອງອ້ອມຂ້າງກົມໃຫຍ່ ເຂົ້າຮ່ວມ.
ເພີ່ມເຕີມ