ສະພາຮັບຮອງການປັບລາຄາຊົມໃຊ້ນ້ຳປະປາ

ສະພາຮັບຮອງການປັບລາຄາຊົມໃຊ້ນ້ຳປະປາ

ສະພາຮັບຮອງການປັບລາຄາຊົມໃຊ້ນ້ຳປະປາ
ກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ II ໃນວັນທີ 9 ກໍລະກົດຜ່ານມານີ້ ທີ່ສໍານັກງານປົກຄອງ ນວ, ພາຍໃຕ້ການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ.

ໃນກອງປະຊຸມ, ທ່ານ ບຸນຍະວັດ ວິລະໄຊຍ໌ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນວ ຕາງໜ້າໃຫ້ຄະນະສະພາບໍລິຫານຂອງລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ລາຍງານການປັບລາຄາການຊົມໃຊ້ນ້ຳປະປາ ຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ II ໃນວັນທີ 9 ກໍລະກົດ ຜ່ານມານີ້ ທີ່ສໍານັກງານປົກຄອງ ນວ ຊຶ່ງມີເນື້ອໃນບາງດ້ານ ຄື: ນະຄອນຫຼວງວຽງຈັນມີ 9 ຕົວເມືອງ, ມີ 481 ບ້ານ, ລັດວິສາຫະກິດນ້ຳປະປາສາມາດສະໜອງນ້ຳໄດ້ພຽງ 344 ບ້ານ (ກວມ 71%), ສ່ວນບ້ານທີ່ຍັງບໍ່ມີນໍ້າປະປາຊົມໃຊ້ມີ 137 ບ້ານ (ກວມ 29%) ຊຶ່ງສ່ວນໃຫຍ່ແມ່ນຈະຢູ່ປາກງື່ມ, ເມືອງສັງທອງ ແລະ ບາງເຂດຂອງເມືອງໄຊທານີ ສຳລັບຂອບເຂດການບໍລິການນ້ຳປະປາໃນ 7 ຕົວເມືອງໃນທີ່ສາມາດເຂົ້າເຖິງການຊົມໃຊ້ນໍ້າ ກວມ 93%, ມີໝໍ້ແທກນໍ້າທັງໝົດ 205,120 ໜ່ວຍ. ການບໍລິການນໍ້າປະປາ ແບ່ງອອກເປັນ 3 ປະເພດຄື: ປະເພດ 1: ຄົວເຮືອນ 183,203 ໜ່ວຍ (ກວມ 89%); ປະເພດ 2: ອົງການລັດ 1,852 ໜ່ວຍ (ກວມ 1%); ປະເພດ 3: ການຄ້າ-ອຸດສາຫະກຳ 20,065 ໜ່ວຍ (ກວມ 10%).

ຢູ່ ນວ ມີໂຮງງານຜະລິດນ້ຳປະປາທັງໝົດ 6 ແຫ່ງ ໃນນັ້ນ 4 ແຫ່ງ ແມ່ນເປັນຂອງລັດວິສາຫະກິດນ້ຳປະປາ ນວ ແລະ ອີກ 2 ແຫ່ງ ເປັນຂອງບໍລິສັດເອກະຊົນ (ໃນຮູບການ BOT) ມີກໍາລັງການຜະລິດນໍ້າທັງໝົດ 348,000 ແມັດກ້ອນຕໍ່ວັນ. ນອກຈາກນັ້ນ, ລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ຍັງມີໂຮງງານຜະລິດນ້ຳປະປາຂະໜາດນ້ອຍ ຢູ່ເມືອງສັງທອງມີ 6 ໂຮງງານ, ກໍາລັງການຜະລິດໄດ້ 2,610 ແມັດກ້ອນຕໍ່ວັນ; ເມືອງປາກງື່ມມີ 4 ໂຮງງານ, ກຳລັງການຜະລິດໄດ້ 2,300 ແມັດກ້ອນຕໍ່ວັນ

ເຫດຜົນ ແລະ ຄວາມຈຳເປັນ: ລາຄາຕົ້ນທຶນການຜະລິດນ້ຳປະປາສູງກວ່າລາຄາຂາຍ ເນື່ອງຈາກວ່າຍັງຈັດຕັ້ງປະຕິບັດລາຄານ້ຳແຕ່ປີ 2014 ຈຶ່ງເຮັດໃຫ້ການດໍາເນີນທຸລະກິດຂາດທຶນ ແລະ ຂາດສະພາບຄ່ອງ ທາງດ້ານການເງິນຢ່າງຕໍ່ເນື່ອງ; ເສດຖະກິດຕະຫຼາດມີການເໜັງຕີງສູງ ເປັນຕົ້ນແມ່ນ ຄ່າກະແສໄຟຟ້າ, ນໍ້າມັນເຊື້ອໄຟ, ວັດຖຸດິບ-ສານເຄມີ, ວັດຖຸອຸປະກອນທໍ່ນໍ້າ, ຄ່າຜິດດ່ຽງຈາກອັດຕາແລກປ່ຽນເງິນຕາ ແລະ ອື່ນໆເພີ່ມຂຶ້ນ; ລາຄາການຊົມໃຊ້ນໍ້າປະປາ ໃນນະຄອນຫຼວງວຽງຈັນແມ່ນຍັງຕໍ່າຫຼາຍ ເມື່ອທຽບໃສ່ລາຄານໍ້າປະປາຢູ່ທົ່ວປະເທດ ແລະ ລາຄານໍ້າປະປາ ຈາກປະເທດອ້ອມຂ້າງ, ທຽບໃສ່ການປັບປຸງເງິນເດືອນຂັ້ນຕ່ຳໃນປີ 2014 ແມ່ນ 950,000 ກີບ ມາເປັນ 2,500,000 ກີບ ໃນປີ 2025.

ລາຄານໍ້າປະປາ ໃນ ນວ ຍັງປະຕິບັດ ໃນລາຄາຂອງປີ 2014 ແລະ ຍັງນໍາໃຊ້ມາຈົນເຖິງປັດຈຸບັນ, ການປັບລາຄາການຊົມໃຊ້ນ້ຳປະປາເປັນແຕ່ລະງວດ ເປັນເວລາ 3 ປີ ຊຶ່ງການປັບລາຄານັ້ນ ແມ່ນຈະປັບຂຶ້ນໃນອັດຕາສ່ວນເທື່ອລະໜ້ອຍ ແມ່ນມີຄວາມເໝາະສົມໃນສະພາບປັດຈຸບັນ.

ຜົນໄດ້ຮັບຈາກການປັບລາຄາຊົມໃຊ້ນ້ຳປະປາ ແມ່ນຈະສາມາດຂະຫຍາຍກຳລັງການຜະລິດຂອງໂຮງງານ ໄດ້ຕາມແຜນທີກຳນົດໄວ້ ເພີ່ມອີກ 6 ແຫ່ງ ລວມເປັນ 12 ແຫ່ງ, ສາມາດຂະຫຍາຍ, ບຳລຸງຮັກສາປ່ຽນຖ່າຍລະບົບທໍ່ເກົ່າແກ່; ກຳລັງການຜະລິດແມ່ນຈະເພີ່ມຂຶ້ນ, ສາມາດສະໜອງນໍ້າໃຫ້ພຽງພໍໃນເຂດບໍລິການ ແລະ ຂະຫຍາຍລະບົບນ້ຳປະປາ ໃຫ້ເຂດບ້ານທີ່ບໍ່ມີນ້ຳປະປາຈໍານວນໜຶ່ງໃນ 137 ບ້ານ; ມີງົບປະມານໃນການບຳລຸງຮັກສາລະບົບໂຮງງານຜະລິດນ້ຳປະປາ ເປັນຕົ້ນ ປ່ຽນຖ່າຍປ້ຳດູດນ້ຳ, ລະບົບໄຟຟ້າໃນໂຮງງານ; ມີງົບປະມານໃນການແກ້ໄຂບັນຫານ້ຳບໍ່ສ້າງລາຍຮັບໃຫ້ຫຼຸດລົງ ເປັນຕົ້ນ ປ່ຽນທໍ່ເກົ່າທໍ່ໂດກ, ປ່ຽນໝໍ້ແທກນ້ຳທີ່ໝົດອາຍຸ, ສ້ອມແປງນ້ຳແຕກນ້ຳຮົ່ວ ໃຫ້ທັນສະພາບການ. ພາຍຫຼັງຮັບຟັງການລາຍງານ ແລະ ຊີ້ແຈງແລ້ວ ບັນດາ ສສຊ, ສສນວ ໄດ້ຜັດປ່ຽນກັນ ປະກອບຄໍາເຫັນຢ່າງຄົບຖ້ວນ ພ້ອມທັງລົງຄະແນນສຽງຮັບຮອງເອົາຢ່າງເປັນເອກະສັນ. (ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ