ສະພາແຫ່ງຊາດ ເຜີຍແຜ່ເອກະສານສຳຄັນຂອງພັກ

ສະພາແຫ່ງຊາດ ເຜີຍແຜ່ເອກະສານສຳຄັນຂອງພັກ
ສະພາແຫ່ງຊາດ (ສພຊ) ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ75ປີ (20/1/1949-20/1/2024) ລະນຶກວັນເກີດ ຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100ປີ (8/2/1924-8/2/2024) ຂຶ້ນໃນຕອນເຊົ້າຂອງວັນທີ 18 ມັງກອນ ນີ້ ທີ່ສະພາແຫ່ງຊາດ.ໃຫ້ກຽດເປັນປະທານໃນພິທີ ພ້ອມທັງເຜີຍແຜ່ເອກະສານ ໂດຍ ທ່ານ ຄຳພັນ ເຜີຍຍະວົງຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມຮັບຟັງມີບັນດາ ຄະນະພັກ, ສະມາຊິກພັກ ແລະ  ພະນັກງານ-ລັດຖະກອນ ສພຊ ເຂົ້າຮ່ວມ.
ຈຸດປະສົງໃນການປາຖະກະຖາຄັ້ງນີ້ ເພື່ອປາຖະກະຖາທົບທວນຄືນມູນເຊື້ອ ແລະ ຜົນງານອັນໃຫຍ່ຫຼວງ ທີ່ກອງທັບ ແລະ ປະຊາຊົນລາວ ຍາດມາໄດ້ຕະຫຼອດໄລຍະ 75 ປີ ຜ່ານມາ, ຖືເອົາໂອກາດນີ້ເປັນການສຶກສາອົບຮົມ ສະມາຊິກພັກ-ພະນັກງານລັດຖະກອນ ໃຫ້ຍົກສູງນ້ຳໃຈຮັກຊາດ, ເສີມຂະຫຍາຍຄວາມສາມັກຄີ, ສ້າງສະຕິເປັນເຈົ້າຕົນເອງ, ເປັນເຈົ້າການເຂົ້າຮ່ວມໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ; ເພື່ອເປັນການລະນຶກເຖິງຄຸນງາມຄວາມດີ, ຜົນງານ ຂອງປະທານ ຄຳໄຕ ສີພັນດອນ ຜູ້ນຳຮຸ່ນທຳອິດ ຂອງການປະຕິວັດລາວ ທີ່ມີຕໍ່ປະເທດຊາດ ແລະ ຮ່ຳຮຽນເອົາແບບຢ່າງອັນດີງາມ ເພື່ອຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນສະມາຊິກພັກທີ່ດີ, ສືບທອດພາລະກິດຂອງພັກ. 
ໃນພິທີດັ່ງກ່າວ, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ຍົກໃຫ້ເຫັນມູນເຊື້ອ ແລະ ຄວາມໝາຍສຳຄັນ ຂອງປະທານ ຄຳໄຕ ສີພັນດອນ ແມ່ນໜຶ່ງໃນບັນດາຜູ້ນໍາຮຸ່ນທຳອິດຂອງການປະຕິວັດລາວ ໄດ້ຮ່ວມກັບຜູ້ນໍາຄົນອື່ນໆ ນໍາພາພາລະກິດການຕໍ່ສູ້ປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງຈັກກະພັດຕ່າງດ້າວ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເພິ່ນເປັນຜູ້ນໍາທີ່ມີນໍ້າໃຈຮັກຊາດອັນສູງສົ່ງ,ເສຍສະຫຼະທຸກສິ່ງທຸກຢ່າງ ອຸທິດສະຕິປັນຍາ ແລະ ກຳລັງວັງຊາຢ່າງບໍ່ຮູ້ອິດຮູ້ເມື່ອຍ ຄຽງບ່າຄຽງໄຫຼ່ກັບປະທານ ໄກສອນ ພົມວິຫານ ແລະ ຜູ້ນຳຄົນອື່ນໆ ຈັດຕັ້ງນຳພາຂະບວນການປະຕິວັດໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ແລະ ຍາດໄດ້ຜົນສໍາເລັດຢ່າງມີໄຊ ແລະ ພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມເທື່ອລະກ້າວຢ່າງໜັກແໜ້ນ, ປະທານ ຄຳໄຕ ສີພັນດອນ ຍາມໃດກໍໄດ້ຮັບຄວາມນັບຖືຮັກແພງ ແລະ ເຊື່ອໝັ້ນໄວ້ວາງໃຈຈາກໝູ່ຄະນະ ກໍຄື ພະນັກງານນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ, ປະທານ ຄຳໄຕ ສີພັນດອນ ໄດ້ຮັບມອບໝາຍຫຼາຍໜ້າທີ່ສໍາຄັນເປັນລໍາດັບມາ ຈາກຜູ້ແທນລັດຖະບານລາວອິດສະຫຼະປະຈຳເຂດໃຕ້ລາວ, ເປັນປະທານຄະນະກໍາມະການຕໍ່ຕ້ານເຂດກາງ, ເປັນກຳມະການສູງກາງແນວລາວອິດສະຫຼະ ແລະ ແນວລາວຮັກຊາດ, ເປັນກຳມະການສູນກາງພັກ, ໄດ້ຮັບການປະດັບຊັ້ນພົນເອກ ແລະ ຜູ້ບັນຊາການສູງສຸດກອງທັບປົດປ່ອຍປະຊາຊົນລາວ ແລະ ກອງທັບປະຊາຊົນລາວໃນເວລາຕໍ່ມາ, ເປັນກຳມະການກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ, ເປັນຮອງນາຍົກລັດຖະມົນຕີ, ເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ເປັນນາຍົກລັດຖະມົນຕີ ແລະ ເປັນຜູ້ນໍາສູງສຸດຂອງພັກ ແລະ ລັດເຮົາ. 
ໃນກອງປະຊຸມ, ສະຫາຍ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ກໍໄດ້ເຜີຍແຜ່ມູນເຊື້ອກອງທັບປະຊາຊົນລາວ ຄົບຮອບ75ປີ ຍັງໄດ້ຍົກໃຫ້ເຫັນຜົນງານ, ຄຸນງາມຄວາມດີ ຂອງກອງທັບປະຊາຊົນລາວ. ຊາດລາວແມ່ນຊາດໜຶ່ງທີ່ມີປະຫວັດສາດອັນຍາວນານນັບຫຼາຍພັນປີ, ປະຊາຊົນລາວບັນດາເຜົ່າມີນໍ້າໃຈຮັກຊາດອັນດູດດື່ມ, ມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມດຸໝັ່ນຂະຫຍັນພຽນ ແລະ ມູນເຊື້ອພິລະອາດຫານຕໍ່ສູ້ບໍ່ຍອມຈຳນົນຕໍ່ສັດຕູ ເພື່ອປົກປັກຮັກສາຄວາມເປັນເອກະລາດ ແລະ ອິດສະຫຼະພາບແຫ່ງຊາດໄວ້ໃຫ້ໝັ້ນຄົງ, ພາຍຫຼັງເຈົ້າຟ້າງຸ່ມ ທ້ອນໂຮມປະເທດລາວເປັນອະນາຈັກລາວລ້ານຊ້າງ ໃນສະຕະວັດທີ14 ແລະ ໃນສະຕະວັດທີ 16 ຖືກສັກດີນາຕ່າງດ້າວເຂົ້າມາຮຸກຮານເອົາເປັນຫົວເມືອງສ່ວຍແກ່ພວກເຂົາ; ມາຮອດທ້າຍສະຕະວັດທີ 19 ຫາຕົ້ນສະຕະວັດທີ 20 ພວກລ່າເມືອງຂຶ້ນຝຣັ່ງໄດ້ເຂົ້າມາຮຸກຮານ ແລະ ຢຶດຄອງປະເທດລາວ 2 ຄັ້ງ, ຄັ້ງທີໜຶ່ງ: ແຕ່ປີ 1993-1945, ຄັ້ງທີສອງ ແຕ່ປີ 1946-1954, ຕະຫຼອດໄລຍະເວລາທີ່ຈັກກະພັດຝຣັ່ງປົກຄອງລາວເຮົານັ້ນ, ປະຊາຊົນລາວບັນດາເຜົ່າ ສຸດທີ່ທຸກຍາກລຳບາກ, ບໍ່ມີສິດເສລີພາບ, ຍິ່ງໄປກວ່ານັ້ນປະຊາຊົນຍັງປະເຊີນກັບໄພອຶດຫີວ, ກືກໜັງສື, ໂຣກລະບາດ ແລະ ໄພສັງຄົມເກີດຂຶ້ນຢ່າງໜັກໜ່ວງ; ຍ້ອນທົນ ຕໍ່ການກົດຂີ່ຂູດຮີດ ຂອງພວກຈັກກະພັດບໍ່ໄດ້ ປະຊາຊົນລາວບັນດາເຜົ່າ ຈຶ່ງລຸກຂຶ້ນຕໍ່ສູ້, ເດັ່ນກວ່າໝູ່ແມ່ນ ຂະບວນການຕໍ່ສູ້ ຂອງພໍ່ກະດວດ, ອົງແກ້ວ-ອົງກົມມະດຳ, ເຈົ້າຟ້າເມືອງສິງ, ເຈົ້າຟ້າປັດໃຈ ແລະ ອື່ນໆ, ແຕ່ວ່າຂະບວນການຕໍ່ສູ້ດັ່ງກ່າວບໍ່ໄດ້ຮັບໄຊຊະນະ ຍ້ອນປັດໄຈຕົ້ນຕໍແມ່ນບໍ່ມີພັກນຳພາ,ວັນທີ 3 ກຸມພາ 1930 ພັກກອມມູນິດອິນດູຈີນໄດ້ຮັບການສ້າງຕັ້ງຂຶ້ນ ໂດຍແມ່ນ ປະທານ ໂຮ່ຈິມິນ ເປັນຜູ້ນຳພາ, ນັບແຕ່ນັ້ນມາ, ຂະບວນການຕໍ່ສູ້ ຂອງປະຊາຊົນ 3 ຊາດອິນດູຈີນກໍໄດ້ຮັບແສງສະຫວ່າງການນຳພາ ຂອງພັກ, ເຮັດໃຫ້ການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ຂອງປະຊາຊົນ 3 ຊາດອິນດູຈີນນັບມື້ນັບແຂງແຮງ ແລະ ໄດ້ຮັບໄຊຊະນະຢ່າງຕໍ່ເນື່ອງ.
ເພື່ອເຮັດສຳເລັດໜ້າທີ່ອັນໜັກໜ່ວງ ແລະ ມີກຽດສະຫງ່າທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້ບັນດາພະນັກງານນັກຮົບ, ນາຍ ແລະ ພົນທະຫານ ໃນທົ່ວກອງທັບເຮົາຈົ່ງອອກແຮງເສີມຂະຫຍາຍທາດແທ້, ມູນເຊື້ອຂອງຊາດ ແລະ ຂອງກອງທັບ, ເດັດດ່ຽວປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການ ຂອງພັກ, ເສີມຂະຫຍາຍບົດບາດເປັນກຳລັງຫຼັກແຫຼ່ງແກ່ນສານໃນການຈັດຕັ້ງປະຕິບັດ ສອງໜ້າທີ່ຍຸດທະສາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ກອງທັບເຮົາຈົ່ງກ້າວຂຶ້ນຍາດເອົາຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ ໃຫ້ສົມກັບຄຳສັ່ງສອນຂອງ ປະທານ ໄກສອນ ພົມວິຫານ ເວົ້າວ່າ: “ເວລາໃດກອງທັບກໍນຳໜ້າທຸກວຽກງານ, ເດັດດ່ຽວໜຽວແໜ້ນຜ່ານຜ່າອຸປະສັກ, ສຳເລັດທຸກໜ້າທີ່, ຕີເອົາຊະນະສັດຕູທຸກໂຕ, ສົມແລ້ວເປັນກຳລັງແກ່ນສານທີ່ເຂັ້ມແຂງ ຂອງການປະຕິວັດ, ເປັນເຄື່ອງມືອັນຄົມແຫຼມ ຂອງພັກ”.
(ຂ່າວ-ພາບ: ພັດ ລໍວັນໄຊ)

ຄໍາເຫັນ

ຂ່າວການເມືອງ

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ