ທ່ານ ພົນໂທ ສຸວອນ ເລືອງບຸນມີ ກ່າວວ່າ:ຕາງໜ້າຄະນະປະຈຳສະພາແຫ່ງຊາດ ສະແດງຄວາມຊົມເຊີຍ ແລະ ເຫັນດີໂດຍພື້ນຖານ ຕໍ່ບົດລາຍງານຂອງລັດຖະບານ ແລະ ເຫັນດີຕາມທິດທາງແຜນການວຽກງານຈຸດສຸມ ໃນທ້າຍປີ 2025 ແລະ ແຜນງານແຫ່ງຊາດແຕ່ປີ 2026-2030 ໃນການສືບຕໍ່ແກ້ໄຂບັນຫາຢາເສບຕິດຂອງລັດຖະບານ, ຊຶ່ງຈະສຸມໃສ່ຈັດຕັ້ງປະຕິບັດຕາມ ວຽກຈຸດສຸ່ມທີ່ກຳນົດໄວ້ໃນແຜນງານແຫ່ງຊາດ,ຄະນະປະຈາສະພາແຫ່ງຊາດ ສະເໜີໃຫ້ລັດຖະບານຄົ້ນຄວ້າຕື່ມແລະເອົາໃຈໃສ່ຈັດຕັ້ງປະຕິບັດບາງບັນຫາດັ່ງນີ້:ສືບຕໍ່ເຮັດວຽກງານໂຄສະນາສຶກສາອົບຮົມສ້າງຄວາມຮັບຮູ້ເຂົ້າໃຈຕໍ່ຜົນຮ້າຍຢາເສບຕິດແລະເຜີຍແຜ່ລະບຽບກົດໝາຍສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍ ໃຫ້ທົ່ວສັງຄົມ ຢ່າງແຂງແຮງດ້ວຍຫຼາຍຮູບການ, ວິທີການ ໂດຍເນັ້ນການຈັດຕັ້ງຮາກຖານສໍານັກງານ-ອົງການ,ກົມກອງ, ໂຮງຮຽນ, ຫົວໜ່ວຍທຸລະກິດແລະສະຖາບັນຄອບຄົວ ເປັນເຈົ້າການດໍາເນີນການແກ້ໄຂຢ່າງຈິງຈັງ,ສ້າງແລະ ປັບປຸງນິຕິກໍາໃຕ້ກົດໝາຍກ່ຽວພັນການສະກັດກັ້ນ,ປາບປາມຢາເສບຕິດໃຫ້ຄົບຖ້ວນຮັດກຸມຕື່ມໂດຍສະເພາະແມ່ນນິຕິກໍາປະຕິບັດຄໍາຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດນັ້ນຄວນເດັດຂາດແທ້ ເຊັ່ນ: ການແກ້ໄຂວັດຖຸຂອງກາງຄະດີຕ້ອງອາຍັດ ຫຼື ຢຶດເປັນຂອງລັດ, ການສ້າງນິຕິກຳກ່ຽວກັບການປະຕິບັດໂທດປະຫານຊີວິດຄະດີຢາເສບຕິດ ໃຫ້ເປັນຮູບປະທໍາ ເພາະວ່າທີ່ຜ່ານມາເຫັນວ່າມີການຕັດສິນໂທດປະຫານຊີວິດຫຼາຍ ແຕ່ບໍ່ໄດ້ຈັດຕັ້ງປະຕິບັດ ເຮັດໃຫ້ເປັນຊ່ອງວ່າງ ກະທົບເຖິງຄວາມສັກສິດ ຂອງກົດໝາຍ,ການປັບປຸງກົງຈັກການຈັດຕັ້ງແກ້ໄຂບັນຫາຢາເສບຕິດຂັ້ນເມືອງຂັ້ນຕາແສງແລະ ຂັ້ນບ້ານແນວໃດໃຫ້ເປັນຂະບວນການແຂງແຮງ,ປັບປຸງຍົກລະດັບພະນັກງານອົງການສືບສວນ-ສອບສວນ,ໄອຍະການ,ສານໃຫ້ດໍາເນີນຄະຄີຢາເສບຕິດ ໃຫ້ວ່ອງໄວ ທັນການກວ່າເກົ່າ ບໍ່ແກ່ຍາວ, ຖ່ວງດຶງເວລາ ເຮັດໃຫ້ເປັນຊ່ອງວ່າງໃນການຕໍ່ລອງ ເພື່ອຫາຊ່ອງທາງຫຼີກລຽງການລົງໂທດ, ປັບປຸງຍົກລະດັບປະສິດທິພາບການວິເຄາະ ວິໄຈ ສານເສບຕິດ ໃຫ້ວ່ອງໄວ ແລະ ມີຄວາມຮັບປະກັນ,ຍົກສູງວຽກງານແກ້ໄຂຮອບດ້ານຕໍ່ຄະດີຢາເສບຕິດໂດຍປະຕິບັດເຂັ້ມງວດ 3 ຫຼັກການເດັດຂາດໂປ່ງໃສແລະ ຫັນເປັນມືອາຊີບ ຂອງເຈົ້າໜ້າທີ່ ດ້ວຍປະສິດທິພາບ, ປະສິດທິຜົນສູງກວ່າເກົ່າ,ການແກ້ໄຂຄະດີຢາເສບຕິດ ຕ້ອງໂປ່ງໃສ ແລະ ເປີດເຜີຍຕໍ່ສັງຄົມໂດຍສະເພາະກໍລະນີຈັບໄດ້ແຕ່ຂອງກາງຄະດີ ແຕ່ບໍ່ສາມາດຈັບຕົວຜູ້ກະທໍາຜິດໄດ້,ການຍົກສູງບົດບາດການຈັດຕັ້ງລະບົບການເມືອງຢູ່ຮາກຖານ ໃນການເປັນເຈົ້າການສະກັດກັ້ນ,ປາບປາມຢາເສບຕິດແຕ່ຫົວທີ,ຕິດແໜ້ນສະຖາບັນຄອບຄົວ,ສະຖາບັນການສຶກສາແລະຫົວໜ່ວຍການຈັດຕັ້ງທຸລະກິດ,ກິດຈະການຕ່າງໆ ຕິດຕາມ, ຊຸກຍຸ້ຂະບວນການສ້າງບ້ານປອດຢາເສບຕິດ,ໂຮງຮຽນຫຼື ສະຖານການສຶກສາປອດຢາເສບຕິດ, ຕາມເນື້ອໃນມະຕິ 110/ສພຊທີ່ໄດ້ຮັບຮອງໄວ້,ສືບຕໍ່ ແກ້ໄຂບັນຫາ ຄວາມແອອັດຂອງສະຖານທີ່ຄຸມຂັງ, ສູນບໍາບັດ, ປິ່ນປົວ, ປະກອບວັດຖຸອຸປະກອນ, ຢຸກຢາທີ່ຈຳເປັນ, ຈັດຕັ້ງຝຶກອົບຮົມວິຊາຊີບ, ປະກອບວຽກເຮັດງານທຳ ໃຫ້ນັກ ໂທດ, ຜູ້ຖືກຕ້ອງຫາ ໃຫ້ໄດ້ອອກແຮງງານສ້າງລາຍຮັບ ເພື່ອປະກອບສ່ວນຍົກລະດັບຊີວິດການເປັນຢູ່ຂອງເຂົາເຈົ້າ ແລະ ໄດ້ຮັບການປິ່ນປົວໃນເວລາເຈັບເປັນ,ເພີ່ມທະວີການພົວພັນຮ່ວມມືສາກົນແລະ ພາກພື້ນໃນການແກ້ໄຂຢາເສບຕິດໂດຍສະເພາະບັນດາປະເທດທີ່ມີຊາຍແດນຕິດຈອດ ສປປ ລາວຫຼື ປະເທດຄູ່ເຈລະຈາ, ຄູ່ຮ່ວມມືຕາມກົນໄກທີ່ມີຢ່າງແຂງແຮງ ແລະ ເປັນເຈົ້າການ.
(ຂ່າວ:ສຳນານ,ພາບ:ບຸນຕອມ)
ຄໍາເຫັນ