ສະພາແຫ່ງຊາດຮັບຮອງເອົາກົດໝາຍຈໍານວນ 7ສະບັບ

ສະພາແຫ່ງຊາດຮັບຮອງເອົາກົດໝາຍຈໍານວນ 7ສະບັບ
ກອງປະຊຸມສະໄໝສາມັນ ເທື່ອທີ6 ຂອງສະພາແຫ່ງຊາດ ຊຸດທີIX, (20ພະຈິກນີ້, ທີ່ ສພຊ, ພາຍໃຕ້ການເປັນປະທານຂອງທ່ານໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ.ໂດຍມີບັນດາ ສະມາຊິກສະພາແຫ່ງຊາດ(ສສຊ)ໄດ້ຮັບຮອງເອົາກົດໝາຍຈໍານວນ 7ສະບັບ.
    ໃນວາລະກອງປະຊຸມ, ພາຍຫຼັງຄະນະຮັບຜິດຊອບຮ່າງກົດໝາຍຂຶ້ນນໍາສະເໜີ ແລະ ໃຫ້ຄວາມກະຈ່າງແຈ້ງຕໍ່ບັນດາຮ່າງກົດໝາຍແລ້ວ, ບັນດາ ສສຊ ໄດ້ຜັດປ່ຽນກັນຂຶ້ນປະກອບຄໍາເຫັນເພື່ອໃຫ້ຮ່າງກົດໝາຍ ມີຄວາມຮັດກຸມ, ກະທັດຮັດ ແລະ ສົມບູນຄົບຖ້ວນທາງດ້ານເນື້ອໃນ ດ້ວຍຄວາມສ້າງສັນ, ລົງຄະແນນສຽງຮັບຮອງເອົາກົດໝາຍ ຈໍານວນ 7ສະບັບດ້ວຍຄວາມເປັນເອກະພາບ ເປັນຕົ້ນແມ່ນ: ກົດໝາຍວ່າດ້ວຍລະບົບການຊໍາລະ(ປັບປຸງ), ກົດໝາຍປັບປຸງວ່າດ້ວຍການບັນຊີ(ປັບປຸງ), ກົດໝາຍວ່າດ້ວຍການຕິດຕາມ ກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ(ປັບປຸງ), ກົດໝາຍວ່າດ້ວຍການປິ່ນປົວ(ປັບປຸງ), ກົດໝາຍວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ(ປັບປຸງ), ກົດໝາຍວ່າດ້ວຍຊັບສິນທາງປັນຍາ(ປັບປຸງ), ກົດໝາຍວ່າດ້ວຍຜູ້ພິພາກສາ(ປັບປຸງ).
    ໃນກອງປະຊຸມ, ບັນດາທ່ານຄະນະຮັບຜິດຊອບຮ່າງກົດໝາຍ ໄດ້ຜັດປ່ຽນກັນຂຶ້ນລາຍງານ, ຊີ້ແຈງຄືນຕໍ່ຄໍາຊັກຖາມຂອງ ສສຊ.  ຈາກນັ້ນ, ທ່ານ ຄໍາແພງ ວິລະພັນ, ປະທານກໍາມາທິການຍຸຕິທໍາສະພາແຫ່ງຊາດ, ໄດ້ຂຶ້ນລາຍງານກ່ຽວກັບການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການຕິດຕາມ ກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເປັນຕົ້ນ: ຄໍາເຫັນຕໍ່ມາດຕາ 2 ການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ຄະນະຮັບຜິດຊອບເຫັນດີປັບປຸງຕາມການສະເໜີຂອງສສຊ ແລະມາດຕາ 3, 9, 10, 11,  15, 25, 27, 50.  ນອກຈາກບັນດາມາດຕາດັ່ງກ່າວແລ້ວ ຍັງມີມາດຕາອື່ນ ທີ່ຄະນະຮັບຜິດຊອບໄດ້ປັບປຸງ ຕາມການສະເໜີຂອງບັນດາທ່ານ ສສຊ ແລະ ມາດຕາທີ່ບໍ່ໄດ້ປັບປຸງ ກໍໄດ້ອະທິບາຍເຫດຜົນລະອຽດ. ສະນັ້ນ, ຕິດພັນກັບການປັບປຸງ ຕາມຄໍາເຫັນຂອງບັນດາ ສສຊ ໃນຮ່າງກົດໝາຍ ກໍຍັງມີຫຼາຍເນື້ອໃນ ເກາະກ່າຍກັນ ເຊັ່ນ: ໄດ້ປັບປຸງຢູ່ພາກຂອງສະພາແຫ່ງຊາດ ແຕ່ຍັງບໍ່ທັນໄດ້ປັບປຸງຢູ່ພາກຂອງສະພາປະຊາຊົນຂັ້ນແຂວງ ລວມທັງ ເຕັກນິກ, ຄໍາສັບ ແລະ ວິທີການຂຽນຕ່າງໆ. ຄະນະຮັບຜິດຊອບ ຈະໄດ້ສືບຕໍ່ນໍາເອົາໄປປັບປຸງ, ຮຽບຮຽງຄືນໃໝ່ເພື່ອໃຫ້ມີຄວາມເປັນເອກະພາບ.(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວການເມືອງ

ທາບທາມ ເນື້ອໃນ ແລະ ບຸກຄະລາກອນສະໝັກຮັບເລືອກຕັ້ງໂຄງປະກອບຄະນະພັກແຂວງເຊກອງ

ທາບທາມ ເນື້ອໃນ ແລະ ບຸກຄະລາກອນສະໝັກຮັບເລືອກຕັ້ງໂຄງປະກອບຄະນະພັກແຂວງເຊກອງ

ຄະນະບໍລິຫານງານພັກ ແຂວງ ເຊກອງໄດ້ຈັດກອງປະຊຸມ ທາບທາມ ເນື້ອໃນ ແລະ ບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງໂຄງປະກອບຄະນະພັກບໍລິຫານງານພັກແຂວງ ສະໄໝທີ XI ຮອບ II ໄດ້ຈັດຂຶ້ນໃນວັນທີ 21 ກໍລະກົດນີ້,ທີ່ຫ້ອງວ່າການປົກຄອງແຂວງ ,ໂດຍກການເປັນປະທານ ແລະ ຊີ້ນຳກອງປະຊຸມ ຂອງ ສະຫາຍ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ,ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ປະທານສະພາທິດສະດີສູນກາງພັກ, ມີ ສະຫາຍ ວິໄລວົງ ບຸດດາຄຳ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງ ສູນກາງພັກ, ຮອງກອງເລຂາປັບປຸງກົງຈັກການຈັດຕັ້ງ,ມີບັນດາ ຄະນະປະຈໍາພັກແຂວງ, ປະທານ-ຮອງປະທານສະພາປະຊາຊົນແຂວງ, ກໍາມະການພັກແຂວງ,ຄະນະຊຸກຍູ້ກອງປະຊຸມໃຫຍ່ສູນກາງ, ຂັ້ນແຂວງ ແລະ ຜູ້ແທນສົມບູນ, ສໍາຮອງ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II ຈະມີດໍາເນີນຂື້ນໃນທ້າຍອາທິດນີ້

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II ຈະມີດໍາເນີນຂື້ນໃນທ້າຍອາທິດນີ້

ວັນທີ່ 21ກໍລະກົດນີ້, ທ່ານ ສີວອນ ວົງຄໍາຈັນ ກໍາມະການພັກແຂວງ ຄະນະປະຈໍາ ເລຂາທິການ ສະພາປະຊາຊົນແຂວງຫຼວງພະບາງ ໄດ້ຖະແຫຼງຂ່າວ ການກະກຽມຄາວມພ້ອມດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II ຈະດໍາເນີນຂຶ້ນໃນລະຫວ່າງ ວັນທີ 24-25 ກໍລະກົດ 2025 ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການທະຫານແຂວງ, ຊຶ່ງຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະ ຮັບຮອງເອົາ ບັນຫາສຳຄັນພື້ນຖານຂອງແຂວງ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025.
ກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດນະຄອນ ຫຼວງພະບາງ ຄັ້ງທີ V

ກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດນະຄອນ ຫຼວງພະບາງ ຄັ້ງທີ V

ອາທິດຜ່ານມານີ້ ທີ່ສະໂມສອນໃຫຍ່ນະຄອນ ຫຼວງພະບາງ ໄດ້ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ຄັ້ງທີ V ຂຶ້ນ, ໂດຍມີ ທ່ານ ສຳນານ ສົນທະນີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກນະຄອນ, ທ່ານ ອ່ອນສີ ຈ່າເພຍວ່າ ຮອງປະທານແນວລາວສ້າງຊາດແຂວງ, ພ້ອມດ້ວຍຜູ້ແທນຮັບເຊີນ ແລະ ປະທານແນວລາວສ້າງຊາດຂັ້ນບ້ານໃນທົ່ວນະຄອນ ຫຼວງພະບາງ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຜົ້ງສາລີ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ II

ສະພາປະຊາຊົນແຂວງຜົ້ງສາລີ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ II

ໃນວັນທີ 17 ກໍລະກົດນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຜົ້ງສາລີ ໄດ້ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II, ພາຍໃຕ້ການເປັນປະທານຂອງທ່ານ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງຜົ້ງສາລີ, ມີແຂກຮັບເຊີນ ເຂົ້າຮ່ວມ.
ໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II

ໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II

ທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງສາລະວັນ ກ່າວໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II ຂຶ້ນໃນຕອນເຊົ້າຂອງວັນທີ 17 ກໍລະກົດນີ້ທີ່ສະໂມສອນຂອງແຂວງສາລະວັນ;
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II

ໃນວັນທີ 16 ກໍລະກົດນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງບໍລິຄໍາໄຊ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອ 9 ຂອງສະພາປະຊາຊົນແຂວງບໍລິຄໍາໄຊຂຶ້ນ, ໂດຍການເປັນປະທານຂອງທ່ານ ສຸວັນນີ ໄຊຊະນະ ຮອງເລຂາຄະນະພັກແຂວງ ປະທານສະພາປະຊາຊົນແຂວງ, ມີທ່ານ ນາງ ປິ່ງຄໍາ ລາຊະສິມມາ ຄະນະປະຈໍາສະພາແຫ່ງຊາດ ປະທານກຳມາທິການເສດຖະກິດ-ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ທັງເປັນສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 11, ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ, ມີບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະ ຄະນະປະຈຳພັກແຂວງ,ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈຳປາສັກ ຈະພິຈາລະນາຮັບຮອງບັນຫາ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈຳປາສັກ ຈະພິຈາລະນາຮັບຮອງບັນຫາ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈຳປາສັກ ຊຸດທີ II ໄຂຂຶ້ນໃນວັນທີ 15 ກໍລະກົດ​ນີ້​ທີ່ສະໂມສອນກອງບັນຊາການທະຫານແຂວງ​ ໂດຍການເປັນປະທານຂອງ​ ທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງຈໍາປາສັກ., ມີ​ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ, ບັນດາການນໍາຈາກສູນກາງ,​ ແຂວງ ແລະ ເມືອງເຂົ້າຮ່ວມ.​
ສະພາປະຊາຊົນແຂວງເຊກອງ ຊຸດທີ II ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9

ສະພາປະຊາຊົນແຂວງເຊກອງ ຊຸດທີ II ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ (ສພຂ) ເຊກອງ ຊຸດທີ II ໄຂຂຶ້ນໃນຕອນເຊົ້າວັນທີ 15 ກໍລະກົດນີ້ ທີ່ສະໂມສອນ ສພຂ, ພາຍໃຕ້ການເປັນປະທານຂອງ ທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ, ມີທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ, ມີບັນດາການນໍາ-ອະດີດການນໍາ ແລະ ພາກສ່ວນກ່ຽວຂ້ອງທົ່ວແຂວງ ເຂົ້າຮ່ວມ.
ຍົກສູງຄຸນນະພາບທາງດ້ານເນື້ອໃນກອງປະຊຸມສະໄໝສາມັນເທື່ອທີ 9ຂອງສະພາປະຊາຊົນແຂວງ ຊຸດທີII

ຍົກສູງຄຸນນະພາບທາງດ້ານເນື້ອໃນກອງປະຊຸມສະໄໝສາມັນເທື່ອທີ 9ຂອງສະພາປະຊາຊົນແຂວງ ຊຸດທີII

ເພື່ອເປັນການກະກຽມຄວາມພ້ອມທາງດ້ານເນື້ອໃນໃຫ້ແກ່ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II ທີ່ຈະໄຂຂຶ້ນໃນລະຫວ່າງວັນທີ 28-31 ກໍລະກົດ 2025 ທີ່ຈະມາເຖິງນີ້. ດັ່ງນັ້ນ, ໃນວັນທີ 14-15 ກໍລະກົດ 2025 ນີ້, ສະພາປະຊາຊົນແຂວງສະຫວັນນະເຂດ, ໄດ້ຈັດກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II, ໂດຍພາຍໃຕ້ການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກ ປະທານສະພາປະຊາຊົນແຂວງ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງສະຫວນະເຂດ, ມີບັນດາຄະນະປະຈໍາສະພາປະຊາຊົນແຂວງ, ເລຂາພັກເມືອງພີນ, ສະມາຊິສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ທີ່ປະຈໍາຢູ່ທ້ອງຖິ່ນ, ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງ 14 ເມືອງ-ນະຄອນ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ເຈົ້າແຂວງສະຫວັນນະເຂດ ເນັ້ນໃຫ້ຄະນະນໍາເມືອງອາດສະພອນເປັນເອກະພາບຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່

ເຈົ້າແຂວງສະຫວັນນະເຂດ ເນັ້ນໃຫ້ຄະນະນໍາເມືອງອາດສະພອນເປັນເອກະພາບຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່

ໃນວັນທີ 11 ກໍລະກົດຜ່ານມາ ຢູ່ທີ່ສະໂມສອນຂອງເມືອງ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະການນໍາຂອງແຂວງຈາກພະແນກການ-ກົມກອງອ້ອມຂ້າງແຂວງ, ໄດ້ລົງເຄື່ອນໄຫວພົບປະໂອ້ລົມພະນັກງານການຳເມືອງອາດສະພອນ, ໂດຍມີທ່ານ ບຸນລັດ ລໍບານເຢັນ ເລຂາບໍລິຫານງານພັກເມືອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງເມືອງເຂົ້າຮ່ວມ.
ເພີ່ມເຕີມ