ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ
ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ສະພາປະຊາຊນແຂວງຫວງພະບາງ ຊດທ IV ສຳເລດກອງປະຊມທາຍສະໄໝ - image 1
 

ໃນນັ້ນ, ຮັບຮອງເອົາການສະເໜີແຕ່ງຕັ້ງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ເປັນປະທານຄະນະກໍາມະການປົກຄອງແຂວງ, ທ່ານ ນາງ ວຽນວິໄລ ດີລະພັນ ແລະ ທ່ານ ຈີນດາວົງ ໂພສີຄໍາ ເປັນຮອງປະທານ ຄະນະກໍາມະການປົກຄອງແຂວງ, ທັງຮັບຮອງໂຄງປະກອບກົງຈັກການຈັດຕັ້ງ ຂອງຄະນະກໍາມະການປົກຄອງແຂວງ ຈຳນວນ 14 ພະແນການ ແລະ 3 ອົງການທຽບເທົ່າ; ຮັບຮອງ ເອົາບົດລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານຂອງແຂວງ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈຳປີ 2026; ໂດຍໄດ້ສະເໜີໃຫ້ ອົງການປົກຄອງແຂວງ ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດ ບັນດາຈຸດສຸມຕ່າງໆ ໃຫ້ສໍາເລັດຕາມແຜນການທີ່ວາງໄວ້, ເພີ່ມທະວີວຽກງານຊຸກຍູ້ ແລະ ສົ່ງເສີມການລົງທຶນທັງພາຍໃນ ແລະ ຕ່າງປະເທດ, ບູລະນະ ແລະ ສ້ອມແປງເສັ້ນທາງ, ຊຸກຍູ້ການຜະລິດກະສິກໍາ ເພື່ອຕອບສະໜອງໃຫ້ການບໍລິໂພກພາຍໃນແຂວງ, ໄປພ້ອມໆກັບການຊຸກຍູ້ໃຫ້ອົງການທີ່ກ່ຽວຂ້ອງ ສຸມໃສ່ການສໍາຫຼວດ ແລະ ວັດແທກໃບຕາດິນ ໃຫ້ບັນລຸຕາມແຜນການທີ່ວາງໄວ້; ພ້ອມນັ້ນໄດ້ຮັບຮອງ ບົດລາຍງານການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026 ຂອງອົງການກວດສອບ ປະຈໍາພາກເໜືອ1, ບົດລາຍງານຜົນການກວດສອບຄືນ ແລະ ການສະຫຼຸບງົບປະມານຂາດຕົວ ປະຈໍາປີ 2024 ຂອງແຂວງຫຼວງພະບາງ, ບົດລາຍງານ ການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ຂອງອົງການກວດກາລັດແຂວງ, ອົງການໄອຍະການປະຊາຊົນພາກ ເໜືອ, ອົງການໄອຍະການປະຊາຊົນແຂວງ, ສານປະຊາຊົນພາກເໜືອ, ສານປະຊາຊົນແຂວງ ແລະ ຂອງສະພາປະຊາຊົນແຂວງ, ພ້ອມນັ້ນ ໄດ້ຮັບຟັງບົດປະກອບຄໍາເຫັນ ຂອງແນວລາວສ້າງຊາດແຂວງ ກ່ຽວກັບ ການຕິດຕາມກວດກາ ການຈັດຕັ້ງປະຕິບັດ ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາປະຊາຊົນແຂວງ ໃນໄລຍະ 5 ປີ ແລະ ການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2025, ທິດທາງແຜນການ ປະຈຳປີ 2026 ແລະ ໄດ້ຮັບຟັງການຊີ້ແຈງບັນຫາ ທີ່ກໍາລັງເປັນບັນຫາຢູ່ໃນສັງຄົມ, ກໍຄືບັນຫາທີ່ປະຊາຊົນໃຫ້ຄວາມສົນໃຈ ໂດຍໄດ້ຮັບການຊີ້ແຈງຈາກພະແນກການ ທີ່ກ່ຽວຂ້ອງ ຢ່າງສົມເຫດສົມຜົນ ແລະມີຄວາມເປັນເອກະພາບສູງ.

ສະພາປະຊາຊນແຂວງຫວງພະບາງ ຊດທ IV ສຳເລດກອງປະຊມທາຍສະໄໝ - image 2
 

ຕອນທ້າຍກອງປະຊຸມ ໄດ້ມີການປະດັບຫຼຽນກາລະນຶກຂອງສະພາແຫ່ງຊາດ ໃຫ້ຜູ້ທີ່ມີຜົນງານປະກອບສ່ວນວຽກງານສະພາໃນໄລຍະຜ່ານມາ ຕື່ມອີກ.

(ຂ່າວ: ອາພຸດເດດ ບຸບຜາ, ພາບ: ທະນູສີນ ອິດທິພົນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ສສຊ ສສນວ ຮັບຮອງເອົາບົດລາຍງານຂອງສະພາປະຊາຊົນ ນວ

ສສຊ ສສນວ ຮັບຮອງເອົາບົດລາຍງານຂອງສະພາປະຊາຊົນ ນວ

ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ໃນວັນທີ 18 ທັນວານີ້ ທີ່ອົງການປົກຄອງ ນວ, ພາຍໃຕ້ການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ, ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ປະຈຳເຂດເລືອກຕັ້ງ ທີ່ 1 ນະຄອນຫຼວງວຽງຈັນ(ນວ) ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ(ສສນວ) ເຫັນດີເປັນເອກະພາບຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປີ 2025 ຂອງສະພາປະຊາຊົນ ນວ ຊຸດທີ IV ແລະ ແຜນວຽກຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກ, ທິດທາງແຜນການ ປະຈຳປີ 2026 ຂອງສະພາປະຊາຊົນ ນວ ຊຸດທີ V ດ້ວຍຄະແນນສຽງເຫັນດີຢ່າງເປັນເອກະສັນ.
ເມືອງເງິນປິດສະຫຼຸບການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ

ເມືອງເງິນປິດສະຫຼຸບການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ

ວັນທີ 16 ທັນວາຜ່ານມາ ຢູ່ທີ່ຫ້ອງປະຊຸມຫ້ອງການ-ການເງິນເມືອງເງິນ ແຂວງ ໄຊຍະບູລີ. ໄດ້ປີດສະຫຼຸບການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ ທົ່ວເມືອງເງິນ ຄັ້ງທີ V ປີ 2025, ເຂົ້າຮ່ວມເປັນກຽດຂອງທ່ານ ອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກຳມະການປົກຄອງເມືອງ ຮອງຄະນະຊີ້ນໍາການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ ທົ່ວເມືອງເງິນ ຄັ້ງທີ V ປີ 2025, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ນັກກວດກາ ແລະ ນັກເດີນສໍາຫຼວດເຂົ້າຮ່ວມ.
ອັດຕະປື ຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງຂອງຄະນະກຳມະການປົກຄອງແຂວງ

ອັດຕະປື ຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງຂອງຄະນະກຳມະການປົກຄອງແຂວງ

ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ອັດຕະປື ຊຸດທີ່ IV ໄຂຂຶ້ນໃນວັນທີ 17 ທັນວາ 2025ນີ້ ທີ່ຫ້ອງປະຊຸມໃຫຍ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງ, ມີບັນດາການນໍາພັກ-ລັດຂອງແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17, ສະມາຊິກສະພາປະຊາຊົນແຂວງ, ແຂກທີ່ຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ