ສະພາບການສະໜອງນໍ້າມັນເຊື້ອໄຟ ໃນ ສປປ ລາວ

ສະພາບການສະໜອງນໍ້າມັນເຊື້ອໄຟ ໃນ ສປປ ລາວ

ສະພາບການສະໜອງນໍ້າມັນເຊື້ອໄຟ ໃນ ສປປ ລາວ
ໃນວັນທີ 11 ມີນານີ້ ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈຳສໍານັກງານນາຍົກລັດຖະມົນຕີ ໂຄສົກລັດຖະບານ ພ້ອມດ້ວຍທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບສະພາບການສະໜອງນໍ້າມັນເຊື້ອໄຟໃຫ້ສັງຄົມໄດ້ຊົມໃຊ້ ມາຍັງປະຊາຊົນລາວໃນທົ່ວປະເທດຊາບທົ່ວເຖິງກັນວ່າ: ຈາກສະພາບຄວາມບໍ່ສະຫງົບທີ່ເກີດຂຶ້ນຢູ່ເຂດຕາເວັນອອກກາງ ຊຶ່ງເປັນເຂດບັນດາປະເທດທີ່ຜະລິດ ແລະ ສົ່ງອອກນໍ້າມັນເຊື້ອໄຟລາຍໃຫຍ່ຂອງໂລກ ນັບແຕ່ທ້າຍເດືອນກຸມພາ 2026 ເຖິງປັດຈຸບັນ ໄດ້ເຮັດໃຫ້ການຜະລິດ ແລະ ສົ່ງອອກນໍ້າມັນເຊື້ອໄຟຈາກແຫຼ່ງດັ່ງກ່າວມີຄວາມຈຳກັດ ແລະ ສົ່ງຜົນກະທົບຕໍ່ຫຼາຍໆປະເທດໃນໂລກ ລວມທັງ ສປປ ລາວ ພວກເຮົາຢ່າງຫຼີກລ່ຽງບໍ່ໄດ້ ໂດຍສະເພາະ ລາຄານໍ້າມັນເຊື້ອໄຟທີ່ເພີ່ມສູງຂຶ້ນ ແລະ ປະລິມານຄວາມສາມາດນໍ້າເຂົ້ານໍ້າມັນກໍມີທ່າອ່ຽງຫຼຸດລົງ, ຖ້າຫາກສະພາບການດັ່ງກ່າວຍັງສືບຕໍ່ແກ່ຍາວກໍຈະສົ່ງຜົນກະທົບຫຼາຍດ້ານຕໍ່ເສດຖະກິດ-ສັງຄົມ ລວມທັງການປະຕິບັດຄາດໝາຍຕ່າງໆ ທີ່ກຳນົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.


ຕໍ່ສະພາບການດັ່ງກ່າວ, ລັດຖະບານ ແມ່ນບໍ່ໄດ້ນິ້ງເສີຍ ໂດຍໄດ້ສົມທົບກັບອົງການປົກຄອງທຸກຂັ້ນ ເອົາໃຈໃສ່ຕິດຕາມ ແລະ ເຝົ້າລະວັງຢ່າງໃກ້ຊິດ ເພື່ອນໍານໍ້າມັນມາສະໜອງໃຫ້ສັງຄົມ ແລະ ໂຄງການພັດທະນາຕ່າງໆ ໄດ້ໂດຍພື້ນຖານ ແລະ ພະຍາຍາມບໍ່ໃຫ້ເກີດມີສະພາບການຂາດແຄນນໍ້າມັນ. ທີ່ຜ່ານມາບາງປໍ້າ ແມ່ນນໍ້າມັນຂາດຊົ່ວຄາວ ຍ້ອນການຂົນສົ່ງຈາກສາງ ຫາປໍ້າ ບໍ່ທ່ວງທັນ. ພ້ອມກັນນັ້ນ, ກໍໄດ້ສົມທົບກັບບັນດາປະເທດອ້ອມຂ້າງທີ່ມີກົນໄກການຮ່ວມມືກັນມາກ່ອນແລ້ວ ເພື່ອຮັບມືກັບສະພາບການທີ່ອາດເກີດຂຶ້ນ ເຖິງແມ່ນວ່າລາຄາຈະເພີ່ມຂຶ້ນກໍຕາມ. ປັດຈຸບັນ ຂໍຢືນຢັນວ່າ ການສະໜອງນ້ຳມັນພາຍໃນປະເທດ ແມ່ນຍັງຢູ່ໃນເກນທີ່ສາມາດຄວບຄຸມໄດ້ ແລະ ຍັງມີປະລິມານສຳຮອງທີ່ພຽງພໍສຳລັບການຊົມໃຊ້ໃນໄລຍະໜຶ່ງ, ການນຳເຂົ້າຈາກຕ່າງປະເທດ ສາມາດສະໜອງຂ້ອນຂ້າງໄດ້ປົກກະຕິ, ທີ່ສໍາຄັນ ລັດຖະບານ ໄດ້ມີມາດຕະການສຸກເສີນ ແລະ ສະເພາະໜ້າ ເປັນຕົ້ນ ໄລຍະ 1-30 ວັນ, ໄລຍະ 3-12 ເດືອນໄວ້ແລ້ວ ຊຶ່ງບັນດາມາດຕະການດັ່ງກ່າວ ອາດຕ້ອງໄດ້ປັບປຸງໃຫ້ລະອຽດ ແລະ ແທດເໝາະກັບການຜັນແປຂອງສະພາບການໃນແຕ່ລະວັນ ທັງຈະໄດ້ສືບຕໍ່ຕິດຕາມ ແລະ ວາງມາດຕະການແກ້ໄຂບັນຫາຕ່າງໆ ໃນຕໍ່ໜ້າຢ່າງຮອບຄອບ, ຮັດກຸມ ແລະ ທັນກັບສະພາບການ.
ສະນັ້ນ, ໃນໂອກາດນີ້, ຈຶ່ງຮຽກຮ້ອງມາຍັງພະນັກງານ, ທະຫານ, ຕໍາຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ຈົ່ງຊ່ວຍກັນປະຢັດມັດທະຍັດໃຊ້ຈ່າຍໃນສິ່ງທີ່ຈໍາເປັນ ໂດຍສະເພາະ ແມ່ນການຊົມໃຊ້ນໍ້າມັນເຊື້ອໄຟ, ການນຳໃຊ້ຍານພາຫະນະ ໂດຍຫັນໄປນຳໃຊ້ລົດໄຟຟ້າ, ລົດສາທາລະນະ ໂດຍສານມວນຊົນ ແລະ ໃນຕໍ່ໜ້າ ລັດຖະບານຈະພິຈາລະນາ ນະໂຍບາຍປິ່ນອ້ອມເຊັ່ນ: ການເຮັດວຽກແບບທາງໄກ ເປັນຕົ້ນ. ໃນຂະນະດຽວກັນ ກໍຮຽກຮ້ອງມາຍັງບັນດາຜູ້ປະກອບການທຸລະກິດຕ່າງໆ ຈົ່ງຢ່າໄດ້ສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ຫຼື ກັກຕຸນສິນຄ້າ ກໍຄືນໍ້າມັນເຊື້ອໄຟ ຫາກພົບເຫັນການສວຍໂອກາດຂຶ້ນລາຄາສິນຄ້າແມ່ນສາມາດໂທແຈ້ງສາຍດ່ວນ 1510 ແລະ ເວັບໄຊປົກປ້ອງຜູ້ຊົມໃຊ້ WWW.lcp.gov.la ໄດ້.
ໃນຕອນທ້າຍທ່ານໄດ້ຮຽກຮ້ອງມາຍັງທົ່ວສັງຄົມ ຈົ່ງສືບຕໍ່ປຸ້ມລຸມຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ໃຫ້ການຊ່ວຍເຫຼືອຮ່ວມມືຊຶ່ງກັນ ແລະ ກັນໃນຍາມຫຍຸ້ງຍາກ, ນຳໃຊ້ຂໍ້ມູນຂ່າວສານຢ່າງມີສະຕິ, ທັງມີສະຕິຕໍ່ກົນອຸບາຍກ່າວທັບຖົມໂຈມຕີ-ໃສ່ຮ້າຍປ້າຍສີ ທີ່ບໍ່ສ້າງສັນຂອງກຸ່ມຄົນທີ່ບໍ່ຫວັງດີ ແລະ ປະຕິບັດໜ້າທີ່ຂອງຕົນໃຫ້ດີທີ່ສຸດ ຈຶ່ງຈະເຮັດໃຫ້ພວກເຮົາສາມາດຜ່ານຜ່າຄວາມສ່ຽງ-ຄວາມຫຍຸ້ງຍາກຕ່າງໆໄປໄດ້ດ້ວຍດີ.
ຂ່າວ: ກົມປະຊາສຳພັນ ຫສນຍ; ພາບ: ສຳນານ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພະແນກ ວທ ສາລະວັນ ສະຫຼຸບຜົນງານ 9 ເດືອນ ຕິດພັບກັບການມອບຫຼຽນກາລະນຶກ 50 ປີ

ພະແນກ ວທ ສາລະວັນ ສະຫຼຸບຜົນງານ 9 ເດືອນ ຕິດພັບກັບການມອບຫຼຽນກາລະນຶກ 50 ປີ

ກອງປະຊຸມຄົບຄະນະພັກຮາກຖານ ຄັ້ງທີ 2 ສະໄໝທີ I ຂອງພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ແຂວງສາລະວັນ ຕິດພັບກັບການມອບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ຈັດຂຶ້ນໃນວັນທີ 6 ພະຈິກຜ່ານມາ,ທີ່ ພະແນກ ວທ ແຂວງ, ໂດຍການເປັນປະທານຂອງສະຫາຍ ຄໍາໄພ ໄຊຍະເດດ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກ ວທ ແຂວງ,ມີຄະນະພັກຮາກຖານ, ເລຂາໜ່ວຍພັກ,ສະມາຊິກພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບຸນນະມັດສະການພະທາດຫຼວງວຽງຈັນ ຈະຈັດຂຶ້ນໃນວັນທີ 20-24 ພະຈິກ​ 2026

ບຸນນະມັດສະການພະທາດຫຼວງວຽງຈັນ ຈະຈັດຂຶ້ນໃນວັນທີ 20-24 ພະຈິກ​ 2026

ວັນທີ 9 ພະຈິກຜ່ານມາ, ນະຄອນ​ຫຼວງວຽງຈັນ ໄດ້ກະກຽມຄວາມພ້ອມຈັດງານບຸນນະ​ມັດສະການພະ ທາດຫຼວງວຽງຈັນ ພ້ອມງານວາງສະແດງ ແລະ ຈຳໜ່າຍສິນຄ້າປະຈຳປີ 2026 ໃນລະຫວ່າງວັນທີ 20-24 ພະຈິກ 2026 ຢູ່ບໍລິເວນພະທາດຫຼວງວຽງຈັນ ພາຍໃຕ້ຄຳຂວັນ “ຮ່ວມກັນອະນຸລັກຮັກສາວັດທະນະທຳລາວ”.
ເປີດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນວ ຊຸດທີ V ຢ່າງເປັນທາງການ

ເປີດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນວ ຊຸດທີ V ຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ V ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 10 ພະຈິກນີ້ ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານ ຂອງທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ; ເຂົ້າຮ່ວມມີທ່ານປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ, ມີບັນດາທ່ານການນໍາພັກ-ລັດ ຂອງ ນວ, ບັນດາທ່ານສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນວ, ບັນດາທ່ານສະມາຊິກສະພາປະຊາຊົນ ນວ ຊຸດທີ V, ປະທານ-ຮອງປະທານຄະນະກຳມະການປົກຄອງເມືອງ, ຫົວໜ້າ-ຮອງຫົວໜ້າ ພະແນກການ, ອົງການຈັດ ຕັ້ງພັກ-ລັດ, ແນວລາວສ້າງຊາດ ພ້ອມດ້ວຍແຂກຖືກເຊີນ.
ລົງນາມຮ່ວມມືນໍາພາເຍົາວະຊົນ-ອະນຸຊົນ ຮຽນຮູ້ປະຫວັດສາດຈາກສະຖານທີ່ຈິງ

ລົງນາມຮ່ວມມືນໍາພາເຍົາວະຊົນ-ອະນຸຊົນ ຮຽນຮູ້ປະຫວັດສາດຈາກສະຖານທີ່ຈິງ

ເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການສູນກາງພັກ, ກົມເຍົາວະຊົນສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ແລະ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ຜູ້ນຳປະຕິວັດຂອງຫ້ອງວ່າການສູນກາງພັກ ໄດ້ຈັດພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຮ່ວມກັນຈັດຕັ້ງທັດສະນະສຶກສາ ແລະ ກິດຈະກຳຮຽນຮູ້ປະຫວັດສາດໃຫ້ເຍົາວະຊົນ ແລະ ອະນຸຊົນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ເພັດ ພົມພິພັກ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ແລະ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ ພ້ອມດ້ວຍບັນດາການນຳ ແລະ ພະນັກງານຈາກສອງພາກສ່ວນ. ຮ່ວມລົງນາມໂດຍ ທ່ານ ນາງ ໃບຄູນ ສົມບັດດວງ ຫົວໜ້າກົມພິພິທະພັນ ໄກສອນ ພົມວິຫານ ແລະ ຜູ້ນໍາປະຕິວັດ ຫ້ອງວ່າການສູນກາງພັກ ແລະ ທ່ານ ນາງ ວິໄລວັນ ວົງພັກດີ ວ່າການຫົວໜ້າກົມເຍົາວະຊົນ ສຊປລ.
ທ່ານ ທອງລີ ສີສຸລິດ ຢ້ຽມຢາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ ທີ່ກອງພັນໃຫຍ່ 302

ທ່ານ ທອງລີ ສີສຸລິດ ຢ້ຽມຢາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ ທີ່ກອງພັນໃຫຍ່ 302

ວັນທີ 7 ພະຈິກ ຜ່ານມາ, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ພ້ອມຄະນະ ໄດ້ລົງຢ້ຽມຢາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ ທີ່ກອງພັນໃຫຍ່ 302 ເມືອງຜາອຸດົມ ແຂວງບໍ່ແກ້ວ ເຂົ້າຮ່ວມໃນຄັ້ງນີ້ມີທ່ານ ອາຄົມເດດ ວົງໄຊ ກຳມະການສຳຮອງສູນກາງພັກ ປະທານສະພາບໍລິຫານ ບໍລິສັດລັດວິສາຫະກິດໄຟຟ້າລາວ, ທ່ານ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ກະຊວງປ້ອງກັນປະເທດ, ທ່ານ ພົນຈັດຕະວາ ສຸກສະຫວັນ ດາລາສຸກ ຜູ້ບັນຊາການກອງພົນທະຫານຮາບທີ 3, ພ້ອມດ້ວຍບັນດາການນຳ, ນາຍ ແລະ ພົນທະຫານ.
ສນຊ ໄດ້ຮັບເຂົ້າສານ 200 ໂຕນ ຈາກອົງການໃຈບຸນສາກົນ ເດເຊເຣັດ

ສນຊ ໄດ້ຮັບເຂົ້າສານ 200 ໂຕນ ຈາກອົງການໃຈບຸນສາກົນ ເດເຊເຣັດ

ພິທີມອບ-ຮັບເຂົ້າສານຈຳນວນ 200 ໂຕນ ລວມມູນຄ່າ 185,616 ໂດລາ ຈາກອົງການໃຈບຸນສາກົນ ເດເຊເຣັດ (Deseret International Charities ຫຼື DIC) ເພື່ອນຳໄປຊ່ວຍເຫຼືອບັນເທົາທຸກ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ປະສົບໄພພິບັດນ້ຳຖ້ວມໃນ 2 ແຂວງພາກເໜືອ ຄື: ແຂວງອຸດົມໄຊ ແລະ ແຂວງຫຼວງນ້ຳທາ ຈັດຂຶ້ນໃນວັນທີ 9 ພະຈິກນີ້ ທີ່ສູນກາງແນວລາວສ້າງຊາດ (ສນຊ) ໃຫ້ກຽດກ່າວມອບໂດຍ ທ່ານ ຕຽງສັກ ອິນທະວົງ ຫົວໜ້າອົງການໃຈບຸນສາກົນ ເດເຊເຣັດ ປະຈຳ ສປປ ລາວ ແລະ ກ່າວຮັບໂດຍທ່ານ ວິຣະພົງສ໌ ພົມດວງສີ ຮອງປະທານ ສນຊ ໂດຍມີຄະນະນຳ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ຄຳມ່ວນ ເປີດຊຸດອົບຮົມ ຍົກລະດັບວຽກເກັບກຳແນວຄິດ-ຫາງສຽງສັງຄົມ

ຄຳມ່ວນ ເປີດຊຸດອົບຮົມ ຍົກລະດັບວຽກເກັບກຳແນວຄິດ-ຫາງສຽງສັງຄົມ

ແຂວງຄຳມ່ວນ ໄດ້ເປີດຊຸດຝຶກອົບຮົມວຽກງານເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ປະຈຳປີ 2026ໃນ​ວັນ​ທີ 9 ພະ​ຈິກ​ນີ້ ໂດຍການ​ເປັນ​ປະ​ທານ​ຂອງ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ,ມີ ທ່ານ ນວນຕາ ແກ້ວນະວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຄະນະກຳມະການເກັບກຳຫາງສຽງສັງຄົມຂັ້ນແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນ

ສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນ

ສື່ມວນຊົນຈາກ8 ເມືອງແລະຕາໜ່າງຂ່າວຈາກພະແນກການອ້ອມຂ້າງແຂວງສາລະວັນ ຈຳນວນ 26 ທ່ານ,ໄດ້ສຳເລັດການຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດ ປະຈຳປີ2026ເຊິ່ງໄດ້ມີການຮຽນຮູ້ທັງພາກທິດສະດີ ແລະ ການປະຕິບັດຕົວຈິງ, ຍົກສູງຂີດຄວາມສາມາດໃນການຜະລິດຂ່າວ, ບົດຄວາມ.
ແຂວງວຽງຈັນ ສະຫຼອງວັນຊົນລະປະທານພ້ອມເປີດການນຳໃຊ້ນ້ຳສຳລັບການຜະລິດລະດູແລ້ງ

ແຂວງວຽງຈັນ ສະຫຼອງວັນຊົນລະປະທານພ້ອມເປີດການນຳໃຊ້ນ້ຳສຳລັບການຜະລິດລະດູແລ້ງ

ແຂວງວຽງຈັນໄດ້ຈັດພິທີສະເຫຼີມສະຫຼອງວັນຊົນລະປະທານແຫ່ງຊາດ 3 ພະຈິກ ແລະ ເປີດການນຳໃຊ້ນ້ຳສຳລັບການຜະລິດລະດູແລ້ງ ສົກປີ 2026-2027 ໃນ​ວັນ​ທີ 6 ພະ​ຈິກ​ຜ່ານ​ມາທີ່ ໂຄງການຊົນລະປະທານຈັກສູບນ້ຳປາກແຈ້ງ ບ້ານປາກແຈ້ງ ເມືອງວຽງຄຳ, ໂດຍມີ ທ່ານ ສົມປະສົງ ສຸວົງຄຳຈັນ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ຄອນສະຫວັນ ສີອັກຄະສອນ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ການນຳເມືອງວຽງຄຳ, ຜູ້ຕາງໜ້າກົມຊົນລະປະທານ, ແຂກຖືກເຊີນ ພ້ອມດ້ວຍປະຊາຊົນພາຍໃນຕາແສງປາກແຈ້ງເຂົ້າຮ່ວມ.
ຄວາມດີໃຈຂອງຊາວບ້ານດົງໝາກໄຟ ທີ່ໄດ້ຮັບເງິນຊ່ວຍເຫຼືອ

ຄວາມດີໃຈຂອງຊາວບ້ານດົງໝາກໄຟ ທີ່ໄດ້ຮັບເງິນຊ່ວຍເຫຼືອ

​ແຂວງສະຫວັນນະເຂດ ກໍແມ່ນແຂວງໜຶ່ງ ຂອງ ສປປ ລາວ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກພາຍຸທີ່ເກີດຂຶ້ນ ອັນເນື່ອງມາຈາກການປ່ຽນແປງຂອງສະພາບດິນຟ້າອາກາດ, ຝົນຕົກຫຼາຍ ຊຶ່ງສົ່ງຜົນກະທົບໂດຍກົງ ຕໍ່ວິຖີຊີວິດ, ການໄປ-ການມາ, ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ຊຶ່ງເຮັດໃຫ້ມີນ້ຳຖ້ວມເນື້ອທີ່ການຜະລິດ ພ້ອມທັງທີ່ອາໄສຂອງປະຊາຊົນ, ໂດຍສະເພາະປະຊາຊົນບ້ານດົງໝາກໄຟ ເມືອງໄຊບູລິ ແຂວງສະຫວັນນະເຂດ ດີໃຈຫຼາຍ ທີ່ໄດ້ຮັບເງິນຊ່ວຍເຫຼືອ ຈາກໄພພິບັດທາງທໍາມະຊາດ.
ເພີ່ມເຕີມ