ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ເປີດການຝຶກອົບຮົມພາສາຫວຽດ ຊຸດທີ 2

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ເປີດການຝຶກອົບຮົມພາສາຫວຽດ ຊຸດທີ 2

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ເປີດການຝຶກອົບຮົມພາສາຫວຽດ ຊຸດທີ 2
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີເປີດການຝຶກອົບຮົມພາສາຫວຽດ ຊຸດທີ 2 ຂຶ້ນຢ່າງເປັນທາງການ ໃນວັນທີ 9 ມິຖຸນາ 2026 ທີ່ສູນຝຶກອົບຮົມພາສາຫວຽດ ໂດຍມີທ່ານ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ, ທ່ານ ວົງເພັດ ອຸດົມລິດ ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ທ່ານ ຫງວຽນ ງອກຖັງ ເລຂາເອກ ສະຖານທູດຫວຽດນາມ ປະຈຳລາວ ແລະ ທ່ານ ເລືອງມິງກື ຜູ້ອຳນວຍການມະຫາວິທະຍາໄລກິວລອງ ສສ ຫວຽດນາມ ພ້ອມດ້ວຍ ພາກສວ່ນກຽວຂ້ອງເຂົ້າຮ່ວມ.
ສະຖາບນຄນຄວາວທະຍາສາດການສກສາ ເປດການຝກອບຮມພາສາຫວຽດ ຊດທ 2 - image 1
 

ສູນຝຶກອົບຮົມພາສາຫວຽດສ້າງຕັ້ງຂຶ້ນພາຍໃຕ້ການຮ່ວມມືລະຫວ່າງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ມະຫາວິທະຍາໄລກິວລອງ ສສ ຫວຽດນາມ ໄດ້ເລີ່ມຈັດຕັ້ງການຮຽນ-ການສອນ ໃນເດືອນກຸມພາ 2025 ເປັນຕົ້ນມາ ເພື່ອເປີດຮັບຄົນທົ່ວໄປທີ່ສົນໃຈຮຽນພາສາຫວຽດນາມ ແລະ ກຽມພາສາຫວຽດນາມໃຫ້ແກ່ຜູ້ທີ່ຈະໄປຮຽນຕໍ່ຢູ່ຫວຽດນາມດ້ວຍທຶນລັດຖະບານ ຫຼື ທຶນອື່ນໆ. ສູນດັ່ງກ່າວປະກອບມີພະນັກງານ ແລະ ຄູສອນຈຳນນ 10 ທ່ານ, ມີ 2 ຫ້ອງຮຽນທີ່ປະກອບດ້ວຍເຄື່ອງມື ອຸປະກອນການຮຽນທີ່ທັນສະໄໝເຮັດໃຫ້ນັກຮຽນມີຄວາມເຂົ້າໃຈດີຂຶ້ນ ແລະ ສາມາດສ້າງນັກສຶກສາທີ່ຈົບໄປແລ້ວໃນຊຸດທີ 1 ໄດ້ 200 ກວ່າຄົນ. ສຳລັບຊຸດທີ 2 ນີ້ ມີນັກຮຽນທັງ

ໝົດ 79 ຄົນ ໃນນີ້ປະກອບມີທຶນລັດຖະບານ, ນັກຮຽນຊັ້ນມັດທະຍົມສຶກສາ, ປະລິນຍາຕີ ປະລິນຍາໂທ ແລະ ພະນັກງານທົ່ວໄປ. ຊຶ່ງໄດ້ຈັດການຮຽນການສອນທັງມື້ປົກກະຕິ ຈັນ-ສຸກ ແລະ ເສົາ-ອາທິດ ນອກຈາກນັ້ນຍັງໄດຈັດກິດຈະກຳແຂ່ງຂັນກິລາ ແລະ ສິລະປະໃນມື້ສຳຄັນຂອງຊາດອີກດ້ວຍ.

ໃນໂອກາດດັ່ງກ່າວ, ທ່ານ ເລືອງມິງກື ໄດ້ໃຫ້ກຽດກ່າວເປີດການຝຶກອົບຮົມພາສາຫວຽດນາມ ຊຸດທີ 2 ຢ່າງເປັນທາງການ ພ້ອມທັງກ່າວໃຫ້ຮູ້ວ່າ: ການຮຽນພາສາຫວຽດນາມແມ່ນຂົວຕໍ່ອັນສຳຄັນໃນການສື່ສານພາສາ ແລະ ຮ່ຳຮຽນວິຊາສະເພາະໃນລະດັບຕ່າງໆ ທັງເປັນການຮຽນຮູ້ດ້ານວັດທະນະທຳ ແລະ ເພື່ອເປັນການຮັດແໜ້ນສາຍພົວພັນຮ່ວມມືລະຫວ່າງ 2 ຊາດ ນອກຈາກນັ້ນທ່ານຍັງຈະສືບຕໍ່ສະໜັບສະໜຸນອຸປະກອນການຮຽນ-ການສອນອີກ 1 ຫ້ອງ ແລະ ງົບປະມານບໍລິຫານຈຳນວນໜຶ່ງອີກດ້ວຍ.

ໂອກາດດຽວກັນ, ທ່ານ ຫຼ້າວັນ ວົງຄຳສານ ກໍໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງສະຖານທູດຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນຊຸກຍູ້ໂຄງການນີ້ຢ່າງຕັ້ງໜ້າ ແລະ ຊ່ຽວຊານ, ຄູອາຈານ ທີ່ໄດ້ເອົາໃຈໃສ່ສິດສອນໃຫ້ນັກຮຽນ ໃຫ້ໄດ້ຮັບຄວາມຮູ້ພື້ນຖານດ້ານພາສາຫວຽດ ເພື່ອເປັນໃບເບີກທາງໃນການຮຽນຕໍ່ໃນລະດັບຕໍ່ໄປ. ດັ່ງທີ່ເຮົາຮູ້ນຳກັນດີແລ້ວວ່າ ສປ ລາວ ແລະ ສສ ຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ ທີ່ມີສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ມາແຕ່ດົນນານ. ການຮ່ວມມືດ້ານການສຶກສາ ກໍແມ່ນໜຶ່ງໃນເສົາຄ້ຳທີ່ສຳຄັນທີ່ສຸດ ທີ່ໄດ້ປະກອບສ່ວນຮັດແໜ້ນສາຍພົວພັນອັນລ້ຳຄ່ານີ້ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນ. ການທີ່ມະຫາວິທະຍາໄລກິວລອງ ແຫ່ງ ສສ ຫວຽດນາມ ໄດ້ສົມທົບກັບ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຈັດຊຸດຮຽນກຽມພາສາຫວຽດ ຂຶ້ນໃນຄັ້ງນີ້ ຖືເປັນບາດກ້າວອັນໃໝ່, ເປັນຮູບປະທຳທີ່ຈະແຈ້ງ ໃນການຈັດຕັ້ງຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ ລະຫວ່າງສອງກະຊວງ, ສອງລັດຖະບານ. ເປົ້າໝາຍຂອງຊຸດຮຽນນີ້ ແມ່ນມຸ່ງເນັ້ນການສ້າງພື້ນຖານພາສາຫວຽດໃຫ້ແກ່ນັກຮຽນ-ນັກສຶກສາລາວ ຈຳນວນ 79 ຄົນ. ຊຶ່ງໃນນັ້ນ 57ຄົນ ທີ່ໄດ້ຮັບທຶນການສຶກສາຈາກລັດຖະບານ ສສ ຫວຽດ ນາມກ່ອນທີ່ຈະເດີນທາງໄປສຶກສາຕໍ່ໃນລະດັບຕ່າງໆເຊັ່ນ: ລະດັບມັດທະຍົມສຶກສາຕອນປາຍ, ລະດັບປະລິນຍາຕີ ແລະ ປະລິນຍາໂທ ຢູ່ ສສ ຫວຽດນາມ ໃນສົກຮຽນ 2026-2027. ນອກຈາກນີ້ຍັງມີນັກສຶກສາໄດ້ຮັບທຶນແລກປ່ຽນຂອງບັນດາສະຖານການສຶກສາຕ່າງໆຂອງ ສສ ຫວຽດນາມ ແລະ ຜູ້ສົນໃຈຮຽນພາສາຫວຽດອີກດ້ວຍ. ນີ້ບໍ່ພຽງແຕ່ເປັນການເປີດໂອກາດທາງການສຶກສາໃຫ້ແກ່ລູກຫຼານເຮົາເທົ່ານັ້ນ, ແຕ່ຍັງເປັນການສ້າງຂົວຕໍ່ທາງດ້ານພາສາ ແລະ ວັດທະນະທຳ ລະຫວ່າງປະຊາຊົນສອງຊາດ ໃຫ້ເຂົ້າໃຈກັນຢ່າງເລິກເຊິ່ງ.

ພ້ອມນັ້ນ, ທ່ານ ຍັງໄດ້ເນັ້ນໜັກຕື່ມໃຫ້ນັກຮຽນຈົ່ງຕັ້ງໃຈຮ່ຳຮຽນ, ໂດຍການຖືເອົາໂອກາດອັນມີຄ່ານີ້ ເປັນໃບເບີກທາງໄປສູ່ອະນາຄົດທີ່ສົດໃສ. ພາສາແມ່ນກຸນແຈ, ການສຶກສາຄືຂຸມຊັບ ແລະ ແຕ່ຈົ່ງຮຽນຮູ້ວັດທະນະທຳ, ຮີດຄອງປະເພນີ ແລະ ຈິດໃຈຮັກຊາດອັນດູດດື່ມ ຂອງປະຊາຊົນຫວຽດນາມອ້າຍນ້ອງ ເພື່ອນຳມາພັດທະນາປະເທດຊາດລາວເຮົາໃນຕໍ່ໜ້າ.

ພ້ອມດຽວກັນນັ້ນ, ທ່ານ ຫງວຽນ ງອກຖັງ ໄດ້ຕີລາຄາສູງຕໍ່ການຮ່ວມມືລະຫວ່າງ 2 ຝ່າຍໃນການເປີດສູນຝຶກອົບຮົມພາສາຫວຽດນີ້ຂຶ້ນມາ ຖືເປັນນິມິດໝາຍອັນດີຕໍ່ມິດຕະພາບແບບພິເສດຫວຽດນາມ-ລາວ ແລະ ຈະສືບຕໍ່ໃຫ້ການສະໜັບສະໜູນ ອຳນວຍຄວາມສະດວກ ໃຫ້ແກ່ນັກສຶກສາລາວ ທີ່ໄປສຶກສາຕໍ່ທີ່ປະເທດຫວຽດນາມຢ່າງໄກ້ຊິດອີກດ້ວຍ.ແຫຼງຂ່າວ:ຂ່າວສຶກສາ, ວິທະຍາສາດ ແລະ ກິລາ

ຄໍາເຫັນ

ຂ່າວສືກສາ-ກິລາ

ຍົກສະຖານະວິທະຍາໄລຄູປາກເຊ ເປັນມະຫາວິທະຍາໄລສ້າງຄູແຫ່ງຊາດ ພ້ອມປະກາດແຕ່ງຕັ້ງຜູ້ບໍລິຫານຊຸດໃໝ່

ຍົກສະຖານະວິທະຍາໄລຄູປາກເຊ ເປັນມະຫາວິທະຍາໄລສ້າງຄູແຫ່ງຊາດ ພ້ອມປະກາດແຕ່ງຕັ້ງຜູ້ບໍລິຫານຊຸດໃໝ່

ວັນທີ 5 ພະຈິກຜ່ານມາ,ທີ່ວິທະຍາໄລຄູປາກເຊ ໄດ້ຈັດພິທີປະກາດແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ຂອງມະຫາວິທະຍາໄລສ້າງຄູແຫ່ງຊາດ ວິທະຍາເຂດຈຳປາສັກ (ຊື່ເກົ່າ: ວິທະຍາໄລຄູປາກເຊ) ຢ່າງເປັນທາງການ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຫຼ້າວັນ ວົງຄໍາສານ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລສ້າງຄູແຫ່ງຊາດ ພ້ອມດ້ວຍຜູ້ຕາງໜ້າຈາກກົມສຶກສາຊັ້ນສູງ, ກົມຈັດຕັ້ງ ກະຊວງສຶກສາທິການ ແລະ ກິລາ (ສສກ), ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ແລະ ແຂວງເຊກອງ, ພ້ອມດ້ວຍແຂກຖືກເຊີນຈາກພະແນກການກ່ຽວຂ້ອງ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ພະແນກ ວທ ແຂວງອັດຕະປື ຈັດກິດຈະກຳສົ່ງເສີມການອ່ານ ຢູ່ໂຮງຮຽນປະຖົມສົມບູນດອນໃຜ່

ພະແນກ ວທ ແຂວງອັດຕະປື ຈັດກິດຈະກຳສົ່ງເສີມການອ່ານ ຢູ່ໂຮງຮຽນປະຖົມສົມບູນດອນໃຜ່

ກອງວັດທະນະທຳ ພະແນກວັດທະນະທຳ ແລະ ການທ່ອງທ່ຽວ(ວທ) ແຂວງອັດຕະປື ໄດ້ລົງເຄື່ອນໄຫວຈັດກິດຈະກຳສົ່ງເສີມການອ່ານຂຶ້ນໃນວັນທີ 5 ພະຈິກຜ່ານມາ, ທີ່ໂຮງຮຽນປະຖົມສົມບູນບ້ານດອນໃຜ່ ເມືອງສະໜາມໄຊ, ໃຫ້ກຽດເຂົ້າຮ່ວມມີທ່ານ ອ໋ອງຄຳ ຄູນສະໄໝ ຮອງຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ, ມີທີມງານຈັດກິດຈະກຳຈາກກອງວັດທະນະທຳ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ທ່ານ ບຸນທ່ຽງ ລັດຕະນະວົງ ພູມໃຈໄດ້ນຳເອົາຄວາມຮູ້ຈາກ ມຊ ໄປໝູນໃຊ້ຢ່າງມີປະສິດທິຜົນ ກາຍເປັນຜູ້ປະກອບການ

ທ່ານ ບຸນທ່ຽງ ລັດຕະນະວົງ ພູມໃຈໄດ້ນຳເອົາຄວາມຮູ້ຈາກ ມຊ ໄປໝູນໃຊ້ຢ່າງມີປະສິດທິຜົນ ກາຍເປັນຜູ້ປະກອບການ

ໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 5 ພະຈິກນີ້, ທີ່ ມຊ. ທ່ານ ບຸນທ່ຽງ ລັດຕະນະວົງ ອະດີດນັກສຶກສາຄະນະເສດຖະ ສາດ ແລະ ບໍລິຫານທຸລະກິດ ມຊ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ວ່າ: ຕົນເອງ ເປັນຜູ້ໜຶ່ງທີ່ໄດ້ສຶກສາຮໍ່າຮຽນຢູ່ໃນຮົ້ວ ມຊ ແຫ່ງນີ້ ແລະ ຮູ້ສຶກດີໃຈ ແລະ ປະທັບໃຈທີ່ໄດ້ເຂົ້າຮ່ວມພິທີໃນຄັ້ງນີ້ ແລະ ໄດ້ແບ່ງປັນບົດຮຽນຈາກການສຶກສາ ແລະ ປະສົບການສ້າງທຸລະກິດຂອງຕົນເອງ ໂດຍຊີ້ໃຫ້ເຫັນວ່າອົງຄວາມຮູ້ທີ່ໄດ້ຮັບຈາກການສຶກສາຮໍ່າຮຽນ ສາມາດນຳໄປໝູນໃຊ້, ປະຕິບັດຕົວຈິງຢ່າງມີປະສິດທິຜົນ ຈາກພະນັກງານກິນເງິນເດືອນ ກາຍມາເປັນຜູ້ປະກອບການສ້າງວຽກເຮັດງານທຳໃຫ້ແຮງງານລາວຫຼາຍຮ້ອຍຄົນ.
ກອງປະຊຸມວິທະຍາສາດລະດັບຊາດ ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ກອງປະຊຸມວິທະຍາສາດລະດັບຊາດ ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ. ມຊ ໄດ້ຈັດກອງປະຊຸມວິທະຍາສາດ ລະດັບຊາດ ພາຍໃຕ້ຫົວຂໍ້: ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ເພື່ອການພັດທະນາແບບຍືນຍົງ ແລະ ສີຂຽວ ໃນວັນທີ 4 ພະຈິກນີ້, ທີ່ຫ້ອງປະຊຸມຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມຊ ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອໍານວຍການໃຫຍ່ ມຊ, ມີທ່ານ ນາງ ວັນແສງ ຈຸນລະມະນີ ຮອງຜູ້ອໍານວຍການໃຫຍ່ມະຫາວິທະຍາໄລສ້າງຄູແຫ່ງຊາດ, ມີນັກຄົ້ນ ຄ້ວາ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍພາກສ່ວນກ່ຽວເຂົ້າຮ່ວມ.
ພູຜາ ຄວ້າແຊັມເທັນນິດ ລາຍການ ຈູເນຍ ແຊັມປ້ຽນຊິບ 2026 ທີ່ປະເທດໄທ

ພູຜາ ຄວ້າແຊັມເທັນນິດ ລາຍການ ຈູເນຍ ແຊັມປ້ຽນຊິບ 2026 ທີ່ປະເທດໄທ

ທ້າວ ພູຜາ ຈັນທະວົງ ຫຼື ພູມ ນັກເທັນນິດດາວຮຸ່ງເຍົາວະຊົນລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນ ແລະ ສ້າງຊື່ສຽງໃຫ້ກັບປະເທດຊາດ ດ້ວຍການຄວ້າແຊັມໃນການແຂ່ງຂັນເທັນນິດເຍົາວະຊົນ ລາຍການ Junior Tennis Championship 2026 ຮຸ່ນອາຍຸບໍ່ເກີນ 14 ປີ (U-14) ທີ່ນະຄອນຫຼວງບາງກອກ ປະເທດໄທ ໃນລະຫວ່າງວັນທີ 31 ຕຸລາ ຫາ 1 ພະຈິກ ຜ່ານມາ.
ສຸພົນສາ ແລະ ເພັດນະຄອນ ສອງນັກແມ້ນປືນລາວ ຄວ້າແຊັມລາຍການ ໄອພີເອັດຊີ ຊີງແຊັມປະເທດລາວ ປະຈຳປີ 2026

ສຸພົນສາ ແລະ ເພັດນະຄອນ ສອງນັກແມ້ນປືນລາວ ຄວ້າແຊັມລາຍການ ໄອພີເອັດຊີ ຊີງແຊັມປະເທດລາວ ປະຈຳປີ 2026

ທ້າວ ສຸພົນສາ ນິຍົມ ແລະ ທ້າວ ເພັດນະຄອນ ພາມີສິດ ສອງໜຸ່ມນັກກິລາແມ້ນປືນໄອພີເອັດຊີ ທີມຊາດລາວ ນັກແມ້ນປືນລະດັບຕົ້ນຂອງປະເທດລາວ ຄວ້າແຊັມການແຂ່ງຂັນກິລາຍິງປືນ IPSC ຊີງແຊັມປະເທດລາວ ປະຈຳປີ 2026 ໄປຄອງ ຂະນະທີ່ ແຊັມປະເພດປືນໂປຣດັກຊັນຍິງເປັນຂອງນາງ ກົງຄຳ ບົວແສງພະຈັນ.
ປະກາດນຳໃຊ້ແຜນດຳເນີນງານເພື່ອຄວາມສະເໝີພາບ ຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ ຄັ້ງທີ V

ປະກາດນຳໃຊ້ແຜນດຳເນີນງານເພື່ອຄວາມສະເໝີພາບ ຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ ຄັ້ງທີ V

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີປະກາດການນຳໃຊ້ແຜນດຳເນີນງານເພື່ອຄວາມສະເໝີພາບຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ 5 ປີ ຄັ້ງທີ V ໃນວັນທີ 3 ພະຈິກຜ່ານມາ, ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ນາງ ຊູຮຸນ ຄິມ ຜູ້ອຳນວຍການພາກພື້ນຂອງອົງການ UNESCO ບາງກອກ ແລະ ທ່ານ ນາງ ເບັນນິຕ້າ ຊຳເມີວິວ ຮອງເອກອັກຄະລັດຖະທູດອົສຕຣາລີ ປະຈຳລາວ, ມີຫົວໜ້າກົມ, ຮອງກົມ, ຜູ້ຕາງໜ້າຈາກບັນດາກົມ ແລະ ພະແນກການ, ຄູ່ຮ່ວມພັດທະນາ, ແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.
ສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ຂຶ້ນໃນວັນທີ 5 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ມີບັນດາອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ພະນັກງານ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນ ເຂົ້າຮ່ວມ.
U10 ເບ ສະຫວັນ ຄວ້າແຊັມບານເຕະ Singa Cup 2026

U10 ເບ ສະຫວັນ ຄວ້າແຊັມບານເຕະ Singa Cup 2026

ຫຼານນ້ອຍສະໂມສອນບານເຕະ ເບ ສະຫວັນ ເອັຟຊີ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ສ້າງຜົນງານຄ້ວາແຊັມບານເຕະນາໆຊາດ ລາຍການ Singa Cup 2026 ທີ່ປະເທດສິງກະໂປ ໄດ້ເດີນທາງຮອດບ້ານເກີດເມືອງນອນດ້ວຍຄວາມສະຫວັດດີພາບແລ້ວ ໃນຕອນແລງວັນທີ 3 ພະຈິກຜ່ານມາ, ນຳໂດຍທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະໂມສອນ ເບ ສະຫວັນ ເອັຟຊີ ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ທັງເປັນປະ ທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ.
ໂຮງຮຽນສິນໄຊນໍາພານັກຮຽນລົງພາກປະຕິບັດຕົວຈິງເກັບກູ້ຜົນຜະລິດກະສິກຳ

ໂຮງຮຽນສິນໄຊນໍາພານັກຮຽນລົງພາກປະຕິບັດຕົວຈິງເກັບກູ້ຜົນຜະລິດກະສິກຳ

ວັນທີ 30 ຕຸລາຜ່ານມາ, ໂຮງຮຽນປະຖົມ ແລະ ມັດທະຍົມສຶກສາສົມບູນສິນໄຊ (ໂຮງຮຽນສິນໄຊ) ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳນໍາພານັກຮຽນຊັ້ນ ມ6 ຫຼາຍກວ່າ 50 ຄົນ ຍິງ 36 ຄົນ ພ້ອມດ້ວຍຄູນໍາພາ 5 ທ່ານ ນໍາໂດຍທ່ານນາງ ອາລີ ພົນເສນາ ຜູ້ອຳນວຍການໂຮງຮຽນສິນໄຊໄປທັດສະນະສຶກສາຢ້ຽມຢາມສວນສຶກສາກະສິກຳ ແລະ ສິ່ງແວດລ້ອມ ຂອງໂຮງຮຽນສິນໄຊຢູ່ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ເພີ່ມເຕີມ