![]() |
ໃນພິທີດັ່ງກ່າວ ທ່ານ ຄຳເຟື້ອງ ພັນທະໄຊ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ອິນໂດເນເຊຍ ແລະ ຕີມໍແລັດສະເຕ ໄດ້ກ່າວ ຄຳປາໄສ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ແລະ ຄວາມສຳຄັນຂອງວັນຊາດ ທີ 2 ທັນວາ, ຊຶ່ງເປັນວັນແຫ່ງຄວາມເອກອ້າງທະນົງໃຈ ທີ່ຊາດລາວ ໄດ້ກາຍເປັນປະເທດທີ່ມີເອກະລາດ, ອໍານາດອະທິປະໄຕຢ່າງສົມບູນ ຂອງປະຊາຊົນລາວບັນດາເຜົ່າ. ຕະຫຼອດໄລຍະ 50 ປີ ສປປ ລາວ ໄດ້ຮັບການບູລະນະ ແລະ ພັດທະນາ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ມີການປ່ຽນແປງຢ່າງໃຫຍ່ຫຼວງທຸກດ້ານ; ຮັບປະກັນໄດ້ຄວາມໝັ້ນຄົງ ແລະ ສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮອບຮ້ອຍ, ຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດໄດ້ຮັບການເຊີດຊູຍິ່ງຂຶ້ນ; ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ,ເອກະລັກດ້ານວັດທະນະທໍາອັນດີງາມຂອງຊາດ ໄດ້ຮັບການປົກປັກຮັກສາເປັນມໍລະດົກອັນລໍ້າຄ່າໃຫ້ຄົນລາວສືບທອດຕໍ່ໄປ; ຊີວິດຄວາມເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໄດ້ຮັບການປັບປຸງຂຶ້ນຢ່າງບໍ່ຢຸດຢັ້ງ, ແກ້ໄຂໄດ້ຄວາມທຸກຍາກເປັນກ້າວໆ ແລະ ຈະຫຼຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ພ້ອມກັນນັ້ນ ຍັງຍົກໃຫ້ເຫັນການສືບຕໍ່ຍຶດໝັ້ນແນວທາງການຕ່າງປະເທດ, ການພົວພັນຮ່ວມມືເພື່ອການພັດທະນາ ແລະ ການເຊື່ອມຈອດອະນຸພາກພື້ນ ແລະ ໃນເວທີໂລກ.ນອກຈາກນັ້ນ, ກໍໄດ້ຍົກໃຫ້ເຫັນບັນດາຜົນສໍາເລັດ ຂອງການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສ.ອິນໂດເນເຊຍ ຕະຫຼອດໄລຍະ 68 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດນຳກັນ. ນອກຈາກນີ້, ໃນພິທີຍັງໄດ້ມີການວາງສະແດງຮູບພາບການເຄື່ອນໄຫວການພົວພັນສອງຝ່າຍ ລະ ຫວ່າງ ສປປ ລາວ ແລະ ສອິນໂດເນເຊຍ ໃນໄລຍະຜ່ານມາ ແລະ ຮູບພາບສະຖານທີ່ສຳຄັນດ້ານ.ປະຫວັດສາດ ແລະ ການທ່ອງທ່ຽວຂອງລາວ, ມີການສາຍວິດີໂອການທ່ອງທ່ຽວຂອງ ສປປ ລາວ, ມີການສະແດງສິລະປະຫຼາຍລາຍການ ໂດຍລູກຫຼານພະນັກງານ ແລະ ນັກສຶກສາ, ມີການຈັດຟ້ອນລຳວົງມ່ວນຊື່ນຕາມຮີດຄອງປະເພນີອັນດີງານຂອງລາວ. ພ້ອມນີ້, ຍັງໄດ້ມີອາຫານລາວໃນງານລ້ຽງດັ່ງກ່າວ ເພື່ອເປັນການເຜີຍແຜ່ວັດທະນະທຳດ້ານອາຫານຂອງລາວ ໃຫ້ຕ່າງປະເທດໄດ້ຊີມລົດຊາດອາຫານລາວ.
![]() |
(ຂ່າວ: ກຕທ)


ຄໍາເຫັນ