ສະຖານທູດ ລາວ ທີ່ ແຄນເບີຣາ ສະຫຼອງວັນຊາດ ທີ 2 ທັນວາ

ສະຖານທູດ ລາວ ທີ່ ແຄນເບີຣາ ສະຫຼອງວັນຊາດ ທີ 2 ທັນວາ

ສະຖານທູດ ລາວ ທີ່ ແຄນເບີຣາ ສະຫຼອງວັນຊາດ ທີ 2 ທັນວາ
ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາອົດສຕຣາລີ ແລະ ນິວຊີແລນ ໄດ້ຈັດງານສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975-2/12/2025) ທີ່ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ ແຄນເບີຣາ, ປະເທດອົດສຕຣາລີ ໃນເມື່ອບໍ່ດົນຜ່ານມາ, ໂດຍມີທ່ານ ນາງ ມິດເເຊວ ຈັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າອົດສຕຣາລີ, ໃນນາມແຂກກິຕິມະສັກຂອງລັດຖະບານອົດສຕຣາລີ, ບັນດາຫົວໜ້າກົມ ແລະ ເຈົ້າໜ້າທີ່ຂອງກະຊວງການຕ່າງປະເທດ ແລະ ການຄ້າອົດສຕຣາລີ, ບັນດາກະຊວງຂະແໜງການທີ່ກ່ຽວຂ້ອງຂອງອົດສຕຣາລີ, ທູຕານຸທູດ, ຜູ້ຕາງໜ້າອົງການຈັດຕຕັ້ງສາກົນ, ພີ່ນ້ອງຄົນເຊື້ອຊາດລາວຢູ່ອົດສະຕຣາລີ, ພະນັກງານສະຖານທູດ ແລະ ບັນດານັກສຶກສາລາວ ຢູ່ອົດສຕຣາລີເຂົ້າຮ່ວມຫຼາຍກວ່າ 250 ຄົນ.
ສະຖານທດ ລາວ ທ ແຄນເບຣາ ສະຫອງວນຊາດ ທ 2 ທນວາ - image 1
 

 

ໃນໂອກາດດັ່ງກ່າວ, ທ່ານ ນາງ ມິດເເຊວ ຈັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າອົດສຕຣາລີ ໄດ້ຂຶ້ນກ່າວຄໍາເຫັນໃນນາມແຂກກິຕິມະສັກຂອງລັດຖະບານອົດສຕຣາລີ, ໂດຍໄດ້ສະແດງຄວາມຊົມເຊີຍຄົບຮອບ 50 ປີ ແຫ່ງການສ້າງຕັ້ງ ສປປ ລາວ ແລະ ຜົນສຳເລັດຕ່າງໆຂອງ ສປປ ລາວ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືຢ່າງມີປະສິດທິພາບລະຫວ່າງ ສປປ ລາວແລະ ອົດສຕຣາລີ ຊຶ່ງໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນປີ 1952, ໂດຍສະເພາະການຍົກລະດັບສາຍພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຮອບດ້ານໃນປີ 2024 ໂດຍມີຂົງເຂດການຮ່ວມມື ຄື: 1) ປະຊາຊົນ, ການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ; 2) ເສດຖະກິດ, ການຄ້າ ແລະ ການລົງທຶນ; 3) ການປ່ຽນແປງດິນຟ້າອາກາດ, ສິ່ງແວດລ້ອມ ແລະ ພະລັງງານ; ແລະ 4) ວຽກງານປ້ອງກັນຊາດ ແລະ ການບັງຄັບໃຊ້ກົດໝາຍ. ພ້ອມນີ້, ທ່ານ ນາງ ມິດແຊວ ຈັນ ຍັງໄດ້ຍົກໃຫ້ເຫັນການຮ່ວມມືກັນຢ່າງມີປະສິດທິຜົນໃນຂອບອາຊຽນ, ແມ່ນໍ້າຂອງ-ອົດສະຕຣາລີ ແລະ ຂອບການຮ່ວມມືອື່ນໆ.

ສະຖານທດ ລາວ ທ ແຄນເບຣາ ສະຫອງວນຊາດ ທ 2 ທນວາ - image 2
 

ໃນໂອກາດນີ້, ທ່ານທູດ ຈາຕຸລົງ ບົວສີສະຫວັດ ກໍໄດ້ກ່າວຄໍາເຫັນໂດຍໄດ້ສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະຂອງຄົນຮຸ່ນກ່ອນ ທີ່ໄດ້ນໍາພາການຕໍ່ສູ້ປົດປ່ອຍຊາດ ແລະ ສືບຕໍ່ນໍາພາພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ, ໄດ້ຍົກໃຫ້ເຫັນວ່າ ໃນໄລຍະ 5 ທົດສະວັດທີ່ຜ່ານມາດ້ວຍຄວາມສາມັກຄີເປັນປຶກແຜ່ນ ແລະ ຄວາມຕັດສິນໃຈຂອງປະຊາຊົນລາວບັນດາເຜົ່າ, ພາຍໃຕ້ການນໍາພາຂອງພັກ ແລະ ລັດຖະບານ, ບວກກັບການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ, ສປປ ລາວ ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ບັນດາສິ່ງທ້າທາຍໄດ້ຢ່າງມີປະສິດທິພາບ ແລະ ໄດ້ຮັບຜົນສໍາເລັດທີ່ໜ້າພາກພູມໃຈໃນທຸກຂົງເຂດເຊັ່ນ: ເສດຖະກິດໄດ້ຮັບການຂະຫຍາຍຕົວ, ມີສະຖຽນລະພາບທາງດ້ານການເມືອງ, ແລະ ສັງຄົມມີຄວາມສະຫງົບປອດໄພ ແລະ ອື່ນໆ. ທ່ານທູດ ຈາຕຸລົງ ບົວສີສະຫສັດ ໄດ້ສະແດງຄວາມຂອບໃຈຕໍ່ບັນດາປະເທດເພື່ອນມິດ ແລະ ບັນດາອົງການຈັດຕັ້ງສາກົນ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອດັ່ງກ່າວ ແລະ ໄດ້ຢືນຢັນຄວາມໝາຍໝັ້ນຂອງ ສປປ ລາວໃນການສືບຕໍ່ເຮັດວຽກກັບວົງຄະນາຍາດສາກົນຕາມນະໂຍບາຍການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື”ທີ່ສະເໝີຕົ້ນສະເໝີປາຍຂອງ ສປປ ລາວ, ແລະ ບົນພື້ນຖານການນັບຖືຊຶ່ງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ສະຖານທດ ລາວ ທ ແຄນເບຣາ ສະຫອງວນຊາດ ທ 2 ທນວາ - image 3
 
ພ້ອມກັນນັ້ນ, ທ່ານທູດ ຈາຕຸລົງ ບົວສີສະຫວັດ ຍັງໄດ້ຍົກໃຫ້ເຫັນ ແລະ ຕີລາຄາສູງບັນດາໝາກຜົນແຫ່ງມິດຕະພາບ ແລະ ການຮ່ວມມືທີ່ຍາວນານລະຫວ່າງ ສປປ ລາວ ແລະ ອົດສຕຣາລີ, ແລະ ທ່າແຮງຂອງການເປັນຄູ່ຮ່ວມມືຮອບດ້ານໃນຊຸມປີຕໍ່ໜ້າໂດຍໄດ້ສະແດງຄວາມຂອບໃຈຕໍ່ອົດສຕຣາລີທີ່ ໄດ້ໃຫ້ການຊ່ວຍເຫຼືອການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຕະຫຼອດມາ ລວມທັງການຮ່ວມມືໃນຂອບອາຊຽນ ໂດຍສະເພາະ ສປປ ລາວ ເປັນປະເທດປະສານງານການຮ່ວມມືອາຊຽນ-ອົດສຕຣາລີ ໃນປີ 2021-2024 ແລະ ການເປັນປະທານອາຊຽນຂອງ ສປປ ລາວໃນປີ 2024 ແລະ ຂອບການຮ່ວມມືແມ່ນໍ້າຂອງ-ອົດສຕຣາລີ ແລະ ຂອບການຮ່ວມມືອື່ນໆ. (ຂ່າວ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

ໂດຍຕອບສະໜອງຕາມຄຳເຊີນຂອງຄະນະສັນຕິພາບ ແລະ ສາມັກຄີ ຂອງ ລາວ, ຄະນະຜູ້ແທນ ຄະນະສັນຕິພາບ ຫວຽດນາມ ນຳໂດຍ ສະຫາຍ ອວງ ຈູລຶວ, ອະດີດກໍາມະການສູນກາງພັກ, ອະດີດ ຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ຫວຽດນາມ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 8-11 ທັນວາ 2025.
ກຕທ ລາວ-ອາແຊັກໄບຊານ ປຶກສາຫາລືດ້ານການເມືອງ ຄັ້ງປະຖົມມະລືກ

ກຕທ ລາວ-ອາແຊັກໄບຊານ ປຶກສາຫາລືດ້ານການເມືອງ ຄັ້ງປະຖົມມະລືກ

ໃນຕອນເຊົ້າວັນທີ 8 ທັນວານີ້, ທີ່ ກະຊວງການຕ່າງປະເທດ(ກຕທ), ກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງປະຖົມມະລືກ ລະຫວ່າງ ສອງກະຊວງການຕ່າງປະເທດ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາແຊັກໄບຊານ ໄດ້ເປີດຂຶ້ນໂດຍການເປັນປະທານຮ່ວມຂອງ ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ເອລນູຣ ມາມາດົບ(Elnur Mammadov), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ອາແຊັກໄບຊານ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຄະນະສັນຕິພາບ ແລະ ສາມັກຄີ ຂອງ ລາວ ແລະ ຫວຽດນາມ ພົບປະສອງຝ່າຍ

ຄະນະສັນຕິພາບ ແລະ ສາມັກຄີ ຂອງ ລາວ ແລະ ຫວຽດນາມ ພົບປະສອງຝ່າຍ

ໃນວັນທີ 9 ທັນວານີ້, ທີ່ສະພາແຫ່ງຊາດ, ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະສັນຕິພາບ ແລະ ສາມັກຄີ ຂອງ ລາວ ແລະ ຄະນະສັນຕິພາບຫວຽດນາມ. ຝ່າຍລາວ ນຳໂດຍ ສະຫາຍ ສົມມາດ ພົນເສນາ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ ແລະ ຝ່າຍ ຫວຽດນາມ ນຳໂດຍ ສະຫາຍ ອວງ ຈູລຶວ, ອະດີດກໍາມະການສູນກາງພັກ, ອະດີດຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ຫວຽດນາມ.
ສະຖານທູດ ລາວ ປະຈຳ ອິນໂດເນເຊຍ ແລະ ຕີມໍແລັດສະເຕ  ສະຫຼອງວັນຊາດ ທີ 2 ທັນວາ

ສະຖານທູດ ລາວ ປະຈຳ ອິນໂດເນເຊຍ ແລະ ຕີມໍແລັດສະເຕ ສະຫຼອງວັນຊາດ ທີ 2 ທັນວາ

ເມື່ອບໍ່ດົນຜ່ານມານີ້, ທີ່ ໂຮງແຮມ Borobudure, ຈາກາກຕາ, ສ. ອິນໂດເນເຊຍ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ. ອິນໂດເນເຊຍ ແລະ ຕີມໍແລັດສະເຕ, ແລະ ສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ທີ່ ຈາກາກຕາ ໄດ້ຈັດງານສະເຫຼີມ ສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ໂດຍການເຂົ້າຮ່ວມຂອງທ່ານ ອັບດຸນ ມູຕີ (Abdul Mu’ti), ລັດທະມົນຕີກະຊວງສຶກສາຂັ້ນພື້ນຖານ ແລະ ມັດທະຍົມ ແຫ່ງ ສ. ອິນໂດເນເຊຍ ເປັນແຂກກິດຕິມະສັກຂອງປະເທດເຈົ້າພາບ, ທ່ານ ຊຸນຕານ ບະເຕຍ ນາຈາມູດິນ (SultanBaktiar Najamudin), ປະທານສະພາຜູ້ແທນທ້ອງຖິ່ນ (Speaker of the Regional Representatives Council, DPD), ເຈົ້າໜ້າທີ່ຂັ້ນສູງຂອງກອງທັບ, ກະຊວງການຕ່າງປະເທດ, ກະຊວງຂະແໜງການອ້ອມຂ້າງ ແລະ ພາກທຸລະກິດ ຂອງອິນໂດເນເຊຍ, ທູຕານຸທູດ, ອົງການຈັດຕັ້ງສາກົນຕ່າງໆ ຢູ່ ຈາກາກຕາ, ພີ່ນ້ອງເຊື້ອຊາດລາວ, ນັກສຶກສາລາວ, ພະນັກງານສະຖານທູດ ແລະ ສໍານັກງານຜູ້ຕາງໜ້າຖາວອນ ເຂົ້າຮ່ວມຫຼາຍກວ່າ 300 ທ່ານ.
ຮອງປະທານ ສນຊ ພົບປະຢ້ຽມຢາມຮອງປະທານແນວໂຮມປະເທດຊາດຫວຽດນາມ

ຮອງປະທານ ສນຊ ພົບປະຢ້ຽມຢາມຮອງປະທານແນວໂຮມປະເທດຊາດຫວຽດນາມ

ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະທານຜູ້ປະຈໍາການ ສູນກາງແນວລາວສ້າງຊາດ(ສນຊ) ພ້ອມດ້ວຍຄະນະໄດ້ເຂົ້າພົບປະຢ້ຽມຢາມ ສະຫາຍນາງ ຮ່າ ທິ ຫງ່າ ຮອງປະທານແນວໂຮມປະເທດຊາດ ຫວຽດມ ໃນວັນທີ 5 ທັນວາ 2025 ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.
ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ເປັນໂຄງການຕົວແບບຂອງການຮ່ວມືຂອງສອງພັກສລັດ ລາວ-ຫວຽດນາມ

ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ເປັນໂຄງການຕົວແບບຂອງການຮ່ວມືຂອງສອງພັກສລັດ ລາວ-ຫວຽດນາມ

ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ທີ່ບ້ານດ່ານຊ້າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ສປປ ລາວ ເປັນສວນທີ່ໃຫ້ທຸກຊັ້ນຄົນເຂົ້າມາທ່ຽວຊົມໄດ້ ໂດຍບໍໄດ້ເສຍຄ່າຜ່າປະຕູ ສະຫາຍ ຄໍາຜາ ພິມມະສອນ, ຮອງເລຂາຄະນະພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຫົວໜ້າຮັບຜິດຊອບໂຄງການຝ່າຍລາວ ໄດ້ກ່າວວ່າ: ໂຄງການສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ເປັນໂຄງການຕົວແບບຂອງການຮ່ວມືຂອງສອງພັກສອງລັດ ລາວ-ຫວຽດນາມ ໂຄງການດັ່ງກ່າວແມ່ນໄດ້ມືການປຶກສາຫາລືກັນຕັ້ງແຕ່ປີ 2015 ແລະ ເລີມຈັດຕັ້ງປະຕິບັດຕົວຈິ່ງປີ 2022 , ມີການສໍາລວດອອກແບບ ແລະ ມີເນື້ອທີປະມານ 3 ແຮັກຕາກວ່າ ແລະ ໃນສວນແຫ່ງນີ້ ເປັນເອກະລັກແມ່ນກຸ່ມຮູບປັ້ນ 3 ທ່ານຜູ້ນຳ ຄື ປະທານ ໂຮ່ຈີມິນ ທ່ານ ປະທານ ໄກສອນ ພົມວິຫານ ແລະ ທ່ານ ປະທານ ສຸພາ ນຸວົງ ອັນນີ້ແມ່ນສະແດງໃຫ້ເຫັນເຖິງຄວາມສາມັກຄືມິດຕະພາບຂອງລາວເຮົາມາແຕ່ດຶກດຳບັນ ສວນນີ້ເປັນ
ມອບ-ຮັບ ໂຄງການໂຮງໝໍມິດຕະພາບ ລາວ-ຫວຽດນາມທີ່ແຂວງຫົວພັນ

ມອບ-ຮັບ ໂຄງການໂຮງໝໍມິດຕະພາບ ລາວ-ຫວຽດນາມທີ່ແຂວງຫົວພັນ

ໃນຕອນເຊົ້າວັນທີ 4 ທັນວາຜ່ານມານີ້, ທີ່ເມືອງຊໍາເໜືອ, ແຂວງຫົວພັນ ໄດ້ມີພິທີມອບ-ຮັບ ແລະ ເປີດນໍາໃຊ້ໂຄງການໂຮງໝໍມິດຕະພາບ ລາວ-ຫວຽດນາມ ແຂວງຫົວພັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ- ສັງຄົມ ແລະ ສະຫາຍ ຫງວຽນ ຈີ ຢຸ່ງ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ; ມີສະຫາຍ ເຈົ້າແຂວງຫົວພັນ, ສະຫາຍ ປະທານຄະນະກຳມະການປົກຄອງແຂວງແທັງຮວ່າ ສສ ຫວຽດນາມ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຮອງລັດຖະມົນຕີກະຊວງການເງິນ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ, ພ້ອມດ້ວຍການນຳແຂວງຫົວພັນ, ແຂວງແທັງຮວ່າ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະພາທິດສະດີສູນກາງພັກ ລາວ-ຫວຽດນາມ ເພີ່ມທະວີການຮ່ວມມື

ສະພາທິດສະດີສູນກາງພັກ ລາວ-ຫວຽດນາມ ເພີ່ມທະວີການຮ່ວມມື

ການ​ພົບ​ປະສອງຝ່າຍລະຫວ່າງ​ ສະພາ​ທິດສະດີສູນກາງພັກປະຊາຊົນປະຕິວັດລາວ ແລະ ສະ ພາ​ທິດ​ສະ​ດີ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້, ທີ່ນະຄອນຫຼວງວຽງຈັນ,ຝ່າຍລາວນຳໂດຍ ສະຫາຍ ຄຳພັນ ເຜີຍຍະວົງ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ຫງວຽນ ຊວນ ຖັ້ງ, ກໍາມະ​ການ​ກົມ​ການເມືອງສູນກາງພັກກອມມູນິດຫວຽດນາມ, ຫົວໜ້າສະຖາບັນການເມືອງໂຮ່ຈິມິນ, ປະທານສະພາທິດສະດີສູນກາງພັກກອມມກອມມູນິດຫວຽດນາມ.
ສະພາລາວ-ຣັດເຊຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືຮອບດ້ານ

ສະພາລາວ-ຣັດເຊຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືຮອບດ້ານ

ກອງປະຊຸມພົບປະສອງຝ່າຍລະຫວ່າງສະພາແຫ່ງຊາດລາວ ແລະ ສະພາສູງແຫ່ງສະຫະພັນຣັດເຊຍໄດ້ຈັດຂຶ້ນໃນວັນທີ 2 ທັນວາຜ່ານມາ ທີ່ສະພາແຫ່ງຊາດ. ການພົບປະຄັ້ງນີ້ຝ່າຍລາວນໍາໂດຍທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ປະທານຄະນະມິດຕະພາບລັດຖະສະພາລາວ-ຣັດເຊຍ ແລະ ຝ່າຍ ສ ຣັດເຊຍນໍາໂດຍທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນຣັດເຊຍ ປະທານຄະນະມິດຕະພາບລັດຖະສະພາຣັດເຊຍ-ລາວພ້ອມຄະນະ, ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ປະທານ ສພຊ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ ຣັດເຊຍ

ປະທານ ສພຊ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ ຣັດເຊຍ

ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ (ສພຊ) ໄດ້ຕ້ອນຮັບ ແລະ ພົບປະກັບທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ໃນວັນທີ 2 ທັນວາຜ່ານມາ ທີ່ສະພາແຫ່ງຊາດ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບ ຮອບ 50 ປີ.
ເພີ່ມເຕີມ