ສະຖານທູດ ແລະ ອົງການຈັດຕັ້ງສາກົນ ວາງພວງມາລາ ໄວ້ອາໄລ ເຖິງສະຫາຍ ໄຊສົມພອນ ພົມວິຫານ
ສະຖານທູດ ແລະ ອົງການຈັດຕັ້ງສາກົນ ວາງພວງມາລາ ໄວ້ອາໄລ ເຖິງສະຫາຍ ໄຊສົມພອນ ພົມວິຫານ
ວັນທີ 11 ສິງຫານີ້ ທີ່ຫໍປະຊຸມແຫ່ງຊາດ ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ເຊັ່ນ: ສະຖານທູດຈີນ, ກູບາ, ອິນໂດເນເຊຍ, ຣັດເຊຍ, ຮົງກາລີ, ຕວັກກີ, ການາດາ, ມຽນມາ, ເຢຍລະມັນ, ມົງໂກລີ, ຕີມໍ, ຟີລິບປິນ, ອາເມຣິກາ, ຝຣັ່ງ, ອົສຕຣາລີ, ສປປ ເກົາຫຼີ, ສະວິດເຊີແລນ, ບຣູໄນ, ຍີ່ປຸ່ນ, ສ ເກົາຫຼີ, ມາເລເຊຍ, ສິງກະໂປ, ລຸກຊຳບວກ, ອິນເດຍ, ສະມາຄົມມິດຕະພາບມຽນມາ-ລາວ, ທະນາຄານພັດທະນາອາຊີ (ADB), ສະຫະພາບເອີຣົບ, ຫ້ອງການສະ ຫະປະຊາຊາດປະຈຳລາວ, ທະນາຄານໂລກ ໄດ້ມາວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ເຖິງສະຫາຍ ໄຊສົມພອນ ພົມວິຫານ; ນອກຈາກນີ້, ສະຖານເອກອັກຄະຣາຊາທູດ ແຫ່ງ ຣາສະອານາຈັກໄທ ປະຈຳ ສປປ ລາວ ກໍໄດ້ນຳເອົາ ພວງມາລາ ພະຣາສະທານສົມເດັດພະກະນິດຖາຣາດເຈົ້າກົມສົມເດັດພະເທບພະຣັດຣາດຊະສຸດາ ສະຫຍາມບໍຣົມມະຣາດສະກຸມມາຣີ, ພວງມາລາຂອງ ນາຍົກລັດ ຖະມົນຕີ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາສະອານາຈັກໄທ, ກະຊວງກະລາໂຫມ ແຫ່ງ ຣາຊະອານາຈັກໄທ, ປະທານສະມາຄົມໄທ-ລາວເພື່ອມິດຕະພາບ, ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງ ພັກ-ລັດ ແລະ ຫົວໜ່ວຍທຸລະກິດ ແລະ ປະຊາຊົນຂັ້ນຕ່າງໆ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປ ຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.
ການເຂົ້າຮ່ວມວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລຂອງຄະນະຜູ້ແທນຕ່າງໆ ໃນຄັ້ງນີ້ ເປັນການສະແດງເຖິງ ໄມຕີຈິດມິດຕະພາບ ຄວາມເຄົາລົບຮັກ ແລະ ຄວາມອາໄລຮັກຢ່າງສຸດຊຶ້ງ ຂອງບັນດາປະເທດເພື່ອນມິດ ທັງຢູ່ໃກ້ ແລະ ໄກ ຕໍ່ສະຫາຍ ໄຊສົມພອນ ພົມວິຫານ ຊຶ່ງເປັນຜູ້ນໍາທີ່ມີຜົນງານຮອບດ້ານ ແລະ ມີບົດບາດສໍາຄັນ ໃນການເຄື່ອນໄຫວຕ່າງປະເທດ ການເພີ່ມພູນຄູນສ້າງສາຍພົວພັນການທູດ ການເປັນຄູ່ຮ່ວມມືຍຸດທະສາດ ກັບບັນດາປະເທດເພື່ອນມິດ ຊ່ວຍໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມື ຂອງ ສປປ ລາວ ກັບນາໆປະເທດ ມີຄວາມງົດງາມ ແລະ ເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງ.
(ຂ່າວ-ພາບ: ວັນເພັງ, ບຸນອູ້ມ)
ທ່ານ ນາງວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາ ຂອງທ່ານ ໂຄອິຊຶມິ ຊຶໂຕະມຸ (Mr. Koizumi Tsutomu) ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ. ໃນວັນທີ 16 ພະຈິກນີ້ ທີ່ທໍານຽບປະທານປະເທດ.
ໃນປັດຈຸບັນ, ປະເທດຈີນກຳລັງຊຸກຍູ້ການສ້າງປະເທດໃຫ້ເຂັ້ມແຂງ ແລະ ພາລະກິດອັນຍິ່ງໃຫຍ່ການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດຢ່າງຮອບດ້ານ ດ້ວຍການຫັນເປັນທັນສະໄໝແບບຈີນ;
ປະເທດລາວກຳລັງສຸມໃສ່ການຊຸກຍູ້ການຫັນເປັນອຸດສາຫະກຳ ແລະ ການຫັນເປັນທັນສະໄໝສັງຄົມນິຍົມ, ກ້າວໄປສູ່ເປົ້າໝາຍສູ້ຊົນຂອງ 100 ປີແຫ່ງການສ້າງຕັ້ງພັກຄອມມຸຍນິດຈີນ,ຊຶ່ງແມ່ນເປົ້າໝາຍສູ້ຊົນຮ່ວມກັນຂອງສອງພັກ ສອງລັດ.
ໃນວັນທີ 13 ພະຈິກຜ່ານມານີ້ ທີ່ ນະຄອນຫຼວງມານິລາ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ອາມານະຖາ ຄຣິສເຕຍວານ ນາເຊຍ(ArrmanathaChristiawan Nasir) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ໃນໂອກາດ ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວ ຂ້ອງ ຊຶ່ງຈັດຂຶ້ນໃນວັນທີ 15-17 ພະຈິກ ນີ້.
ພິທີມອບ-ຮັບຈຸດກວດກາຢາເສບຕິດ ແລະ ອາຊະຍກຳທຸກປະເພດທີ່ເມືອງຫົງສາ ແຂວງໄຊຍະບູລີ ພາຍໃຕ້ໂຄງການຊ່ວຍເຫຼືອ ຈາກກອງທຶນຊັບສິນທີ່ຖືກຮິບ ຂອງອົສຕຣາລີ ແລະ ຕໍາຫຼວດແຫ່ງຊາດ ອົສຕຣາລີ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກນີ້, ທີ່ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງ ປ້ອງກັນຄວາມສະຫງົບ (ປກສ), ເຂົ້າຮ່ວມໂດຍທ່ານ ພົນຈັດຕະວາ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ທ່ານ ເຄຼກ ພາມເມີ ຜູ້ບັນຊາການຕໍາຫຼວດແຫ່ງຊາດອົສຕຣາລີ ປະຈໍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ທ່ານ ນາງ ແມ ແກນ ຈອນ ເອກອັກຄະລັດຖະທູດ ອົສຕຣາລີ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ສຸລິວັນ ທຳມະວົງ ຮອງຜູ້ອຳນວຍການ ບໍລິສັດ ສາຍສົ່ງໄຟຟ້າແຫ່ງຊາດລາວ ຈຳກັດ (EDL-T) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ ລາວ-ຈີນ ເປັນບາດກ້າວສຳຄັນທາງຍຸດທະສາດໃນການພັດທະນາຂະແໜງພະລັງງານຂອງ ສປປ ລາວ ຊຶ່ງບໍ່ພຽງແຕ່ຊ່ວຍເພີ່ມຂີດຄວາມສາມາດໃນການສົ່ງໄຟຟ້າຂ້າມແດນ, ແຕ່ຍັງຊ່ວຍຍົກລະ ດັບຄວາມໝັ້ນຄົງດ້ານການສະໜອງໄຟຟ້າ, ສ້າງລາຍຮັບເຂົ້າປະເທດ, ຖ່າຍທອດເຕັກໂນໂລຊີ ແລະ ພັດທະນາບຸກຄະລາກອນ ໃນ ສປປ ລາວ ໃຫ້ມີຄວາມສາມາດໃນການຄຸ້ມຄອງລະບົບຕາໜ່າງໄຟຟ້າ ແຮງສູງດ້ວຍຕົນເອງ.
ເມື່ອບໍ່ດົນມານີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ ເກົາຫຼີ ໄດ້ຈັດພິທີປະດັບຫຼຽນກາມິດຕະພາບ (Cross of Friendship Medal) ໃຫ້ແກ່ ທ່ານ ຊາງກີ ບູນ (Mr. SangkiByoun) ຊ່ຽວຊານຈາກອົງການສົ່ງເສີມອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານແຫ່ງຊາດ (NIPA) ຂອງ ສ ເກົາຫຼີ.
ໃນວັນທີ 12 ພະຈິກນີ້, ສະຫາຍ ນາງ Su Lin ຫົວໜ້າຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ກັບຕ່າງປະເທດ ສປ ຈີນ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ນາງ ເຂັມມະນີ ພົນເສນາ ອະດີດກຳມະການສູນກາງພັກ ອະດີດລັດຖະມົນຕີປະຈຳຫ້ອງວ່າການສຳນັກງານປະທານປະເທດ ປະທານສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ ຊຶ່ງສະຫາຍ ນາງ ເຂັມມະນີ ພົນເສນາ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ກັບຕ່າງປະເທດ, ສປ ຈີນ ຖືເປັນການປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ, ຮອບດ້ານ, ໝັ້ນຄົງຍາວນານ ຕາມທິດສີ່ດີ ແລະ ການສ້າງເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງ ໜຽວແໜ້ນໃນທຸກສະພາບການ ຂອງຍຸກໃໝ່ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ.
ເມື່ອບໍ່ດົນມານີ້ ທີ່ ນະຄອນ ນິວຢອກ ສ ອາເມຣິກາ, ໄດ້ມີພິທີລົງນາມຢ່າງເປັນທາງການ ໃນຖະແຫຼງການຮ່ວມ ວ່າດ້ວຍການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ພູຖານ, ໂດຍຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳ ອົງການສະຫະປະຊາຊາດ ທີ່ ນິວຢອກ ແລະ ຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງຣາຊະອານາຈັກ ພູຖານ ແມ່ນ ທ່ານ ເຄຊຸບ ອິນເດລ ວັງຊຸກ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ຣາຊະອານາຈັກ ພູຖານ ປະຈຳ ອົງການສະຫະປະຊາຊາດ.
ໃນວັນທີ 11 ພະຈິກນີ້ ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ໂຄອິຊຶມິ ຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານທູດ ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນອັນສໍາຄັນຂອງທ່ານທູດເຂົ້າໃນການເສີມຂະຫຍາຍ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນໃຫ້ມີບາດກ້າວຂະຫຍາຍຕົວ, ແຕກດອກອອກຜົນ ແລະ ເລິກເຊິ່ງຍິ່ງໆຂຶ້ນຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງໄຊສົມບູນ ຮ່ວມກັບ ນະຄອນບັກນິງ ສສ ຫວຽດນາມ ໄດ້ສຳເລັດຊຸດຝຶກອົບຮົມວິຊາພາສາຫວຽດນາມຂັ້ນພື້ນຖານໃຫ້ພະນັກງານຫຼັກແຫຼ່ງ ແລະ ພະນັກງານວິຊາການ ແຂວງໄຊສົມບູນ. ພາຍຫຼັງດຳເນີນການຮຽນ-ການສອນມາເປັນເວລາ 3 ເດືອນ ປະຈຳປີ 2026 ຊຶ່ງເລີ່ມແຕ່ວັນທີ 15 ສິງຫາ 2026 ແລະ ໄດ້ສຳເລັດລົງຢ່າງຈົບງາມໃນວັນທີ 11 ພະຈິກນີ້, ໂດຍການເຂົ້າຮ່ວມຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ມີທ່ານ ພຸດລຳໄພ ທຽມພຣະສອນ ກໍາມະການພັກແຂວງ ຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຫົວໜ້າພະແນກ, ຄູ-ອາ ຈານ ຈາກນະຄອນບັກນິງ ສສ ຫວຽດນາມ ແລະ ພະນັກງານອ້ອມຂ້າງແຂວງ ເຂົ້າຮ່ວມ.
ເພີ່ມເຕີມ
ຄໍາເຫັນ