![]() |
ໃນພິທີດັ່ງກ່າວ, ທ່ານ ສົມພອນ ສີຈະເລີນ ໄດ້ຂຶ້ນມີຄໍາເຫັນທີ່ສໍາຄັນໂດຍກ່າວວ່າ ພາຍໃຕ້ການນໍາພາຂອງພັກ ປປ ລາວ, ປະຊາຊົນລາວໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານ ແລະ ດ້ວຍຄວາມເສຍສະຫຼະອັນໃຫຍ່ຫຼວງ, ສາມາດປົດປ່ອຍປະເທດຊາດອອກຈາກການຄອບຄອງຂອງຕ່າງຊາດໄດ້ຢ່າງມີໄຊ ແລະ ສະຖາ ປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975, ຊຶ່ງເປັນຂີດໝາຍປະຫວັດສາດທີ່ສໍາຄັນຂອງຊາດລາວ ທີ່ໄດ້ກາຍເປັນຊາດມີເອກະລາດຢ່າງສົມບູນ, ມີອະທິປະໄຕຢ່າງຄົບຖ້ວນ, ອັນໄດ້ໄຂສັງກາດໃໝ່ແຫ່ງການສ້າງສາປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນາຖາວອນ. ຕະຫຼອດ 50 ປີທີ່ຜ່ານມາ, ປະຊາຊົນລາວສາມາດຍາດໄດ້ຜົນສໍາເລັດຢ່າງຕໍ່ເນື່ອງ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ເຮັດໃຫ້ໂສມໜ້າປະເທດຊາດ ມີການປ່ຽນແປງໃໝ່ໃຫຍ່ຫຼວງຮອບດ້ານ, ປະເທດຊາດມີສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມປອດໄພ, ສາມັກຄີ, ປອງດອງ, ການພັດທະນາເສດຖະກິດ-ສັງຄົມ ໄດ້ຮັບການຂະຫຍາຍຕົວເປັນກ້າວໆ, ໂດຍສະເພາະນັບແຕ່ປີ 1986 ເປັນຕົ້ນມາ, ພາຍໃຕ້ແນວທາງປ່ຽນແປງໃໝ່ຂອງພັກ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໄດ້ມີຜົນສໍາເລັດອັນສໍາຄັນ ແລະ ມີບາດກ້າວຂະຫຍາຍຕົວຕໍ່ເນື່ອງ, ໝັ້ນທ່ຽງ, ອັດຕາການເຕີບໂຕຂອງເສດຖະ ກິດສະເລ່ຍບັນລຸໄດ້ 5,8% ຕໍ່ປີ.
![]() |
ພ້ອມນັ້ນ, ທ່ານ ສົມພອນ ສີຈະເລີນ ໄດ້ຢືນຢັ້ນວ່າ ປັດຈຸບັນ ລາວ ແລະ ຈີນ ຢູ່ໃນໄລຍະແຫ່ງການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ສະບັບທີ 2 (ໄລຍະ 2024-2028) ແນໃສ່ເຮັດໃຫ້ ການພົວພັນຮ່ວມມືສອງຝ່າຍກ້າວສູ່ຄຸນນະພາບໃໝ່ ທີ່ສູງຂຶ້ນກວ່າເກົ່າ, ໃນໂອກາດພົບປະກັບປະທານ ສີ ຈິນຜິ້ງ ໃນເດືອນກັນຍາ 2025 ທ່ານປະທານປະເທດ ທອງລຸນ ສີສຸລິດ ກ່າວວ່າ ໃນປັດຈຸບັນການພົວພັນລາວ-ຈີນ ແມ່ນຢູ່ໃນໄລຍະທີ່ດີທີ່ສຸດ ໃນປະຫວັດສາດການພົວພັນສອງຝ່າຍ, ການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ອັນໄດ້ກະຕຸກຊຸກຍູ້ໃຫ້ແກ່ການພັດທະນາແລວເສດຖະກິດລາວ-ຈີນ. ບົນພື້ນຖານການຮ່ວມມືຕາມທິດ 4 ດີ “ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມທີ່ດີ” ສປປ ລາວ ຈະສືບຕໍ່ຮ່ວມມືກັບ ສປ ຈີນ ຈັດຕັ້ງປະຕິບັດຄວາມຮັບຮູ້ ທີ່ເປັນເອກະພາບຂອງການນໍາຂັ້ນສູງສຸດຂອງສອງປະເທດ, ຮ່ວມກັນຂຽນປະຫວັດສາດໜ້າໃໝ່ຂອງການພົວພັນລາວ-ຈີນ, ສືບຕໍ່ຊຸກຍູ້ເສີມຂະຫຍາຍການພົວພັນລາວ-ຈີນ ໃຫ້ເຂົ້າສູ່ລວງເລິກ ເພື່ອນໍາເອົາຜົນປະໂຫຍດນັບມື້ຫຼາຍຂຶ້ນມາສູ່ປະຊາຊົນສອງຊາດ ກໍຄື ປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ພາລະກິດການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ.
ພ້ອມດຽວກັນນັ້ນ, ທ່ານ ສົມພອນ ສີຈະເລີນ ຍັງໄດ້ກ່າວເນັ້ນວ່າ ສປປ ລາວ ຍຶດໝັ້ນ ນະໂຍບາຍຈີນດຽວຢ່າງສະເໝີຕົ້ນສະເໝີປາຍ, ສະໜັບສະໜູນແຕ່ຫົວທີ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າໃນ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”, ສືບຕໍ່ໃຫ້ການສະໜັບສະໜູນ ແລະ ເຂົ້າຮ່ວມບັນດາຂໍ້ລິເລີ່ມ ວ່າດ້ວຍການພັດທະນາໂລກ, ຄວາມໝັ້ນຄົງໂລກ, ຄວາມສີວິໄລໂລກ ແລະ ການປົກຄອງໂລກ ທີ່ສະເໜີອອກໂດຍປະທານ ສີ ຈິ້ນຜິງ, ໂຄງການທາງລົດໄຟລາວ-ຈີນ ຊຶ່ງເປັນໂຄງການນໍາໜ້າໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ທັງເປັນສັນຍາລັກທີ່ພົ້ນເດັ່ນຂອງການຮ່ວມມືລາວ-ຈີນ ແລະ ມິດຕະພາບລະຫວ່າງປະຊາຊົນສອງຊາດ ໄດ້ປະກອບສ່ວນສໍາຄັນເຂົ້າໃນການເຮັດໃຫ້ຍຸດທະສາດຂອງ ສປປ ລາວ ທີ່ຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດໃນພາກພື້ນປະກົດເປັນຈິງ, ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ມີກາລະໂອກາດ ແລະ ທ່ວງທ່າໃໝ່, ເສັ້ນທາງລົດໄຟລາວ-ຈີນ ຍັງຊ່ວຍເຮັດໃຫ້ການແລກປ່ຽນໄປມາຫາສູ່ກັນ ລະຫວ່າງປະຊາຊົນກັບປະຊາຊົນກໍຄືການຮ່ວມມືທາງດ້ານເສດຖະກິດ-ການຄ້າລະຫວ່າງອາຊຽນ ແລະ ຈີນ ມີຄວາມສະດວກຍິ່ງຂຶ້ນ. ນັບແຕ່ເປີດນໍາໃຊ້ ແຕ່ປີ 2021 ເຖິງປັດຈຸບັນ, ລົດໄຟລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານ 55,5 ລ້ານຄົນ, ສ່ວນການຂົນສົ່ງສິນຄ້າ ຫຼາຍກວ່າ 3,000 ປະເພດ ບັນລຸ 68 ລ້ານໂຕນ. ການພົວພັນຮ່ວມມືທາງດ້ານເສດຖະກິດ-ການຄ້າລະຫວ່າງ ລາວ-ຈີນ ສືບຕໍ່ພັດທະນາຢ່າງຕໍ່ເນື່ອງ, ສປ ຈີນ ເປັນປະເທດລົງທຶນອັນດັບໜຶ່ງ ແລະ ຄູ່ຄ້າອັນດັບສອງຂອງລາວ, ມາເຖິງປັດຈຸບັນ ສປ ຈີນ ໄດ້ລົງທຶນຢູ່ລາວ 954 ໂຄງການ, ມູນຄ່າ 16,4 ຕື້ໂດລາ. ປີ 2024 ການຄ້າສອງຝ່າຍບັນລຸ 8,23 ຕື້ໂດລາ, ເພີ່ມຂຶ້ນ 15.9% ທຽບໃສ່ປີຜ່ານມາ. ສະເພາະ 10 ເດືອນ ປີ 2025 ການຄ້າສອງຝ່າຍບັນລຸໄດ້ 7,8 ຕື້ໂດລາ ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
![]() |
ນອກຈາກນັ້ນ, ສະຖານທູດລາວ ປະຈຳ ສປ ຈີນ ຍັງໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໃນວັນທີ 6 ທັນວາ ທີ່ຜ່ານມາ, ທີ່ນະຄອນຫຼວງປັກກິ່ງ ໂດຍການເປັນປະທານຂອງ ທ່ານ ສົມພອນ ສີຈະເລີນ, ເລຂາໜ່ວຍພັກ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ໂດຍການເຂົ້າຮ່ວມຮັບຟັງຂອງຄະນະພັກ, ຄະນະນໍາ, ພະນັກງານສະຖານທູດ, ຊ່ຽວຊານລາວ ທີ່ປະຕິບັດໜ້າທີ່ຢູ່ນະຄອນຫຼວງປັກກິ່ງ, ນັກຮຽນນັກສຶກສາລາວຢູ່ນະຄອນຫຼວງປັກກິ່ງ ແລະ ບັນດາແຂວງທີ່ໃກ້ຄຽງລວມມີຜູ້ເຂົ້າຮ່ວມທັງໝົດ 200 ກວ່າທ່ານ. (ຂ່າວ: ກຕທ)



ຄໍາເຫັນ