ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາປະເທດຍີ່ປຸ່ນ ໄດ້ຈັດພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນເມື່ອບໍ່ດົນຜ່ານມານີ້, ທີ່ ສໍານັກງານສະຖານທູດລາວ ທີ່ ໂຕກຽວ ປະເທດຍີ່ປຸ່ນ ໂດຍມີແຂກຈາກກະຊວງການຕ່າງປະເທດຍີ່ປຸ່ນ, ສະມາຄົມມິດຕະພາບລັດຖະສະພາ ຍີ່ປຸ່ນ-ລາວ, ບັນດາທູຕານຸທູດ, ບັນດາກົງສູນກິດຕິມະສັກ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ, ເພື່ອນມິດຊາວຍີ່ປຸ່ນ, ພີ່ນ້ອງຊາວລາວທີ່ດໍາລົງຊີວິດຢູ່ຍີ່ປຸ່ນ ແລະ ນັກສຶກສາລາວທີ່ກຳລັງສຶກສາຢູ່ຍີ່ປຸ່ນ ພ້ອມດ້ວຍພະນັກງານສະຖານທູດລາວ ທີ່ ໂຕກຽວ ເຂົ້າຮ່ວມປະມານ 250 ຄົນ.
ໂດຍຕອບສະໜອງຕາມຄຳເຊີນຂອງຄະນະສັນຕິພາບ ແລະ ສາມັກຄີ ຂອງ ລາວ, ຄະນະຜູ້ແທນ ຄະນະສັນຕິພາບ ຫວຽດນາມ ນຳໂດຍ ສະຫາຍ ອວງ ຈູລຶວ, ອະດີດກໍາມະການສູນກາງພັກ, ອະດີດ ຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ຫວຽດນາມ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 8-11 ທັນວາ 2025.
ໃນຕອນເຊົ້າວັນທີ 8 ທັນວານີ້, ທີ່ ກະຊວງການຕ່າງປະເທດ(ກຕທ), ກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງປະຖົມມະລືກ ລະຫວ່າງ ສອງກະຊວງການຕ່າງປະເທດ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາແຊັກໄບຊານ ໄດ້ເປີດຂຶ້ນໂດຍການເປັນປະທານຮ່ວມຂອງ ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ເອລນູຣ ມາມາດົບ(Elnur Mammadov), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ອາແຊັກໄບຊານ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາອົດສຕຣາລີ ແລະ ນິວຊີແລນ ໄດ້ຈັດງານສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975-2/12/2025) ທີ່ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ ແຄນເບີຣາ, ປະເທດອົດສຕຣາລີ ໃນເມື່ອບໍ່ດົນຜ່ານມາ, ໂດຍມີທ່ານ ນາງ ມິດເເຊວ ຈັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າອົດສຕຣາລີ, ໃນນາມແຂກກິຕິມະສັກຂອງລັດຖະບານອົດສຕຣາລີ, ບັນດາຫົວໜ້າກົມ ແລະ ເຈົ້າໜ້າທີ່ຂອງກະຊວງການຕ່າງປະເທດ ແລະ ການຄ້າອົດສຕຣາລີ, ບັນດາກະຊວງຂະແໜງການທີ່ກ່ຽວຂ້ອງຂອງອົດສຕຣາລີ, ທູຕານຸທູດ, ຜູ້ຕາງໜ້າອົງການຈັດຕຕັ້ງສາກົນ, ພີ່ນ້ອງຄົນເຊື້ອຊາດລາວຢູ່ອົດສະຕຣາລີ, ພະນັກງານສະຖານທູດ ແລະ ບັນດານັກສຶກສາລາວ ຢູ່ອົດສຕຣາລີເຂົ້າຮ່ວມຫຼາຍກວ່າ 250 ຄົນ.
ໃນວັນທີ 9 ທັນວານີ້, ທີ່ສະພາແຫ່ງຊາດ, ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະສັນຕິພາບ ແລະ ສາມັກຄີ ຂອງ ລາວ ແລະ ຄະນະສັນຕິພາບຫວຽດນາມ. ຝ່າຍລາວ ນຳໂດຍ ສະຫາຍ ສົມມາດ ພົນເສນາ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ ແລະ ຝ່າຍ ຫວຽດນາມ ນຳໂດຍ ສະຫາຍ ອວງ ຈູລຶວ, ອະດີດກໍາມະການສູນກາງພັກ, ອະດີດຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ຫວຽດນາມ.
ເມື່ອບໍ່ດົນຜ່ານມານີ້, ທີ່ ໂຮງແຮມ Borobudure, ຈາກາກຕາ, ສ. ອິນໂດເນເຊຍ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ. ອິນໂດເນເຊຍ ແລະ ຕີມໍແລັດສະເຕ, ແລະ ສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ທີ່ ຈາກາກຕາ ໄດ້ຈັດງານສະເຫຼີມ ສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ໂດຍການເຂົ້າຮ່ວມຂອງທ່ານ ອັບດຸນ ມູຕີ (Abdul Mu’ti), ລັດທະມົນຕີກະຊວງສຶກສາຂັ້ນພື້ນຖານ ແລະ ມັດທະຍົມ ແຫ່ງ ສ. ອິນໂດເນເຊຍ ເປັນແຂກກິດຕິມະສັກຂອງປະເທດເຈົ້າພາບ, ທ່ານ ຊຸນຕານ ບະເຕຍ ນາຈາມູດິນ (SultanBaktiar Najamudin), ປະທານສະພາຜູ້ແທນທ້ອງຖິ່ນ (Speaker of the Regional Representatives Council, DPD), ເຈົ້າໜ້າທີ່ຂັ້ນສູງຂອງກອງທັບ, ກະຊວງການຕ່າງປະເທດ, ກະຊວງຂະແໜງການອ້ອມຂ້າງ ແລະ ພາກທຸລະກິດ ຂອງອິນໂດເນເຊຍ, ທູຕານຸທູດ, ອົງການຈັດຕັ້ງສາກົນຕ່າງໆ ຢູ່ ຈາກາກຕາ, ພີ່ນ້ອງເຊື້ອຊາດລາວ, ນັກສຶກສາລາວ, ພະນັກງານສະຖານທູດ ແລະ ສໍານັກງານຜູ້ຕາງໜ້າຖາວອນ ເຂົ້າຮ່ວມຫຼາຍກວ່າ 300 ທ່ານ.
ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະທານຜູ້ປະຈໍາການ ສູນກາງແນວລາວສ້າງຊາດ(ສນຊ) ພ້ອມດ້ວຍຄະນະໄດ້ເຂົ້າພົບປະຢ້ຽມຢາມ ສະຫາຍນາງ ຮ່າ ທິ ຫງ່າ ຮອງປະທານແນວໂຮມປະເທດຊາດ ຫວຽດມ ໃນວັນທີ 5 ທັນວາ 2025 ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.
ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ທີ່ບ້ານດ່ານຊ້າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ສປປ ລາວ ເປັນສວນທີ່ໃຫ້ທຸກຊັ້ນຄົນເຂົ້າມາທ່ຽວຊົມໄດ້ ໂດຍບໍໄດ້ເສຍຄ່າຜ່າປະຕູ ສະຫາຍ ຄໍາຜາ ພິມມະສອນ, ຮອງເລຂາຄະນະພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຫົວໜ້າຮັບຜິດຊອບໂຄງການຝ່າຍລາວ ໄດ້ກ່າວວ່າ: ໂຄງການສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ເປັນໂຄງການຕົວແບບຂອງການຮ່ວມືຂອງສອງພັກສອງລັດ ລາວ-ຫວຽດນາມ ໂຄງການດັ່ງກ່າວແມ່ນໄດ້ມືການປຶກສາຫາລືກັນຕັ້ງແຕ່ປີ 2015 ແລະ ເລີມຈັດຕັ້ງປະຕິບັດຕົວຈິ່ງປີ 2022 , ມີການສໍາລວດອອກແບບ ແລະ ມີເນື້ອທີປະມານ 3 ແຮັກຕາກວ່າ ແລະ ໃນສວນແຫ່ງນີ້ ເປັນເອກະລັກແມ່ນກຸ່ມຮູບປັ້ນ 3 ທ່ານຜູ້ນຳ ຄື ປະທານ ໂຮ່ຈີມິນ ທ່ານ ປະທານ ໄກສອນ ພົມວິຫານ ແລະ ທ່ານ ປະທານ ສຸພາ ນຸວົງ ອັນນີ້ແມ່ນສະແດງໃຫ້ເຫັນເຖິງຄວາມສາມັກຄືມິດຕະພາບຂອງລາວເຮົາມາແຕ່ດຶກດຳບັນ ສວນນີ້ເປັນ
ໃນຕອນເຊົ້າວັນທີ 4 ທັນວາຜ່ານມານີ້, ທີ່ເມືອງຊໍາເໜືອ, ແຂວງຫົວພັນ ໄດ້ມີພິທີມອບ-ຮັບ ແລະ ເປີດນໍາໃຊ້ໂຄງການໂຮງໝໍມິດຕະພາບ ລາວ-ຫວຽດນາມ ແຂວງຫົວພັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ- ສັງຄົມ ແລະ ສະຫາຍ ຫງວຽນ ຈີ ຢຸ່ງ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ; ມີສະຫາຍ ເຈົ້າແຂວງຫົວພັນ, ສະຫາຍ ປະທານຄະນະກຳມະການປົກຄອງແຂວງແທັງຮວ່າ ສສ ຫວຽດນາມ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຮອງລັດຖະມົນຕີກະຊວງການເງິນ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ, ພ້ອມດ້ວຍການນຳແຂວງຫົວພັນ, ແຂວງແທັງຮວ່າ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ການພົບປະສອງຝ່າຍລະຫວ່າງ ສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ ແລະ ສະ ພາທິດສະດີສູນກາງພັກກອມມູນິດຫວຽດນາມໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້, ທີ່ນະຄອນຫຼວງວຽງຈັນ,ຝ່າຍລາວນຳໂດຍ ສະຫາຍ ຄຳພັນ ເຜີຍຍະວົງ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ຫງວຽນ ຊວນ ຖັ້ງ, ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ຫົວໜ້າສະຖາບັນການເມືອງໂຮ່ຈິມິນ, ປະທານສະພາທິດສະດີສູນກາງພັກກອມມກອມມູນິດຫວຽດນາມ.
ຄໍາເຫັນ