ສາທາເຊກອງ ສະຫຼຸບວຽກງານປະຈໍາປີ 2023

ສາທາເຊກອງ ສະຫຼຸບວຽກງານປະຈໍາປີ 2023
ພະແນກສາທາລະນະສຸກແຂວງເຊກອງໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈໍາປີ 2023ຂຶ້ນໃນວັນທີ 31 ມັງກອນ ຜ່ານມາທີ່ສະໂມສອນສະພາປະຊາຊົນແຂວງໂດຍການເຂົ້າຮ່ວມຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງເຊກອງ, ທ່ານ ບົວໄລ ເກດຈັນ ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ເພັດສະໄໝ ເທບວົງສາ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີຜ່ານມາຍົກໃຫ້ເຫັນຜົນສໍາເລັດການປະຕິບັດບັນດາໜ້າວຽກຕ່າງໆ, ອັນພົ້ນເດັ່ນແມ່ນບັນດາ 11 ຕົວຊີ້ວັດ ສາມາດບັນລຸຕາມຄາດໝາຍທີ່ວາງໄວ້ຄື: ອັດຕາເດັກລຸ່ມ 5 ປີມີນໍ້າໜັກຕໍ່າກວ່າມາດຕະຖານປະຕິບັດໄດ້ 11%(ແຜນ37,7%), ອັດຕາເດັກລຸ່ມ 5ປີມີລວງສູງຫຼຸດມາດຕະຖານປະຕິບັດໄດ້ 13%(ແຜນ 45,4%), ອັດຕາການຕາຍຂອງເດັກລຸ່ມ 1 ປີປະຕິບັດໄດ້ 23/1.000 ເດັກເກີດມີຊີວິດ (ແຜນ45,1/1.000 ເດັກເກີດມີຊີວິດ, ອັດຕາການຕາຍຂອງເດັກລຸ່ມ 5 ປີປະຕິບັດໄດ້ 26/1.000 ເດັກເກີດມີຊີວິດ (ແຜນ 53,8/1.000 ເດັກເກີດມີຊີວິດ), ອັດຕາສ່ວນການຕາຍຂອງແມ່ ແມ່ນ 0/100.000 ເດັກເກີດມີຊີວິດ (ແຜນ216/100.000 ເດັກເກີດມີຊີວິດ), ອັດຕາການເກີດລູກມີແພດຊ່ວຍປະຕິບັດໄດ້ 75% (ແຜນ 60,5%, ອັດຕາການໄດ້ຮັບວັກຊິນກັນພະຍາດ Penta3 ໃນເດັກລຸ່ມ 1 ປີປະຕິບັດໄດ້ 94% (ແຜນ 93%), ອັດຕາການຊົມໃຊ້ນໍ້າສະອາດປະຕິບັດໄດ້ 97,4% (ແຜນ 89,6%), ອັດຕາການຊົມໃຊ້ວິດຖ່າຍຄອບຄົວປະຕິບັດໄດ້ 96% (ແຜນ 93%), ອັດຕາການປົກຄຸມດ້ວຍປະກັນສຸຂະພາບປະຕິບັດໄດ້ 100%, ອັດຕາການຮັບຮອງ ແລະ ປະກາດເປັນບ້ານສາທາລະນະສຸກແບບຢ່າງປະຕິບັດໄດ້ 96% (ແຜນ 96%).
   ພ້ອມນີ້, ຍັງໄດ້ເອົາໃຈໃສ່ເຝົ້າລະວັງພະຍາດລະບາດຕາມລະດູການຄື: ໄດ້ສົ່ງຕົວຢ່າງຊອກຫາພະຍາດໄຂ້ຍຸງລາຍ 415 ກໍລະນີ, ພົບເຊື້ອ 203 ກໍລະນີ, ເສຍຊີວິດ 1 ກໍລະນີ, ກັກກັນເພື່ອປ້ອງກັນພະຍາດໂຄວິດ-19 ຈໍານວນ 3 ຄົນຍິງ 1 ຄົນ, ອັກເສບຫາຍໃຈຮຸນແຮງກະທັນຫັນ 76 ກໍລະນີ, ຖອກທ້ອງເປັນນໍ້າກະທັນຫັນ 2.290 ກໍລະນີ, ຖອກທ້ອງເປັນມູກປົນເລືອດ 650 ກໍລະນີ, ເບື່ອອາຫານ 69 ກໍລະນີ, ເຍື່ອຫຸ້ມສະໝອງອັກເສບ 76 ກໍລະນີ.
ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ປະກອບຄໍາເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວ ເພື່ອຮ່ວມກັນຊອກຫາວິທີທາງແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ໄດ້ຮັບການພັດທະນາດີຂຶ້ນເທື່ອລະກ້າວ ແລະໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້. ໃນພິທີໄດ້ມອບໃບຍ້ອງຍໍໃຫ້ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນການປະຕິບັດວຽກງານຕື່ມອີກ.
ຂ່າວ-ພາບ:ພຸດທະສອນ

ຄໍາເຫັນ

ຂ່າວສາທະລະນະສຸກ

ໂຮງໝໍ 103 ແລະ ບໍລິສັດຈຳປາປະກັນໄພ ເຊັນສັນຍາຮ່ວມມືການບໍລິການປິ່ນປົວສຸຂະພາບ

ໂຮງໝໍ 103 ແລະ ບໍລິສັດຈຳປາປະກັນໄພ ເຊັນສັນຍາຮ່ວມມືການບໍລິການປິ່ນປົວສຸຂະພາບ

ເມື່ອບໍ່ດົນມານີ້ ທີ່ໂຮງໝໍສູນກາງ 103 ກອງທັບ, ໄດ້ເຊັນສັນຍາຮ່ວມມືການບໍລິການປິ່ນປົວສຸຂະພາບລະຫວ່າງໂຮງໝໍສູນກາງ 103 ກອງທັບ ແລະ ບໍລິສັດ ຈຳປາປະກັນໄພ ຈຳກັດ ໂດຍການລົງນາມຂອງ ສະຫາຍ ພົຈວ ສະແຫວງ ໄຊດາລາສາດ ອໍານວຍການຫົວໜ້າການທະຫານໂຮງໝໍສູນກາງ103 ກອງທັບ ແລະ ທ່ານ ເຂັມຄໍາ ອິນທະວົງ ຮອງອໍານວຍການບໍລິສັດຈຳປາປະກັນໄພຈຳກັດ, ມີຄະນະພັກ-ຄະນະອໍານວຍການໂຮງໝໍ, ຄະນະພະແນກພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ.
ສາທາ ບໍລິການກວດສຸຂະພາບເຄື່ອນທີ່ ໃຫ້ພະນັກງານ-ລັດຖະກອນ ນັກຮຽນ-ຊາວໜຸ່ມ

ສາທາ ບໍລິການກວດສຸຂະພາບເຄື່ອນທີ່ ໃຫ້ພະນັກງານ-ລັດຖະກອນ ນັກຮຽນ-ຊາວໜຸ່ມ

ກະຊວງສາທາລະນະສຸກ ຮ່ວມກັບສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກິດຈະກຳ “ການບໍລິການກວດສຸຂະພາບເຄື່ອນທີ່ ໃຫ້ພະນັກງານ-ລັດຖະກອນຂອງ ສຊປລ, ພະນັກງານບໍານານ ແລະ ນັກຮຽນ-ຊາວໜຸ່ມ ຂຶ້ນໃນວັນທີ 12 ພະຈິກຜ່ານມາ ທີ່ ສຊປລ, ໃຫ້ກຽດນຳພາຕາງໜ້າຈາກກະຊວງສາທາລະສຸກ ໂດຍທ່ານ ໄພວັນ ແກ້ວປະເສີດ ຮອງເລຂາຄະນະບໍລິຫານງານພັກ ຮອງລັດຖະມົນຕີກະຊວງສາທາ ລະນະສຸກ ພ້ອມດ້ວຍຄະນະ, ໂດຍມີຜູ້ຕາງໜ້າຈາກຫ້ອງການກະຊວງສາທາລະນະສຸກ, ຜູ້ອຳນວຍການໂຮງໝໍ, ພະນັກງານແພດໝໍ, ພະຍາບານ ຈາກໂຮງໝໍມະໂຫສົດ ແລະ ໃຫ້ກຽດເປັນປະທານເປີດພິທີ ໂດຍ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຮອງເລຂາ, ຄະນະກົມ, ພະນັກງານ ສຊປລ, ພະນັກງານບໍານານ, ບັນດາບໍລິສັດໃຕ້ຟ້າການແວ່ນຮັບກວດສາຍຕາ, ນັກຮຽນ-ຊາວໜຸ່ມ ເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກສາທາລະນະສຸກ ຄັ້ງທີ 4 ສະໄໝທີ X

ກອງປະຊຸມຄົບຄະນະບໍລິຫານງານພັກສາທາລະນະສຸກ ຄັ້ງທີ 4 ສະໄໝທີ X

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 4 ສະໄໝທີ X ຈັດຂຶ້ນໃນວັນທີ 10 ພະຈິກຜ່ານມາ ທີ່ກະຊວງດັ່ງກ່າວ, ໂດຍການເປັນປະທານຂອງສະຫາຍ ນາງ ໃບຄໍາ ຂັດທິຍະ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງເລຂາຄະນະພັກ, ກໍາມະການປະຈໍາພັກ, ກໍາມະການຄະນະພັກກະຊວງ ແລະ ຄະນະຮັບຜິດ ຊອບ ເຂົ້າຮ່ວມ.
ສາທາ ເຊກອງ ທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ

ສາທາ ເຊກອງ ທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ

ພະແນກສາທາລະນະສຸກແຂວງເຊກອງ ຈັດພິທີທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ ຂຶ້ນໃນວັນທີ 5 ພະຈິກຜ່ານມາ, ທີ່ ພະແນກສາທາລະນະສຸກແຂວງ ໂດຍມີທ່ານ ນາງ ລຳພັນ ໄຊຄຳມີ ຫົວໜ້າພະແນກສາທາ ລະນະສຸກແຂວງ, ມີຄະນະກຳມະການລົງກວດກາ ຕິດຕາມ ແລະ ຊຸກຍູ້ ພ້ອມດ້ວຍພະນັກງານຂະແໜງອາຫານ ແລະ ຢາ ເຂົ້າຮ່ວມ.
ຈໍາປາສັກ ຈັດກິດຈະກຳຜ່າຕັດປິ່ນປົວແກ່ນຕາຂຸ້ນການກຸສົນ​

ຈໍາປາສັກ ຈັດກິດຈະກຳຜ່າຕັດປິ່ນປົວແກ່ນຕາຂຸ້ນການກຸສົນ​

ສະມາຄົມແພດຕາລາວ ແລະ ສະມາຄົມວິຖີຊີວິດຊົນນະບົດແບບຍືນຍົງ ຮ່ວມກັບໂຮງໝໍແຂວງຈໍາປາສັກ ຈັດກິດຈະກຳຜ່າຕັດປິ່ນປົວແກ່ນຕາຂຸ້ນການກຸສົນ​ ໃນວັນທີ​ 31​ ຕຸລາ​ -​ 1 ພະຈິກ​ 2026​ ເພື່ອຟື້ນຟູສາຍຕາ, ເພີ່ມໂອກາດໃນການເບິ່ງເຫັນ ແລະ ຍົກລະດັບຄຸນນະພາບຊີວິດຂອງຜູ້ເປັນພະຍາດແກ່ນຕາຂຸ້ນ​ ໃຫ້ນັບມື້ດີຂຶ້ນ.
ໂຮງໝໍມິດຕະພາບ ສະຫຼອງວັນພະຍາດເສັ້ນເລືອດສາກົນ

ໂຮງໝໍມິດຕະພາບ ສະຫຼອງວັນພະຍາດເສັ້ນເລືອດສາກົນ

ພະແນກລະບົບເສັ້ນເລືອດ ແລະ ສະໝອງ ໂຮງໝໍມິດຕະພາບ (150 ຕຽງ) ໄດ້ຈັດພິທີສະເຫຼີມ ສະຫຼອງວັນພະຍາດເສັ້ນເລືອດສາກົນ ພາຍໃຕ້ຫົວຂໍ້: ຮູ້ທັນ, ປ້ອງກັນໄດ້, ມາໂຮງໝໍໄວ ເປັນຫົວໃຈຂອງການປິ່ນປົວພະຍາດເສັ້ນເລືອດສະໝອງ ຈັດຂຶ້ນໃນວັນທີ 28 ຕຸລານີ້ ທີ່ໂຮງໝໍດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ, ມີທ່ານ ໃສສະຫວາດ ແກ້ວສົດໃສ ຫົວໜ້າພະແນກລະບົບປະສາດ ແລະ ສະໝອງ, ມີບັນດາຜູ້ໃຫ້ການສະໜັບສະໜູນ, ແພດໝໍ, ປະຊາຊົນ, ແຂກຖືກເຊີນເຂົ້າຮ່ວມ.
ອົງການກາແດງແຫ່ງຊາດລາວ ລົງຊ່ວຍເຫຼືອຜູ້ປະສົບໄພຢູ່ສະຫວັນນະເຂດ ແລະ ສາລະວັນ

ອົງການກາແດງແຫ່ງຊາດລາວ ລົງຊ່ວຍເຫຼືອຜູ້ປະສົບໄພຢູ່ສະຫວັນນະເຂດ ແລະ ສາລະວັນ

ໃນລະຫວ່າງວັນທີ 20-23 ຕຸລາ ຜ່ານມາ, ທ່ານ ຄຳລາວັນ ຈັນທະລາວັນ ກໍາມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ ໄດ້ນໍາພາຄະນະລົງມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນຜູ້ທຸກຍາກທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນ 11 ບ້ານຄື: ບ້ານດົງໝາກໄຟ, ຊຽງໄຄ, ດ້າງສະຫວັນ, ແກ້ງແວງ, ບຶງເຊ, ຫາດຊາຍສູງ, ກ້າງປາ, ຜັກເຜືອກ, ສະກອງ, ສົມສະອາດ ແລະ ຫ້ວຍແຮ່ຂອງເມືອງໄຊບູລີ ແຂວງສະຫວັນນະເຂດ ແລະ 7 ບ້ານຄື: ບ້ານດອນໝາກເກືອ, ໜອງແສງ, ດອນແດງ, ໂຮງສາຍທອງ, ນາໂພສີ, ປາກສະນົມ ແລະ ບ້ານປາກຕາພານ ຂອງເມືອງລະຄອນເພັງ ແຂວງສາລະວັນ ໂດຍໄດ້ລົງພື້ນທີ່ແຈກຢາຍຊຸດເຄື່ອງຈຳນວນ 10 ລາຍການເຊັ່ນ: ໝີ່, ປາກະປ໋ອງ, ເກືອ, ນ້ຳມັນພືດ, ເຂົ້າໜຽວ, ສະບູ, ຢາ ແລະ ແປງຖູແຂ້ວ, ຜ້າອະນາໄມ, ແຟັບ ແລະ ອື່ນໆເ ພື່ອແບ່ງເບົາຄວາມຫຍຸ້ງຍາກ ແລະ ຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນຈໍານວນ 266 ຄອບຄົວ, ລວມເປັນມູນຄ່າທັງໝົດ 327 ລ້ານກວ່າກີບ.
ຄໍາມ່ວນ ສະຫຼຸບວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026

ຄໍາມ່ວນ ສະຫຼຸບວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026

ກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026 ແລະ ຂໍການສະໜັບໜູນຈາກຄະນະກໍາມະການຕ້ານເອດຂັ້ນແຂວງ-ຂັ້ນເມືອງ ລວມເຖິງບັນດາຄູ່ຮ່ວມງານພາຍໃນແຂວງ ແລະ ທິດທາງແຜນການປີ 2027 ຢູ່ແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ, ທີ່ ພະແນກສາທາ ລະນະສຸກແຂວງ ໂດຍການເປັນປະທານຮ່ວມຂອງທ່ານ ສຸລິວັນ ເພັງໄຊ ຜູ້ຮັບຜິດຊອບ ແລະ ປະສານງານໂຄງການ AHF ປະຈໍາລາວ, ທ່ານ ບົວທອງ ສີມະໂນວົງ ຫົວໜ້າສູນຕ້ານເອດ ແລະ ພຕພ ກະຊວງສາທາ ລະນະສຸກ, ທ່ານ ແສງທອງ ເສີມລໍາວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍຄູ່ຮ່ວມງານ ເຂົ້າຮ່ວມ.
ໂຮງໝໍເມືອງໂຂງ ສະຫຼຸບວຽກງານ 9 ເດືອນຕົ້ນປີ ແລະ ວາງແຜນ 3 ເດືອນທ້າຍປີ 2026

ໂຮງໝໍເມືອງໂຂງ ສະຫຼຸບວຽກງານ 9 ເດືອນຕົ້ນປີ ແລະ ວາງແຜນ 3 ເດືອນທ້າຍປີ 2026

ວັນທີ 1 ຕຸລາ 2026 ນີ້, ໂຮງໝໍເມືອງໂຂງ ແຂວງຈຳປາສັກ ໄດ້ເປີດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານໄລຍະ 9 ເດືອນຕົ້ນປີ ແລະ ວາງແຜນການ 3 ເດືອນທ້າຍປີ 2026. ໂດຍ ມີທ່ານ ໜູແສງ ຜຸຍບັນດິດ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ຄຳສວຍ ຊາພິຈິດ ກຳມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີຄະນະຈັດຕັ້ງເມືອງ, ຕາແສງດອນໂຂງ, ຄະນະອຳນວຍການໂຮງໝໍ, ຫົວໜ້າ-ຮອງຫົວໜ້າໜ່ວຍງານ, ແພດ-ໝໍ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນບໍລິການປິ່ນປົວຄົນເຈັບ ໂຮງໝໍກອງພົນທີ 2

ມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນບໍລິການປິ່ນປົວຄົນເຈັບ ໂຮງໝໍກອງພົນທີ 2

ພິທີມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນ ບໍລິການປິ່ນປົວຄົນເຈັບຂອງໂຮງໝໍກອງພົນທີ 2 ຈັດຂຶ້ນໃນວັນທີ 1 ຕຸລາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2, ມີຄະນະຫ້ອງ, ພະແນກການ, ວິຊາການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານແພດໝໍເຂົ້າຮ່ວມ.
ເພີ່ມເຕີມ