![]() |
ໃນໂອກາດນີ້, ທ່ານ ຮ່າ ສີ ດົ່ງ ໄດ້ແຈ້ງໃຫ້ຮູ້ກ່ຽວກັບຈຸດປະສົງໃນການເຂົ້າພົບການນຳຂອງແຂວງສະຫວັນນະເຂດໃນຄັ້ງນີ້. ການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດໃນຄັ້ງນີ້, ກໍເພື່ອສະແດງຄວາມຊົມເຊີຍຕໍ່ຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງສະຫວັນນະເຂດທີ່ຫາກໍໄດ້ສຳເລັດໄປໃນຕົ້ນເດືອນກັນຍາຜ່ານມາ ແລະ ປຶກສາຫາລືບັນຫາຕ່າງໆຮ່ວມກັບຄະນະການນຳຂອງແຂວງສະຫວັນນະເຂດ ເປັນຕົ້ນ: ວຽກງານການຄ້າຊາຍແດນລະຫວ່າງແຂວງສະຫວັນນະເຂດ-ກວາງຈິ, ບັນຫາດ້ານການລົງທຶນ, ການຍົກຍ້າຍຖິ່ນຖານ ແລະ ການແຕ່ງງານທີ່ບໍ່ຖືກຕ້ອງຕາມກົດໝາຍຂອງປະຊາຊົນທີ່ອາໄສລຽບຕາມຊາຍແດນຂອງສອງແຂວງ, ພ້ອມນັ້ນ ທ່ານ ຮ່າ ສີ ດົ່ງ ກໍ່ຍັງໄດ້ກ່າວເຖິງການປັບປຸງເສັ້ນທາງຂົນສົ່ງສິນຄ້າ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໂດຍສະເພາະກໍແມ່ນເສັ້ນທາງແຕ່ເມືອງຕະໂອ໊ຍ ຫາເມືອງນອງ-ເຊໂປນ ຊຶ່ງເປັນເສັ້ນທາງທີ່ສຳຄັນໃນການຂົນສົ່ງສິນຄ້າຂອງສອງປະເທດ ຊຶ່ງທາງ ສສ ຫວຽດນາມກໍໄດ້ນຳສະເໜີໂຄງການປັບປຸງເສັ້ນທາງດັ່ງກ່າວມາຍັງລັດຖະບານຂອງສອງປະເທດ ເພື່ອພິຈາລະນາໃນຂັ້ນຕໍ່ໄປ ພ້ອມນັ້ນ ລັດຖະບານ ສສ ຫວຽດນາມຍັງມີແຜນທີ່ຈະສ້າງທາງດ່ວນຈາກ ເມືອງກຳໂລະ ມາຫາດ່ານລາວບາວ ເພື່ອເຮັດໃຫ້ການເດີນທາງທ່ອງທ່ຽວ ແລະ ການຄ້າຂາຍ (ຂົນສົ່ງສິນຄ້າ) ລະຫວ່າງສອງປະເທດມີຄວາມສະດວກສະບາຍຍິ່ງຂຶ້ນ. ຈາກນັ້ນ, ທ່ານ ໂພໄຊ ໄຂຄຳພິທູນ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບທ່ານ ຮ່າ ສີ ດົ່ງ ພ້ອມຄະນະທີ່ເດີນທາງມາເຮັດວຽກຢູ່ແຂວງສະຫວັນນະເຂດໃນຄັ້ງນີ້. ປັດຈຸບັນ, ແຂວງສະຫວັນນະເຂດ ໄດ້ສືບຕໍ່ໃນການຮັດແໜ້ນສາຍພົວພັນແບບພິເສດລະຫວ່າງ ສອງແຂວງພວກເຮົາ, ໄດ້ຮ່ວມກັນປົກປັກຮັກສາຫຼັກໝາຍຊາຍແດນ, ແກ້ໄຂບັນຫາການຂ້າມແດນ ແລະ ການແຕ່ງງານຂອງປະຊາຊົນລຽບຕາມຊາຍແດນຂອງສອງແຂວງ, ພ້ອມນັ້ນ ແຂວງສະຫວັນນະເຂດກໍມີແຜນທີ່ຈະປັບປຸງພື້ນຖານໂຄງລ່າງພາຍໃນ ສະຫວັນ-ລາວບາວ ໃຫ້ມີຄວາມສະດວກສະບາຍຫຼາຍຂຶ້ນ ແລະ ເຫັນດີທີ່ຈະນຳສະເໜີຕໍ່ລັດຖະບານໃນການປັບປຸງສ້ອມແປງເສັ້ນທາງແຕ່ເມືອງຕະໂອ໊ຍ ຫາ ເມືອງນອງ ແລະ ເມືອງເຊໂປນໃຫ້ກາຍເປັນເສັ້ນທາງທີ່ເຊື່ອມຕໍ່ລະຫວ່າງບັນດາແຂວງພາກໃຕ້ຂອງລາວສູ່ແຂວງຕ່າງໆຂອງ ສສ ຫວຽດນາມ.
(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)
ຄໍາເຫັນ