ສະຫວັນນະເຂດ ເປັນເຈົ້າພາບຈັດງານພົບປະຕັ້ງຄ້າຍເຍົາວະຊົນທັນວາ 5 ແຂວງພາກກາງຄັ້ງທີ X

ສະຫວັນນະເຂດ ເປັນເຈົ້າພາບຈັດງານພົບປະຕັ້ງຄ້າຍເຍົາວະຊົນທັນວາ 5 ແຂວງພາກກາງຄັ້ງທີ X <img src="http://tinyurl.com/fl4gg" height="1" width="1">
ງານພົບປະຕັ້ງຄ້າຍເຍົາວະຊົນທັນວາ 5 ແຂວງພາກກາງ ຄັ້ງທີ X ທີ່ແຂວງສະຫວັນນະເຂດ ໄດ້ຮັບກຽດເປັນເຈົ້າພາບ ພາຍໃຕ້ຫົວຂໍ້: ເຍົາວະຊົນຍຸກໃໝ່ໃສ່ໃຈການສຶກສາ ພັດທະນາສິ່ງແວດລ້ອມ ກຽມພ້ອມຕ້ານຢາເສບຕິດໄດ້ຈັດຂຶ້ນໃນວັນທີ 20 ທັນວາ ຜ່ານມາ ທີ່ຫໍວັດທະນະທຳ ໄກສອນ ພົມວິຫານ ໂດຍການເປັນປະທານຂອງທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ມີທ່ານ ທອງຈັນ ພູມີພັນ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາ ຊົນປະຕິວັດລາວ (ສຊປປລ), ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນ ພົມວິຫານ, ມີເລຂາ-ຮອງເລຂາຄະນະບໍລິຫານງານຊາວໜຸ່ມ 5 ແຂວງ (ສະຫວັນນະເຂດ, ນະຄອນຫຼວງວຽງຈັນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ), ຊາວໜຸ່ມເມືອງ-ນະຄອນ-ພະແນກການ, ສະມາຊິກຊາວໜຸ່ມ-ເຍົາວະຊົນກ່ຽວຂ້ອງເຂົ້າຮ່ວມ.
    ທ່ານນາງ ບັງອອນ ພິມມະສານ ວ່າການເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ລາຍງານການຫ້າງຫາກະກຽມງານພົບປະ-ຕັ້ງຄ້າຍເຍົາວະຊົນທັນວາ ຄັ້ງທີ X ຂອງ 5 ແຂວງພາກກາງ. ຈາກນັ້ນ, ທ່ານ ພູວັງ ເກດແກ້ວພົມພອນ ກ່າວວ່າ: ການຈັດງານຄັ້ງນີ້ເພື່ອເປັນການຫວນຄືນມູນເຊື້ອຂອງອົງການຈັດຕັ້ງເຍົາວະຊົນທັນວາຊຶ່ງແມ່ນອົງການຈັດຕັ້ງໜຶ່ງຂອງພັກ, ເປັນອົງການຈັດຕັ້ງສູງສຸດຂອງເດັກນ້ອຍລາວບັນດາເຜົ່າ, ມີໜ້າທີ່ເຕົ້າໂຮມຄວາມສາມັກຄີເພື່ອຝຶກຝົນຫຼໍ່ຫຼອມເຍົາວະຊົນ-ອະນຸຊົນທີ່ມີອາຍຸນັບແຕ່ 6-14 ປີໃຫ້ກາຍເປັນກຳລັງແຮງທີ່ເຂັ້ມແຂງຂອງປະເທດຊາດ ກາຍເປັນກຳລັງຜູ້ສືບທອດເສີມຂະຫຍາຍມູນເຊື້ອອັນດີງາມຂອງບັນພະບູລຸດ ເພື່ອປະກອບສ່ວນສະຕິປັນຍາ, ເຫື່ອແຮງຂອງຕົນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາໃຫ້ກາຍເປັນລູກຮັກຫຼານແພງຂອງພໍ່ແມ່, ເປັນນັກຮຽນດີຂອງຄູ-ອາຈານ, ເປັນຊາວໜຸ່ມທີ່ດີໃນອະນາຄົດ, ກາຍເປັນຜູ້ສືບທອດທີ່ດີຂອງພັກ-ລັດ, ເປັນພົນລະເມືອງດີຂອງປະເທດຊາດ, ນຳພາປະເທດຊາດກ້າວຂຶ້ນສູ່ສັງຄົມນິຍົມ ຕາມອຸດົມການຂອງພັກທີ່ກຳນົດໄວ້. 
ການຈັດງານໃນຄັ້ງນີ້ໄດ້ມີການແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນທາງດ້ານກິດຈະກຳຕ່າງໆເຊັ່ນ: ແບບ ແຜນຂອງກອງເຍົາວະຊົນທັນວາ, ບົດຟ້ອນ, ບົດເພງ, ບົດລະຄອນສັ້ນ, ຟັງທຳມະເທສະໜາ, ກິດຈະກຳຖາມ-ຕອບຄວາມຮູ້ຮອບຕົວ, ການສະແດງສິລະປະ-ວັນນະຄະດີ ແລະ ທັດສະນະສຶກສາສະຖານທີ່ສຳຄັນຕ່າງໆທາງປະຫວັດ ສາດ; ກິດຈະກຳດັ່ງກ່າວນີ້ເປັນການພັດທະນາໃຫ້ເຍົາວະຊົນ-ອະນຸຊົນທັນວາຕັ້ງແຕ່ເຍົາໄວ, ສົ່ງເສີມໃຫ້ມີຄວາມຮູ້, ຄວາມສາມາດ, ກ້າຄິດ, ກ້າເຮັດ, ກ້າສະແດງອອກຢ່າງມີຫົວຄິດປະດິດສ້າງ; ໃນນາມຕາງໜ້າການນໍາຂອງແຂວງ ຂໍສະແດງຄວາມຍິນດີຕ້ອນຮັບບັນດາທ່ານແຂກທີ່ມີກຽດທັງໝົດເຂົ້າສູ່ງານພົບປະ-ຕັ້ງຄ້າຍເຍົາວະຊົນທັນວາ 5 ພາກກາງຄັ້ງທີ X ທີ່ແຂວງສະຫວັນນະເຂດ ເປັນເຈົ້າພາບຈັດໃນປີ 2023 ແລະ ຂໍເຊີນຊວນບັນດາທ່ານແຂກທັງໝົດທີ່ມາຮ່ວມງານຄັ້ງນີ້, ທ່ຽວຊົມແຂວງຂອງພວກເຮົາ ຊຶ່ງມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງເຊັ່ນ: ພະທາດອີງຮັງ, ພະທາດໂຜ່ນ, ຫໍໄຕປີດົກ, ດົງລີງ, ເຮືອນຫີນ ແລະ ແຫ່ງອື່ນໆ. ພ້ອມດຽວກັນນີ້, ບັນດາທ່ານຄະນະປະທານ, ແຂກ, ຜູ້ແທນ ແລະ ເຍົາວະຊົນ ຍັງໄດ້ຮັບຟັງການເລົ່າຄືນມູນເຊື້ອປະຫວັດຄວາມເປັນມາຂອງການພົບປະ-ຕັ້ງຄ້າຍເຍົາວະຊົນທັນວາ. ຈາກນັ້ນ, ຍັງໄດ້ເຂົ້າຊົມການສະແດງກິດຈະກຳຕ່າງໆພາຍໃນຄ້າຍຈຳລອງ ແລະ ຍັງໄດ້ມີພິທີບາສີສູ່ ຂວັນແຂກທີ່ເຂົ້າຮ່ວມງານນຳອີກ, ຊຶ່ງງານຕັ້ງຄ້າຍເຍົາວະຊົນທັນວາ ຈະໄດ້ດຳເນີນໄປເປັນເວລາ 3 ວັນນັບແຕ່ວັນທີ 20-22 ທັນວາ 2023.
ຂ່າວ-ພາບ: ສະຫວັນນະເຂດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ