ສະຫວັນນະເຂດ ເປີດໂຄງການກໍ່ສ້າງທາງ ວັດບ້ານນາແກ ຫາ ຂົວມິດຕະພາບ ລາວ-ໄທ II

ສະຫວັນນະເຂດ ເປີດໂຄງການກໍ່ສ້າງທາງ ວັດບ້ານນາແກ ຫາ ຂົວມິດຕະພາບ ລາວ-ໄທ II

ສະຫວັນນະເຂດ ເປີດໂຄງການກໍ່ສ້າງທາງ ວັດບ້ານນາແກ ຫາ ຂົວມິດຕະພາບ ລາວ-ໄທ II
ພິທີເປີດໂຄງການກໍ່ສ້າງທາງເບຕົງເສີມເຫຼັກ ເສັ້ນທາງຫຼວງແຫ່ງຊາດ ເລກທີ 11 ອີ ເລີ່ມຈາກທາງເບຕົງແຈວັດບ້ານນາແກ ໄປຫາ ຫົວຂົວຫ້ວຍໝອງເດີ່ນ ຈຸດກ້ອງຂົວມິດຕະພາບລາວ-ໄທ ແຫ່ງທີ II (ສະຫວັນະເຂດ-ມຸກດາຫານ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ສິງຫານີ້, ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ມີຖືກເຊີນ ແລະ ແມ່ປະຊາຊົນບ້ານອ້ອມຂ້າງເຂົ້າຮ່ວມ.
ສະຫວນນະເຂດ ເປດໂຄງການກສາງທາງ ວດບານນາແກ ຫາ ຂວມດຕະພາບ ລາວ-ໄທ II - image 1
 

ທ່ານ ຄຳຜຸຍ ສີບຸນເຮືອງ ເລຂາພັກນະຄອນໄກສອນພົມວິຫານ ໄດ້ໃຫ້ສຳພາດຕໍ່ນັກຂ່າວແຂວງວ່າ: ໂຄງການກໍ່ສ້າງທາງເບຕົງເສີມເຫຼັກ ເສັ້ນທາງຫຼວງແຫ່ງຊາດ ເລກທີ 11 ອີ ເລີ່ມຈາກທາງເບຕົງແຈວັດນາແກ ບ້ານນາແກ ໄປຫາ ຫົວຂົວຫ້ວຍໝອງເດີ່ນ ຈຸດກ້ອງຂົວມິດຕະພາບລາວ-ໄທ ແຫ່ງທີ II ມີລວງຍາວທັງໝົດ 850 ແມັດ, ກວ້າງ 7 ແມັດ, ຄວາມໜາ 20 ຊັງຕີແມັດ ມູນຄ່າການກໍ່ສ້າງທັງໝົດ 2.52 ຕື້ກວ່າກີບ, ໂດຍແມ່ນທຶນປະກອບສ່ວນຈາກນະຄອນໄກສອນພົມວິຫານ, ພໍ່ແມ່ປະຊາຊົນ, ບັນດາບໍລິສັດແຮ່-ຊາຍ, ບໍລິສັດຫ້າງຮ້ານ ແລະ ສາງກະທຽມພາຍໃນນະຄອນໄກສອນພົມວິຫານ, ຊຶ່ງຮັບເໝົາ ໂດຍບໍລິສັດສະຫວັນຄໍາກໍ່ສ້າງຂົວທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວ.

ໂຄງການກໍ່ສ້າງທາງດັ່ງກ່າວ, ເປັນເສັ້ນທາງລຽບແຄມແມ່ນ້ຳຂອງ, ຊຶ່ງໃນໄລຍະຜ່ານມາ, ເສັ້ນທາງເຂດດັ່ງກ່າວ ແມ່ນເປ້ເພ, ເປັນບວກເປັນຂຸມ. ດັ່ງນັ້ນ, ການນຳຂັ້ນສູງຂອງແຂວງ ໄດ້ມີຄວາມເປັນຫ່ວງເປັນໄຍ ແລະ ຊີ້ນຳນະຄອນໄກສອນພົມວິຫານ ສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເພື່ອກໍ່ສ້າງ-ສ້ອມແປງເສັ້ນທາງດັ່ງກ່າວນີ້ຄືນໃໝ່.

ສະຫວນນະເຂດ ເປດໂຄງການກສາງທາງ ວດບານນາແກ ຫາ ຂວມດຕະພາບ ລາວ-ໄທ II - image 2
 

ໂອກາດນີ້ ທ່ານ ຄຳຜຸຍ ສີບຸນເຮືອງ ຍັງໄດ້ຮຽກຮ້ອງໃຫ້ບັນດາບໍລິສັດຫ້າງຮ້ານ ແລະ ປະຊາຊົນ ຈົ່ງພ້ອມກັນປະກອບສ່ວນທຶນຮອນຕາມທ່າແຮງ ເພື່ອສ້າງເສັ້ນທາງຕ່າງໆໃນເຂດນະຄອນໄກສອນພົມວິຫານ ໃຫ້ເປັນເສັ້ນທາງທີ່ແໜ້ນໜາຖາວອນ, ທຽວໄປມາໄດ້ສະດວກສະບາຍ ແລະ ພ້ອມກັນປະດັບປະດາ, ຮັກສາຄວາມສະອາດ ຕາມບ້ານເຮືອນຂອງຕົນ ຕາມທິດ 5 ສ ຂອງນະຄອນ ເພື່ອປະກອບສ່ວນໃນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ X ອົງຄະນະພັກແຂວງສະຫວັນນະເຂດ ໃຫ້ເປັນຂະບວນການທີ່ຟົດຟື້ນ ແລະ ມີຜົນງານຢ່າງຫຼວງຫຼາຍ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພູນຊັບຟາມາ ຈຳກັດ ເນັ້ນວາງສະແດງຜະລິດຕະພັນຢາບໍາລຸງແມ່ຫຼັງເກີດ ໂອກາດສະຫຼອງວັນສາທາລະນະສຸກ

ພູນຊັບຟາມາ ຈຳກັດ ເນັ້ນວາງສະແດງຜະລິດຕະພັນຢາບໍາລຸງແມ່ຫຼັງເກີດ ໂອກາດສະຫຼອງວັນສາທາລະນະສຸກ

ໂອກາດເຂົ້າຮ່ວມວາງສະແດງຜະລິດຕະພັນຢາ ໃນພິທີສະເຫຼີມສະຫຼອງວັນສາທາລະນະສຸກ (ວັນແພດລາວ) ຄົບຮອບ 61 ປີ (18 ມິຖຸນາ 1965 – 18 ມິຖຸນາ 2026) ທີ່ຈັດຂຶ້ນໃນວັນທີ 17 ມິຖຸນາຜ່ານມາ ທີ່ນະຄອນຫຼວງວຽງຈັນ.
ມຸນລະປາໂມກ ສະຫຼຸບການແກ້ໄຂບັນຫາສັດລ້ຽງ ແລະ ສິ່ງແວດລ້ອມ

ມຸນລະປາໂມກ ສະຫຼຸບການແກ້ໄຂບັນຫາສັດລ້ຽງ ແລະ ສິ່ງແວດລ້ອມ

ເມືອງມຸນລະປາໂມກ ແຂວງຈຳປາສັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານການແກ້ໄຂບັນຫາສັດລ້ຽງ ແລະ ສິ່ງແວດລ້ອມ ໃນເຂດເທດສະບານເມືອງ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026 ໃນ​ວັນ​ທີ 17 ມິ​ຖຸ​ນາ​ຜ່ານ​ມາ ໂດຍການເປັນປະທານຂອງທ່ານ ວັນລະເດດ ແກ້ວຈັນທາ ປະທານຄະນະກຳມະການປົກຄອງເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສສຊ-ສສນວ ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງສັງທອງ

ສສຊ-ສສນວ ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງສັງທອງ

ສສຊ ເຂດ 1 ນວ ລົງພົບປະຜູ້ມີສິດເລືອກຕັ້ງເມືອງສັງທອງ ແລະ ສະມາຊິກສະພາປະຊາຊົນ ນວ ລົງພົບປະກັບຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ນວ ຊຸດທີ V ໃນວັນທີ 16 ມິຖຸນາ ຜ່ານມາ ທີ່ສະໂມສອນຂອງເມືອງສັງທອງ ນະຄອນຫຼວງວຽງຈັນ.
ເປີດກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ຢ່າງເປັນທາງການ

ເປີດກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ຢ່າງເປັນທາງການ

ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ມີຖຸນານີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີບັນດາກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການສົມບູນ ແລະ ສຳ ຮອງສູນກາງພັກ, ມີບັນດາສະຫາຍຮອງເລຂາພັກແຂວງ-ນະຄອນຫຼວງ, ກະຊວງ-ອົງການ ຜູ້ຊີ້ນໍາວຽກງານຈັດຕັ້ງ, ຫົວໜ້າຄະນະຈັດຕັ້ງແຂວງ-ນະຄອນຫຼວງ, ຫົວໜ້າກົມຈັດຕັ້ງ ກະຊວງ-ອົງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເມືອງໂຂງ ເປີດອົບຮົມການເມືອງ-ຫັດແອບການທະຫານ ໃຫ້ກຳລັງ ປກຊ-ປກສ

ເມືອງໂຂງ ເປີດອົບຮົມການເມືອງ-ຫັດແອບການທະຫານ ໃຫ້ກຳລັງ ປກຊ-ປກສ

ເມືອງໂຂງ ແຂວງຈຳປາສັກ ເປີດອົບຮົມການເມືອງ-ຫັດແອບການທະຫານ ປະຈໍາປີ 2026 ໃຫ້ກຳລັງຫຼັກແຫຼ່ງໃນ 2 ຕາແສງ ຄື: ຕາແສງຫາດຊາຍຄູນ ແລະ ຕາແສງກະດັນ ແນໃສ່ເພີ່ມທະວີຄວາມຮູ້, ຄວາມສາມາດ ແລະ ຄວາມຊໍານິຊໍານານທາງດ້ານຍຸດທະວິທີ, ສ້າງກຳລັງໃຫ້ມີຄວາມເຂັ້ມແຂງ ເພື່ອປົກປັກຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍພາຍໃນທ້ອງຖິ່ນ​ຂຶ້ນໃນວັນທີ 18 ມິຖຸນານີ້, ທີ່ເມືອງໂຂງ
ທະຫານເຊກອງ ເປີດອົບຮົມຄູອາສາ ເຂົ້າເປັນລັດຖະກອນປ້ອງກັນຊາດ ຊຸດທີ I

ທະຫານເຊກອງ ເປີດອົບຮົມຄູອາສາ ເຂົ້າເປັນລັດຖະກອນປ້ອງກັນຊາດ ຊຸດທີ I

ກອງບັນຊາການທະຫານແຂວງເຊກອງ ເປີດຊຸດອົບຮົມຄູອາສາ ເຂົ້າເປັນລັດຖະກອນປ້ອງກັນຊາດ ຊຸດທີ I ແລະ ທະຫານໃໝ່ ຊຸດທີ XXVII ໃນວັນທີ 16 ມິຖຸນາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ ພ້ອມດ້ວຍພະນັກງານຄູ-ອາຈານ, ແຂກຖືກເຊີນ ແລະ ສຳມະນາກອນເຂົ້າຮ່ວມ.
ຄຳ​ມ່ວນ ສະຫຼຸບ​ວຽກ​ງານ ການອຳນວຍຄວາມສະດວກດ້ານການຄ້າ ແລະ ຂົນສົ່ງ

ຄຳ​ມ່ວນ ສະຫຼຸບ​ວຽກ​ງານ ການອຳນວຍຄວາມສະດວກດ້ານການຄ້າ ແລະ ຂົນສົ່ງ

ກອງປະຊຸມ ຄະນະກຳມະການອຳນວຍຄວາມສະດວກດ້ານການຄ້າ ແລະ ຂົນສົ່ງ ແຂວງ ຄຳ​ມ່ວນ ໄດ້​ຈັດຂຶ້ນ​ໃນ​ວັນ​ທີ 17 ມິ​ຖຸ​ນາ​ຜ່ານ​ມາ ທີ່ ພະ​ແນກ ອ​ຄ ແຂວງ ໂດຍການເປັນປະທານຂອງ ທ່ານ ໜັ້ນຍືນ ຄີນສະໜອນ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ.
ເມືອງພຽງ ປະກາດສ້າງຕັ້ງຕາແສງທົ່ງນາພຽງ

ເມືອງພຽງ ປະກາດສ້າງຕັ້ງຕາແສງທົ່ງນາພຽງ

ພິທີປະກາດສ້າງຕັ້ງຕາແສງ ທົ່ງນາພຽງ ເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 16 ມິຖຸນາ 2026 ທີ່ ສຳນັກງານຕາແສງບ້ານເມືອງພຽງ ໂດຍມີທ່ານ ອາເມ ຊົງເຢ້ຽເລັ່ງ ຮອງປະທານຄະນະກຳມະການປົກຄອງແຂວງ, ມີທ່ານ ເສນ ພັນລັກ ເລຂາຄະນະບໍລິຫານງານພັກເມືອງພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສະມາຄົມນັກທຸລະກິດ ມອບຕົ້ນຄູນ ໃຫ້ແຂວງຄໍາມ່ວນ ຮ່ວມສ້າງພື້ນທີ່ສີຂຽວ

ສະມາຄົມນັກທຸລະກິດ ມອບຕົ້ນຄູນ ໃຫ້ແຂວງຄໍາມ່ວນ ຮ່ວມສ້າງພື້ນທີ່ສີຂຽວ

ສະມາຄົມນັກທຸລະກິດໜຸ່ມ ແຂວງຄໍາມ່ວນ ນໍາໂດຍ ທ່ານ ສຸກທັນວາ ຊາພູວົງ ປະທານສະມາຄົມນັກທຸລະກິດໜຸ່ມແຂວງ ພ້ອມດ້ວຍ ທ່ານ ອະພິສິດ ຜົນວິຈິດ ຮອງປະທານສະມາຄົມ ແລະ ຄະນະບໍລິຫານສະໄໝທີ 4 ໄດ້ນໍາເອົາຕົ້ນຄູນຈໍານວນ 1,000 ຕົ້ນ ມູນຄ່າລວມ 418 ລ້ານກີບ ມາມອບໃຫ້ແກ່ແຂວງຄໍາມ່ວນ ເພື່ອນໍາໄປປູກປະດັບປະດາພາຍໃນຕົວເມືອງທ່າແຂກ ໃຫ້ມີຄວາມສວຍງາມ, ຮົ່ມເຢັນ ແລະ ເປັນລະບຽບຮຽບຮ້ອຍ. ການສະໜັບສະໜູນໃນຄັ້ງນີ້ ຍັງເປັນການປະກອບສ່ວນສໍາຄັນໃນການສ້າງພື້ນທີ່ສີຂຽວ, ສົ່ງເສີມການອະນຸລັກສິ່ງແວດລ້ອມ ແລະ ສະໜັບສະໜູນແນວທາງການພັດທະນາເມືອງຢ່າງຍືນຍົງ.
ຫາລື ການປັບປຸງ ກົດໝາຍ 2 ສະບັບໃນ​ຂົງ​ເຂດອຸດສາຫະກຳ ແລະ ການຄ້າ

ຫາລື ການປັບປຸງ ກົດໝາຍ 2 ສະບັບໃນ​ຂົງ​ເຂດອຸດສາຫະກຳ ແລະ ການຄ້າ

ໃນລະຫວ່າງ ວັນທີ 17-18 ມິຖຸນາ 2026 ນີ້ ທີ່ໂຮງແຮມສຸພັດຕຣາ ແຂວງຫຼວງພະບາງ, ໄດ້ ກອງປະຊຸມປຶກສາຫາລື ໃນຫົວຂໍ້ “ການທົບທວນຄືນການຈັດຕັ້ງປະຕິບັດ, ເກັບກຳຂໍ້ມູນ ເພື່ອປັບປຸງ ກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ແລະ ກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້” ໂດ້​ຈັດ​ຂຶ້ນ​ໃນ​ລະ​ຫວ່າງວັນ​ທີ 17-18 ມິ​ຖຸ​ນາ​ນີ້ ທີ່ ແຂວງຫຼວງ​ພະ​ບາງ ໂດຍເປັນປະທານຂອງ ທ່ານ ນາງ ວິໄລພອນ ຊິນດາວົງ ຮອງຫົວໜ້າກົມການຄ້າພາຍໃນ; ມີຜູ້ຈັດການພາກພື້ນຂອງ ອົງການການຄ້າລະດັບພາກພື້ນເພື່ອການພັດທະນາ (RT4D), ພ້ອມດ້ວຍຜູ້ຕາງໜ້າຈາກພາກລັດ-ພາກເອກະຊົນຂັ້ນສູນກາງ ແລະ 7 ແຂວງພາກເໜືອ ເຂົ້າຮ່ວມ.
ເພີ່ມເຕີມ