ສະຫວັນນະເຂດ ສໍາເລັດການຈັດກິດຈະກໍາສົ່ງເສີມກະສິກໍາສູ່ຊຸມຊົນ

ສະຫວັນນະເຂດ ສໍາເລັດການຈັດກິດຈະກໍາສົ່ງເສີມກະສິກໍາສູ່ຊຸມຊົນ
ໃນວັນທີ 20 ກຸມພາ ຜ່ານມາ, ທີ່ສູນພັດທະນາ ແລະ ບໍລິການກະສິກໍາ-ປ່າໄມ້ໜອງເຕົ່າ ພະແນກກະສິກຳ ແລະ ປ່າໄມ້ແຂວງ ສະຫວັນນະເຂດ ໄດ້ຈັດກິດຈະກໍາສົ່ງເສີມ ແລະ ບໍລິການກະສິກໍາສູ່ຊຸມຊົນ ຢູ່ບ້ານດົງໝາກຢາງ ນະຄອນໄກສອນພົມວິຫານ. ໂດຍການເຂົ້າຮ່ວມຂອງທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນພົມວິຫານ, ທ່ານ ຄໍາມອນ ທິລາວົງ ຮອງຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງ, ທ່ານ ນາງ ທິຕິຍາ ປານມະນີ ຮອງຫົວໜ້າກົງສູນໃຫຍ່ແຫ່ງຣາຊະອານາຈັກໄທ ປະຈຳແຂວງສະຫວັນນະເຂດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ສຸລິພອນ ພິມມະຈັກ ຫົວໜ້າສູນພັດທະນາ, ບໍລິການກະສິກໍາ ແລະ ປ່າໄມ້ໜອງເຕົ່າ ໄດ້ລາຍງານຈຸດປະສົງຂອງການຈັດກິດຈະກໍາຄັ້ງນີ້ວ່າ: ການຜະລິດສະບຽງອາຫານປະກອບດ້ວຍຫຼາຍປັດໄຈທີ່ຕ້ອງໄດ້ເອົາໃຈໃສ່ແຕ່ລະຂັ້ນຕອນ ຊຶ່ງຄົນສ່ວນຫຼາຍຍັງຖືເບົາ ແລະ ໃຊ້ສານເຄມີໃນການເລັ່ງຜົນຜະລິດ ເຮັດໃຫ້ມີສານພິດຕົກຄ້າງໃນຜົນຜະລິດ ແລະ ຕົກຄ້າງໃນດິນ. ດັ່ງນັ້ນ, ສູນພັດທະນາ, ບໍລິການກະສິກຳ-ປ່າໄມ້ໜອງເຕົ່າ ຈຶ່ງໄດ້ຈັດກິດຈະກຳສົ່ງເສີມ ແລະ ແນະກຳການຜະລິດກະສິກຳແບບຖືກວິທີ ໂດຍໃນປີນີ້ ໄດ້ເລືອກເອົາບ້ານດົງໝາກຢາງ ແລະເຊີນບ້ານໃກ້ຄຽງເຂົ້າຮ່ວມ ຊຶ່ງເປັນບ້ານທີ່ມີທ່າແຮງໃນການຜະລິດ ເພື່ອແນະນຳສົ່ງເສີມການຜະລິດກະສິກຳ. ໂດຍຈະເນັ້ນການບໍລິການໃຫ້ຄຳແນະນຳທາງດ້ານເຕັກນິກວິຊາການກະສິກຳ, ສົ່ງເສີມການປູກຝັງ-ລ້ຽງສັດ ໂດຍໄດ້ຮັບການສະໜັບສະໜູນຈາກມູລະນິທິໄຊພັດທະນາ ປະເທດໄທ.
ທ່ານ ປະສົງສິນ ຈະເລີນສຸກ ໄດ້ກ່າວວ່າ: ໂຄງການດັ່ງກ່າວນີ້, ແມ່ນມີຄວາມໝາຍສຳຄັນຫຼາຍ ຊຶ່ງສະແດງເຖິງການພົວພັນ-ຮ່ວມມືຂອງ 2 ປະເທດ ກໍຄື 2 ແຂວງສະຫວັນນະເຂດ-ມຸກດາຫານ (ມູລະນິທິໄຊພັດທະນາຊຶ່ງເປັນໜ່ວຍງານຫຼັກ) ໃນການດຳເນີນໂຄງການ ແລະ ພັດທະນາທາງດ້ານວິຊາການ, ການສົ່ງເສີມດ້ານເຕັກນິກວິຊາການກະສິກຳ-ປ່າໄມ້. ຖືເປັນໂອກາດທີ່ດີ ໃນການຫັນເອົາເຕັກນິກວິຊາການດ້ານກະສິກຳລົງສູ່ຊຸມຊົນໃຫ້ເຖິງຜູ້ເຮັດການຜະລິດໂດຍກົງ. ຫວັງຢ່າງຍິ່ງວ່າກິດຈະກຳໃນຄັ້ງນີ້ ຈະເກີດມີຄວາມຮູ້ຄວາມເຂົ້າໃຈ ແລະ ການສະດຸ້ງ ຕໍ່ສະພາບການຜະລິດກະສິກຳຂອງພວກເຮົາ ກໍຄືການນໍາເອົາບົດຮຽນອັນໃໝ່ ວິຊາການກະສິກຳດ້ານຕ່າງໆ ມາປັບໃຊ້ເຂົ້າໃນຄອບຄົວຂອງຕົນໃຫ້ເກີ ປະສິດທິພາບສູງສຸດ ສາມາດຜະລິດໃຫ້ກຸ້ມກິນ, ແຮໃວ້ ແລະ ຂາຍເປັນສິນຄ້າ.
(ຂ່າວ: ສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງບາຈຽງຈະເລີນສຸກ ຈັດພິທີ ສະເຫຼີມສະຫຼອງວັນແມ່ຍີງສາກົນ ຄົບຮອບ116ປີ.

ເມືອງບາຈຽງຈະເລີນສຸກ ຈັດພິທີ ສະເຫຼີມສະຫຼອງວັນແມ່ຍີງສາກົນ ຄົບຮອບ116ປີ.

ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ຈັດພິທີສະເຫຼີມສະຫຼອງວັນແມ່ຍີງສາກົນ ຄົບຮອບ116ປີ (8 ມີນາ1910 - 8 ມີນາ 2026) ຕິດພັນກັບການມອບທຸງໄຊ 3 ດີ ໃຫ້ສະຫະພັນແມ່ຍີງເມືອງ ພາຍໃຕ້ຄຳຂວັນ "ສິດທິ, ຄວາມຍຸຕິທຳ, ການລົງປະຕິບັດເພື່ອແມ່ຍີງ ແລະ ເດັກນ້ອຍທຸກຄົນ" ຂຶ້ນໃນວັນທີ 17 ມີນານີ້ ທີ່ສະໂມສອນຂອງເມືອງ ພາຍໃຕ້ການເປັນປະທານຂອງທ່ານ ແສງສຸລິຍາ ກຸວັນທອງ ຮອງເລຂາພັກເມືອງ ປະທານກວດການພັກ-ລັດເມືອງ.
ສວສສຊ ສະຫຼຸບວຽກງານປະຈຳປີ 2025

ສວສສຊ ສະຫຼຸບວຽກງານປະຈຳປີ 2025

ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ທິດທາງແຜນການປີ 2026 ແລະ ມອບໃບຍ້ອງຍໍປະຈຳປີ 2025, ໃນວັນທີ 17 ມີນານີ້ ທີ່ຫ້ອງປະຊຸມໃຫຍ່ ສວສສຊ, ໂດຍໃຫ້ກຽດເປັນປະທານ ຂອງທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະພັກ ປະທານ ສວສສຊ, ມີບັນດາຮອງປະທານ, ຫົວໜ້າກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ສູນ ພ້ອມດ້ວຍພະນັກງານ-ລັດຖະກອນທົ່ວ ສວສສຊ ເຂົ້າຮ່ວມ.
ຮສສ ປາຖະກະຖາວັນສ້າງຕັ້ງພັກ ຄົບຮອບ 71 ປີ ແລະ ວັນນັກຮົບເສຍອົງຄະ ຄົບຮອບ 80 ປີ

ຮສສ ປາຖະກະຖາວັນສ້າງຕັ້ງພັກ ຄົບຮອບ 71 ປີ ແລະ ວັນນັກຮົບເສຍອົງຄະ ຄົບຮອບ 80 ປີ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ (22 ມີນາ 1955-22 ມີນາ 2026) ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 80 ປີ (21 ມີນາ 1946-21 ມີນາ 2026) ຂຶ້ນໃນວັນທີ 17 ມີນານີ້ ທີ່ກະຊວງດັ່ງກ່າວ, ໂດຍໃຫ້ກຽດປາຖະກະຖາຂອງສະຫາຍ ໂພໄຊ ໄຊຍະສອນ ເລຂາຄະນະພັກ ລັດຖະມົນຕີກະຊວງ ຮສສ, ມີຮອງລັດຖະມົນຕີ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ-ພະນັກງານ-ລັດຖະກອນ ເຂົ້າຮ່ວມຮັບຟັງ.
ບັນດາພະແນກການ, ອົງການທຽບເທົ່າ ແຂວງຄໍາມ່ວນ ຮ່ວມຂໍານັບ ແລະ ສັກກະລະບູຊາ ຮູບຫລໍປະທານ ສຸພານຸວົງ

ບັນດາພະແນກການ, ອົງການທຽບເທົ່າ ແຂວງຄໍາມ່ວນ ຮ່ວມຂໍານັບ ແລະ ສັກກະລະບູຊາ ຮູບຫລໍປະທານ ສຸພານຸວົງ

ວັນທີ 17 ມີນານີ້, ບັນດາພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງຄໍາມ່ວນ ໄດ້ຮ່ວມຂໍານັບ ແລະ ສັກກະລະບູຊາ ຕໍ່ໜ້າຮູບຫລໍ່ຂອງທ່ານປະທານ ສຸພານຸວົງ ເນື່ອງໃນໂອກາດລະນຶກມູນເຊື້ອ ວັນນັກຮົບ ເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ກໍຄືເຫດການວັນທີ 21 ມີນາ ປີ 1946 ຄົບຮອບ 80 ປີ.
ຫສນຍ ເຜີຍແຜ່ເອກະສານ ເພີ່ມທະວີແກ້ໄຂຜົນກະທົບຈາກລາຄານໍ້າມັນເຊື້ອໄຟ

ຫສນຍ ເຜີຍແຜ່ເອກະສານ ເພີ່ມທະວີແກ້ໄຂຜົນກະທົບຈາກລາຄານໍ້າມັນເຊື້ອໄຟ

ເພື່ອແກ້ໄຂ ແລະ ຫຼຸດຜ່ອນຜົນກະທົບຈາກລາຄານໍ້າມັນເຊື້ອໄຟ ເວົ້າລວມ, ເວົ້າສະເພາະ ເພື່ອເຮັດໃຫ້ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 40/ນຍ, ລົງວັນທີ 13 ມີນາ 2026 ວ່າດ້ວຍການເພີ່ມທະວີແກ້ໄຂຜົນກະທົບຈາກລາຄານໍ້າມັນເຊື້ອໄຟ ໃຫ້ໄດ້ຮັບການຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດສູ່ວຽກງານຕົວຈິງໂດຍໄວ. ໃນວັນທີ 16 ມີນາ ນີ້ ການນໍາຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ພົບປະໂອ້ລົມ ແລະ ເຜີຍແຜ່ເອກະສານ ທີ່ຕິດພັນກັບການແກ້ໄຂຜົນກະທົບຈາກລາຄານໍ້າມັນເຊື້ອໄຟໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນ ຫສນຍ, ພາຍໃຕ້ການເປັນປະທານ ຂອງທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າ ຫສນຍ; ມີທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ, ບັນດາທ່ານຫົວໜ້າກົມ, ຫົວໜ້າຫໍປະຊຸມແຫ່ງຊາດ ແລະ ບັນດາຮອງຫົວໜ້າກົມພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນ ຫສນຍ ເຂົ້າຮ່ວມ.
ກົມໂຄສະນາ ແລະ ຄະນະໂຄສະນາອົບຮົມແຂວງວຽງຈັນ ແລກປ່ຽນບົດຮຽນວິຊາສະເພາະ

ກົມໂຄສະນາ ແລະ ຄະນະໂຄສະນາອົບຮົມແຂວງວຽງຈັນ ແລກປ່ຽນບົດຮຽນວິຊາສະເພາະ

ເພື່ອສ້າງການຫັນປ່ຽນໃໝ່ໃນວຽກງານໂຄສະນາ, ທັງຊຸກຍູ້ການເຄື່ອນໄຫວວຽກງານວິຊາສະເພາະ ຢູ່ທ້ອງຖິ່ນ ໃຫ້ມີການເຄື່ຶອນໄຫວຢ່າງແຂງແຮງ. ໃນວັນທີ 13-14 ມີນາ ຜ່ານມານີ້ ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ນໍາໂດຍ ທ່ານ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາ ຄອສພ ພ້ອມດ້ວຍຄະນະ ໄດ້ພົບປະແລກປ່ຽນບົດຮຽນວຽກງານວິຊາສະເພາະ ກັບຄະນະໂຄສະນາອົບຮົມແຂວງວຽງຈັນ ແລະ ເມືອງວັງວຽງ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກການນໍາ ຂອງແຂວງ ແລະ ການ​ນຳ​​ເມືອງວັງ​ວຽງ.
ສສຍລ ຢ້ຽມຢາມ ແລະ ມອບເຄື່ອງໃຫ້ທະຫານຊາຍແດນ ທີ່ແຂວງຈໍາປາສັກ

ສສຍລ ຢ້ຽມຢາມ ແລະ ມອບເຄື່ອງໃຫ້ທະຫານຊາຍແດນ ທີ່ແຂວງຈໍາປາສັກ

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ນຳພາໂດຍ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະ ທານຄະນະບໍລິຫານງານ ສສຍລ, ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ບັນດາກົມກອງ ທີ່ປະຕິບັດໜ້າທີ່ຢູ່ຊາຍແດນເມືອງມຸນລະປະໂມກ ເຂດ 3 ຫຼ່ຽມມໍລະກົດ (ກອງພັນ 28) ໃນວັນທີ 15 ມີນາ ຜ່ານມາ ທີ່ແຂວງຈຳປາສັກ ໂດຍມີທ່ານ ນາງ ມີນາ ສີວິໄລ ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ທ່ານ ທອງຈັນ ພູມີພັນ ຮອງປະທານຄະນະບໍລິງານສູນກາງສະຫະພັນກຳມະບານລາວ, ທ່ານພົນຈັດຕະວາ ນາງ ໄພວອນ ອິນທະບຸດ ກຳມະການຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ນາຍ ແລະ ພົນທະຫານ, ຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນສູນກາງ, ຂັ້ນແຂວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສາລະວັນ ສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄລຍະ 5 ປີ

ສາລະວັນ ສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄລຍະ 5 ປີ

ໃນວັນທີ 16 ມີນານີ້, ແຂວງສາລະວັນ ສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວແຂວງ ໄລຍະ 5 ປີ 2021-2025 ແລະ ວາງທິດທາງແຜນການໄລຍະ 5 ປີ 2026-2030 ຕິດພັນກັບການສະຫຼຸບວຽກງານປະຈຳປີ 2025, ທີ່ສະໂມສອນແຂວງ, ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກະຊວງ ຍທຂ ເຜີຍແຜ່ເຊື່ອມຊຶມມູນເຊື້ອວັນສຳຄັນຂອງພັກ ຂອງຊາດ

ກະຊວງ ຍທຂ ເຜີຍແຜ່ເຊື່ອມຊຶມມູນເຊື້ອວັນສຳຄັນຂອງພັກ ຂອງຊາດ

ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ; ປາຖະກະຖາວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ໃນວັນທີ 16 ມີນານີ້, ທີ່ ກະຊວງ ຍທຂ ໃຫ້ກຽດເປັນປະທານໂດຍສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຍທຂ, ມີຄະນະປະຈຳພັກ, ກຳມະການພັກກະຊວງ, ຄະນະໜ່ວຍພັກຮາກຖານ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດ ທົ່ວປະເທດ ປະຈໍາປີ 2025

ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດ ທົ່ວປະເທດ ປະຈໍາປີ 2025

ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດ ທົ່ວປະເທດ ປະຈໍາປີ 2025 ໄດ້ຈັດຂຶ້ນໃນວັນທີ 16 ມີນານີ້ ທີ່ໂຮງແຮມລາວພາຊາ ນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ມີ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ມີຮອງປະທານຜູ້ປະຈຳການຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ຮອງລັດຖະມົນຕີ ໃນຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ມີບັນດາຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ, ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ