SECO ຄາດວ່າ: ເສດຖະກິດຂອງປະເທດສະວິດ ຊຶ່ງອີງໃສ່ການສົ່ງອອກຈະເຕີບໂຕ 1.3% ໃນປີ 2025, ຫຼຸດລົງຈາກການຄາດຄະເນກ່ອນໜ້າ ທີ່ 1.4%, ໃນຂະນະທີ່ຫຼຸດການຄາດຄະເນການເຕີບໂຕໃນປີ 2026 ລົງເປັນ 1.2% ຈາກ 1.6%, ເພາະຄາດວ່າການສົ່ງອອກຈະຫຼຸດລົງ.
ໂຕເລກດັ່ງກ່າວແມ່ນຕໍ່າກວ່າອັດຕາການເຕີບໂຕສະເລ່ຍໃນໄລຍະຍາວຂອງສະວິດ ຊຶ່ງຢູ່ທີ່ 1.8%.
ເຖິງວ່າເສດຖະກິດຂອງປະເທດສະວິດ ໄດ້ເຕີບໂຕຢ່າງແຂງແຮງໃນຕອນຕົ້ນປີຜ່ານມາ, ແຕ່ສ່ວນໃຫຍ່ແມ່ນມາຈາກບັນດາຜູ້ສົ່ງອອກເລັ່ງລັດສົ່ງອອກສິນຄ້າໄປຍັງ ສະຫະລັດ ອາເມຣິກາ ກ່ອນການປະກາດໃຊ້ມາດຕະການເກັບພາສີ. ເຮັດໃຫ້ SECO ເຫັນວ່າເສດຖະກິດໃນໄລຍະທີ່ເຫຼືອຂອງປີຈະຫຼຸດລົງຢ່າງຫຼວງຫຼາຍ.
ຄໍາເຫັນ