![]() |
ພາຍຫຼັງການປັບປຸງກົງຈັກການຈັດຕັ້ງຂອງລັດ ບັນດາພາສ່ວນຮ່ວມງານຂອງໂຄງການໄດ້ມີການສັບຊ້ອນ ແລະ ໂຮມເຂົ້າກັນຈຳນວນໜຶ່ງ, ຈາກການປັບປຸງນັ້ນ, ກອງປະຊຸມໄດ້ຍົກໃຫ້ເຫັນ ແລະ ປຶກສາຫາລືຂອດປະສານງານຄືນໃໝ່ ເພື່ອຄວາມຕໍ່ເນື່ອງ ໃນການປະສານງານ ເພື່ອຈັດຕັ້ງປະຕິບັດບັນດາກິດຈະກຳຂອງໂຄງການ.
ກອງປະຊຸມໄດ້ເນັ້ນໃຫ້ເຫັນ ຄວາມໝາຍ ຄວາມສຳຄັນຂອງການສ້າງຄວາມເຂັ້ມແຂງ ຂອງທຸກພາກສ່ວນ ໃນການພັດທະນາ ແລະ ປັບປຸງບັນດາເຄື່ອງມື, ຖານຂໍ້ມູນການເຊື່ອມໂຍງຂໍ້ມູນ ທີ່ຖືກຕ້ອງຊັດເຈນ ເປັນຕົ້ນ ລະບົບຖານຂໍ້ມູນການຂຶ້ນບັນຊີ ການເຊົ່າ ແລະ ສຳປະທານທີ່ດິນ (LCIS) ເພື່ອການຊຸກຍູ້, ຕິດຕາມ ການພັດທະນາ ແລະ ການເກັບລາຍຮັບຂອງລັດຖະບານ ລວມທັງ ເພື່ອການວິເຄາະວິໄຈ ແລະ ເປັນຂໍ້ມູນບ່ອນອີງໃນການສ້າງບັນດາ ນະໂຍບາຍ ແລະ ນິຕິກຳກ່ຽວຂ້ອງກັບການຄຸ້ມຄອງທີ່ດິນ, ການລົງທຶນຕິດພັນກັບການນຳໃຊ້ ແລະ ສຳປະທານທີ່ດິນ ຢ່າງມີປະສິດຕິພາບ ຕາມທິດສີຂຽວ ແລະ ຢືນຍົງ.
ໃນຂະນະດຽວກັນ, ຜົນສໍາເລັດຂອງໂຄງການດັ່ງກ່າວ ຍັງສົ່ງເສີມການນຳໃຊ້ທີ່ດິນແບບຍືນຍົງ ຢູ່ໃນຂັ້ນທ້ອງຖິ່ນ ເພື່ອຮັບປະກັນຜົນປະໂຫຍດສູງສຸດຂອງຊຸມຊົນທ້ອງຖິ່ນ ໂດຍການປັບປຸງຊີວິດການເປັນຢູ່ ແລະ ການນຳໃຊ້ທີ່ດິນທີ່ຊັດເຈນກວ່າເກົ່າ ພ້ອມດຽວກັນນັ້ນ ກໍເພື່ອຫຼຸດຜ່ອນຜົນກະທົບດ້ານລົບທາງສິ່ງແວດລ້ອມ ແລະ ເພີ່ມທະວີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ.
ທ່ານ ກິແກ້ວ ສິງນາວົງ ໄດ້ຊີ້ໃຫ້ເຫັນເຖິງ ຄວາມສຳຄັນທາງດ້ານຍຸດທະສາດ ຂອງການຄຸ້ມຄອງທີ່ດິນ ຜ່ານກົນໄກການປະສານງານລະຫວ່າງຂະແໜງການ ວ່າ:
“ໂຄງການ ຊີວິດຈາກດິນ (LFL) ຈະຊ່ວຍແກ້ໄຂ ບັນດາສິ່ງທ້າທາຍ ທີ່ເກີດຂຶ້ນຈາກການນຳໃຊ້ທີ່ດິນເພື່ອເປົ້າໝາຍ ການຜະລິດ ແລະ ການພັດທະນາເສດຖະກິດ ການຍົກສູງການປະສານງານ ລະຫວ່າງ ຂະແໜງການ, ລະບົບຖານຂໍ້ມູນແບບເຊື່ອມສານ ແລະ ການວາງແຜນເພື່ອການພັດທະນາ ແບບຍືນຍົງ ໂດຍອີງໃສ່ຂໍ້ມູນຫຼັກຖານທາງວິທະຍາສາດ”
ທ່ານ ຈອນ ກາບຣີວ ດູສ ໄດ້ຢືນຍັນ ຕໍ່ກັບເຈດຈຳນົງໃນການສະໜັບສະໜູນໃນໄລຍະຍາວ ຂອງປະເທດສະວິດເຊີແລນ ຕໍ່ກັບການສ້າງຄວາມເຂັ້ມແຂງ ໃຫ້ແກ່ອົງການຈັດຕັ້ງຂອງລັດ ວ່າ:
“ການສະໜັບສະໜູນ ຂອງປະເທດສະວິດເຊີແລນ ແມ່ນແນໃສ່ ການຮັດແໜ້ນ ການສ້າງລະບົບ ແລະ ຂີດຄວາມສາມາດ ທີ່ແຂງແກ່ງ ແລະ ຍືນຍົງ. ໂດຍການເພີ່ມທະວີການຄຸ້ມຄອງການເຊົ່າ ແລະ ສຳປະທານທີ່ດິນ, ເຮັດໃຫ້ຄູ່ຮ່ວມງານຂອງລັດ ຍົກສູງການລົງທຶນຢ່າງມີຄວາມຮັບຜິດຊອບ, ຍົກສູງໃນການສ້າງຄວາມເຂັ້ມແຂງ ການຄຸ້ມຄອງທີ່ດິນ ແລະ ເຮັດໃຫ້ ການຈັດຕັ້ງປະຕິບັດນະໂຍບາຍທີ່ຫັນທີ່ດິນເປັນທຶນ ໃຫ້ປະກົດຜົນເປັນຈິງ, ເກີດປະໂຫຍດຕໍ່ສັງຄົມ ແລະ ສິ່ງແວດລ້ອມ ທີີ່ສາມາດຈັບຕ້ອງໄດ້.”
ກອງປະຊຸມໄດ້ ເຫັນດີເປັນເອກະພາບ ໃນການສືບຕໍ່ການຮ່ວມມື ແລະ ມາດຕະການ ຈັດຕັ້ງປະຕິບັດໃຫ້ແທດເໝາະ ເພື່ອຮັບປະກັນ ການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງການເຊົ່າ ແລະ ສຳປະທານທີ່ດິນ ໃຫ້ສາມາດປະກອບສ່ວນເຂົ້າໃນການພັດທະນາທີ່ຍືນຍົງ, ເພີ່ມລາຍຮັບຂອງປະເທດ ແລະ ການນຳໃຊ້ທີ່ດິນ ທີ່ສາມາດປັບໂຕຕໍ່ກັບການປ່ຽນແປງດິນຟ້າອາກາດຢູ່ ສປປ ລາວ.
ຂ່າວ: ສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ, ພາບ: ພູວຽງຄຳ

ຄໍາເຫັນ