ສາຍການບິນ Vietjet ລາຍງານຜົນການກວດສອບບັນຊີການເງິນ

ສາຍການບິນ Vietjet ລາຍງານຜົນການກວດສອບບັນຊີການເງິນ

ສາຍການບິນ Vietjet ລາຍງານຜົນການກວດສອບບັນຊີການເງິນ
ສາຍການບິນ Vietjet ໄດ້ເຜີຍແຜ່ບົດລາຍງານການກວດສອບບັນຊີການເງິນສໍາລັບເຄິ່ງປີທໍາອິດຂອງປີ 2025, ໂດຍລາຍງານການເຕີບໃຫຍ່ທີ່ໂດດເດັ່ນ ແລະ ເສີມສ້າງຄວາມເຂັ້ມແຂງໃນຖານະສາຍການບິນທີ່ກໍາລັງຂະຫຍາຍຕົວໃນລະດັບສາກົນ. ນອກຈາກນີ້, ສາຍການບິນດັ່ງກ່າວຍັງໄດ້ປະກາດເສັ້ນ ທາງບິນໃໝ່ ໂດຍມີຖ້ຽວບິນກົງເຊື່ອມຕໍ່ລະຫວ່າງນະຄອນໂຮ່ຈິມິນ ຊຶ່ງເປັນສູນກາງທາງດ້ານເສດຖະກິດຂອງຫວຽດນາມ ກັບ ນະຄອນຫຼວງມານີລາ ຂອງຟີລິບປິນ ຊຶ່ງມີກຳນົດເປີດໃຫ້ບໍລິການໃນເດືອນພະຈິກ. ສໍາລັບນັກທ່ອງທ່ຽວຊາວລາວ, ເສັ້ນທາງບິນໃໝ່ນີ້ຈະອຳນວຍຄວາມສະດວກໃນການເດີນທາງລະຫວ່າງ ສປປ ລາວ ແລະ ປະເທດຟີລິບປິນໄດ້ສະດວກຂຶ້ນ ຜ່ານການເຊື່ອມຕໍ່ຖ້ຽວບິນຂອງສາຍການບິນ Vietjet.

 

ສາຍການບນ Vietjet ລາຍງານຜນການກວດສອບບນຊການເງນ - image 1
 

ການເຕີບໃຫຍ່ທາງດ້ານການເງິນທີ່ເຂັ້ມແຂງໃນ 6 ເດືອນຕົ້ນປີ 2025, ລາຍຮັບການຂົນສົ່ງທາງອາກາດຂອງສາຍການບິນ Vietjet ບັນລຸ 35,601 ພັນຕື້ດົງ (ປະມານ 29.2 ພັນຕື້ກີບ), ໂດຍມີກໍາໄລກ່ອນຫັກພາສີເກືອບ 1.6 ພັນຕື້ດົງ (ປະມານ 1.31 ພັນຕື້ກີບ) ຊຶ່ງເພີ່ມຂຶ້ນ 37% ຈາກປີກ່ອນ. ສ່ວນລາຍຮັບລວມແມ່ນ 35,837 ພັນຕື້ດົງ (ປະມານ 29.4 ພັນຕື້ກີບ) ແລະ ກໍາໄລກ່ອນຫັກພາສີເກີນ 1,651 ພັນຕື້ດົງ (ປະມານ 1.35 ພັນຕື້ກີບ) ຊຶ່ງສະແດງເຖິງການເຕີບໃຫຍ່ທີ່ໜ້າເພິ່ງພໍໃຈ 65% ຈາກປີກ່ອນ.

ໃນໄລຍະດຽວກັນນີ້, ສາຍການບິນ Vietjet ໄດ້ດໍາເນີນການບິນ 79,000 ຖ້ຽວ ແລະ ໃຫ້ບໍລິການຜູ້ໂດຍສານ 14.4 ລ້ານຄົນ. ໄດ້ຈ່າຍພາສີ ແລະ ຄ່າທໍານຽມຕ່າງໆ ຫຼາຍກວ່າ 4,528 ພັນຕື້ດົງ (ປະມານ 3.71 ພັນຕື້ກີບ). ຕົວຊີ້ວັດທາງດ້ານການເງິນຂອງບໍລິສັດຍັງຄົງເຂັ້ມແຂງ, ມີສະພາບຄ່ອງດີ ແລະ ຊັບສິນລວມເກີນ 112 ພັນຕື້ດົງ (ປະມານ 91.85 ພັນຕື້ກີບ). ການລົງທຶນໃນເຮືອບິນ ແລະ ຖານະໃນລະດັບສາກົນໃນເຄິ່ງປີທໍາອິດ, ສາຍການບິນ Vietjet ໄດ້ສັ່ງຊື້ເຮືອບິນ A330neo ຈໍານວນ 20 ລໍາ ຈາກບໍລິສັດ Airbus, ເຮັດໃຫ້ຍອດການສັ່ງຊື້ເຮືອບິນ A330neo ທັງໝົດເພີ່ມຂຶ້ນເປັນ 40 ລໍາ, ຊຶ່ງເປັນສາຍການບິນທີ່ມີການສັ່ງຊື້ເຮືອບິນ A330neo ຫຼາຍທີ່ສຸດໃນໂລກ.

ໃນງານ Paris Air Show 2025, ສາຍການບິນ Viejtet ໄດ້ສັ່ງຊື້ເຮືອບິນ A321neo ເພີ່ມອີກ 100 ລໍາ, ພ້ອມທາງເລືອກໃນການສັ່ງຊື້ເພີ່ມອີກ 50 ລໍາ ຊຶ່ງເປັນຂໍ້ຕົກລົງທີ່ໃຫຍ່ທີ່ສຸດໃນອຸດສາຫະກໍານີ້ເຮັດໃຫ້ສາຍການບິນ Vietjet ຕິດອັນດັບ 1 ໃນ 10 ສາຍການບິນຊັ້ນນໍາຂອງໂລກໃນດ້ານການສັ່ງຊື້ເຮືອບິນ. ນອກຈາກນັ້ນ, ສາຍການບິນ Vietjet ແລະ ບໍລິສັດ Rolls-Royce ຍັງໄດ້ເຊັນສັນຍາສັ່ງຊື້ເຄື່ອງຈັກ Trent 7000 ຈໍານວນ 40 ເຄື່ອງເພື່ອໃຊ້ກັບເຮືອບິນ Airbus A330neo ຂະໜາດໃຫຍ່ 20 ລໍາ, ເຮັດໃຫ້ຍອດການສັ່ງຊື້ເຄື່ອງຈັກ Trent 7000 ທັງໝົດຂອງສາຍການບິນເພີ່ມຂຶ້ນເປັນ 80 ເຄື່ອງ.

ການເລີ່ມຕົ້ນໂຄງການລອງແທງສາຍການບິນ Vietjet ໄດ້ເລີ່ມການກໍ່ສ້າງສູນເຕັກນິກບໍາລຸງຮັກສາເຮືອບິນ ຢູ່ສະໜາມບິນສາກົນລອງແທງທີ່ກຳລັງກໍ່ສ້າງ, ໂດຍມີໂຮງຈອດເຄື່ອງບິນເບີ 3 ແລະ 4 ຊຶ່ງສາມາດໃຫ້ບໍລິການເຮືອບິນໄດ້ພ້ອມກັນ 10 ລໍາຕາມມາດຕະຖານສາກົນ. ໃນຂະນະດຽວກັນ, ສາຍການບິນ Vietjet ໄດ້ນໍາໃຊ້ລະບົບບໍລິການພາກພື້ນດິນແບບບໍລິການຕົນເອງຢູ່ສະໜາມບິນໃຫຍ່ຕ່າງໆໃນຫວຽດນາມ ເພື່ອຍົກລະດັບຄຸນນະພາບການບໍລິການ, ເພີ່ມປະສິດທິພາບການດໍາເນີນງານ ແລະ ສົ່ງມອບປະສົບການທີ່ດີເລີດໃຫ້ແກ່ຜູ້ໂດຍສານ.

ກ່ອນໜ້ານີ້ໃນປີນີ້, ສາຍການບິນ Vietjet ໄດ້ຮັບການຍອມຮັບອີກຄັ້ງຈາກ AirlineRatings ໃຫ້ເປັນ “ສາຍການບິນຕົ້ນທຶນຕ່ຳທີ່ດີທີ່ສຸດໃນໂລກ”. ວາລະສານ Forbes ຫວຽດນາມ ຍັງໄດ້ຈັດອັນດັບໃຫ້ສາຍການບິນ Vietjetເປັນ 1 ໃນ 5 ບໍລິສັດທີ່ມີລາຍຮັບສູງສຸດປະຈໍາປີ 2024 ແລະ 1 ໃນ 50 ບໍລິສັດທີ່ມີການລົງທຶນທີ່ດີທີ່ສຸດໃນປະເທດສໍາລັບປີ 2025.

ຖ້ຽວບິນທໍາອິດໄປປະເທດຟີລິບປິນດ້ວຍພື້ນຖານທາງດ້ານການເງິນທີ່ເຂັ້ມແຂງ, ການລົງທຶນໃນເຮືອບິນ ແລະ ການເປີດເສັ້ນທາງບິນໃໝ່ລວມທັງເສັ້ນທາງນະຄອນໂຮ່ຈິມິນ-ມານີລາ, ສາຍການບິນ Vietjet ກຽມທີ່ຈະເລັ່ງການຂະຫຍາຍຕົວໃນພາກພື້ນ ແລະ ລະດັບໂລກຕື່ມອີກ, ເສີມສ້າງບົດບາດຂອງຫວຽດນາມໃນຖານະສູນກາງການບິນທີ່ກໍາລັງຂະຫຍາຍຕົວ.

ການບໍລິການຖ້ຽວບິນໃໝ່ນີ້ຈະເລີ່ມໃນວັນທີ 22 ພະຈິກ 2025, ໂດຍມີຖ້ຽວບິນໄປ-ກັບ 5 ຖ້ຽວຕໍ່ອາທິດ ຊຶ່ງເປັນການເຊື່ອມຕໍ່ໂດຍກົງຄັ້ງທໍາອິດຂອງສາຍການບິນ Vietjet ລະຫວ່າງຫວຽດນາມ ແລະ ຟີລິບປິນ. ດ້ວຍເສັ້ນທາງທີ່ມີຢູ່ແລ້ວທີ່ເຊື່ອມຕໍ່ນະຄອນຫຼວງວຽງຈັນໄປນະຄອນໂຮ່ຈິມິນ, ນັກທ່ອງທ່ຽວຊາວລາວສາມາດເດີນທາງຕໍ່ໄປຍັງນະຄອນຫຼວງຂອງຟີລິບປິນຜ່ານເມືອງທີ່ໃຫຍ່ທີ່ສຸດຂອງຫວຽດນາມໄດ້ຢ່າງສະດວກ.

ປີ້ມີໃຫ້ບໍລິການແລ້ວ, ໂດຍມີໂປຣໂມຊັນພິເສດລາຄາເລີ່ມຕົ້ນພຽງ USD0 (ບໍ່ລວມພາສີ ແລະ ຄ່າທໍານຽມ) ຈັດຂຶ້ນທຸກວັນໃນລະຫວ່າງເວລາ 12:00 ໂມງທ່ຽງຫາ 14:00 ໂມງແລງ (GMT+7) ຜ່ານເວັບໄຊທາງການ, ຕັ້ງແຕ່ວັນທີ 22 ພະຈິກ 2025 ເຖິງວັນທີ 29 ມີນາ 2026 (ເງື່ອນໄຂ ແລະ ຂໍ້ກໍານົດແມ່ນຂຶ້ນກັບການປ່ຽນແປງ).

ຂ່າວ: ຕຸໄລເພັດ

ຄໍາເຫັນ

ຂ່າວການຮ່ວມມື

ກະຊວງການຕ່າງປະເທດ ເຊີນທູດກໍາປູເຈຍ ແລະ ອຸປະທູດໄທ ເຂົ້າພົບເພື່ອສະແດງຄວາມເປັນຫ່ວງຕໍ່ສະພາບການຢູ່ ບໍລິເວນຊາຍແດນ ກໍາປູເຈຍ-ໄທ

ກະຊວງການຕ່າງປະເທດ ເຊີນທູດກໍາປູເຈຍ ແລະ ອຸປະທູດໄທ ເຂົ້າພົບເພື່ອສະແດງຄວາມເປັນຫ່ວງຕໍ່ສະພາບການຢູ່ ບໍລິເວນຊາຍແດນ ກໍາປູເຈຍ-ໄທ

ໃນວັນທີ 15 ທັນວານີ້, ທີ່ກະຊວງການຕ່າງປະເທດ, ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຊີນ ທ່ານ ຮຸນກຣັງ ພະນອງ (HULKRANG Phanang), ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ປະຈໍາ ສປປ ລາວ ແລະ ທ່ານ ນາງ ຈິຣັດສະຍາ ພີຣານົນ, ອຸປະທູດຊົ່ວຄາວ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ເຂົ້າພົບ ເພື່ອສະແດງຄວາມເປັນຫ່ວງຕໍ່ສະພາບການທີ່ ເກີດຂຶ້ນ ຢູ່ ບໍລິເວນຊາຍແດນ ກໍາປູເຈຍ-ໄທ ໃນປັດຈຸບັນ.
ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການຮ່ວມມືຮອບດ້ານ

ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການຮ່ວມມືຮອບດ້ານ

ວັນທີ 15 ທັນວາຜ່ານມາ, ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ (ສສກ) ນຳໂດຍທ່ານ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ລັດຖະ ມົນຕີກະຊວງ ສສກ ເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມໃນລະຫວ່າງວັນທີ 15-17 ທັນວາ 2025 ໃຫ້ກຽດສົ່ງຄະນະຜູ້ແທນໃນຄັ້ງນີ້ໂດຍທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມປະຈຳ ສປປ ລາວ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງ.
ສປປ ລາວ ມອບເງິນຊ່ວຍເຫຼືອເຫດໄພນໍ້າຖ້ວມຢູ່ພາກໃຕ້ຂອງຣາຊະອານາຈັກໄທ

ສປປ ລາວ ມອບເງິນຊ່ວຍເຫຼືອເຫດໄພນໍ້າຖ້ວມຢູ່ພາກໃຕ້ຂອງຣາຊະອານາຈັກໄທ

ໃນວັນທີ 15 ທັນວານີ້, ທີ່ກະຊວງການຕ່າງປະເທດ, ທ່ານນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ຈິຣັດສະຍາພີຣານົນ, ອຸປະທູດຊົ່ວຄາວແຫ່ງຣາຊະອານາຈັກໄທປະຈໍາ ສປປ ລາວ.
ໂຮງໝໍນ້ອຍໃນແຂວງສາລະວັນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ໂຮງໝໍນ້ອຍໃນແຂວງສາລະວັນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ວັນທີ 12 ທັນວາຜ່ານມານີ້, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 86,200ໂດລາໃນການສະໜັບສະໜູນໂຄງການດ້ານສາທາລະນະສຸກໃນແຂວງສາລະວັນເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນ​ຮາກ​ຖານ(GGP).
ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ຕ້ອນຮັບທ່ານ ນາງ ເມແກນ ຈອນສ໌(Megan Jones) ເອກອັກຄະລັດຖະທູດແຫ່ງປະເທດອົດສະຕຣາລີປະຈຳ ສປປ ລາວ ພ້ອມຄະນະ ໃນຕອນເຊົ້າວັນທີ 15 ທັນວານີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ, ໃນໂອກາດທີ່ມາເຄື່ອນໄຫວວຽກງານທີ່ແຂວງສະຫວັນນະເຂດ.
ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ນັກຂ່າວລາວ ໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກ ສສ ຫວຽດນາມ ຄື: ສຳນັກຂ່າວສານ, ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ສື່້ໜັງສືພິມອອນລາຍ ຫວຽດນາມ ພຣັດ, ໄດ້ສະໜອງຂໍ້ມູນຂ່າວສານ ຢ່າງມີຄຸນນະພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິພາບ. ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມ ຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖີງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 10-11 ທັນວານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສື່ມວນຊົນລາວ ຊຶ່ງນຳພາໂດຍທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການແກມຊິວ ອົງການແຄຣນານາຊາດ ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກສະມາຄົມນັກຂ່າວແຫ່ງ ສສ ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ພົບປະແລກ ປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກຂອງ ສສ ຫວຽດນາມຄື: ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ໜັງສືພິມອອນລາຍຫວຽດນາມ ພຣັດ ທີ່ໄດ້ສະໜອງຂໍ້ມູນຂ່າວສານຢ່າງມີຄຸນນະ ພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິ ພາບ ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖິງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ເນື່ອງໃນໂອກາດຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ນຳໂດຍທ່ານ ພົນເອກ ເຊກເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ໃນລະຫວ່າງວັນທີ 10-12 ທັນວາ 2025 ທີ່ ນະຄອນຫຼວງວຽງຈັນ; ໃນວັນທີ 11 ທັນວານີ້ ທີ່ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ມີພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ຢ່າງເປັນທາງການ ແລະ ສົມກຽດ, ໃຫ້ກຽດຕ້ອນຮັບໂດຍທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ແຫ່ງ ສປປລາວ ພ້ອມດ້ວຍຄະນະ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ເພີ່ມເຕີມ