ສາຍພົວພັນມິດຕະພາບ ລາວ-ຈີນ ປຽບເໝືອນເຫຼັກທີ່ຊຸບແລ້ວ ຍິ່ງໜຽວແໜ້ນທົນທານ ແລະ ກ້າວເດີນໄປໜ້າຢ່າງມີໄຊ

ສາຍພົວພັນມິດຕະພາບ ລາວ-ຈີນ ປຽບເໝືອນເຫຼັກທີ່ຊຸບແລ້ວ ຍິ່ງໜຽວແໜ້ນທົນທານ ແລະ ກ້າວເດີນໄປໜ້າຢ່າງມີໄຊ

ສາຍພົວພັນມິດຕະພາບ ລາວ-ຈີນ ປຽບເໝືອນເຫຼັກທີ່ຊຸບແລ້ວ ຍິ່ງໜຽວແໜ້ນທົນທານ ແລະ ກ້າວເດີນໄປໜ້າຢ່າງມີໄຊ
65 ປີ​ ບົນ​ເສັ້ນທາງ​ສອງ​ປະ ເທດ​ລາວ​ ແລະ​ ຈີນ​ ໄດ້​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ​ນຳກັນ​ໃນ​ຖານະ​ແມ່ນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ເດີນ​ຕາມ​ເສັ້ນທາງ​ສັງຄົມ​ນິ ຍົມ​ທີ່​ມີ​ຊາຕາກຳ​ຮ່ວມ​ກັນ, ມີ​ອຸດົມ​ການ​ຮ່ວມ​ກັນ, ລະບອບສັງຄົມ​ດຽວ​ກັນ​ ແລະ ​ເສັ້ນທາງ​ການ​ພັດທະນາ​ຄ້າຍຄື​ກັນ​ໄດ້​ເຮັດ​ໃຫ້​ມິດຕະພາບ​ຖານ “ສະຫາຍ ​ແລະ​ ອ້າຍ​ນ້ອງ​ກັນ” ທີ່​ຜູ້ນຳ​ຮຸ່ນ​ກ່ອນ​ຂອງ​ສອງ​ພັກ​-​ສອງ​ລັດ​ຈີນ​ ແລະ ​ລາວ​ສ້າງ​ຂຶ້ນ​ນັ້ນ ​ໄດ້​ຜ່ານ​ການ​ທົດ​ສອບ​ຂອງ​ການ​ເວລາ, ທັງ​ຜ່ານ​ພາຍຸ​ລົມແດງທີ່ມີ​ທັງ​ສິ່ງ​ທ້າ​ທາຍ ​ແລະ ​ກາລະ​ໂອກາດ​ຮ່ວມ​ກັນ​ນັ້ນ​ຍິ່ງ​ເຮັດ​ໃຫ້​ສາຍພົວ ພັນ​ມິດຕະພາບ​ລາວ​-​ຈີນ​ປຽບ​ ເໝືອນ​ເຫຼັກ​ທີ່​ຊຸບ​ແລ້ວ​ຍິ່ງ​ໜຽວ, ຍິ່ງ​ແໜ້ນໜາ​ທົນ​ທານ​ ແລະ​ ບໍ່​ມີ​ສິ່ງ​ໃດ​ສະກັດ​ກັ້ນ​ຕ້ານທານໄດ້​ ແລະ ​ກາຍເປັນ​ການ​ພົວພັນ​ຕົວ ​ແບບ​ທີ່​ດີ​ທີ່ສຸດ​ຂອງ​ພາກພື້ນ ​ແລະ ສາກົນ ​ເພື່ອ​ກ້າວ​ເດີນ​ໄປ​ໜ້າ​ຢ່າງ​ມີ​ໄຊ.

 

ສາຍພວພນມດຕະພາບ ລາວ-ຈນ ປຽບເໝອນເຫກທຊບແລວ ຍງໜຽວແໜນທນທານ ແລະ ກາວເດນໄປໜາຢາງມໄຊ - image 1
 

 

ເປັນຫຍັງຜູ້ຂຽນ ຈຶ່ງຍົກຫົວຂໍ້ນີ້ຂຶ້ນມາ, ກໍເພາະວ່າ ມາຮອດປັດຈຸບັນນີ້, ການພົວພັນຈີນ-ລາວແມ່ນຢູ່ໃນໄລຍະກຳລັງຕັ້ງ

ໜ້າຊຸກຍູ້ການສ້າງຄູ່ຮ່ວມຊາ ຕາກຳ ຈີນ-ລາວ ທີ່ມີມາດຕະ ຖານສູງ, ຄຸນນະພາບສູງ ແລະ ລະດັບສູງຂຶ້ນກວ່າເກົ່າ, ຍິ່ງເຮັດ ໃຫ້ການພົວພັນແລກປ່ຽນໃນ ທຸກລະດັບ ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ, ພ້ອມນັ້ນ ການຮ່ວມມືໃນທຸກຂົງເຂດສືບຕໍ່ລົງເລິກຢ່າງຕໍ່ເນື່ອງ. ນີ້ສ່ອງແສງໃຫ້ເຫັນວ່າ ຍາມໃດປະເທດຈີນກັບປະເທດລາວກໍ ຢຶດໝັ້ນສະໜັບສະໜູນຊຶ່ງກັນ ແລະ ກັນຢ່າງໜັກແໜ້ນໃນບັນ ຫາທີ່ທັງສອງຝ່າຍເອົາໃຈໃສ່ ແລະ ພົວພັນເຖິງຜົນປະໂຫຍດອັນເປັນແກນກາງຂອງກັນ ແລະ ກັນຢ່າງສະເໝີຕົ້ນສະເໝີປາຍ ຊຶ່ງໄດ້ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມມີສະຖຽນລະພາບ ແລະ ຄວາມແນ່ນອນອັນລ້ຳຄ່າຂອງພາກພື້ນ ແລະ ສາກົນ.

ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ປະທານປະເທດ ແຫ່ງສປ ຈີນ ໄດ້ກ່າວວ່າ: ພັກ ແລະລັດຖະບານຈີນໄດ້ປະຕິບັດຕໍ່ການ ພົວພັນລະຫວ່າງ ຈີນ-ລາວ ຈາກທາງດ້ານຍຸດທະສາດ ແລະ ວິ ໄສທັດໄລຍະຍາວຢ່າງສະເໝີ ຕົ້ນສະເໝີປາຍ, ຖືລາວເປັນທິດທາງທີ່ສຳຄັນໃນວຽກງານການ ຕ່າງປະເທດກັບປະເທດອ້ອມຂ້າງ. ຂ້າພະເຈົ້າຍິນດີສຸມຄວາມ ພະຍາຍາມຮ່ວມກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຖືເອົາການສ້າງຕັ້ງສາຍພົວພັນທາງການທູດ ລະ ຫວ່າງຈີນ-ລາວ ຄົບຮອບ 65 ປີ ແລະ “ປີມິດຕະພາບຈີນ-ລາວ” 2026 ເປັນໂອກາດ ເພື່ອຊຸກຍູ້ການຮ່ວມມືທີ່ແທ້ຈິງ ລະ ຫວ່າງສອງປະເທດໃນຂົງເຂດຕ່າງໆໃຫ້ໄດ້ຮັບໝາກ ຜົນຫຼາຍກວ່າເກົ່າ ແລະ ສ້າງຄວາມ

ຜາສຸກໃຫ້ປະຊາຊົນສອງຊາດໃຫ້ດີກວ່າເກົ່າ.

ໃນຂະນະທີ່ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານ ປະເທດ ແຫ່ງ ສປປ ລາວ ກໍໄດ້ກ່າວວ່າ: ຕະຫຼອດ 65 ປີຜ່ານມາ, ການພົວພັນທີ່ມີໄມຕີຈິດມິດຕະ ພາບລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງປະເທດໄດ້ກ້າວຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ, ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໄດ້ຮັບໝາກຜົນທີ່ອຸດົມສົມບູນ. ສະແດງຄວາມຂອບໃຈມາຍັງພັກ, ລັດຖະບານ ແລະ ປະຊາຊົນຈີນທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນລ້ຳຄ່າແກ່ລາວມາເປັນເວລາຍາວນານ, ລາວເຄົາລົບ ແລະ ປະຕິບັດຕາມຫຼັກການປະເທດຈີນດຽວຢ່າງສະເໝີຕົ້ນສະ ເໝີປາຍ, ສະໜັບສະໜູນຈີນປົກປ້ອງຜົນປະໂຫຍດແກນກາງຂອງປະເທດຕົນ, ຍິນດີຮ່ວມກັບຈີນສືບຕໍ່ຈັດຕັ້ງປະຕິບັດແຜນປະຕິບັດງານ 5 ປີສະບັບໃໝ່ຂອງຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ດີ ເພື່ອເຮັດໃຫ້ມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງລາວ-ຈີນ ນັບມື້ແຕກດອກອອກຜົນອັນໃໝ່ຢ່າງບໍ່ຢຸດຢັ້ງ.

ເຊັ່ນດຽວກັນກັບທ່ານ ນາງຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ກໍໄດ້ກ່າວໄວ້ວ່າ: ເມື່ອທົບທວນຄືນເສັ້ນທາງມິດຕະພາບ ຈີນ-ລາວ 65 ປີ ຜ່ານມາ ທີ່ໄດ້ຜ່າການທົດສອບຈາກສະພາບການສາກົນ ແຕ່ຍັງຄົງຮັກສາອຸດົມການເບື້ອງຕົ້ນໄວ້ໄດ້ຢ່າງໝັ້ນຄົງ. ຢັ້ງຢືນໄດ້ວ່າ ສາຍພົວພັນ ຈີນ-ລາວ ແມ່ນເສັ້ນທາງຕົວແບບແຫ່ງການຢູ່ຮ່ວມກັນຢ່າງສັນຕິ ແລະ ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ພາຍໃຕ້ຄວາມເຫັນດີເປັນເອກະພາບໃນການສ້າງ “ຄູ່ຮ່ວມຊາຕາກຳ ຈີນ-ລາວ” ໂດຍມີແຜນປະຕິບັດງານສອງສະບັບ (2019 ແລະ 2023) ໄດ້ກາຍເປັນເຂັມທິດນຳພາສອງຊາດກ້າວສູ່ຍຸກສະໄໝໃໝ່.

ສາຍພວພນມດຕະພາບ ລາວ-ຈນ ປຽບເໝອນເຫກທຊບແລວ ຍງໜຽວແໜນທນທານ ແລະ ກາວເດນໄປໜາຢາງມໄຊ - image 2
 

ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ກ່າວວ່າ: ການຮ່ວມມື ລະຫວ່າງ ລາວ-ຈີນ ໄດ້ປະກົດຜົນເປັນຮູບປະທຳຢ່າງຊັດເຈນ, ການລົງທຶນ ສປ ຈີນ ຄອງອັນດັບ 1 ຂອງການລົງທຶນຕ່າງປະເທດໃນລາວ, ຈີນເປັນຄູ່ຄ້າໃຫຍ່ອັນດັບ 2 ແລະ ມີນັກທ່ອງທ່ຽວເຂົ້າມາລາວຫຼາຍເປັນອັນດັບ 2, ທາງລົດໄຟ ລາວ-ຈີນ, ທາງດ່ວນ ລາວ-ຈີນ ແລະ ການສ້າງແລວເສດຖະກິດ ລາວ-ຈີນ ໄດ້ກາຍເປັນພື້ນຖານອັນສຳຄັນໃນການຂັບເຄື່ອນເສດຖະກິດ ແລະ ການເຊື່ອມໂຍງພາກພື້ນຂອງ ສປປ ລາວ. ນີ້ຢັ້ງຢືນເຖິງພະລັງແຫ່ງຄວາມສາມັກຄີ ແລະ ຄວາມມຸ່ງໝັ້ນຂອງສອງຊາດ ລາວ-ຈີນ ທີ່ຈະສືບຕໍ່ຈັບມືກັນສ້າງອະນາຄົດທີ່ຮຸ່ງເຮືອງ ພາຍໃຕ້ການເປັນຄູ່ຮ່ວມຊາຕາກຳທີ່ໝັ້ນຄົງ. ຕະຫຼອດໄລຍະຜ່ານມາ, ສາຍພົວພັນ ລາວ-ຈີນ ໄດ້ຮັບການຍົກລະດັບຂຶ້ນຢ່າງຕໍ່ເນື່ອງ, ຈົນກາຍເປັນ “ຄູ່ຮ່ວມຊາຕາກຳລາວ-ຈີນ” ທີ່ເປັນຮູບປະທຳ. ພວກເຮົາໄດ້ເຫັນໝາກ ຜົນອັນພົ້ນເດັ່ນທີ່ປ່ຽນແປງໂສມໜ້າການພັດທະນາຂອງປະເທດລາວ ຢ່າງປະຈັກຕາຄື: ໜຶ່ງ; ເສັ້ນທາງລົດໄຟ ລາວ-ຈີນ; ບໍ່ພຽງແຕ່ເປັນໂຄງລ່າງພື້ນຖານ, ແຕ່ແມ່ນ “ເສັ້ນເລືອດໃຫຍ່” ທີ່ເຊື່ອມ

ໂຍງລາວເຂົ້າກັບພາກພື້ນ ແລະ ໂລກ, ຫັນປ່ຽນລາວຈາກປະເທດ ທີ່ບໍ່ມີທາງອອກສູ່ທະເລໃຫ້ກາຍເປັນສູນກາງການເຊື່ອມໂຍງທາງບົກ. ສອງ; ການຮ່ວມມືດ້ານພະລັງງານ ແລະ ອຸດສາຫະກຳ ໂດຍສະເພາະໂຄງການເຂື່ອນໄຟຟ້າ, ທາງດ່ວນ ແລະ ເຂດເສດຖະກິດກວມລວມຕ່າງໆ ໄດ້ສ້າງວຽກເຮັດງານທຳ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ລາວໃຫ້ດີຂຶ້ນເປັນກ້າວໆ. ສາມ; ການຊ່ວຍເຫຼືອດ້ານສັງຄົມ, ບໍ່ວ່າຈະເປັນດ້ານການສຶກສາ, ສາທາລະນະສຸກ ແລະ ການລຶບລ້າງຄວາມທຸກຍາກ, ເພື່ອນຈີນໄດ້ຢືນຄຽງບ່າຄຽງໄຫຼ່ກັບ ສປປ ລາວ ສະເໝີມາ ໂດຍສະເພາະໃນຍາມທີ່ລາວຜ່ານຜ່າຄວາມຫຍຸ້ງຍາກຂອງພະຍາດລະບາດ ແລະ ວິກິດການເສດຖະກິດໂລກ.

ເມື່ອເວົ້າເຖິງລົດໄຟ ລາວ-ຈີນ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວວ່າ: ພາຍ

ຫຼັງເປີດການບໍລິການລົດໄຟລາວ-ຈີນ ມາຮອດປັດຈຸບັນເຫັນວ່າ ເສັ້ນທາງດັ່ງກ່າວນີ້ ໄດ້ປະກອບສ່ວນກະຕຸກຊຸກຍູ້ຢ່າງແຂງແຮງເຂົ້າໃນການຈັດຕັ້ງປະຕິບັດວາ ລະແຫ່ງຊາດວ່າດ້ວຍການແກ້ ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍໄດ້ສະແດງອອກໃນໂຕເລກການຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າ ໃນໄລຍະສີ່ປີກວ່າທີ່ຜ່ານມາ, ສະເພາະຢູ່ເບື້ອງລາວ ລົດໄຟ ລາວ-ຈີນ ສາມາດຂົນສົ່ງ ຜູ້ ໂດຍສານໄດ້ຫຼາຍກວ່າ 12.8 ລ້ານກວ່າເທື່ອຄົນ, ຂົນສົ່ງສິນຄ້າໄດ້ຫຼາຍກວ່າ 18 ລ້ານກວ່າໂຕນ; ຖ້າໄລ່ສະເລ່ຍທັງເບື້ອງລາວ ແລະ ເບື້ອງຈີນ ນະຄອນຫຼວງວຽງຈັນ-ຄຸນໝິງ ການຂົນສົ່ງໂດຍສານໄດ້ 62 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າໄດ້ 72 ລ້ານໂຕນ; ການຂົນສົ່ງທາງລົດໄຟທີ່ທັນສະໄໝນີ້ໄດ້ເຮັດໃຫ້ລະບົບການຂົນສົ່ງມີຄວາມປອດ ໄພສູງ, ມີຜົນກະທົບຕໍ່ສິ່ງແວດລ້ອມຕາໍ່, ຫຼຸດຜ່ອນຄວາມແອອັດໃນການສັນຈອນທາງຖະໜົນ, ຄ່າຂົນສົ່ງຖືກກວ່າ, ໄລຍະເວລາການຂົນສົ່ງສັ້ນກວ່າ, ຂົນສົ່ງໄດ້ຈຳນວນຫຼວງຫຼາຍ ແລະ ຕົງຕໍ່ເວລາກວ່າ, ເຮັດໃຫ້ເສັ້ນທາງດັ່ງກ່າວໄດ້ຫັນປ່ຽນຮູບໂສມຂະແໜງ ການບໍລິການຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນພື້ນ ຖານໂຄງລ່າງດ້ານຄົມມະນາຄົມ-ຂົນສົ່ງຂອງ ສປປ ລາວ ໃຫ້ກາຍເປັນໃຈກາງສຳຄັນຂອງການເຊື່ອມຈອດ ແລະ ເຊື່ອມໂຍງດ້ານການຄ້າ, ການຜະລິດ,

ການທ່ອງທ່ຽວ ແລະ ໂລຈິສຕິກຂອງພາກພື້ນ ແລະ ສາກົນ, ເຮັດໃຫ້ ສປປ ລາວ ກ້າວເຂົ້າສູ່ຍຸກ ສະໄໝໃໝ່ຂອງການບໍລິການຂົນສົ່ງທາງລາງຢ່າງແທ້ຈິງ. ສັງລວມແລ້ວ, ສອງຊາດລາວ-ຈີນຈະບໍ່ຢຸດຢູ່ພຽງແຕ່ຜົນສຳເລັດໃນອະດີດ, ແຕ່ພວກເຮົາຈະຮ່ວມ ກັນສ້າງ “ມາດຕະຖານໃໝ່” ຂອງການຮ່ວມມືຄື: ໜຶ່ງ; ສ້າງປະຫວັດສາດໜ້າໃໝ່ຂອງການຮ່ວມມື ແບບອັດສະລິຍະດ້ວຍການຮ່ວມມືກັນໃນການຫັນເປັນທັນສະ ໄໝ, ນຳໃຊ້ AI ແລະ ເຕັກໂນໂລຊີ 5G ເພື່ອພັດທະນາກະສິກຳສະອາດ ແລະ ການບໍລິຫານລັດທີ່ວ່ອງໄວ. ສອງ; ສ້າງປະຫວັດສາດໜ້າໃໝ່ຂອງການເຊື່ອມໂຍງຈິດໃຈ; ຜ່ານການທ່ອງທ່ຽວ ແລະ ການແລກ ປ່ຽນວັດທະນະທຳ. ສາມ; ສ້າງປະຫວັດສາດໜ້າໃໝ່ຂອງຄວາມຍືນຍົງດ້ວຍການ ສ້າງ “ແລວທາງເສດຖະກິດສີຂຽວ” ທີ່ເນັ້ນການປົກປັກຮັກສາສິ່ງແວດລ້ອມໄປພ້ອມໆກັບການ ສ້າງຄວາມຮັ່ງມີ. ໃນຂະນະທີ່ໂລກພວມປະເຊີນກັບຄວາມຜັນແປຫຼາຍຢ່າງ ແລະ ສິ່ງທ້າທາຍທີ່ສະຫຼັບສັບຊ້ອນ, ແຕ່ສາຍພົວພັນ ລາວ-ຈີນ ຍັງຄົງໜັກແໜ້ນຄືດັ່ງສາຍພູຫຼວງ ແລະ ຍືນຍົງຄືດັ່ງ

ສາຍນ້ຳຂອງ. ພວກເຮົາເຊື່ອໝັ້ນຢ່າງເດັດດ່ຽວວ່າ: ພາຍໃຕ້ແສງສະຫວ່າງຂອງ “ລະດູບານໃໝ່” ໃນປະເທດຈີນຈະນຳພາໃຫ້ການສ້າງສາຄູ່ຮ່ວມຊາຕາກຳ ລາວ-ຈີນກ້າວຂຶ້ນສູ່ລະດັບໃໝ່ທີ່ສະ ຫວ່າງສະໄຫວ ແລະ ຮຸ່ງເຮືອງກວ່າເກົ່າ.

ສາຍພວພນມດຕະພາບ ລາວ-ຈນ ປຽບເໝອນເຫກທຊບແລວ ຍງໜຽວແໜນທນທານ ແລະ ກາວເດນໄປໜາຢາງມໄຊ - image 3
 

ທັງໝົດນັ້ນ, ສະແດງໃຫ້ເຫັນວ່າ, ບົນເສັ້ນທາງເດີນທີ່ຍາວກວ່າເຄິ່ງສະຕະວັດຜ່ານມາຈີນ ແລະ ລາວ ໄດ້ຮ່ວມກັນຜ່ານຜ່າອຸປະສັກ ແລະ ຍາດໄດ້ຜົນສຳເລັດຢ່າງໃຫຍ່ຫຼວງກາຍເປັນສັນຍາລັກ ແລະ ແບບຢ່າງທີ່ດີທີ່ສຸດຂອງການເປັນຄູ່ຮ່ວມຊາຕາກຳດຽວກັນທີ່ມີຊີວິດຊີວາ, ຍືນຍົງຄົງຕົວຕາມທິດ 4 ດີຄື: “ບ້ານໃກ້ເຮືອນຄຽງທີ່ດີ, ໝູ່ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ” ແລະ ກາຍເປັນຕົວແບບການປະກອບ ສ່ວນຢ່າງຕັ້ງໜ້າທີ່ມີຊີວິດຊີວາໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຢ່າງແທ້ຈິງ.

ຂໍ່ານັບຊົມເຊີຍວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ຢ່າງສຸດໃຈ!

ຄໍາເຫັນ

ຂ່າວການຮ່ວມມື

ກິດຈະກຳ ແລ່ນຂ້າມຂອງ ນະຄອນພະນົມ-ຄຳມ່ວນ 2026 ເຊື່ອມສາຍສຳພັນມິດຕະພາບສອງຝັ່ງຂອງ

ກິດຈະກຳ ແລ່ນຂ້າມຂອງ ນະຄອນພະນົມ-ຄຳມ່ວນ 2026 ເຊື່ອມສາຍສຳພັນມິດຕະພາບສອງຝັ່ງຂອງ

ວັນທີ 8 ພະຈິກຜ່ານມາ, ແຂວງນະຄອນພະນົມ ປະເທດໄທ ໄດ້ຈັດກິດຈະກໍາ ແລ່ນຂ້າມຂອງ ນະຄອນພະນົມ-ຄຳມ່ວນ 2026 ພາຍໃຕ້ແນວຄິດ “ໜຶ່ງສາຍນໍ້າ ສອງແຜ່ນດິນ” ຫຼື ONE RIVER, TWO NATIONS” ເພື່ອສົ່ງເສີມການທ່ອງທ່ຽວດ້ານກິລາ, ສົ່ງເສີມສຸຂະພາບ ແລະ ກະຊັບສາຍສຳພັນອັນດີລະຫວ່າງປະຊາຊົນສອງຝັ່ງແມ່ນ້ຳຂອງ. ເຂົ້າຮ່ວມເປັນປະທານໃນພິທີເປີດງານມີ ທ່ານ ວາທີ່ພັນຕີ ອະດິສັກ ນ້ອຍສຸວັນ ຜູ້ວ່າຣາຊະການຈັງຫວັດນະຄອນພະນົມ, ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ພ້ອມດ້ວຍບັນດາການນໍາຈາກພາກລັດ, ພາກເອກະຊົນ ແລະ ນັກແລ່ນທັງສອງແຂວງ ເຂົ້າຮ່ວມຢ່າງຄຶກຄື້ນ.
ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງໃຫ້ກະຊວງ ຍທຂ

ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງໃຫ້ກະຊວງ ຍທຂ

ພິທີມອບ-ຮັບ ອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງຈາກລັດຖະບານຍີ່ປຸ່ນ ພາຍໃຕ້ໂຄງການພັດທະນາເສຖະກິດ-ສັງຄົມ ຈັດຂຶ້ນໃນວັນທີ 9 ພະຈິກນີ້, ທີ່ສຳນັກງານລັດວິສາຫະກິດກໍ່ສ້າງທາງເລກ 8 ນະຄອນຫຼວງວຽງຈັນ, ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນ ປະຈຳສປປລາວ, ທ່ານ ສົມມາດ ພົນເສນາ ອະດີດຮອງປະທານສະພາແຫ່ງຊາດ, ອະດີດລັດຖະມົນຕີກະຊວງ ຍທຂ ພ້ອມດ້ວຍແຂກຖຶກເຊີນ ເຂົ້າຮ່ວມ.
ລາວ-ຈີນ ຫາລືແຜນການຮ່ວມມືຍຸດທະສາດດ້ານການສຶກສາ

ລາວ-ຈີນ ຫາລືແຜນການຮ່ວມມືຍຸດທະສາດດ້ານການສຶກສາ

ເມື່ອບໍ່ດົນມານີ້ ທີ່ສຳນັກງານກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ສສກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ເຫວີຍສືເຈີນ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ເພື່ອເຂົ້າຢ້ຽມ ຢາມ ແລະ ປຶກສາຫາລືກ່ຽວກັບແຜນການຮ່ວມມືຍຸດທະສາດ ລະຫວ່າງສອງປະເທດ ລາວ-ຈີນ ໂດຍມີຫົວໜ້າກົມ-ຮອງກົມ, ຫົວໜ້າສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ຝ່າຍລາວ ແລະ ຝ່າຍຈີນ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ລາວ-ຈີນ ສ້າງສາຄູ່ຮ່ວມຊາຕາກຳ ແບບຄົບຊຸດໃນຍຸກໃໝ່

ລາວ-ຈີນ ສ້າງສາຄູ່ຮ່ວມຊາຕາກຳ ແບບຄົບຊຸດໃນຍຸກໃໝ່

ສອງປະເທດ ລາວ-ຈີນ ໄດ້ສ້າງສາຄູ່ຮ່ວມຊາຕາກຳ ລາວ-ຈີນ ແບບຄົບຊຸດໃນຍຸກໃໝ່ ໃນນັ້ນ,ໄດ້ເພີ່ມທະວີການແລກປ່ຽນບົດຮຽນການບໍລິຫານປະເທດແມ່ນສ່ວນປະກອບສໍາຄັນ, ໂດຍຜ່ານການພົບປະລະດັບສູງ, ການສໍາມະນາທິດສະດີ, ການປະຖະກາຖາຂອງຜູ້ຊ່ຽວຊານ, ການຝຶກອົບຮົມພະນັກງານ ແລະ ຮູບແບບອື່ນໆ, ໃນຂະນະດຽວກັນ, ລາວ-ຈີນ ໄດ້ ເພີ່ມທະວີການແລກປ່ຽນບົດຮຽນ, ຮຽນຮູ້ບົດຮຽນອັນທີ່ມີປະໂຫຍດຂອງ ກັນ ແລະ ກັນ ຊຶ່ງໄດ້ຂະຫຍາຍບົດບາດຢ່າງຕັ້ງໜ້າໃນການຍົກລະດັບຄວາມສາມາດດ້ານການບໍລິຫານ.
ເວທີປາໄສຄວາມຮ່ວມມືສື່ມວນຊົນອາຊຽນບວກສາມ ຄັ້ງທີ 12 ຈັດຂຶ້ນທີ່ເມືອງຝູໂຈ່ວ ແຂວງຝູຈ້ຽນ ສປ ຈີນ

ເວທີປາໄສຄວາມຮ່ວມມືສື່ມວນຊົນອາຊຽນບວກສາມ ຄັ້ງທີ 12 ຈັດຂຶ້ນທີ່ເມືອງຝູໂຈ່ວ ແຂວງຝູຈ້ຽນ ສປ ຈີນ

ເວທີປາໄສຄວາມຮ່ວມມືສື່ມວນຊົນອາຊຽນບວກສາມ ຄັ້ງທີ 12 ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານ​ມາ ທີ່ເມືອງຝູໂຈ່ວ ແຂວງຝູຈ້ຽນ ທາງພາກຕາເວັນອອກຂອງ ສປ ຈີນ. ເວທີປາໄສດັ່ງກ່າວຈັດຂຶ້ນຮ່ວມກັນໂດຍ ໜັງສືພິມປະຊາຊົນ​ຂອງ​ຈີນ (People's Daily) ແລະ ລັດຖະບານປະຊາຊົນແຂວງຝູຈ້ຽນ ພາຍໃຕ້ຫົວຂໍ້ “ເປີດກວ້າງ ແລະ ຮ່ວມມື ເພື່ອການພັດທະນາຮ່ວມກັນ”.
ສຳມະນາທິດສະດີ ຄັ້ງທີ XIIIລະຫວ່າງ ພັກ ປ​ປລາວ ແລະ ພັກກອມມູນິດຫວຽດນາມ

ສຳມະນາທິດສະດີ ຄັ້ງທີ XIIIລະຫວ່າງ ພັກ ປ​ປລາວ ແລະ ພັກກອມມູນິດຫວຽດນາມ

ໃນທ່າມກາງບັນຍາກາດ ທີ່ສອງພັກ, ສອງລັດ ແລະປະຊາຊົນສອງຊາດລາວ-ຫວຽດນາມ ພວມອອກແຮງແຂ່ງຂັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ (ພັກ ປ​ປລາວ) ແລະ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ເຕັມໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ.
ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ກະຊວງໂຍທາ​ທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບອົງການສະຫະປະຊາຊາດດ້ານເຄຫາສະຖານ (UN​Habitat) ຈັດກອງປະຊຸມເວທີຕົວເມືອງແຫ່ງຊາດລາວ ຄັ້ງທີ 5 (5th Lao National Urban Forum – LNUF 2026) ເພື່ອຊຸກຍູ້ການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງເຂົ້າສູ່ທ້ອງຖິ່ນ ມຸ່ງສ້າງຕົວເມືອງລາວໃຫ້ມີຄວາມສີຂຽວ, ທົນທານ ແລະ ທັນສະໄໝຂຶ້ນໃນວັນທີ 6 ພະຈິກຜ່ານມາ ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເປັນປະທານ, ມີຜູ້ຕາງໜ້າຈາກກະຊວງ, ອົງການຂັ້ນສູນກາງ, ທ້ອງຖິ່ນ, ທຸຕານຸທູດ, ອົງການສາກົນ, ຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ນັກຊ່ຽວຊານເຂົ້າຮ່ວມ.
ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ພິທີມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ມີການຮຽນ- ການສອນພາສາຣັດເຊຍ ຈັດຂຶ້ນວັນທີ 6 ພະຈິກຜ່ານມາ ທີ່ສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍ ຊຶ່ງມອບໂດຍທ່ານ ເຊຣເກ ຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນຣັດເຊຍ ປະຈຳ ສປປ ລາວ ແລະ ຮັບໂດຍທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ) ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ຜູ້ອຳນວຍການໂຮງຮຽນຈຳນວນໜຶ່ງເຂົ້າຮ່ວມ.
ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ເພີ່ມເຕີມ