ເສັ້ນທາງລົດໄຟຈີນ-ລາວ “ມັງກອນເຫຼັກ” ບິນຂ້າມຜ່ານພູຜາແມ່ນ້ຳ

ເສັ້ນທາງລົດໄຟຈີນ-ລາວ “ມັງກອນເຫຼັກ” ບິນຂ້າມຜ່ານພູຜາແມ່ນ້ຳ
ເສັ້ນທາງລົດໄຟຈີນ-ລາວ ທິດເໜືອເລີ່ມຈາກນະຄອນຄຸນມິງ ສປ ຈີນ, ທິດໃຕ້ຍາວຢຽດໄປເຖິງນະຄອນຫຼວງວຽງຈັນ ສປປ ລາວ ຊຶ່ງໄດ້ເນັ່ງຜ່ານພາກຕາເວັນຕົກແຂວງຢູນນານຈີນ ແລະ ເຂດພູດອຍພາກເໜືອລາວ, ເປັນທາງລົດໄຟສາກົນສາຍທຳອິດທີ່ນຳໃຊ້ມາດຕະຖານຈີນ, ສອງປະເທດຈີນ-ລາວ ຮ່ວມກັນກໍ່ສ້າງ ແລະ ດຳເນີນທຸລະກິດ ກໍຄືເປັນເສັ້ນທາງລົດໄຟທີ່ເຊື່ອມຕໍ່ກັບເຄືອຂ່າຍທາງລົດໄຟຂອງຈີນ. ເສັ້ນທາງລົດໄຟຈີນ - ລາວ ໄດ້ເປີດນຳໃຊ້ຕະຫຼອດສາຍຢ່າງເປັນທາງການໃນວັນທີ 3 ທັນວາ 2021 ຊຶ່ງໄດ້ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າ ແລະ ການແລກປ່ຽນດ້ານວັດທະນະທຳລະຫວ່າງສອງປະເທດຈີນ-ລາວກໍຄືລະຫວ່າງບັນດາປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”.
ແຕ່ກ່ອນ, ຂໍ້ຫຍຸ້ງຍາກດ້ານຄົມມະນາຄົມເປັນປັດໄຈສຳຄັນອັນໜຶ່ງທີ່ຜູກມັດການພັດທະນາເສດຖະກິດຂອງລາວ. ປີ 2015, ຄືຫຼັງຈາກຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ສະເໜີອອກມາໄດ້ສອງປີ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ຮ່ວມກັບຜູ້ນຳລາວກຳນົດນະໂຍບາຍສຳຄັນແຫ່ງການຮ່ວມກັນສ້າງເສັ້ນທາງລົດໄຟຈີນ-ລາວ.
ວັນທີ 3 ທັນວາ 2021, ທ່ານ ສີຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ ແລະ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້ເສັ້ນທາງລົດໄຟຈີນ-ລາວ ໂດຍຜ່ານຮູບແບບວິດີໂອ. ໃນໂອກາດດັ່ງກ່າວ, ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ເສັ້ນທາງລົດໄຟຈີນ-ລາວ ເປັນໂຄງການຂີດໝາຍແຫ່ງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ. ໃນຊຸມປີຜ່ານມານີ້, ຝ່າຍຈີນໄດ້ຖືເອົາມາດຕະຖານສູງ, ແບບຍືນຍົງ, ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນເປັນເປົ້າໝາຍ, ໂດຍໄດ້ຍົກລະດັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ ຊຶ່ງໄດ້ບັນລຸເປົ້າໝາຍທີ່ເຮັດໃຫ້ບັນດາປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ໄດ້ເປີດຊ່ອງທາງໃໝ່ໃຫ້ແກ່ການພັດທະນາເສດຖະກິດໂລກ.
ນັບມາຮອດປັດຈຸບັນ, ເສັ້ນທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານລວມທັງໝົດຫຼາຍກວ່າ 20 ລ້ານເທື່ອຄົນ. ວັນທີ 13 ເມສາ 2023, ເສັ້ນທາງລົດໄຟຈີນ-ລາວ ໄດ້ເປີດຂະບວນລົດໄຟໂດຍສານສາກົນຢ່າງເປັນທາງການ, ລະຫວ່າງນະຄອນຄຸນມິງ ຫາ ນະຄອນຫຼວງວຽງຈັນ, ຜູ້ໂດຍສານສາມາດຂີ່ລົດໄຟໄປເຖິງປາຍທາງໄດ້ພາຍໃນມື້ດຽວກັນ, ສິ່ງນີ້ໄດ້ພາໃຫ້ການທ່ອງທ່ຽວຂ້າມຊາຍແດນພັດທະນາຂຶ້ນຢ່າງຟົດຟື້ນ. ນັບລວມແລ້ວ, ມີນັກທ່ອງທ່ຽວຫຼາຍໝື່ນຄົນຈາກປະມານ 50 ປະເທດ ແລະ ເຂດແຄ້ວນໄດ້ເລືອກຂີ່ລົດໄຟຈີນ-ລາວ ເດີນທາງທ່ອງທ່ຽວຂ້າມຊາດ.
ນັບຕັ້ງແຕ່ເປີດນຳໃຊ້ເສັ້ນທາງລົດໄຟຈີນ-ລາວເປັນຕົ້ນມາ, ນັບລວມແລ້ວ, ໄດ້ຂົນສົ່ງສິນຄ້າຫຼາຍກວ່າ 25 ລ້ານໂຕນ, ສິນຄ້າລາວກຳລັງຜ່ານຈາກເສັ້ນທາງລົດໄຟຈີນ-ລາວຂົນສົ່ງອອກໄປສູ່ໂລກ.
ເສັ້ນທາງລົດໄຟຈີນ-ລາວ ໄດ້ນຳເອົາການປ່ຽນແປງຕົວຈິງມາສູ່ຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນກໍຄືການພັດທະນາເສດຖະກິດຂອງລາວ. ທ່ານທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ກ່າວວ່າ: “ທາງລົດໄຟເສັ້ນນີ້ເປັນທາງລົດໄຟທັນສະໄໝ ແລະ ມີຄວາມໄວສູງ, ອັນນີ້ແມ່ນຄວາມພາກພູມໃຈຂອງປະເທດລາວ ແລະ ປະຊາຊົນລາວ, ທາງລົດໄຟເສັ້ນນີ້ຈະຊ່ວຍໃຫ້ປະເທດລາວມີເສັ້ນທາງຄົມມະນາຄົມໂດຍຕາໜ່າງໂລຈິສຕິກອອກສູ່ທະເລ ແລະ ໄປສູ່ບັນດາປະເທດພາກພື້ນນີ້ຢ່າງສະດວກ, ທັງສະດວກຕໍ່ຜູ້ໂດຍສານລວມທັງການຂົນສົ່ງສິນຄ້າ ແລະ ດ້ານຕ່າງໆ ທັງກະຕຸກຊຸກຍູ້ຜູ້ລົງທຶນ ນັກທ່ອງທ່ຽວມາປະເທດລາວຫຼາຍຂຶ້ນ, ເສັ້ນທາງລົດໄຟແຫ່ງປະຫວັດສາດເສັ້ນນີ້ໄດ້ມາຈາກຂໍ້ລິເລີ່ມ ຫຼື ນະໂຍບາຍ ສຸດທີ່ສຳຄັນຂອງທ່ານປະທານ ສີຈິ້ນຜິງ ກ່ຽວກັບ ‘ໜຶ່ງແລວໜຶ່ງເສັ້ນທາງ’, ຊຶ່ງປະເທດລາວທັງເປັນຜູ້ສະໜັບສະໜູນນະໂຍບາຍນີ້, ທັງເປັນປະເທດທີ່ຈະໄດ້ປະຕິບັດອອກມາຢ່າງເປັນຮູບປະທຳທັງເປັນປະເທດທີ່ຈະໄດ້ຮັບຜົນປະໂຫຍດສູງສຸດສາມາດຈັບຕ້ອງໄດ້.”
ຂ່າວ: ຊີອາໄອ
 

ຄໍາເຫັນ

ຂ່າວຕ່າງປະເທດ

ລາຄາອາຫານໂລກໃນເດືອນກັນຍາເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບເກືອບ 4 ປີ

ລາຄາອາຫານໂລກໃນເດືອນກັນຍາເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບເກືອບ 4 ປີ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດ ຜ່ານມາວ່າ: ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ລາຍງານວ່າ, ດັດຊະນີລາຄາອາຫານທົ່ວໂລກໃນເດືອນກັນຍາ ສະເລ່ຍຢູ່ທີ່ 136.0 ຈຸດ, ເພີ່ມຂຶ້ນຈາກໂຕເລກເດືອນສິງຫາທີ່ໄດ້ຮັບການປັບປຸງໃໝ່ທີ່ 134.0 ຈຸດ. ໂດຍເປັນການເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບເກືອບ 4 ປີ, ນັບຕັ້ງແຕ່ເດືອນພະຈິກ 2022, ທ່າມກາງບັນຫາດ້ານການຂົນສົ່ງ ແລະ ຄວາມກັງວົນກ່ຽວກັບສະພາບອາກາດ. ດັດຊະນີລາຄາມາດຕະຖານສຳລັບທັນຍາພືດ, ນ້ຳຕານ ແລະ ນ້ຳມັນພືດ ໄດ້ເພີ່ມຂຶ້ນໃນເດືອນກັນຍາ ຜ່ານມາ, ໃນຂະນະທີ່ລາຄາຊີ້ນ ແລະ ຜະລິດຕະພັນນົມຫຼຸດລົງ.
ໃນເດືອນກັນຍາ ພາກຕາເວັນອອກຂອງຍີ່ປຸ່ນປະເຊີນກັບຝົນຕົກໜັກ

ໃນເດືອນກັນຍາ ພາກຕາເວັນອອກຂອງຍີ່ປຸ່ນປະເຊີນກັບຝົນຕົກໜັກ

ຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ອົງການອຸຕຸນິຍົມວິທະຍາຍີ່ປຸ່ນລາຍງານວ່າ, ພາກຕາເວັນອອກຂອງຍີ່ປຸ່ນມີຝົນຕົກໜັກຫຼາຍກວ່າສອງເທົ່າຂອງປະລິມານນ້ຳຝົນສະເລ່ຍໃນເດືອນກັນຍາ ຊຶ່ງສູງທີ່ສຸດນັບຕັ້ງແຕ່ມີການເກັບກຳຂໍ້ມູນໃນປີ 1946. ໃນຂະນະດຽວກັນ, ຈຳນວນຊົ່ວໂມງທີ່ມີແສງແດດໃນເດືອນດັ່ງກ່າວໄດ້ຫຼຸດລົງຕໍ່າສຸດ ມີພຽງແຕ່ປະມານເຄິ່ງໜຶ່ງຂອງລະດັບປົກກະຕິເທົ່ານັ້ນ.
ອັດຕາເງິນເຟີ້ຂອງເຂດທີ່ໃຊ້ເງິນເອີໂຣ ເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບ 3 ປີ

ອັດຕາເງິນເຟີ້ຂອງເຂດທີ່ໃຊ້ເງິນເອີໂຣ ເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບ 3 ປີ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 4 ຕຸລາ ຜ່ານມາວ່າ: ຂໍ້ມູນເບື້ອງຕົ້ນທີ່ອົງການສະຖິຕິສະຫະພາບເອີຣົບ ເປີດເຜີຍໃນວັນທີ 2 ຕຸລາຜ່ານມາ ສະແດງໃຫ້ເຫັນວ່າ: ຍ້ອນໄດ້ຮັບຜົນກະທົບຈາກລາຄາພະລັງງານທີ່ເພີ່ມສູງຂຶ້ນຢ່າງຫຼວງຫຼາຍ, ອັດຕາເງິນເຟີ້ຂອງເຂດທີ່ໃຊ້ເງິນເອີໂຣໃນເດືອນກັນຍາໄດ້ເພີ່ມຂຶ້ນເປັນ 3.8%, ເພີ່ມຂຶ້ນ 0.6% ຈາກລະດັບ 3.2% ໃນເດືອນສິງຫາຜ່ານມາ ຊຶ່ງເປັນລະດັບສູງສຸດນັບແຕ່ເດືອນກັນຍາປີ 2023 ເປັນຕົ້ນມາ.
ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະ​ຕະ​ວັດ​ທີ 21 ​ກວມເອົາ​ 100 ກວ່າ​ປະ​ເທດ

ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະ​ຕະ​ວັດ​ທີ 21 ​ກວມເອົາ​ 100 ກວ່າ​ປະ​ເທດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ວັນທີ 3 ຕຸລາ ຜ່ານມາ ແມ່ນວັນຄົບຮອບ 13 ປີແຫ່ງການສະເໜີຂໍ້ລິເລີ່ມຮ່ວມກັນສ້າງ “ເສັ້ນທາງສາຍໄໝທາງທະເລໃນສະຕະວັນທີ 21”. ການກໍ່ສ້າງເສັ້ນທາງສາຍໄໝທາງທະເລສາຍນີ້ໄດ້ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນກັບບັນດາປະເທດໃນພາກພື້ນ ເຊັ່ນ: ອາຊີຕາເວັນອອກສ່ຽງໃຕ້, ອາຟຣິກາ ແລະ ອາເມຣິກາລາຕິນ ຢ່າງມີປະສິດທິຜົນ ແລະ ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.
ນາຍົກລັດຖະມົນຕີຫວຽດນາມເນັ້ນ ຕ້ອງຕັດສິນໃຈບຸກທະລຸ ໃນໄລຍະສຸດທ້າຍ

ນາຍົກລັດຖະມົນຕີຫວຽດນາມເນັ້ນ ຕ້ອງຕັດສິນໃຈບຸກທະລຸ ໃນໄລຍະສຸດທ້າຍ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 3 ຕຸລາ ຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ, ໂດຍການເປັນປະທານກອງປະຊຸມລັດຖະບານປະຈຳເດືອນກັນຍາ ປີ 2026 ແລະ ກອງປະຊຸມທາງໄກກັບບັນດາກະຊວງ, ຂະ ແໜງການ, 34 ແຂວງ ແລະ ນະຄອນ. ທ່ານ ເລມິງຮຶງ ນາຍົກລັດຖະມົນຕີຫວຽດນາມ ຊີ້ໃຫ້ເຫັນຢ່າງຈະແຈ້ງເຖິງຄວາມກົດດັນໃນໄຕມາດທີ 4 ແມ່ນໃຫຍ່ຫຼວງທີ່ສຸດ, ຕ້ອງຕັດສິນໃຈບຸກທະລຸໃນໄລຍະສຸດທ້າຍ ແລະ ແມ່ນຈຸດເວລາທີ່ມີຄວາມໝາຍຕັດສິນ ເຖິງການປະຕິບັດສຳເລັດເປົ້າໝາຍຂອງທັງປີກໍຄືທັງອາຍຸການ.
ປະຊາກອນເສືອມາເລ ເລີ່ມຟື້ນຕົວຫຼັງຈາກມາເລເຊຍເພີ່ມຄວາມພະຍາຍາມອະນຸລັກ

ປະຊາກອນເສືອມາເລ ເລີ່ມຟື້ນຕົວຫຼັງຈາກມາເລເຊຍເພີ່ມຄວາມພະຍາຍາມອະນຸລັກ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ກັນຍາ ຜ່ານມາວ່າ: ກະຊວງຊັບພະຍາກອນທຳມະຊາດ ແລະ ຄວາມຍືນຍົງດ້ານສິ່ງແວດລ້ອມຂອງມາເລເຊຍ ໄດ້ເປີດເຜີຍວ່າ, ໂຄງການອະນຸລັກຟື້ນຟູປະຊາກອນເສືອມາເລໄດ້ບັນລຸຜົນໃນທາງບວກ ຫຼັງຈາກມາເລເຊຍດຳເນີນມາດຕະການຫຼາຍຢ່າງຕັ້ງແຕ່ປີ 2021 ເຊັ່ນ: ການຍົກລະດັບການບັງຄັບໃຊ້ກົດໝາຍເພື່ອປາບປາມການຄ້າຂາຍສັດປ່າ, ພ້ອມທັງການຕິດຕາມກວດກາ ແລະ ຟື້ນຟູປະຊາກອນເສືອ ແລະ ສັດປ່າ.
ປະຊາກອນຍີ່ປຸ່ນ ຫຼຸດລົງ 2.5% ລະຫວ່າງປີ 2020 - 2025

ປະຊາກອນຍີ່ປຸ່ນ ຫຼຸດລົງ 2.5% ລະຫວ່າງປີ 2020 - 2025

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ກັນຍາ ຜ່ານມາວ່າ: ກະຊວງພາຍໃນ ແລະ ການສື່ສານຂອງຍີ່ປຸ່ນໄດ້ເປີດເຜີຍຜົນຂອງການສຳຫຼວດສຳມະໂນຄົວປີ 2025 ຊຶ່ງຊີ້ໃຫ້ເຫັນວ່າປະຊາກອນທັງໝົດຂອງຍີ່ປຸ່ນ, ລວມທັງຊາວຕ່າງປະເທດ, ມີປະມານ 122.97 ລ້ານຄົນ ເມື່ອນັບມາຮອດວັນທີ 1 ຕຸລາ 2025, ຫຼຸດລົງປະມານ 3.17 ລ້ານຄົນ ຫຼື 2.5%, ຈາກປີ 2020.
ດັດ​ຊະ​ນີ​ການ​ປະ​ດິດ​ສ້າງ​ຂອງ​ຈີນ​ຢູ່​ອັນ​ດັບ 10 ຂອງ​ໂລກ

ດັດ​ຊະ​ນີ​ການ​ປະ​ດິດ​ສ້າງ​ຂອງ​ຈີນ​ຢູ່​ອັນ​ດັບ 10 ຂອງ​ໂລກ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 1 ຕຸລາ ຜ່ານມາວ່າ: ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ໂລກ​ໄດ້​ເຜີຍ​ແຜ່ “ບົດ​ລາຍ​ງານ​ດັດ​ຊະ​ນີ​ການ​ປະ​ດິດ​ສ້າງ​ທົ່ວ​ໂລກ 2026” ສະ​ແດງ​ໃຫ້​ເຫັນ​ວ່າ, ໂຕ​ເລກ​ດັດ​ຊະ​ນີ​ການ​ປະ​ດິດ​ສ້າງ​ຂອງ​ຈີນ​ຢູ່​ອັນ​ດັບ​ທີ 10 ຂອງ​ໂລກ ຊຶ່ງ​ເທົ່າ​ທຽມ​ກັບ​ປີ 2025.
ເດືອນກັນຍາ ອຸດສາຫະກຳເຕັກໂນໂລຊີດີຈີຕອນຫວຽດນາມ ເຕີບໂຕ 36%

ເດືອນກັນຍາ ອຸດສາຫະກຳເຕັກໂນໂລຊີດີຈີຕອນຫວຽດນາມ ເຕີບໂຕ 36%

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 30 ກັນຍາ ຜ່ານມາວ່າ: ເດືອນກັນຍາ ປີ 2026, ລາຍຮັບ​ຈາກອຸດສາຫະກຳເຕັກໂນໂລຊີດີຈີຕອນ ເພີ່ມຂຶ້ນ 36% ເມື່ອທຽບກັບໄລຍະດຽວກັນໃນປີ 2025. ນີ້​ແມ່ນຂໍ້ມູນ ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດ​ນາມ ຍົກ​ອອກ​ມາ​ໃນກອງ​ປະ​ຊຸມຖະ​ແຫຼງ​ຂ່າວປະຈຳເດືອນກັນຍາ 2026 ທີ່ຈັດຂຶ້ນໃນວັນທີ 30 ກັນຍາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ.
ໄພ​ນ້ຳ​ຖ້ວມ​ຢູ່​ໄທ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 24 ຄົນ

ໄພ​ນ້ຳ​ຖ້ວມ​ຢູ່​ໄທ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 24 ຄົນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ຝົນ​ຕົກ​ໜັກ​ຢ່າງ​ຕໍ່​ເນື່ອງ​ເຮັດໃຫ້​ເກີດ​ໄພ​ນ້ຳ​ຖ້ວມ​ຢູ່​ປະ​ເທດ​ໄທ, ໃນວັນ​ທີ 30 ກັນ​ຍາ​ ຜ່ານມາ, ​ກົມ​ປະ​ຊາ​ສຳ​ພັນ ສຳ​ນັກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ໄດ້​ອອກ​ຂ່າວ​ໂດຍ​ລະ​ບຸ​ວ່າ, ໄພ​ນ້ຳ​ຖ້ວມ​ເທື່ອ​ນີ້​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 24 ຄົນ, ຫຼາຍ​ລ້ານ​ຄົນ​ປະ​ສົບ​ໄພ, ກະ​ທົບ​ເຖິງ​ນະ​ຄອນຫຼວງ​ບາງກອກ ແລະ ອີກ 31 ແຂວງ.
ເພີ່ມເຕີມ