ເສດຖະກິດຫວຽດນາມ ສືບຕໍ່ເຕີບໂຕແຮງທີ່ສຸດຢູ່ພາກພື້ນອາຊີຕາເວັນອອກ - ປາຊີຟິກ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕາມບົດລາຍງານກ່ຽວກັບເສດຖະກິດພາກພື້ນອາຊີຕາເວັນອອກ - ປາຊີຟິກ (EAP) ຂອງທະນາຄານໂລກ (WB) ທີ່ປະກາດໃນວັນທີ 6 ຕຸລາ ຜ່ານມາ ລະບຸວ່າ, ຫວຽດນາມ ສືບຕໍ່ໄດ້ຮັບການຄາດຄະເນວ່າແມ່ນພື້ນຖານເສດຖະກິດເຕີບໂຕແຮງທີ່ສຸດຢູ່ພາກພື້ນ EAP, ຍ້ອນການບຸກທະລຸຂອງການເຄື່ອນໄຫວຜະລິດ ແລະ ການສົ່ງອອກສິນຄ້າປະເພດເຕັກໂນໂລຊີສູງ ພ້ອມກັບບັນດາຜະລິດຕະພັນທີ່ກ່ຽວຂ້ອງເຖິງປັນຍາປະດິດ, ກໍຄືນະໂຍບາຍປີການເງິນເປີດກວ້າງ.
ຂ່າວລະບຸວ່າ: ຕາມການຕີລາຄາຂອງ WB, ເສດຖະກິດ ຫວຽດນາມ ຮັບຮູ້ທ່າບຸກທະລຸເປັນໜ້າປະທັບໃຈເມື່ອການເຕີບໂຕບັນລຸ 8.02% ໃນປີ 2025 ແລະ ສືບຕໍ່ເພີ່ມຄວາມໄວຂຶ້ນເຖິງ 8.3% ໃນ 6 ເດືອນຕົ້ນປີ 2026, ກາຍເປັນປະເທດມີລະດັບເຕີບໂຕນຳໜ້າພາກພື້ນ. ກຳລັງໜູນຫຼັກທີ່ຊຸກຍູ້ການເປີດກວ້າງນີ້ແມ່ນມາຈາກຂະແໜງການຜະ ລິດ, ສົ່ງອອກ ແລະ ການລົງທຶນສາທາລະນະ. ນອກຈາກນັ້ນ, ແຫຼ່ງທຶນໂດຍກົງຈາກຕ່າງປະເທດ ໃນ 6 ເດືອນຕົ້ນປີ ກໍບັນລຸລະດັບສູງທີ່ສຸດໃນ 5 ປີຜ່ານມາ.
ຄໍາເຫັນ