ຫ້ອງການຄົ້ນຄວ້າເສດຖະກິດມະຫາພາກອາຊຽນ-ຈີນ, ຍີ່ປຸ່ນ, ສ ເກົາຫຼີ ຄາດຄະເນວ່າ: ຈັງຫວະເຕີບໂຕເສດຖະກິດຢູ່ພາກພື້ນໃນປີ 2026 ແລະ 2027 ແມ່ນ 4.1%, ອັດຕາເງິນເຟີ້ແມ່ນ 1.6% ແລະ 1.7% ຕາມລຳດັບ. ການສົ່ງອອກ ແລະ ການລົງທຶນດ້ານປັນຍາປະດິດເພີ່ມຂຶ້ນ ຈະເປັນສິ່ງຄ້ຳປະກັນຕໍ່ການເຕີບໂຕຂອງເສດຖະກິດ, ສ່ວນລາຄາພະລັງງານເພີ່ມຂຶ້ນ ແລະ ລາຄາອາຫານເພີ່ມຂຶ້ນຍ້ອນປະກົດການແອວນີໂຢ ອາດຈະເຮັດໃຫ້ອັດຕາເງິນເຟີ້ສູງຂຶ້ນ. ເຖິງວ່າຈະປະເຊີນກັບປັດໄຈທາງລົບຈາກພາຍນອກ ແລະ ອັດຕາດອກເບ້ຍໂດລາເພີ່ມຂຶ້ນ, ແຕ່ກຸ່ມເສດຖະກິດອາຊຽນ-ຈີນ, ຍີ່ປຸ່ນ, ສ ເກົາຫຼີ ຍັງມີຄວາມເຂັ້ມແຂງສົມຄວນ.
ຫວຽດນາມ ແລະ ອິນໂດເນເຊຍ ເພີ່ມທະວີການຮ່ວມມືຫຼາຍດ້ານ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້ຢູ່ສຳນັກງານລັດຖະບານ ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມຢາຕຸກ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ໄດ້ໃຫ້ການຕ້ອນຮັບ ທ່ານ ອາມານາທາ ຄຣິສຕຽນ ນາຊີຣ ລັດຖະມົນຕີກະຊວງການຕ່າງປະເທດ ສ ອິນໂດເນເຊຍ ເນື່ອງໃນໂອກາດຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 20 – 22 ພະຈິກ ນີ້.
ຄໍາເຫັນ