ເສດຖະກິດນໍ້າບາກຂະຫຍາຍຕົວເປັນກ້າວໆ

ເສດຖະກິດນໍ້າບາກຂະຫຍາຍຕົວເປັນກ້າວໆ
ໂດຍ:ວັນໄຊ ຕະວິນຍານ    
    ພາຍຫຼັງພະຍາດໂຄວິດ-19 ຜ່ອນຄາຍລົງ ເຮັດໃຫ້ສະພາບເສດຖະກິດຄ່ອຍໆກັບມາເປັນປົກກະຕິ .ເຮັດໃຫ້ການເຄື່ອນໄຫວວຽກງານປິ່ນອ້ອມກະຕຸ້ນເສດຖະກິດພາຍໃນເມືອງນໍ້າບາກແຂວງຫຼວງພະບາງຂະຫຍາຍຕົວດີຂຶ້ນເປັນກ້າວໆ.
 ທ່ານ ສົມຫວັງ ພອນຄໍາວົງສາ ເຈົ້າເມືອງນໍ້າບາກ ແຂວງຫຼວງພະບາງກ່າວວ່າ: ໃນປີ 2023 ຜ່ານມາ,ການດໍາເນີນທຸລະກິດຂອງເອກະຊົນພາຍໃນ ແລະ ມາຈາກທ້ອງຖິ່ນອື່ນຟົດຟື້ນຂຶ້ນ ໃນໜຶ່ງປີຜ່ານມາ ເສດຖະກິດຂອງເມືອງມີການຂະຫຍາຍຕົວ ຢູ່ໃນລະດັບ 7,08%, ລວມຍອດຜະລິດຕະພັນພາຍໃນບັນລຸ 1.511.355,552.492 ກີບ ສະເລ່ຍຕໍ່ຫົວຄົນ 18.232.608 ກີບ/ຄົນ/ປີ, ຄິດເປັນ884 ໂດລາ/ຄົນ/ປີ (ອັດຕາແລກປ່ຽນ ແມ່ນ 20,617 ກີບຕໍ່ໂດລາ) ທຽບໃສ່ແຜນ ປະຕິບັດໄດ້ 83,79%; ປະເມີນໂຄງການໄດ້ 5 ໂຄງການ, ກວດກາການກໍ່ສ້າງອາຄານຮຽນ 4 ແຫ່ງ, ຍາດແຍ່ງທຶນຊ່ວຍເຫຼືອການພັດທະນາໄດ້ 23 ໂຄງການ ລວມມູນຄ່າ 45.394.880.000 ກີບ ທຽບໃສ່ແຜນປະຕິບັດໄດ້ລື່ນ 2,73%, ໃນນັ້ນໂຄງການສືບຕໍ່ຊໍາລະຂອງລັດມີ 11 ໂຄງການ ມູນຄ່າ 34.060.060.000 ກີບ, ໂຄງການໃໝ່ 1 ໂຄງການ ມູນຄ່າ 3.497.000.000 ກີບ, ໂຄງການຊ່ວຍເຫຼືອການພັດທະນາມີ 11 ໂຄງການ ມູນຄ່າ 7.772.273.000 ກີບ ແລະ ທຶນປະຊາຊົນມີ 65.050.000 ກີບ, ສໍາເລັດການເກັບກໍາຂໍ້ມູນດ້ານເສດຖະກິດລວມຍອດຜະລິດຕະພັນພາຍໃນ 6 ເດືອນ ແລະ 1 ປີ.
ສໍາລັບວຽກງານການເງິນ ເມືອງໄດ້ສໍາເລັດການເອົາຫົວໜ່ວຍເຂົ້າລະບົບຄຸ້ມຄອງແບບທັນສະໄໝຜ່ານລະບົບ (TAXRIS) ຈໍານວນ 771 ຫົວໜ່ວຍ, ເກັບລາຍຮັບເຂົ້າງົບປະມານໄດ້ 9.946.086.810 ກີບ, ທຽບໃສ່ແຜນປະຕິບັດໄດ້ລື່ນແຜນ 14,54%, ໃນນັ້ນ: ຮັບຈາກສ່ວຍສາອາກອນ 7.287.162.616 ກີບ, ທຽບໃສ່ແຜນ ປະຕິບັດໄດ້ລື່ນແຜນ 17,56%, ຮັບຈາກທໍານຽມນໍາໃຊ້ທີ່ດິນ 1.326.925.990 ກີບ, ທຽບໃສ່ແຜນປະຕິບັດໄດ້ 95,06% ແລະ ຮັບຈາກຄ່າຄຸ້ມຄອງຊັບສິນ 1.331.998.204 ກີບ, ທຽບໃສ່ແຜນປະຕິບັດໄດ້ລື່ນແຜນ 04,92%; ປະຕິບັດລາຍຈ່າຍທັງໝົດ 29.816.994.685 ກີບ ທຽບໃສ່ແຜນປະຕິບັດໄດ້ 88,81%, ໃນນັ້ນ ຈ່າຍເງິນເດືອນ 21.353.323.078 ກີບ, ຈ່າຍອຸດໜູນນະໂຍບາຍ 3.241.115.710ກີບ, ຈ່າຍບໍລິຫານປົກກະຕິ 2.575.995.897 ກີບ, ຈ່າຍລົງທຶນຂອງລັດ 1.943.160.000 ກີບ, ຈ່າຍດັດສົມ 663.400.000 ກີບ, ຈ່າຍແຮ ແລະ ອື່ນໆ 40.000.000 ກີບ.
ເມືອງໄດ້ອອກໃບຢັ້ງຢືນສົ່ງອອກສິນຄ້າໄດ້ 115 ຄັ້ງ, ອອກໃບອະນຸຍາດ ຢຸດຊົ່ວຄາວວິສາຫະກິດຂະໜາດນ້ອຍໄດ້ 91 ຫົວໜ່ວຍ, ດັດແກ້ທະບຽນວິສາຫະກິດເພີ່ມໂຕເລກໄດ້ 7 ຫົວໜ່ວຍ, ດັດແກ້ຂັ້ນແຂວງ 23 ຫົວໜ່ວຍ, ອອກໃບອະນຸຍາດດໍາເນີນທຸລະກິດໄດ້ 10 ຫົວໜ່ວຍ, ສົມທົບກັບຂະແໜງການທີ່ກ່ຽວຂ້ອງລົງກວດກາຕິດຕາມຊຸກຍູ້ຄວາມເປັນໄປໄດ້ສະຖານທີ່ຈະຕັ້ງໂຮງງານຜະລິດຕຸກນໍ້າດື່ມ, ໂຮງງານຜະລິດປຸ໋ຍ-ຢາຂ້າຫຍ້າ ແລະ ໂຮງງານຢາສະຜົມ, ຂຶ້ນທະບຽນວິສາຫະກິດໄດ້ 64 ຫົວໜ່ວຍ ມີທຶນຈົດທະບຽນ 8,230 ຕື້ກີບ, ອອກໃບຢັ້ງຢືນການມີຕົວຕົນຂອງວິສາຫະກິດ 260 ຫົວໜ່ວຍ; ທຸລະກິດຍັງສືບຕໍ່ເຄື່ອນໄຫວ 757 ຫົວໜ່ວຍ, ກວດກາການເໜັງຕີງລາຄາສິນຄ້າຕາມທ້ອງຕະຫຼາດ ແລະ ນໍ້າມັນເຊື້ອໄຟຕາມລາຄາທີ່ກະຊວງອຸດສາຫະກໍາ-ການຄ້າວາງອອກ, ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດ ແລະ ຫ້າງຮ້ານເປັນປົກກະຕິ, ປັດຈຸບັນ ທົ່ວເມືອງມີໂຮງງານປຸງແຕ່ງ 97 ແຫ່ງ ມີມູນຄ່າລົງທຶນ 34,5 ຕື້ກີບ, ໃນນັ້ນຂະໜາດໃຫຍ່ 6 ແຫ່ງ, ກາງ 11 ແຫ່ງ ແລະ ນ້ອຍ 80 ແຫ່ງ, ລວມຍອດຜະລິດຕະພັນອຸດສາຫະກໍາ-ປຸງແຕ່ງບັນລຸ 140,5 ຕື້ກີບ, ທຽບໃສ່ແຜນການປີ ປະຕິບັດໄດ້ 81,21%, ມູນຄ່າສິນຄ້າສົ່ງອອກ 144,55 ຕື້ກີບ ທຽບໃສ່ແຜນການປີປະຕິບັດໄດ້ 87,60%, ມູນຄ່ານໍາເຂົ້າບັນລຸ 147 ຕື້ກີບ ທຽບໃສ່ແຜນການປີປະຕິບັດໄດ້ 90,74%, ປັດຈຸບັນ,ມີຜະລິດຕະພັນຕິດເຄື່ອງໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ 2 ຫົວໜ່ວຍ ແລະ ເຂົ້າຮ່ວມວາງສະແດງສິນຄ້າໃນງານເທດສະການ ແລະ ສູນການຄ້າໄດ້ 4 ຄັ້ງ, ກວດກາຄຸ້ມຄອງປໍ້ານໍ້າມັນໄດ້ 3 ຄັ້ງ, ມີ 34 ປໍ້າ, ມີ 109 ຫົວຈ່າຍ, ກວດກາຊິງຊັ່ງຜອງ ຕາມທ້ອງຕະຫຼາດພົບເຫັນບໍ່ໄດ້ຕາມມາດຖານ 18 ຫົວໜ່ວຍ, 
ນອກຈາກນີ້,ເມືອງໄດ້ເອົາໃຈໃສ່ ວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຕິດພັນກັບການພັດທະນາເສດຖະກິດ ແບບຍືນຍົງ ກາຍເປັນສີຂຽວ ໃນໜຶ່ງປີຜ່ານມາ,ເມືອງ ອອກໃບຕາດິນເປັນລະບົບໄດ້ 6 ບ້ານ ແລະ ໂຮງຮຽນເຕັກນິກວິຊາຊີບແບບປະສົມນໍ້າບາກແຂວງຫຼວງພະບາງ, ວັດແທກໄດ້ 461 ຕອນ ທຽບໃສ່ແຜນປະຕິບັດໄດ້ 48,52%, ເກັບກໍາຂໍ້ມູນຕອນດິນເຂົ້າປຶ້ມສຳມະໂນທີ່ດິນແບບລະອຽດຄືນໃໝ່ໄດ້ 6 ບ້ານ, ອອກ ໃບຢັ້ງຢືນຄວາມຖືກຕ້ອງຂອງໃບຕາດິນໄດ້ 101 ຊຸດ, ໂອນກໍາມະສິດໄດ້ 23 ຕອນ, ແຍກຕອນດິນໄດ້ 12 ຕອນ, ໂຮມຕອນດິນໄດ້ 10 ຕອນ, ຈົດທະບຽນຄໍ້າປະກັນໄດ້ 24 ຊຸດ ລົບລ້າງໄດ້ 46 ຊຸດ, ແກ້ໄຂຂໍ້ຂັດແຍ່ງທີ່ດິນ 13 ຄັ້ງ, ອອກໃບຢັ້ງຢືນສິ່ງແວດລ້ອມຂອງທຸລະກິດໄດ້ 95 ກິດຈະການ, ທຽບໃສ່ແຜນປະຕິບັດໄດ້ 79,16%; ລົງປະເມີນວຽກງານສີຂຽວ, ສະອາດ ແລະ ງາມຕາໂຮງຮຽນ ແລະ ຫ້ອງການໄດ້ 9 ແຫ່ງ, ຕິດຕາມ-ກວດກາ ແລະ ຊຸກຍູ້ການປະຕິບັດພັນທະປົກປັກຮັກສາສິ່ງແວດລ້ອມຂອງ ບັນດາບໍລິສັດຕ່າງໆ ພາຍໃນເມືອງນໍ້າບາກໄດ້ 2 ຄັ້ງ.
   ທ່ານ ສົມຫວັງ ພອນຄໍາວົງສາກ່າວຕື່ມອີກວ່າ:ໃນປີ 2024ນີ້,ເມືອງຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວດີຂຶ້ນກວ່າປີຜ່ານມາ,ເອົາໃຈໃສ່ຊຸກຍູ້ວຽກງານອຸດສາຫະກໍາ-ການຄ້າ ຕິດຕາມກວດກາ, ຄຸ້ມຄອງລາຄາສິນຄ້າໃນໄລຍະເງິນກີບອ່ອນຄ່າໃຫ້ຢູ່ໃນເກນປົກກະຕິ,ຕິດຕາມກວດກາດັດແກ້ທຽນວິສາຫະກິດເພີ່ມໂຕເລກປະຈໍາຕົວຂອງຜູ້ເສຍອາກອນ,ສົມທົບກັບຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງເກັບກໍາຈໍານວນຫົວໜ່ວຍວິສາຫະກິດທີ່ບໍ່ເຄື່ອນໄຫວ,ສົ່ງເສີມທຸລະກິດຂະໜາດນ້ອຍ-ກາງເຂົ້າເຖິງແຫຼ່ງທຶນ,ຄຸ້ມຄອງປໍ້ານໍ້າມັນ,ລາຄານໍ້າມັນ,ຊິງຊັ່ງຜອງຕາມທ້ອງຕະຫຼາດ,ບໍລິສັດເກັບຊື້ສິນຄ້າ, ຮ້ານຂາຍຍົກ-ຂາຍຍ່ອຍໃຫ້ເປັນປົກກະຕິ ພ້ອມທັງອອກໃບຢັ້ງຢືນວັດແທກຕາມລະບຽບກົດໝາຍ; ສູ້ຊົນລວມຍອດຜະລິດຕະພັນອຸດສາຫະກໍາ-ຫັດຖະກໍາໃຫ້ ບັນລຸ 560 ຕື້ກີບ, ສົ່ງອອກໃຫ້ໄດ້ 220 ຕື້ກີບ ແລະ ນໍາເຂົ້າໃຫ້ໄດ້ 370 ຕື້ກີບ, ສົມທົບກັບຂະແໜງການທີ່ກ່ຽວຂ້ອງລົງຕິດຕາມຊຸກຍູ ບັນດາຫົວໜ່ວຍໃຫ້ເຄື່ອນໄຫວຖືກຕ້ອງຕາມສັນຍາ ແລະ ລະບຽບການ, ເປີດກອງປະຊຸມແຈ້ງໂຕເລກອະນຸມັດການລົງທຶນປະຈໍາປີ 2024 ພ້ອມທັງກະກຽມຈັດຕັ້ງປະຕິບັດໂຄງການທີ່ໄດ້ອະນຸມັດ ແລະ ສະເໜີແຜນການລົງທຶນ ປີ 2025, ສືບຕໍ່ອໍານວຍຄວາມສະດວກ ໃຫ້ແກ່ບໍລິສັດຕ່າງໆ ແລະ ນັກທຸລະກິດຜູ້ຕ້ອງການລົງທຶນ ໃນດ້ານເອກະສານ, ລະບຽບການໃຫ້ຖືກຕ້ອງກ່ອນຈັດຕັ້ງປະຕິບັດ ແລະ ໃຫ້ທັນກັບເວລາ, ສູ້ຊົນລະດົມທຶນ ເພື່ອການພັດທະນາ ແລະ ໂຄງການສືບຕໍ່ຊໍາລະ 12 ໂຄງການ ທີ່ຍັງເຫຼືອ 18.935,58 ຕື້ກີບ, ອັດຕາການຂະຫຍາຍຕົວໃຫ້ ໄດ້ 7,52%, ລວມຍອດຜະລິດຕະພັນພາຍໃນໃຫ້ໄດ້ 1.605.171.745.418,67ກີບ ສະເລ່ຍໃສ່ຫົວຄົນໃຫ້ໄດ້ 19.059.431 ກີບ/ຄົນ/ປີ. ປະສານສົບທົບກັບຂະແໜງການທີ່ກ່ຽວຂ້ອງໃນການເກັບຄ່າທໍານຽມ, ຄ່າເຊົ່າ ສໍາປະທານ, ຫົວໜ່ວຍທຸລະກິດ ແລະ ການຂຸດຄົ້ນຕ່າງໆ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ; ເກັບລາຍຮັບ ເຂົ້າງົບປະມານໃຫ້ໄດ້ 8.500.000.000 ກີບ, ໃນນັ້ນສ່ວຍສາອາກອນໃຫ້ໄດ້ 6.450.000.000 ກີບ, ລາຍຮັບຄ່າທໍານຽມທີ່ດິນ 1.370.000.000 ກີບ, ລາຍຮັບຊັບສິນຂອງລັດໃຫ້ໄດ້ 680.000.000 ກີບ, ສືບຕໍ່ຄຸ້ມຄອງລາຍຈ່າຍໃຫ້ຊັດເຈນ ແລະ ຖືກຕ້ອງຕາມຂໍ້ກໍານົດ, ລະບຽບການເງິນໃຫ້ຢູ່ໃນ 34.136.221.334 ກີບ. 

ຄໍາເຫັນ

ຂ່າວເສດຖະກິດ

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ໂດຍ: ແສງອາທິດ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ການສ້າງເສດຖະກິດຄອບຄົວໃຫ້ເຂັ້ມແຂງຖືເປັນປັດໄຈສຳຄັນໃນການພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ພົ້ນທຸກ. ດັ່ງຄອບຄົວຂອງທ່ານ ຄຳພັດ ພອນປະເສີດ ຊາວກະສິກອນຜູ້ມີວິໄສທັດ ແລະ ຄວາມດຸໝັ່ນ, ອາໄສຢູ່ບ້ານດອນງີ້ວ ເມືອງງາ ແຂວງອຸດົມໄຊ, ຊຶ່ເປັນຜູ້ທີ່ໄດ້ຫັນປ່ຽນຈາກການເຮັດກະສິກຳແບບດັ້ງເດີມ ມາສູ່ການລ້ຽງປາແບບເປັນສິນຄ້າ ຈົນສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ຢ່າງມະຫາສານ.
ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານທະ​ນາ​ຄານ​ນະ​ໂຍ​ບາຍ (ທນບ) ໄດ້ສໍາເລັດລົງ ດ້ວຍໝາກຜົນອັນຈົບງາມໃນວັນທີ 6 ມິຖຸນາຜ່ານມາ ທີ່ສະໂມສອນສະຖາບັນການທະນາ ຄານ ນະ​ຄອ​ນຫຼວງວຽງ​ຈັນ ພາຍໃຕ້ການເປັນປະທານ ຂອງສະຫາຍ ສຸພັກ ຖິ່ນໄຊພອນ ເລຂາຄະນະພັກ ຮາກຖານ-ຜູ້​ອຳ​ນວຍ​ການ ທນບ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະ​ຫາຍ ນາງ ວັດທະນາ ດາລາລອຍ ຮັກສາການເລ​ຂາ​ຄະ​ນະ​ພັກ-ຮັກສາການຜູ້​ວ່າ​ການ​ທະນາຄານ ແຫ່ງ ສປປ ລາວ (ທຫລ), ມີບັນດາຜູ້ຕາງ ໜ້າຄະນະພັກຮາກຖານ, ໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ທຫລ; ຄະນະພັກຮາກ​ຖານ, ຄະນະໜ່ວຍພັກ; ຜູ້ແທນສົມບູນ ແລະ 3 ອົງການຈັດຕັ້ງມະຫາຊົນ ທນບ ເຂົ້າຮ່ວມ.
ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ (CICEE) ຄັ້ງທີ IV ໄດ້ປິດລົງໃນວັນທີ 18 ພຶດສະພາ ຜ່ານມາ ທີ່ ເມືອງຊາງຊາ ແຂວງຫູໜານ ທາງພາກກາງຂອງ ສປ ຈີນ. ຜູ້ຈັດງານລະບຸວ່າ: ງານວາງສະແດງດັ່ງກ່າວໄດ້ປະສົບຜົນສໍາເລັດໃນການຮ່ວມມືຢ່າງມີປະສິດທິພາບ.
ເສດຖະກິດລາວເລີ່ມດີ-ເງິນເຟີ້ຫຼຸດລົງ8.3%

ເສດຖະກິດລາວເລີ່ມດີ-ເງິນເຟີ້ຫຼຸດລົງ8.3%

ວານນີ້; ເຂົ້າພົວພັນວຽກຢູ່ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ພົບກັບ ທ່ານ ພານຸສັກແກ່ນວົງພະຈັນກຳມະການພັກ-ຫົວໜ້າຫ້ອງການ ທຫລ ກໍ່ເລີຍສົນທະນາບັນຫາເສດຖະກິດ-ເງິນຕາ ໂດຍທ່ານຊີ້ວ່າ: ອັດຕາເງິນເຟີ້ເດືອນພຶດສະພາ 2025 ຫຼຸດລົງມາທີ່8.3%, ໃນຂະນະທີ່ ເດືອນເມສາຢູ່ລະດັບ11.1% ແລະເດືອນມີນາອັດຕາເງິນເຟີ້11.2%;
ສະພາບການສະໜອງຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີຜ່ານມາ

ສະພາບການສະໜອງຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີຜ່ານມາ

ໂດຍ: ສ.ບຸດປະຊາ ຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີ 2024 ຢູ່ ຜ່ານມາ, ທົ່ວປະເທດ ແມ່ນມີຄວາມຕ້ອງການຊີ້ນ, ໄຂ່ ແລະ ປາທັງໝົດ 531,000 ໂຕນ ແລະ ຄວາມສາມາດໃນການສະໜອງ ມີ 786,000 ໂຕນ; ໃນນີ້, ຈາກການລ້ຽງເປັນຟາມ 282,000 ກວ່າໂຕນ (ເທົ່າກັບ 36%), ຈາກການລ້ຽງແບບຄອບຄົວ 503,000 ກວ່າໂຕນ (ກວມເອົາ 64%). ໂດຍລວມເຫັນວ່າພຽງພໍກັບຄວາມຕ້ອງການບໍລິໂພກ ເເລະ ຍັງເກີນຄວາມຕ້ອງການ 258.000 ກວ່າໂຕນ. ສໍາລັບໄຂ່ ແມ່ນຍັງບໍ່ພຽງພໍ 2.500 ກວ່າໂຕນ ຫຼື ເທົ່າກັບ (5%) ທີ່ຍັງບໍ່ພຽງພໍກັບຄວາມຕ້ອງການ.
ອັດຕາເງິນເຟີ້ເດືອນເມສາ 2025 ສືບຕໍ່ຫຼຸດລົງມາຢູ່ ທີ່ລະດັບ 11.1%

ອັດຕາເງິນເຟີ້ເດືອນເມສາ 2025 ສືບຕໍ່ຫຼຸດລົງມາຢູ່ ທີ່ລະດັບ 11.1%

ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໄດ້ເຜີຍແຜ່ບົດລາຍງານສະພາບອັດຕາເງິນເຟີ້ ປະຈໍາເດືອນເມສາ 2025 ເມື່ອຕົ້ນເດືອນພຶດສະພານີ້ ໄດ້ໃຫ້ຮູ້ວ່າ: ອັດຕາເງິນເຟີ້ ເດືອນເມສາ 2025 ຢູ່ໃນລະດັບ 11.1% (ເດືອນມີນາ 2025 ຢູ່ໃນລະດັບ 11.2%). ໃນນັ້ນ, ໝວດສິນຄ້າທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນຫຼາຍກວ່າໝູ່ແມ່ນໝວດທີ່ພັກອາໄສ,
ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ໂດຍ: ແສງຈັນ ການສ້າງເສດຖະກິດຄອບຄົວ ໃຫ້ກາຍເປັນສິນຄ້າຢ່າງຍືນຍົງແລະ ເປັນມິດຕໍ່ສິ່ງແວດລ້ອມ ແມ່ນໜຶ່ງວຽກງານທີ່ພັກ, ລັດໃຫ້ຄວາມເອົາໃຈໃສ່ ທັງເປັນການຮັບປະກັນການຜະລິດໃຫ້ພຽງພໍ ກັບຄວາມຕ້ອງການຂອງສັງຄົມ.
ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ໃນໄລຍະ 3 ເດືອນຕົ້ນປີ 2025 ເສດຖະກິດຂອງແຂວງອັດຕະປື ມີການຂະຫຍາຍຕົວຢູ່ໃນລະດັບ 2.81% ຄິດເປັນມູນຄ່າຕາມລາຄາໃນປີ 1,922 ຕື້ກີບ ເທົ່າກັບ 24,5% ຂອງແຜນການ ທີ່ມະຕິສະພາຮັບຮອງ, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນບັນລຸ 21.9 ລ້ານກີບ.
ເພີ່ມເຕີມ