ເສີມຂະຫຍາຍມູນເຊື້ອອັນດີງາມຂອງແມ່ຍິງລາວ

ເສີມຂະຫຍາຍມູນເຊື້ອອັນດີງາມຂອງແມ່ຍິງລາວ

ໂດຍ: ພູວັນ

ເພື່ອເປັນການສຶກສາອົບຮົມ, ຄົ້ນຄວ້າ,ຮໍ່າຮຽນເອົາແນວຄິດ,ທັດສະນະຊີ້ນໍາ,ບົດຮຽນການນໍາພາ,ຄຸນສົມບັດສິນທໍາປະຕິວັດອັນຜ່ອງໃສ,ນໍ້າໃຈເສຍສະຫຼະອັນສູງສົ່ງຂອງພັກ, ຂອງຜູ້ນໍາໃນເມື່ອກ່ອນເພື່ອໃຫ້ຄົນຮຸ້ນຫຼັງໄດ້ຮຽນຮູ້ເວົ້າລວມ, ເວົ້າສະພາະສະຫະພັນແມ່ຍິງກໍຄືສະມາຊິກສະຫະພັນແມ່ຍິງແລະແມ່ຍິງລາວບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈ, ກໍາແໜ້ນແລະນຳມາໝູນໃຊ້ໃຫ້ແທດເໝາະກັບສະພາບຕົວຈິງໃນໄລຍະໃໝ່.

ພັກເຮົາຍາມໃດກໍຖືແມ່ຍິງເປັນກຳລັງແຮງອັນສຳຄັນແລະໃຫຍ່ຫຼວງໃນທຸກຂົງເຂດວຽກງານເນື່ອງຈາກ

ແມ່ຍິງກວມຈຳນວນກວ່າເຄິ່ງໜຶ່ງຂອງພົນລະເມືອງ, ມີບົດບາດສູງໃນດ້ານການຜະລິດແລະເປັນກໍາລັງແຮງພິເສດທີ່ຜະລິດຊັບພະຍາກອນມະນຸດທາງດ້ານປະລິມານແລະຄຸນນະພາບ. ປະທານໄກສອນພົມວິຫານຜູ້ນໍາທີ່ແສນເຄົາລົບຮັກເພິ່ນເຫັນໄດ້ບົດບາດຄວາມສຳຄັນຂອງແມ່ຍິງລາວບັນດາເຜົ່າ, ພ້ອມທັງໄດ້ມີທິດຊີ້ນຳຕໍ່ວຽກງານແມ່ຍິງຢ່າງລະອຽດເພື່ອປຸກລະດົມຂົນຂວາຍເອື້ອຍນ້ອງແມ່ຍິງປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານ.ທ່ານໄດ້ຊີ້ບອກວ່າ:“ກ່ອນອື່ນຕ້ອງເຂົ້າໃຈແຈ້ງວ່າ: ວຽກງານຂົນຂວາຍແມ່ຍິງເປັນໜ້າທີ່ປະຕິວັດຍາວນານອັນໜຶ່ງ, ມັນບໍ່ພຽງແຕ່ກ່ຽວພັນເຖິງເພດຍິງທີ່ກວມເຄິ່ງໜຶ່ງຂອງປະຊາກອນເທົ່ານັ້ນ, ແຕ່ຍັງກ່ຽວຂ້ອງເຖິງທັງໝົດສັງຄົມເວົ້າລວມແຕ່ລະຄອບຄົວເວົ້າສະເພາະ, ທັງຕິດພັນຢ່າງສະໜິດແໜ້ນເຖິງການປົກປັກຮັກສາແລະການຂະຫຍາຍເຊື້ອພັນຂອງຊາດອີກດ້ວຍ.ດັ່ງນັ້ນ, ການຂົນຂວາຍແມ່ຍິງຈຶ່ງກວມເອົາທຸກຂົງເຂດເຊັ່ນ: ການເມືອງ, ເສດຖະກິດ, ສັງຄົມ, ວັດທະນະທຳແລະເຜົ່າຊົນ;ຄົ້ນຄວ້າຜັນຂະຫຍາຍມະຕິຂອງພັກ,ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ,ມະຕິກອງປະຊຸມໃຫຍ່ຂອງແມ່ຍິງລາວທົ່ວປະເທດ,ແຜນພັດທະນາແມ່ຍິງລາວຕິດພັນກັບການຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່,ຄວາມຮັບຜິດຊອບຂັ້ນຕົນທີ່ກໍານົດໄວ້ໃນກົດໝາຍ,ກົດລະບຽບຂອງສະຫະພັນແມ່ຍິງລາວໃຫ້ມີປະສິດທິພາບປະສິດທິຜົນດີຂຶ້ນກວ່າເກົ່າ;ເອົາໃຈໃສ່ປັບປຸງການຈັດຕັ້ງ, ປັບປຸງແບບແຜນວິທີນຳພາ, ວິທີເຮັດວຽກຂອງສະຫະພັນແມ່ຍິງແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນ,ເຂັ້ມແຂງຕິດແທດກັບຮາກຖານການເຮັດວຽກໃຫ້ມີແຜນການ, ແຜນງານ, ມີໂຄງການລະອຽດ,ມີການຊຸກຍູ້,ຕິດຕາມ,ກວດກາ, ປະເມີນຜົນ, ຕີລາຄາສະຫຼຸບຖອນຖອນບົດຮຽນໃນແຕ່ລະໄລຍະຢ່າງພາວະວິໄສ;ປັບປຸງໂຮມບັນດາກົງຈັກທີ່ມີພາລະບົດບາດ,ໜ້າວຽກທີ່ຄ້າຍຄືກັນເຂົ້າກັນເຮັດໃຫ້ກົງຈັກກະທັດຮັດ,ສັບຊ້ອນພະນັກງານໃຫ້ຖືກກັບຄວາມຮູ້,ຄວາມສາມາດ,ພອນສະຫວັນແລະແທດເໝາະກັບຄວາມຮຽກຮ້ອງຕົວຈິງຂອງວຽກງານໃນໄລຍະໃໝ່;ຂະຫຍາຍການຈັດຕັ້ງ,ຂະຫຍາຍສະມາຊິກສະຫະພັນແມ່ຍິງໃຫ້ກວມເອົາແມ່ຍິງຢູ່ຕົວເມືອງ, ເຂດຊົນນະບົດ,ສະຖາບັນການສຶກສາ,ໂຮງຈັກ,ໂຮງງານ,ວິສະຫະກິດ, ຫົວໜ່ວຍທຸລະກິດຂອງລັດແລະເອກະຊົນເພື່ອໃຫ້ແມ່ຍິງໃນທຸກສາຂາອາຊີບໄດ້ເຂົ້າເປັນສະມາຊິກແລະເຂົ້າໃນການຈັດຕັ້ງສະຫະພັນແມ່ຍິງຫຼາຍເທົ່າໃດຍິ່ງດີ;ສືບຕໍ່ຫັນລົງສູ່ຮາກຖານຢ່າງແຂງແຮງ,ປຸກລະດົມຊຸກຍູ້, ຕິດຕາມຂະບວນການ, ກໍາແໜ້ນຮາກຖານ, ປະຕິບັດຂໍ້ກໍານົດ,ກົດລະບຽບ, ຫຼັກການຈັດຕັ້ງແລະການເຄື່ອນໄຫວຂອງສະຫະພັນແມ່ຍິງແຕ່ລະຂັ້ນໃຫ້ເປັນເອກະພາບແຕ່ສູນກາງລົງຮອດທ້ອງຖິ່ນ; ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ພະນັກງານເພດຍິງ,ສະມາຊິກສະຫະພັນແມ່ຍິງມີໂອກາດບຳລຸງຍົກລະດັບທິດສະດີການເມືອງ-ການປົກຄອງ, ວິຊາສະເພາະ, ວິຊາຊີບ, ພາສາຕ່າງປະເທດ, ຝຶກອົບຮົມໄລຍະສັ້ນ-ໄລຍະຍາວຢູ່ພາຍໃນແລະຕ່າງປະເທດເພື່ອສ້າງພະນັກງານເພດຍິງທີ່ມີຄວາມຮູ້,ຄວາມສາມາດໃນທຸກຂົງເຂດວຽກງານ;ສ້າງແມ່ຍິງໃຫ້ມີຊີວະທັດແລະໂລກະທັດທີ່ກ້າວໜ້າ, ຮູ້ຮັບເອົາສິ່ງໃໝ່ຢ່າງມີການເລືອກເຟັ້ນ;ສົ່ງເສີມຫົວຄິດປະດິດສ້າງແລະທັດສະນະກ້າຄິດ,ກ້າເຮັດ,ກ້າຮັບຜິດຊອບ;ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວເອື້ອຍນ້ອງແມ່ຍິງເປັນຕົ້ນແນວຄິດຄອງເດີມ, ໃຈນ້ອຍຄັບແຄບ, ອະຄະຕິ,ບໍ່ສົ່ງເສີມຊຶ່ງກັນແລະກັນ, ບໍ່ກ້າປະເຊີນໜ້າກັບສິ່ງທ້າທ້າຍ,ບໍ່ເປັນເຈົ້າການໃນການພັດທະນາຕົນເອງຕ້ອງ

ເດັດດ່ຽວປັບປຸງ,ແກ້ໄຂໃຫ້ໝົດໄປເທື່ອລະກ້າວ;ເກັບກໍາຜົນງານທີ່ພົ້ນເດັ່ນຂອງອົງການຈັດຕັ້ງ,ສະມາຊິກສະຫະພັນແມ່ຍິງ,ແມ່ຍິງລາວບັນດາເຜົ່າເພື່ອຍ້ອງຍໍສັນລະເສີນໃນຂັ້ນຕ່າງໆເພື່ອປຸກລະດົມຂົນຂວາຍຂະບວນການຂອງແມ່ຍິງເຂົ້າໃນການປະຕິບັດພາລະກິດປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກໃຫ້ບັນລຸຄາດໝາຍທີ່ວາງໄວ້.ເສີມຂະຫຍາຍຜົນງານແລະທ່າແຮງບົ່ມຊ້ອນຂອງການນໍາເພດຍິງຮຸ່ນກ່ອນໆ, ແມ່ຍິງລາວບັນດາເຜົ່າໃນໃນການຈັດຕັ້ງປະຕິບັດແນວທາງຂອງພັກ, ລັດຖະທຳມະນູນ, ກົດໝາຍ, ນະໂຍບາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ສ້າງວິຖີຊີວິດໃໝ່ເພື່ອພັດທະນາຕົນເອງແລະຄອບຄົວໃຫ້ຫຼຸດພົ້ນຈາກຄວາມທຸກຍາກຫຼ້າຫຼັງ.

ພັກເຮົາຍາມໃດກໍຢຶດໝັ້ນວ່າ“ວຽກງານການເມືອງ-ແນວຄິດເປັນໜ້າທີ່ສໍາຄັນພື້ນຖານ, ເປັນວຽກກົກ,ເປັນວຽກງານທີ່ຕ້ອງເຮັດກ່ອນ, ເຮັດເປັນປະຈຳແລະສອດຫ້ອຍໄປທຸກຂົງເຂດວຽກງານຂອງພັກ-ລັດ,ຂອງອົງການຈັດຕັ້ງມະຫາຊົນແລະອົງການຈັດຕັ້ງທາງສັງຄົມ, ເປັນປັດໄຈຮັບປະກັນທຸກໄຊຊະນະຂອງການປະຕິວັດ”ວຽກງານການເມືອງ-ແນວຄິດຖືໄດ້ວ່າເປັນສະໜາມຮົບແຖວໜ້າອັນໜຶ່ງໃນວຽກງານຂອງພັກເຮົາໃນໄລຍະໃໝ່, ແນວຮົບນີ້ມັນຕ້ອງສອດຫ້ອຍເຂົ້າໄປໝົດທຸກການເຄື່ອນໄຫວຂອງພັກ,ຂອງລັດ, ຂອງອົງການຈັດຕັ້ງມະຫາຊົນ,ຂອງທຸກຊັ້ນຄົນໃນສັງຄົມເໝືອນດັ່ງສາຍເລືອດທີ່ຫຼໍ່ລ້ຽງຮ່າງກາຍຂອງຄົນເຮົາ; ຢາກເຮັດວຽກງານການເມືອງ-ແນວຄິດໄດ້ດີສາມາດເອົາຊະນະໃນສະໜາມຮົບນີ້ໄດ້ຢ່າງເປັນຮູບປະທໍາ,ກ່ອນອື່ນການເຄື່ອນໄຫວຂອງພະນັກງານ,ສະມາຊິກພັກເຮົາແຕ່ເທິງລົງລຸ່ມຕ້ອງປະຕິບັດຄໍາຂວັນທີ່ວ່າ: “ເວົ້າຕ້ອງໄປຄຽງຄູ່ກັບການປະຕິບັດ” ຫຼືເວົ້າງ່າຍໆວ່າ: “ເວົ້າແລ້ວຕ້ອງເຮັດຄືກັບເວົ້າ”,ເຮັດຕ້ອງເຮັດໃຫ້ຖືກ, ເຮັດໃຫ້ເປັນຮູບປະທໍາ, ເຮັດໃຫ້ເກີດດອກອອກຜົນແທ້.

ອົງການຈັດຕັ້ງສະຫະພັນແມ່ຍິງລາວໃນຖານະເປັນອົງການມະຫາຊົນຂອງພັກຍາມໃດກໍໄດ້ຖືສໍາຄັນແລະເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ຖັນແຖວສະມາຊິກແມ່ຍິງ, ແມ່ຍິງລາວບັນດາເຜົ່າໃຫ້ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີສະຕິຕື່ນຕົວປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມີຄວາມຮັບຜິດຊອບໃນການປະຕິບັດພັນທະ, ໜ້າທີ່ຂອງພົນລະເມືອງເວົ້າລວມ, ເວົ້າສະເພາະແມ່ນການປຸກລະດົມສະມາຊິກສະຫະພັນແມ່ຍິງ, ແມ່ຍິງລາວບັນດາເຜົ່າເຂົ້າຮ່ວມເຊື່ອມຊຶມເອກະສານຕ່າງໆ,ນໍາພາທາງດ້ານແນວຄິດດ້ວຍຫຼາຍຮູບແບບເໝາະສົມແຕ່ລະກຸ່ມເປົ້າໝາຍເພື່ອຮັບປະກັນໃຫ້ການສ້າງສະມາຊິກແມ່ຍິງແລະແມ່ຍິງລາວບັນດາເຜົ່າເປັນພົນລະເມືອງດີ,ມີນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກະຊວງ ປກສ ປາຖະກະຖາວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ

ກະຊວງ ປກສ ປາຖະກະຖາວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ

ວັນທີ 22 ຕຸລານີ້, ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດພິທີປາຖະກະຖາວັນປະກາດເອກະ ລາດ 12 ຕຸລາ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ (12 ຕຸລາ 1945-12 ຕຸລາ 2026), ໂດຍການເປັນປະທານ ແລະ ປາຖະກະຖາຂອງທ່ານ ພົຕ ຄອນສະຫວັນ ສົມພາໄຊ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງ ປກສ ແລະ ທ່ານ ພົຈວ ຫຸມພັນ ຜິວເຂັມພອນ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກກະຊວງ, ຄະນະພັກ-ຄະນະບັນຊາກ່ຽວຂ້ອງເຂົ້າຮ່ວມ.
ເຜີຍແຜ່ເອກະສານກອງປະຊຸມໃຫຍ່ຜູ້ແທນກຳມະບານທົ່ວປະເທດ ຄັ້ງທີ IX

ເຜີຍແຜ່ເອກະສານກອງປະຊຸມໃຫຍ່ຜູ້ແທນກຳມະບານທົ່ວປະເທດ ຄັ້ງທີ IX

ອົງການກວດສອບແຫ່ງລັດ ໄດ້ຈັດພິທີເຜີຍແຜ່ເອກະສານກອງປະຊຸມໃຫຍ່ຜູ້ແທນກຳມະບານທົ່ວປະເທດ ຄັ້ງທີ IX ຂຶ້ນໃນວັນທີ 22 ຕຸລານີ້ ທີ່ຫ້ອງປະຊຸມໃຫຍ່ຂອງອົງການກວດສອບແຫ່ງລັດ, ໂດຍການເປັນປະທານຂອງ ສະຫາຍ ວິໄລ ວົງຂະເສີມ ຮອງເລຂາຄະນະພັກ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ເຂົ້າຮ່ວມຮັບຟັງມີຄະນະບໍລິຫານງານສະຫະພັນກຳມະບານ, ຄະນະກຳມະບານຮາກຖານ ແລະ ສະມາຊິກກຳມະບານ ອົງການກວດສອບແຫ່ງລັດ ເຂົ້າຮ່ວມຢ່າງພ້ອມພຽງ.
ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ

ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ປະຈຳປີ 2026 ໄດ້ຈັດຂຶ້ນໃນວັນທີ 21 ຕຸລານີ້, ທີ່ວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ບ້ານຊຽງດາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ສາຍສະໝອນ ງາມສີ ວ່າການແທນຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສຸລິຍາ ປ່າໄຊ ຜູ້ອໍານວຍການ ວິທະຍາໄລເຕັກນິກລາວ-ເຢຍລະມັນ ແລະ ທ່ານ ທະນະວັດ ສິຣິພອນພັນ ຜູ້ຈັດການບໍລິສັດ ຄູໂບຕ້າລາວ, ມີຄະນະອໍານວຍການຈາກວິທະຍາໄລເຕັກນິກວິຊາຊີບແຂວງບໍລິຄໍາໄຊແຂວງວຽງຈັນ, ແຂວງຄໍາມ່ວນ ແລະ ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ, ຫົວໜ້າ-ຮອງຫົວໜ້າພະແນກ, ຜູ້ຈັດການ, ຕາງໜ້າຕົວແທນຈໍາໜ່າຍ, ຄະນະກໍາມະການ, ນັກແຂ່ງຂັນ, ພະນັກງານ ແລະ ນັກສຶກສາເຂົ້າຮ່ວມ.
ແຂວງວຽງຈັນ ເປີດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ແຂວງວຽງຈັນ ເປີດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ໃນວັນທີ 22 ຕຸລານີ້, ແຂວງວຽງຈັນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ທີ່ສະໂມສອນແຂວງໂດຍການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ປະທານ - ຮອງປະທານຄະນະກວດກາພັກແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຈໍານວນ 175 ສະຫາຍ ຍິງ 33 ສະຫາຍ.
ກຸ່ມບໍລິສັດລາວໂທລະຄົມ ຮ່ວມວາງສະແດງເຕັກໂນໂລຊີ ແລະ ການບໍລິການດີຈີຕອນ

ກຸ່ມບໍລິສັດລາວໂທລະຄົມ ຮ່ວມວາງສະແດງເຕັກໂນໂລຊີ ແລະ ການບໍລິການດີຈີຕອນ

ກຸ່ມບໍລິສັດລາວໂທລະຄົມ ໄດ້ເຂົ້າຮ່ວມວາງສະແດງເຕັກໂນໂລຊີ ແລະ ການບໍລິການດີຈີຕອນ ໃນງານສັບປະດາດີຈີຕອນລາວ ປະຈຳປີ 2026 (Lao Digital Week 2026) ງານ Lao Digital Week 2026 ເປັນເວທີສຳຄັນໃນການສະແດງຄວາມກ້າວໜ້າດ້ານເຕັກໂນໂລຊີ ແລະ ການສື່ສານ, ພ້ອມທັງເປີດໂອກາດໃຫ້ພາກສ່ວນຕ່າງໆ ໄດ້ສຶກສາ ແລະ ສຳຜັດກັບການນຳໃຊ້ເຕັກໂນໂລຊີດີຈີຕອນ. ເນື້ອໃນຂອງງານສະທ້ອນເຖິງຄວາມສຳຄັນຂອງການພັດທະນາລັດຖະບານດີຈີຕອນ, ການສ້າງບຸກຄະລາກອນທີ່ມີທັກສະດີຈີຕອນ ແລະ ການສົ່ງເສີມນະວັດຕະກຳ ເພື່ອຮອງຮັບການກ້າວເຂົ້າສູ່ຍຸກປັນຍາປະດິດ.
ປະກາດແຕ່ງຕັ້ງຮອງຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ

ປະກາດແຕ່ງຕັ້ງຮອງຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ

ພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ ພ້ອມທັງມອບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 21 ຕຸລາຜ່ານມາ, ທີ່ພະແນກສາທາລະນະສຸກແຂວງ ໂດຍການເປັນປະທານຂອງທ່ານ ນາງ ບຸນໂຮມ ໂງ່ນກະເສີມສຸກ ຫົວໜ້າພະແນກສາທາລະນະສຸກແຂວງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ວຽກພັກ-ພະນັກງານ, ມີຄະນະພະແນກ, ອະດີດຄະນະນໍາ, ພະນັກງານຫຼັກແຫຼ່ງ, ແຂກຖືກເຊີນ ແລະ ພະນັກ ງານກ່ຽວຂ້ອງເຂົ້າຮ່ວມ.
ເມືອງຈອມເພັດ ເປີດແຂ່ງຂັນຊ່ວງເຮືອ ປະຈຳປີ 2026

ເມືອງຈອມເພັດ ເປີດແຂ່ງຂັນຊ່ວງເຮືອ ປະຈຳປີ 2026

ໃນວັນທີ 22 ຕຸລານີ້, ທີ່ໜ້າຝາຍ ບ້ານໂພລາດ ເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ຈັດພິທີເປີດງານບຸນຊ່ວງເຮືອ ເນື່ອງໃນໂອກາດບຸນອອກພັນສາ-ປະວໍລະນາ ປະຈຳປີ 2026 ໂດຍມີທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ ທັງເປັນຜູ້ຊີ້ນຳຮອບດ້ານເມືອງຈອມເພັດ, ມີທ່ານ ສອນເພັດ ພົງສຸທິ ປະທານຄະນະກຳມະການປົກຄອງເມືອງຈອມເພັດ ພ້ອມດ້ວຍການນຳແຂວງ, ການນຳເມືອງ ແຂກຖືກເຊີນ ແລະ ມວນຊົນຈາກເມືອງຈອມເພັດ ແລະ ເມືອງອ້ອມຂ້າງເຂົ້າຮ່ວມຢ່າງຄຶກຄື້ນ.
ລາຍງານຄວາມຄືບໜ້າ ການກະກຽມຄວາມພ້ອມຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI

ລາຍງານຄວາມຄືບໜ້າ ການກະກຽມຄວາມພ້ອມຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າ ການກະກຽມຄວາມພ້ອມຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI ປະຈຳປີ 2026 ຂຶ້ນໃນວັນທີ 22 ຕຸລານີ້ ທີ່ ສນຊ ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ປະທານ ສນຊ, ມີພະເຖລາ-ນຸເຖລະ, ຮອງປະທານ ສນຊ ພ້ອມດ້ວຍອະນຸກໍາມະການຮັບຜິດຊອບຈັດກອງປະຊຸມ ເຂົ້າຮ່ວມ.
ການນຳ ຫສນຍ ເນັ້ນ ໃຫ້ປະຕິບັດຄຳສັ່ງ ການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ຢ່າງເຂັ້ມງວດ

ການນຳ ຫສນຍ ເນັ້ນ ໃຫ້ປະຕິບັດຄຳສັ່ງ ການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ຢ່າງເຂັ້ມງວດ

ຄະນະປ້ອງກັນພາຍໃນ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານກ່ຽວກັບການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາທີ່ ຫ​ສນຍໂດຍໃຫ້ກຽດເປັນປະທານຂອງທ່ານ ຄຳຜາ ພິມມະສອນຮອງລັດຖະມົນຕີຮອງຫົວໜ້າ ຫສນຍ; ມີບັນດາຜູ້ຕາງໜ້າຄະນະກຳມະການເກັບກູ້ອາວຸດເສີກຂັ້ນສູນກາງ ຈາກກະຊວງປ້ອງກັນຄວາມສະຫງົບ, ບັນດາ ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຫົວໜ້າພະແນກເຂົ້າຮ່ວມ.
ໄຊບົວທອງ ເສຍຫາຍຈາກນໍ້າຖ້ວມ 16 ຕື້ກີບ ພ້ອມສະເໜີຂໍທຶນຟື້ນຟູສ້ອມແປງ

ໄຊບົວທອງ ເສຍຫາຍຈາກນໍ້າຖ້ວມ 16 ຕື້ກີບ ພ້ອມສະເໜີຂໍທຶນຟື້ນຟູສ້ອມແປງ

ເມືອງໄຊບົວທອງ ແຂວງຄໍາມ່ວນ ປະເມີນມູນຄ່າຄວາມເສຍຫາຍຈາກພະຍຸ 4 ຄັ້ງ ໃນຊ່ວງເດືອນກໍລະກົດ ຫາເດືອນກັນຍາ 2026 ລວມມູນຄ່າຄວາມເສຍຫາຍກວ່າ 16.59 ຕື້ກີບ ໂດຍມີ 27 ບ້ານ ແລະ 925 ຄອບຄົວໄດ້ຮັບຜົນກະທົບ. ຄວາມເສຍຫາຍມີທັງເສັ້ນທາງ, ຂົວ, ພື້ນທີ່ກະສິກຳ, ຊົນລະປະທານ, ໂຮງຮຽນ ແລະ ຊັບສິນຂອງປະຊາຊົນ. ຂະນະນີ້ ທາງເມືອງ ກຳລັງສະເໜີຂໍງົບປະມານຈາກຂັ້ນແຂວງ ເພື່ອຟື້ນຟູ ແລະ ປັບປຸງເສັ້ນທາງທີ່ຈຳເປັນຮີບດ່ວນ.
ເພີ່ມເຕີມ