ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ

ເສີມຂະຫຍາຍມູນເຊື້ອສື່ມວນຊົນ-ການພິມຈຳໜ່າຍໃນກອງທັບໃຫ້ມີການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ

ເສີມຂະຫຍາຍມູນເຊື້ອສື່ມວນຊົນ-ການພິມຈຳໜ່າຍໃນກອງທັບໃຫ້ມີການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ
ໂດຍ: ປູນາ ສຸດທະວົງ ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ (13 ສິງຫາ 1950-13 ສິງຫາ 2024) ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກຳມະການຄະນະພັກກົມໃຫຍ່ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ

 

 ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກອງທັບວ່າ: ຕະຫຼອດໄລຍະແຫ່ງການນໍາພາໆລະກິດຕໍ່ສູ້ປົດປ່ອຍຊາດຍາດເອົາເອກະລາດ ແລະ ອິດສະຫຼະພາບມາສູ່ປະຊາຊົນກໍຄືພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນຍ່ານທາງ 49 ປີຜ່ານມາ, ພັກປະຊາຊົນປະຕິວັດລາວ ຍາມໃດກໍຖືເອົາວຽກງານໂຄສະນາສຶກສາອົບຮົມຂົນຂວາຍ ແລະ ຈັດຕັ້ງກໍາລັງມະຫາຊົນເປັນວິທີປະຕິວັດອັນໜຶ່ງ ເພື່ອເປັນກໍາລັງແຮງຂອງການປະຕິວັດລາວ. ໃນນັ້ນ, ວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍເວົ້າສະເພາະແມ່ນປະເພດສິ່ງພິມ ແລະ ສື່ເອເລັກໂຕຣນິກ, ສອງປະເພດສື່ມວນຊົນນີ້ໄດ້ກາຍເປັນອາວຸດອັນແຫຼມຄົມຂອງພັກ ແລະ ເປັນກໍາລັງແຮງສັງລວມຂອງສັງຄົມ ຊຶ່ງຍາມໃດກໍໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນໄຊຊະນະລວມຂອງການປະຕິວັດລາວຕະຫຼອດມາ.

ເພື່ອປະຕິບັດຕາມແນວທາງ-ແຜນນະໂຍບາຍ " ເປີດກວ້າງຂະຫຍາຍແນວໂຮມໄປພ້ອມກັບການຂະຫຍາຍສົງຄາມປະຊາຊົນຢ່າງແຂງແຮງທັງເປັນການໜີບຮັດກຳລັງສັດຕູ”, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຊຶ່ງເປີດຂຶ້ນໃນວັນທີ 13 ສິງຫາ 1950 ໄດ້ຕົກລົງສ້າງຕັ້ງ“ແນວລາວອິດສະຫຼະ” ແລະ ລັດຖະບານລາວຕໍ່ຕ້ານ”ໂດຍມີສະເດັດເຈົ້າສຸພານຸວົງ ເປັນປະທານແນວລາວອິດສະຫຼະ ແລະ ເປັນນາຍົກລັດຖະມົນຕີຂອງລັດຖະບານລາວຕໍ່ຕ້ານ; ໃນມື້ດຽວກັນນັ້ນ, ກອງປະຊຸມໄດ້ຕົກລົງສ້າງຕັ້ງໜັງສືພິມປະຕິວັດຂຶ້ນໂດຍໃສ່ຊື່ວ່າ: ໜັງສືພິມລາວອິດສະຫຼະ". ໜັງສືພິມນີ້, ຮູບນອກເປັນສຽງຂອງແນວລາວອິດສະຫຼະ ແລະ ລັດຖະບານລາວຕໍ່ຕ້ານ, ສ່ວນເນື້ອແທ້ກໍແມ່ນໜັງສືພິມຂອງພັກ ເພື່ອຮັບໃຊ້ໜ້າທີ່ການເມືອງຄື: ພິມເອກະສານຂອງກອງປະຊຸມໃຫຍ່, ພິມຄໍາຮຽກຮ້ອງຂອງລັດຖະບານລາວຕໍ່ຕ້ານ ແລະ ອື່ນໆ; ໜັງສືພິມລາວອິດສະຫຼະໄດ້ສ້າງຕັ້ງໂຮງພິມ “ລາວອິດສະຫຼະຂຶ້ນ. ໂດຍພາຍໃຕ້ການຊີ້ນໍາຂອງທ່ານ ສີຊະນະ ສີສານ ຫົວໜ້າບັນນາທິການທັງເປັນຮອງຫົວໜ້າໂຄສະນາ-ອົບຮົມ-ວັດທະນະທໍາມີຊື່ຫຍໍ້ວ່າ (ຄອວ), ເຄື່ອງພິມ ແລະ ອຸປະກອນຮັບໃຊ້ເວລານັ້ນປະຖົມປະຖານຫຼາຍຈົນຮອດທ້າຍປີ 1953 ຈຶ່ງໄດ້ຫັນໄປສູ່ການພິມດ້ວຍເຄື່ອງຈັກຕີໂປມີທັງໝົດ 2 ເຄື່ອງ (ເຄື່ອງຕີໂປນອນ ແລະ ເຄື່ອງຕີໂປຕັ້ງ) ແລະ ມີການຈັດລຽນຕົວໜັງສື. ນັບແຕ່ມື້ສ້າງຕັ້ງພັກ (ວັນທີ 22 ມີນາ 1955) ເປັນຕົ້ນມາ, ພັກເຮົາຍິ່ງເອົາໃຈໃສ່ໃກ້ຊິດຊີ້ນໍາໜັງສືພິມປະຕິວັດເພື່ອເຮັດສຳເລັດໜ້າທີ່ຂອງຕົນ. ມາຮອດວັນທີ 6 ມັງກອນ 1956. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງແນວລາວອິດສະຫຼະ ທີ່ໄຂຂຶ້ນຢູ່ແຂວງຫົວພັນໄດ້ຕົກລົງປ່ຽນຊື່ແນວລາວອິດສະຫຼະ ມາເປັນແນວລາວຮັກຊາດເພື່ອໃຫ້ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະນັ້ນພ້ອມທັງປ່ຽນຊື່ໜັງສືພິມລາວອິດສະຫຼະມາເປັນໜັງສືພິມລາວຮັກຊາດ ແລະ ເປັນໜັງສືພິມ “ສຽງປະຊາຊົນ” ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ III ຂອງພັກ, ສູນກາງພັກປະຊາຊົນ ປະຕິວັດລາວໄດ້ຕົກລົງປ່ຽນຊື່ໜັງສືພິມ “ສຽງປະຊາຊົນ” ມາເປັນໜັງສືພິມ “ປະຊາຊົນ” ສຽງຂອງສູນກາງພັກປະຊາຊົນປະຕິວັດລາວຈົນເຖິງປັດຈຸບັນ.ຫຼັງຈາກນັ້ນ, ໜັງສືພິມປະຊາຊົນສຽງຂອງສູນກາງພັກປະຊາຊົນ ປະຕິວັດລາວໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ.

ພາຍຫຼັງພັກປະຊາຊົນປະຕິວັດລາວ ໄດ້ກຳນົດແນວທາງປ່ຽນແປງໃໝ່ຮອບດ້ານ, ມີຫຼັກການຂອງພັກ, ວຽກງານສື່ມວນຊົນຍິ່ງມີບົດບາດສໍາຄັນໃນການເຜີຍແຜ່ແນວທາງປ່ຽນແປງໃໝ່ຂອງພັກ ລົງສູ່ທ້ອງຖິ່ນຮາກຖານປະຊາຊົນ ແລະ ເປີດກວ້າງການຮ່ວມມືກັບຕ່າງປະເທດ ນັບມື້ມີບາດກ້າວຂະຫຍາຍຕົວພົ້ນເດັ່ນຂຶ້ນໃນສັງຄົມ. ເວົ້າສະເພາະສື່ມວນຊົນກອງທັບໃນໄລຍະຜ່ານມາໄດ້ຕັ້ງໜ້າປັບປຸງພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບເຂົ້າໃນການພັດທະນາວຽກງານດັ່ງກ່າວຕະຫຼອດມາເປັນຕົ້ນແມ່ນໜັງສືພິມ, ວາລະສານປ້ອງກັນຊາດ, ວິທະຍຸກະຈາຍສຽງ ແລະ ໂທລະພາບກອງທັບໃຫ້ມີຄວາມຄົມແຫຼມ, ຫຼາກຫຼາຍສີສັນ ແລະ ທັນສະໄໝຂຶ້ນເທື່ອລະກ້າວສ້າງຄວາມດຶງດູດຕໍ່ຜູ້ອ່ານ, ຜູ້ຟັງ ແລະ ຜູ້ຊົມຮັບໃຊ້ໜ້າທີ່ການເມືອງໃນຖານະເປັນກະບອກສຽງຂອງຄະນະພັກກະຊວງປ້ອງກັນປະເທດປະກອບສ່ວນອັນສໍາຄັນເຂົ້າໃນການປຸກລະດົມຊຸກຍູ້ການປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ຕໍ່ກັບວຽກງານພິມຈຳໜ່າຍໄລຍະຜ່ານມາໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຄຸ້ມຄອງ, ຊຸກຍູ້ສົ່ງເສີມ, ສ້າງແຜນພັດທະນາວຽກງານພິມຈຳໜ່າຍໃຫ້ມີບາດກ້າວຂະຫຍາຍຕົວຂຶ້ນເລື້ອຍໆ ສາມາດຮັບໃຊ້ໜ້າທີ່ການເມືອງທັງເປັນການເຜີຍແຜ່ຜົນງານດ້ານຊັບສິນທາງປັນຍາ, ສະໜອງຂໍ້ມູນຂ່າວສານດ້ານຕ່າງໆໃຫ້ສັງຄົມ, ສ້າງວິໄສທັດ, ສຶກສາອົບຮົມຄຸນສົມບັດ, ແບບແຜນດຳລົງຊີວິດທີ່ປອດໃສໃຫ້ພະນັກງານ-ນັກຮົບ, ຫຼຸດຜ່ອນບັນຫາ ແລະ ປະກົດການຫຍໍ້ທໍ້ທາງສັງຄົມປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄືສ້າງກອງທັບໃຫ້ເປັນກອງທັບປະຕິວັດມີແບບແຜນທັນສະໄໝ.ດັ່ງນັ້ນ, ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ຜົນງານການຈັດຕັ້ງປະຕິບັດວຽກງານຂອງສື່ມວນຊົນ ແລະ ການພິມຈຳໜ່າຍ, ເອົາໃຈໃສ່ບໍາລຸງ-ກໍ່ສ້າງບຸກຄະລາກອນສື່ມວນຊົນ ແລະ ການພິມຈຳໜ່າຍໃຫ້ເປັນລະບົບຕໍ່ເນື່ອງ ແລະ ມີຄຸນນະພາບ, ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່, ສິດ, ພາລະບົດບາດຂອງຕົນຢ່າງຈິງຈັງ ແລະ ໃຫ້ເກີດຜົນປະໂຫຍດສູງສຸດ, ສືບຕໍ່ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມມະຕິຂອງພັກ ແລະ ລະບຽບກົດໝາຍຂອງລັດໃຫ້ເລິກເຊິ່ງ, ເຖິງຖອງ ແລະ ແທດເຖິງກັບວຽກງານຕົວຈິງ, ສືບຕໍ່ປັບປຸງ, ພັດທະນາຕົນເອງໃຫ້ມີການຫັນປ່ຽນໄປສູ່ຄຸນນະພາບໃໝ່, ຕັ້ງໜ້າພັດທະນາໃຫ້ສົມກັບວ່າເປັນກະບອກສຽງທີ່ແຫຼມຄົມຂອງພັກ, ລັດທີ່ແທ້ຈິງ ແລະ ເປັນເຄື່ອງມີຮັບໃຊ້ວຽກງານໂຄສະນາສ້າງຄວາມຮັບຮູ້, ເຂົ້າໃຈໃຫ້ແກ່ສັງຄົມໂດຍສະເພາະວຽກງານນໍາພາຂອງພັກ, ການຄຸ້ມຄອງຂອງລັດ ແລະ ເປັນເວທີສົ່ງເສີມແລກປ່ຽນບົດຮຽນ, ເປັນແຫຼ່ງຂໍ້ມູນຂ່າວສານ, ສາລະຄວາມຮູ້ ແລະ ຕອບໂຕ້ຖ້ອຍທໍານອງຂອງກຸ່ມຄົນບໍ່ດີ, ເອົາໃຈໃສ່ພັດທະນາເນື້ອໃນ, ຮູບການ ແລະ ວິທີການເຄື່ອນໄຫວຂອງສື່ມວນຊົນ ແລະ ການພິມຈໍາໜ່າຍໃຫ້ສາມາດດຶງດູດຄວາມສົນໃຈຂອງຜູ້ອ່ານ, ຜູ້ຝັງ ແລະ ຜູ້ຊົມ. ພ້ອມທັງຮັບປະກັນຕາມ 4 ລັກສະນະຂອງສື່ມວນຊົນຕາມແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ, ສືບຕໍ່ສຸມໃສ່ໂຄສະນາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃນໄລຍະທ້າຍສະໄໝກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານຕິດພັນກັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຂະບວນການສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ, ການເຝິກແອບຮໍ່າຮຽນ, ປັບປຸງກໍ່ສ້າງກຳລັງ, ກຽມພ້ອມສູ້ຮົບ, ການຫັນລົງກໍ່ສ້າງຮາກຖານການເມືອງຕິດພັນກັບການສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂະບວນກິລາກາຍະກຳ-ສິລະປະ-ວັນນະຄະດີ ແລະ ອື່ນໆ, ຍູ້ແຮງການໂຄສະນາບັນດາເຫດການສໍາຄັນຕ່າງໆຂອງພັກ, ຂອງຊາດ ແລະ ກອງທັບເປັນຕົ້ນການຈັດຕັ້ງກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດໃນປີ 2025 ໃຫ້ບັນລຸຕາມແຜນການ.

ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ໄດ້ອວຍພອນໄຊອັນປະເສີດມາຍັງການນໍາພັກ-ລັດ, ຄະນະນໍາກະຊວງປ້ອງກັນປະເທດ, ຄະນະນຳກົມໃຫຍ່ການເມືອງກອງທັບຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ຊີ້ນໍາ-ນໍາພາວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍໃນກອງທັບໃຫ້ມີການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ອວຍພອນມາຍັງຄະນະພັກ-ຄະນະບັນຊາບັນດາກົມກອງສື່ມວນຊົນໃນກອງທັບໃຫ້ມີສຸຂະພາບເຂັ້ມແຂງພ້ອມກັນສ້າງຜົນງານອັນໂດດເດັ່ນຍິ່ງຂຶ້ນກວ່າເກົ່າໃນການປະຕິບັດໜ້າທີ່ການເມືອງອັນມີກຽດສະຫງ່າຂອງຕົນ ແລະ ມີຜົນສໍາເລັດຢ່າງຈົບງາມ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ