ສິດເປັນເຈົ້າອໍານາດລັດຂອງປະຊາຊົນລາວບັນດາເຜົ່າ ໄດ້ກຳນົດໄວ້ຢູ່ມາດຕາ 2 ຂອງລັດຖະທຳມະນູນ ແຫ່ງ ສປປ ລາວ ຄື: "ລັດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນລັດປະຊາທິປະໄຕປະຊາຊົນ. ອຳນາດທັງໝົດເປັນຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຊຶ່ງປະກອບ ດ້ວຍບັນດາຊັ້ນຄົນຢູ່ໃນສັງຄົມ ໂດຍແມ່ນກຳມະກອນ, ກະສິກອນ ແລະ ນັກຮຽນຮູ້ປັນຍາຊົນເປັນຫຼັກແຫຼ່ງ".
ໜຶ່ງ: ອຳນາດລັດເປັນຂອງປະຊາຊົນ ກໍຍ້ອນວ່າອໍານາດລັດຂອງພວກເຮົາ ແມ່ນ ໝາກຜົນອັນຍິ່ງໃຫຍ່ທີ່ປະຊາຊົນລາວບັນດາເຜົ່າຍາດມາໄດ້ ໃນພາລະກິດຕໍ່ສູ້ປົດປ່ອຍຊາດອັນພິລະອາດຫານ ຕ້ານສັດຕູຜູ້ຮຸກຮານ, ຍາດເອົາເອກະລາດ ແລະ ອິດສະຫຼະພາບ ມາໃຫ້ປະເທດຊາດ ແລະ ປະຊາຊົນບັນດາເຜົ່າພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ.
ສອງ: ອໍານາດລັດໂດຍປະຊາຊົນ ກໍຍ້ອນວ່າອໍານາດລັດຂອງພວກເຮົາ ແມ່ນປະຊາຊົນລາວບັນດາເຜົ່າ ເປັນຜູ້ສ້າງຕັ້ງໂດຍຜ່ານການປ່ອນບັດເລືອກຕັ້ງເອົາຕົວແທນຂອງຕົນ ຄື: ສະພາແຫ່ງຊາດ ແລະ ສະພາປະຊາຊົນ ທ້ອງຖິ່ນ (ຂັ້ນແຂວງ) ແລ້ວຈຶ່ງສ້າງຕັ້ງບັນດາອົງການອໍານາດລັດ ຂອງລະບອບປະຊາທິປະໄຕປະຊາຊົນ.
ສາມ: ອໍານາດລັດ ເພື່ອຜົນປະໂຫຍດຂອງປະຊາຊົນ ກໍຍ້ອນວ່າ ບັນດາອົງການອໍານາດລັດຂອງພວກເຮົາ ຖືເອົາປະຊາຊົນເປັນກົກ, ເປັນກຳລັງແຮງ ເພື່ອປົກປັກຮັກສາ ແລະ ສ້າງສາປະເທດຊາດ. ອີກປະການໜຶ່ງ, ໃນຕະຫຼອດ 50 ປີ ທີ່ຜ່ານມາ ບັນດາອົງການອຳນາດລັດ ຂອງພວກເຮົາ ລ້ວນແຕ່ເຄື່ອນໄຫວເພື່ອຮັບໃຊ້ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າທັງນັ້ນ ຕົວຢ່າງ: ສະພາແຫ່ງຊາດ ແລະ ລັດຖະບານ ກໍຄື ສະພາປະຊາຊົນຂັ້ນແຂວງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ໄດ້ວາງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ໄລຍະ 5 ປີ ມາແລ້ວ 9 ຄັ້ງ ແລະ ແຕ່ລະປີ; ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ສ້າງບ້ານພັດທະນາ ແລະ ອື່ນໆ, ເຮັດໃຫ້ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນລາວບັນດາເຜົ່າ ເຖິງວ່າຍັງມີຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ກໍໄດ້ຮັບການປັບປຸງໃຫ້ນັບມື້ນັບດີຂຶ້ນ. ທັງໝົດເຫຼົ່ານັ້ນ ສະແດງໃຫ້ເຫັນວ່າການເຄື່ອນໄຫວຂອງອໍານາດລັດຂອງພວກເຮົາລ້ວນແຕ່ແມ່ນເພື່ອຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ.
+ ສິດເປັນເຈົ້າ ທາງດ້ານເສດຖະກິດຂອງປະຊາຊົນລາວບັນດາເຜົ່າແມ່ນແນວໃດ?
ສິດເປັນເຈົ້າທາງດ້ານເສດຖະກິດຂອງປະຊາຊົນລາວບັນດາເຜົ່າ ໝາຍເຖິງ ສິດເປັນເຈົ້າໃນການດໍາລົງຊີວິດ ແລະ ທຳມາຫາກິນ ເພື່ອຄວາມຢູ່ດີ ກິນດີຂອງຕົນ ແລະ ຄອບຄົວ.
ກ່ອນໜ້ານີ້ ຫຼາຍທົດສະວັດ, ການດໍາລົງຊີວິດ ແລະ ການທຳມາຫາກິນຂອງປະຊາຊົນລາວບັນດາເຜົ່າ ແມ່ນປະສົບກັບຄວາມຫຍຸ້ງຍາກຫຼາຍຮ້ອຍປະການ, ທີ່ຢູ່ອາໄສຖອນວອນມີໜ້ອຍ, ປະຊາຊົນສ່ວນຫຼາຍທໍາມາຫາກິນໂດຍອີງໃສ່ການກະສິກຳ, ເຮັດໄຮ່, ຮັດນາ, ຕາມເປັນ-ຕາມເກີດ, ຕາມທຳມະຊາດ, ຊີວິດການເປັນຢູ່ ທາງດ້ານວັດຖຸ ແລະ ຈິດໃຈ ຍັງຂາດເຂີນ ແລະ ອື່ນໆ.
ປັດຈຸບັນ ປະເທດຊາດຂອງພວກເຮົາ ໄດ້ຮັບການພັດທະນາໃຫ້ມີຄວາມຈະເລີນກ້າວໜ້າຫຼາຍຂຶ້ນ ທຽບໃສ່ໃນເມື່ອກ່ອນ, ປະຊາຊົນບັນດາເຜົ່າຢູ່ຫຼາຍທ້ອງຖິ່ນ ໄດ້ເປັນຕົວແບບໃນການຜະລິດ, ທຸລະກິດ, ມີອາຊີບທີ່ຄົງທີ່ ແລະ ຊີວິດການເປັນຢູ່ດີຂຶ້ນກວ່າເກົ່າ, ແຕ່ປະເທດເຮົາຍັງບໍ່ທັນຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາໄດ້ເທື່ອ, ປະຊາຊົນລາວບັນດາເຜົ່າຈໍານວນໜຶ່ງ ເປັນຕົ້ນ ຢູ່ເຂດຊົນນະບົດ ຫ່າງໄກສອກຫຼີກ ຍັງທຸກຍາກຂາດເຂີນ, ມີລາຍຮັບຕໍ່າ, ອາຫານການກິນ, ເຄື່ອງນຸ່ງຫົ່ມ ແລະ ຢາປົວພະຍາດບໍ່ພຽງພໍ, ທີ່ພັກອາໄສຍັງບໍ່ທັນໝັ້ນຄົງ ບວກໃສ່ສະພາບເງິນເຟີ້, ລາຄາສິນຄ້າແພງ ແລະ ຄ່າຄອງຊີບສູງ. ສະນັ້ນ, ພັກ ແລະ ລັດຂອງພວກເຮົາ ຈຶ່ງເອົາໃຈໃສ່ເປັນພິເສດຕໍ່ການພັດທະນາເສດຖະກິດ-ສັງຄົມ, ພື້ນຖານໂຄງລ່າງ, ການຜະລິດສິນຄ້າ, ການພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນລາວບັນດາເຜົ່າ ສາມາດປະຕິບັດສິດເປັນເຈົ້າທາງດ້ານເສດຖະກິດໃຫ້ໄດ້ຢ່າງຄົບຖ້ວນກວ່າເກົ່າ.
ສິດເປັນເຈົ້າໃນການດໍາລົງຊີວິດ, ທຳມາຫາກິນ ຂອງປະຊາຊົນລາວບັນດາເຜົ່າ ທີ່ພັກ ແລະ ລັດຂອງພວກເຮົາເອົາໃຈໃສ່ປົກປ້ອງ ແລະ ເສີມຂະຫຍາຍນັ້ນ ມີດັ່ງນີ້:
ໜຶ່ງ: ສິດໃນການສ້າງເຮືອນ, ຕັ້ງບ້ານ ຫຼື ຖິ່ນຖານພູມລໍາເນົາ ຢູ່ໃນເຂດ ຫຼື ບໍລິເວນທີ່ເໝາະສົມກັບ ການດໍາລົງຊີວິດ ຕາມທີ່ກຳນົດໄວ້ໃນລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ;
ສອງ: ສິດໃນການໄດ້ຊົມໃຊ້ຊັບພະຍາກອນທຳມະຊາດ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ເປັນຕົ້ນດິນດອນຕອນຫຍ້າ, ເຄື່ອງປ່າຂອງດົງ ເພື່ອໃຫ້ປະຊາຊົນແຕ່ລະຄົນ, ແຕ່ລະຄອບຄົວ ມີບ່ອນຢູ່, ບ່ອນດໍາລົງຊີວິດໝັ້ນຄົງ, ທຳການຜະລິດ, ທຳມາຫາກິນ ເພື່ອພັດທະນາຊີວິດການເປັນຢູ່ຂອງຕົນ ແລະ ຄອບຄົວ ໃຫ້ຢູ່ດີກິນດີ;
ສາມ: ສິດໃນການປະກອບອາຊີບ ທີ່ບໍ່ຂັດກັບລັດຖະທຳມະນູນ ແລະ ກົດໝາຍ ໂດຍອີງຕາມຄວາມຮູ້ ຄວາມສາມາດ ແລະ ຄວາມມັກຂອງຕົນ ເຊັ່ນ: ເຮັດນາ, ເຮັດໄຮ່, ເຮັດສວນ, ປູກຝັງ, ລ້ຽງສັດເປັນສິນຄ້າ, ເປັນນັກທຸລະກິດ, ຊາວຄ້າຂາຍ, ເປັນນາຍຊ່າງ, ເປັນນັກດົນຕີ, ນັກຮ້ອງ, ນັກສິນລະປິນ, ເປັນກຳມະກອນ, ເປັນທະຫານ, ຕຳຫຼວດ, ພະນັກງານ-ລັດຖະກອນ ແລະ ອື່ນໆ.
ຄໍາເຫັນ