ເສີມສ້າງວຽກງານການຮ່ວມມື ເພື່ອສຸຂະພາບເດັກ ໃນ ສປປ ລາວ

ເສີມສ້າງວຽກງານການຮ່ວມມື ເພື່ອສຸຂະພາບເດັກ ໃນ ສປປ ລາວ

ເສີມສ້າງວຽກງານການຮ່ວມມື ເພື່ອສຸຂະພາບເດັກ ໃນ ສປປ ລາວ
ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບຄະນະໂຄສະນາອົບຮົມສູນກາງພັກ, ກະຊວງສາທາ ລະນະສຸກ, ອົງການອຸຍນິເຊັບ ແລະ ຄູ່ຮ່ວມງານພັດທະນາ ໄດ້ຈັດກອງປະຊຸມສໍາມະນາພາຍໃຕ້ຫົວຂໍ້: “ການສົ່ງເສີມສຸຂະພາບເດັກໃນ ສປປ ລາວ ຜ່ານການໃຫ້ວັກຊິນກັນພະຍາດ ແລະ ການເສີມສ້າງການມີສ່ວນຮ່ວມຂອງສື່ມວນຊົນ ແລະ ຊຸມຊົນ” ເພື່ອແນໃສ່ເພີ່ມທະວີການຮ່ວມມື ແລະ ສ້າງຄວາມເຂົ້າໃຈເປັນເອກະພາບ ດ້ານສຸຂະພາບເດັກ ແລະ ການປ້ອງກັນພະຍາດເດັກ ຢູ່ ສປປ ລາວ ຂຶ້ນໃນວັນທີ 18 ມີນາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ປະທານ ສນຊ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ປະທານສະພາທິດສະດີສູນກາງພັກ, ເປັນກຽດເຂົ້າຮ່ວມ ຂອງທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ບີລານ ໂອແຣັງ ດູຮານີ ຜູ້ຕາງໜ້າອົງການອຸຍນິເຊັບ ປະຈໍາລາວ, ມີບັນດາຫົວໜ້າກົມ-ຮອງກົມ ທີ່ກ່ຽວຂ້ອງຂັ້ນສູນກາງແນວລາວສ້າງຊາດ, ສູນກາງສະພັນແມ່ຍິງລາວ, ຮອງປະທານແນວລາວສ້າງຊາດແຂວງ, ຄະນະໂຄສະນາອົບຮົມແຂວງທົ່ວປະເທດ ເຂົ້າຮ່ວມ.
ເສມສາງວຽກງານການຮວມມ ເພອສຂະພາບເດກ ໃນ ສປປ ລາວ - image 1
 

 

ກອງປະຊຸມ, ໄດ້ຍົກໃຫ້ເຫັນວ່າ: ການໃຫ້ວັກຊິນ ແມ່ນການປົກປ້ອງເດັກທີ່ມີປະສິດທິພາບທີ່ສຸດ ຈາກພະຍາດທີ່ອັນຕະລາຍຕໍ່ຊີວິດ, ເປັນວຽກງານບຸລິມະສິດໃນການສ້າງພຸມຄຸ້ມກັນແຫ່ງຊາດ ແລະ ຄວາມມຸ່ງໝັ້ນຂອງລັດຖະບານ; ກະຊວງສາທາລະນະສຸກ ໄດ້ໃຫ້ຄວາມສໍາຄັນຕໍ່ການສ້າງຄວາມເຂັ້ມແຂງ ດ້ານການບໍລິການສັກຢາກວັກຊິນ ແລະ ເພື່ອຮັບປະກັນວ່າເດັກນ້ອຍຢູ່ລາວທຸກໆຄົນໄດ້ຮັບວັກຊິນ, ການມີສ່ວນຮ່ວມຂອງທຸກພາກສ່ວນໃນການສົ່ງເສີມໂຄສະນາກ່ຽວກັບການໃຫ້ວັກຊິນໂປລິໂອໃນລະດັບຊາດແມ່ນມີຄວາມສຳຄັນຫຼາຍຕໍ່ຊຸມຊົນ ແລະ ຢູ່ເຂດຫ່າງໄກສອກຫຼີກ; ການປົກປ້ອງສຸຂະພາບຂອງເດັກແມ່ນຕ້ອງອາໄສຂໍ້ມູນທີ່ໜ້າເຊື່ອຖື ແລະ ການມີສ່ວນຮ່ວມຂອງຊຸມຊົນ ເພື່ອຊ່ວຍກັນໂຄສະນາໃຫ້ປະຊາຊົນລາວບັນດາເຜົ່າ ມີຄວາມເຂົ້າໃຈຕໍ່ວຽກງານປ້ອງກັນ-ຮັກສາສຸຂະພາບ ແລະ ໄດ້ຮັບວັກຊິນກັນພະຍາດຢ່າງຄົບຖ້ວນກວ້າງຂວາງທົ່ວເຖິງ ຕາມຫຼັກການວຽກງານໂພຊະນາການ ຂອງກະຊວງສາທາລະນະສຸກ ເພື່ອໃຫ້ເດັກນ້ອຍລາວທຸກໆຄົນມີສຸຂະພາບທີ່ດີ.

ເສມສາງວຽກງານການຮວມມ ເພອສຂະພາບເດກ ໃນ ສປປ ລາວ - image 2
 

ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ອົງການປົກຄອງພັກ-ລັດ ແຕ່ສູນກາງຮອດທ້ອງຖິ່ນ, ອົງການອຸຍນິເຊັບ ປະຈໍາລາວ ແລະ ອົງການຈັດຕັ້ງສາກົນທຸກພາກສ່ວນ ທີ່ໄດ້ເຄື່ອນໄຫວວຽກງານດັ່ງກ່າວ ຢ່າງມີຜົນສຳເລັດໃນແຕ່ລະໄລຍະ ແລະ ໄດ້ເນັ້ນຕື່ມວ່າ: ໃຫ້ທຸກພາກສ່ວນສືບຕໍ່ປັບປຸງລະບົບປະສານງານໃຫ້ມີຄວາມກົມກຽວ, ໃຫ້ມີການແບ່ງວຽກງານກັນລະອຽດກໍານົດພາລະບົດ ບາດຂອງແຕ່ລະພາກສ່ວນໃຫ້ສາມາດເຄື່ອນໄຫວໄດ້ສະດວກ, ຖືກຕ້ອງ ໂດຍສະເພາະການໂຄສະນາສຶກສາອົບຮົມນໍາເອົາແນວທາງຂອງພັກເຂົ້າສູ່ການປະຕິບັດຕົວຈິງຢ່າງເປັນຮູບປະທໍາ, ໂຄສະນາເຜີຍແຜ່ວຽກງານດັ່ງກ່າວໃຫ້ກວ້າງຂວາງທົ່ວເຖິງໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈ, ນຳພາປະຊາຊົນເຮັດ ແລະ ປະຊາຊົນປະຕິບັດ, ໂຄສະນາດ້ວຍຫຼາຍຮູບແບບ ເປັນຕົ້ນນຳໃຊ້ພາສາທ້ອງຖິ່ນ ແລະ ເຄົາລົບຮີດຄອງປະເພນີທີ່ຖືກຕ້ອງ; ເສີມຂະຫຍາຍບົດບາດຜູ້ຊົງຄຸນວຸດທິໃຫ້ມີສ່ວນຮ່ວມ, ປະກອບສ່ວນເຂົ້າໃນການສຶກສາອົບຮົມໃຫ້ປະຊາຊົນມີການປ່ຽນແປງທາງດ້ານພຶດຕິກຳ, ສ້າງຕາໜ່າງແນວໂຮມຄອບຄົວແນວໂຮມເປັນຄອບຄົວແບບຢ່າງດ້ານສາທາລະນະສຸກ ແລະ ສ້າງຄວາມໝັ້ນໃຈໃນການບໍລິການສຸຂະພາບ ເພື່ອໃຫ້ເດັກທຸກໆຄົນ ໄດ້ຮັບວັກຊິນປ້ອງກັນພະຍາດ ແລະ ຮຽກຮ້ອງໃຫ້ອົງການອຸຍນິເຊັບສືບຕໍ່ໃຫ້ການຮ່ວມມື ແລະ ໃຫ້ການສະໜັບສະໜູນວຽກງານສຸຂະພາບ ໃຫ້ແກ່ ສປປ ລາວ ໃນຫຼາຍຮູບການຕື່ມອີກ.

ເສມສາງວຽກງານການຮວມມ ເພອສຂະພາບເດກ ໃນ ສປປ ລາວ - image 3
 

ຂ່າວ+ພາບ: ເຢ

ຄໍາເຫັນ

ຂ່າວການຮ່ວມມື

WFP ລົງພື້ນທີ່ຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

WFP ລົງພື້ນທີ່ຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

​ໃນວັນທີ 4 ພະຈິກນີ້ ທີ່ບ້ານນາກະທ້າງ ເມືອງຈຳພອນ ແຂວງສະຫວັນນະເຂດ ປະຊາຊົນໄດ້ຮັບເງິນຊ່ວຍເຫຼືອຈາກອົງການອາຫານໂລກ (WFP) ເພື່ອບັນເທົາຄວາມທຸກຍາກ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມໃນໄລຍະຜ່ານມາ ຈໍານວນ 3 ຕື້ກວ່າກີບ, (ຄົນໜຶ່ງໄດ້ຮັບ 1,350.000 ກີບ). ເປັນກຽດໃນພິທີ ມີທ່ານ ລັດຕະນາ ໄຊຍະບັນຊາ ຮອງປະທານຄະນະກຳມະການປົກຄອງເມືອງຈຳພອນ, ທ່ານ ເກີດ ບູຕາ ຜູ້ປະສານງານດ້ານການກຽມຄວາມພ້ອມ ແລະ ຕອບໂຕ້ໄພພິບັດອົງການອາຫານໂລກ, ພະນັກງານທີ່ກ່ຽວຂ້ອງ ພ້ອມດ້ວຍປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ຕ້ອນຮັບຄະນະຜູ້ແທນສະພາທິດສະດີສູນກາງພັກກອມມູນິດຫວຽດນາມ

ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ຕ້ອນຮັບຄະນະຜູ້ແທນສະພາທິດສະດີສູນກາງພັກກອມມູນິດຫວຽດນາມ

ໃນຕອນເຊົ້າວັນທີ 5 ພະຈິກນີ້ ທີ່ຫ້ອງວ່າການສູນກາງພັກ,​ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນຂັ້ນສູງສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ນຳໂດຍ ສະຫາຍ ຫງວຽນ ຊ້ວນ ຖັງ ກໍາມະການກົມການເມືອງສູນກາງພັກ ສະໄໝທີ XIII ປະທານສະພາທິດສະດີສູນກາງພັກກອມມູນິດຫວຽດນາມໃນໂອກາດທີ່ຄະນະຜູ້ແທນເດີນທາງມາເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີສອງພັກລາວ-ຫວຽດນາມ ຄັ້ງທີ XIII ທີ່ຝ່າຍລາວເປັນເຈົ້າພາບຈະຈັດຂຶ້ນໃນລະຫວ່າງວັນທີ 5-8 ພະຈິກ 2026 ທີ່ແຂວງອຸດົມໄຊ.
ຫົວໜ້າ ຄອສພ ຕ້ອນຮັບ ທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ຫົວໜ້າ ຄອສພ ຕ້ອນຮັບ ທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົສຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ ໃນວັນ ທີ 4 ພະຈິກນີ້ ທີ່ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ເນື່ອງໃນໂອກາດ ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວ.
ຮອງ ລມຕ ກະຊວງການຕ່າງປະເທດ ສປປ ລາວ ແລະ ສ ຕັດຈິກິດສະຖານ ປຶກສາຫາລືສອງຝ່າຍ

ຮອງ ລມຕ ກະຊວງການຕ່າງປະເທດ ສປປ ລາວ ແລະ ສ ຕັດຈິກິດສະຖານ ປຶກສາຫາລືສອງຝ່າຍ

ໃນວັນທີ 2 ພະຈິກ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ອີດີເບັກ ກາລັນດາ (Idibek Kalandar) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕັດຈິກິດສະຖານ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 1-3 ພະຈິກ 2026 ເພື່ອປຶກສາຫາລື ກ່ຽວກັບ ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ຕັດຈິກິດສະຖານ.
ອາເມຣິກາ ແລະ WFP ມອບເງິນ 19 ຕື້ກວ່າກີບ ຊ່ວຍປະຊາຊົນ 4 ເມືອງ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

ອາເມຣິກາ ແລະ WFP ມອບເງິນ 19 ຕື້ກວ່າກີບ ຊ່ວຍປະຊາຊົນ 4 ເມືອງ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

​ ວັນທີ 3 ພະຈິກນີ້ ທີ່ບ້ານດົງໝາກໄຟ ເມືອງໄຊບູລີ ແຂວງສະຫວັນນະເຂດ, ໄດ້ຈັດພິທີເປີດກິດຈະກຳການມອບເງິນສົດເພື່ອຊ່ວຍເຫຼືອຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໂດຍການເປັນປະທານຮ່ວມຂອງທ່ານ ທອງໃສ ໄຊຍະວົງຄໍາດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ທ່ານ ພົງໄຊສັກ ອິນທະລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ນາງ ມີກເຊວ ເອົາຫຼໍ່ ອຸປະທູດສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ທ່ານ ມາກ ອັງເດຣ ໂພຣສ ຜູ້ອຳນວຍການອົງການອາຫານໂລກ (WFP) ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນທີ່່ກຽວຂ້ອງເຂົ້າຮ່ວມ.
ສະຫາຍ ທອງສະຫວັນ ພົມວິຫານ ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ

ສະຫາຍ ທອງສະຫວັນ ພົມວິຫານ ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ

ໃນວັນທີ 3 ພະຈິກນີ້, ທີ່ເຮືອນຮັບແຂກລັດຖະບານຕ້ຽວ ຢູ ຖາຍ ນະຄອນຫຼວງປັກກິ່ງ ສປ ຈີນ, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຫວັງ ອີ້ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11 ໃນລະຫວ່າງວັນທີ 3-4 ພະຈິກ 2026 ທີ່ ນະຄອນຫຼວງປັກກິ່ງ ສປ ຈີນ.
ຍີ່ປຸ່ນ ຊ່ວຍສ້າງໂຮງຮຽນ ​ອະ​ນຸ​ບານແລະປະ​ຖົມຢູ່ເມືອງນາໝໍ້

ຍີ່ປຸ່ນ ຊ່ວຍສ້າງໂຮງຮຽນ ​ອະ​ນຸ​ບານແລະປະ​ຖົມຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອລ້າຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງເມືອງນາໝໍ້ ແຂວງອຸດົມໄຊໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ແຂວງ​ອຸ​ດົມ​ໄຊ, ຮ່ວມ​ລົງ​ນາມ​ໂດຍທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວແລະທ່ານ ວົງວັນ ສີວິໄລ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງນາໝໍ້, ໂດຍ​ມີທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງອຸດົມໄຊແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນ​ສັກ​ຂີ​ພິ​ຍານ​ນໍ​າ.
ພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ

ພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ

ໃນວັນທີ 2 ພະຈິກຜ່ານມາ,ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມງານພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ ຢູ່ທີ່ພື້ນທີ່ຊຸ່ມນໍ້າໜອງແດ, ແຂວງອຸດອນທານີ ປະເທດໄທ. ຊຶ່ງມີ ທ່ານ ອານຸທິນ ຊານວິລະກູນ ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງມະຫາດໄທ ເຂົ້າຮ່ວມເປັນປະທານໃນພິທີ.
ສະພາແຫ່ງຊາດ​ ລາວ-ຫວຽດນາມພົບປະ​ສອງຝ່າຍ

ສະພາແຫ່ງຊາດ​ ລາວ-ຫວຽດນາມພົບປະ​ສອງຝ່າຍ

ວັນທີ 3 ພະຈິກນີ້, ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ,​ສະຫາຍ ສອນໄຊ ສີພັນດອນກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດແຫ່ງ ສປປລາວ ພົບປະຢ່າງເປັນທາງການກັບສະຫາຍ ເຈິ່ນ ແທັງ ເໝິ້ນກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດຫວຽດນາມໃນໂອກາດເຄື່ອນໄຫວຢ້ຽມຢາມ ສສຫວຽດນາມ ຢ່າງເປັນທາງການ ຊຶ່ງເປັນການຢ້ຽມຢາມຕ່າງປະເທດຄັ້ງທໍາອິດ ພາຍຫຼັງໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດລາວ ຊຸດທີ X.
ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ໃນທ້າຍເດືອນຕຸລາຜ່ານມາ, ຄະນະນັກສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົບວຽກງານພະນັກງານນໍາພາ-ຄຸ້ມຄອງສື່ມວນຊົນ ສປປ ລາວ ໄດ້ໄປທັດສະນະພົບປະແລກປ່ຽນບົດຮຽນກັບໜັງສືພິມ ແລະ ວິທະຍຸ-ໂທລະພາບຫາຍຟອງ ຊຶ່ງນໍາໂດຍທ່ານນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນຄະນະໂຄສະນາອົບຮົມສູນກາງພັກ.
ເພີ່ມເຕີມ