ສນຊ ເຜີຍແຜ່ຜົນສໍາເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ສນຊ ເຜີຍແຜ່ຜົນສໍາເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI
ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມເຜີຍແຜ່ຜົນສໍາເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຂຶ້ນໃນວັນທີ 9 ຕຸລາ ນີ້ ທີ່ ສນຊ ໂດຍການເປັນປະທານເຜີຍແຜ່ເອກະສານຂອງ ທ່ານ ສິນລະວົງ ຄຸດໄພທູນ ປະທານ ສນຊ, ມີຄະນະພັກ, ສະມາຊິກພັກເຂົ້າຮ່ວມ.
    ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ປະກອບມີ: ມະຕິກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິ ຫານງານສູນກາງພັກ ສະໄໝທີ XI; ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກໃນໄລຍະຜ່ານມາ; ບົດລາຍງານກ່ຽວກັບການສະຫຼຸບ ການຈັດຕັ້ງປະຕິບັດກາງສະໄໝແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ XI (2021-2025) ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ແລະ ທິດທາງແຜນການທ້າຍສະໄໝຮອດປີ 2025; ມະຕິວ່າດ້ວຍການສືບຕໍ່ຍູ້ແຮງ ການຜັນຂະຫຍາຍແນວທາງປ່ຽນແປງໃໝ່ເຂົ້າສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນຳພາຂອງພັກ; ແຜນດຳເນີນງານເພື່ອຜັນຂະຫຍາຍມະຕິ ວ່າດ້ວຍການຍູ້ແຮງ ການຜັນຂະຫຍາຍແນວທາງປ່ຽນ ແປງໃໝ່ເຂົ້າສູ່ລວງເລິກ ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນຳພາຂອງພັກ.   
    ການເຜີຍແຜ່ຄັ້ງນີ້, ຈັດຂຶ້ນເພື່ອເຮັດໃຫ້ຄະນະພັກທຸກຂັ້ນ ແລະ ພະນັກງານ-ລັດຖະກອນທົ່ວ ສນຊ ໄດ້ເຊື່ອມຊຶມ, ຮັບຮູ້, ເຂົ້າໃຈ, ກໍາແໜ້ນເນື້ອໃນມະຕິກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຢ່າງເລິກເຊິ່ງທົ່ວເຖິງ ເປັນເຈົ້າການຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງໃນການປະຕິບັດມະຕິດັ່ງກ່າວໃຫ້ປະກົດຜົນເປັນຈິງ ແລະ ເປັນບ່ອນອີງໃຫ້ແກ່ຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງຜັນຂະຫຍາຍມະຕິດັ່ງກ່າວໃຫ້ເປັນແຜນງານ, ໂຄງການລະອຽດໂດຍຕິດພັນກັບວຽກງານຕົວຈິງ. 
ຂ່າວ-ພາບ: ບຸນຕອມ

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມໃຫ່ຍຄັ້ງທີ VIII ຜູ້ເເທນເເນວລາວສ້າງຊາດ ເມືອງນາເເລ

ກອງປະຊຸມໃຫ່ຍຄັ້ງທີ VIII ຜູ້ເເທນເເນວລາວສ້າງຊາດ ເມືອງນາເເລ

ກອງປະຊຸມຄັ້ງທີ VIII ຜູ້ເເທນເເນວລາວສ້າງຊາດ ເມືອງນາເເລ ແຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 20 ພຶດສະພາຜ່ານມາ ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງທ່ານ ສຸລິຕານ ຈອມສະຫັວນ ຮອງເລຂາພັກເມືອງ ປະທານກວດກາພັກ ຫົວໜ້າອົງການກວດກາລັດເມືອງ ປະທານເເນວລາວສ້າງຊາດເມືອງ.
ປະກາດການຈັດຕັ້ງສານປະຊາຊົນເຂດ II ແຂວງຜົ້ງສາລີ

ປະກາດການຈັດຕັ້ງສານປະຊາຊົນເຂດ II ແຂວງຜົ້ງສາລີ

ພິທີປະກາດ ການຈັດຕັ້ງສານປະຊາຊົນເຂດ II ແຂວງຜົ້ງສາລີ ແລະ ເລື່ອນຊັ້ນຜູ້ພິພາກສາສານປະຊາຊົນໄດ້ຈັດຂຶ້ນໃນວັນທີ 20 ພຶດສະພາຜ່ານມາ ທີ່ຫ້ອງການ ການເງິນ ເມືອງຂວາ ແຂວງຜົ້ງສາລີ ໂດຍການເປັນປະທານຂອງ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ.
ຫາລືວຽກງານການສ້າງ, ປັບປຸງນິຕິກໍາ ແລະ ປະເມີນຂໍ້ຕົກລົງຂອງເຈົ້າແຂວງ 4 ສະບັບ

ຫາລືວຽກງານການສ້າງ, ປັບປຸງນິຕິກໍາ ແລະ ປະເມີນຂໍ້ຕົກລົງຂອງເຈົ້າແຂວງ 4 ສະບັບ

ໃນວັນທີ 20 ພຶດສະພາຜ່ານມາ ທີ່ສະພາປະຊາຊົນແຂວງສາລະວັນ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ແລະ ວຽກງານການຕິດຕາມກວດກາ ການປະເມີນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ຈໍານວນ 4 ສະບັບ ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ.
ຫຼວງນ້າທາ ປະກາດການແຕ່ງຕັ້ງການນໍາເມືອງ

ຫຼວງນ້າທາ ປະກາດການແຕ່ງຕັ້ງການນໍາເມືອງ

ເມື່ອບໍ່ດົນມານີ້, ຢູ່ທີ່ສະໂມສອນ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາໄດ້ຈັດພິທີປະກາດແຕ່ງຕັ້ງ ແລະ ມອບຮັບໜ້າທີການນຳ ເມືອງຫຼວງນ້ຳທາ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່, ໂດຍການເປັນປະທານຂອງ ທ່ານ ຄຳຟອງ ອິນມະນີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ.
ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ໜ່ວຍພັກສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ

ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ໜ່ວຍພັກສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ

ໃນວັນທີ 12 ພຶດສະພາ ຜ່ານມາ ທີ່ຫ້ອງປະຊຸມສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ), ໜ່ວຍພັກສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂຶ້ນໂດຍການເປັນປະທານຂອງສະຫາຍ ອູສະຫວັນ ທ່ຽງເທບວົງສາ ກຳມະການຄະນະພັກເລຂາໜ່ວຍພັກ ສວສສຊ; ໃຫ້ກຽດເຂົ້າຮ່ວມກອງປະຊຸມມີສະຫາຍ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາຄະນະພັກ ສວສສຊ,
ໄຂກອງປະຊຸມໃຫຍ່ຜູ້ແທນສະຫະພັນແມ່ຍິງແຂວງຫຼວງນ້ຳທາ ຄັ້ງທີ X

ໄຂກອງປະຊຸມໃຫຍ່ຜູ້ແທນສະຫະພັນແມ່ຍິງແຂວງຫຼວງນ້ຳທາ ຄັ້ງທີ X

ກອງປະຊຸມໃຫຍ່ຜູ້ແທນສະຫະພັນແມ່ຍິງ ແຂວງຫຼວງນ້ຳທາຄັ້ງທີ X ໄດ້ໄຂຂຶ້ນ ແລະ ສຳເລັດລົງ ໃນວັນທີ 13 ພຶດສະພາຜ່ານມາ ຢູ່ທີ່ສະໂມສອນແຂວງ ໂດຍການເປັນປະທານຂອງສະຫາຍ ນາງ ບົວວັນ ພົມມະລິດ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ, ເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີແຂກຖືກເຊີນ ເຂົ້າຮ່ວມ.
ສະມາຊິກສະພາປະຊາຊົນແຂວງສະຫວັນນເຂດ ເຜີຍແຜ່ກົດໝາຍ ຢູ່ເມືອງໄຊພູທອງ

ສະມາຊິກສະພາປະຊາຊົນແຂວງສະຫວັນນເຂດ ເຜີຍແຜ່ກົດໝາຍ ຢູ່ເມືອງໄຊພູທອງ

ວັນທີ 13 ພຶດສະພານີ້, ທ່ານ ກົງແກ້ວ ມີວໍລະຈັກ ຄະນະປະຈໍາສະພາປະຊາຊົນແຂວງ ປະທານສະພາປະຊາຊົນແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາການຈັດຕັ້ງປະຕິບັດ ແລະ ເຜີຍແຜ່ກົດໝາຍໃນຂົງເຂດເສດຖະກິດ ຢູ່ເມືອງໄຊພູທອງ.
ກະຊວງການຕ່າງປະເທດ ເຜີຍແຜ່ເອກະສານສໍາຄັນຂອງພັກ ແລະ ມອບໃບຢັ້ງຢືນໜ່ວຍພັກ

ກະຊວງການຕ່າງປະເທດ ເຜີຍແຜ່ເອກະສານສໍາຄັນຂອງພັກ ແລະ ມອບໃບຢັ້ງຢືນໜ່ວຍພັກ

ໃນວັນທີ 13 ພຶດສະພານີ້, ກະຊວງການຕ່າງປະເທດ ໄດ້ຈັດເຜີຍແຜ່ຜົນສຳເລັດກອງປະຊຸມວຽກ​ງານ​ກໍ່ສ້າງ​ພັກ-ພະນັກງານ ​ແລະ ປັບປຸງ​ກົງຈັກ​ການຈັດ​ຕັ້ງທົ່ວ​ປະ​ເທດປະ​ຈໍາປີ 2024 ແລະ ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ຂຶ້ນທີ່ຫ້ອງປະຊຸມໃຫຍ່ຂອງກະຊວງໂດຍໃຫ້ກຽດເປັນປະທານ ແລະ ເຜີຍແຜ່ເອກະສານ ໂດຍສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງການຕ່າງປະເທດ; ມີຄະນະພັກ, ຄະນະນຳ, ຄະນະໜ່ວຍ ພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ກອງປະຊຸມໃຫຍ່ສະມາຊິກພັກ ຄະນະພັກຮາກຖານຫ້ອງການ ຄບຕ ຄັ້ງທີ IV

ກອງປະຊຸມໃຫຍ່ສະມາຊິກພັກ ຄະນະພັກຮາກຖານຫ້ອງການ ຄບຕ ຄັ້ງທີ IV

ກອງປະຊຸມໃຫຍ່ສະມາຊິກພັກ ຄະນະພັກຮາກຖານຫ້ອງການຄຸ້ມຄອງ ແລະ ບໍລິການຕົົວເມືອງວຽງຈັນ (ຄບຕ) ຄັ້ງທີ IV ໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ ຜ່ານມາ ໂດຍການເຂົ້າຮ່ວມຂອງ ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ), ມີສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໄຂກອງປະຊຸມໃຫຍ່ຄັ້ງທີ VI ຄະນະບໍລິຫານງານພັກກອງບັນຊາການທະຫານແຂວງສະຫວັນນະເຂດ

ໄຂກອງປະຊຸມໃຫຍ່ຄັ້ງທີ VI ຄະນະບໍລິຫານງານພັກກອງບັນຊາການທະຫານແຂວງສະຫວັນນະເຂດ

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງຄະນະບໍລິຫານງານພັກກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ໄຂຂຶ້ນໃນວັນທີ 12 ພຶດສະພານີ້, ທີ່ສະໂມສອນຫ້ອງວ່າການແຂວງ,ໂດຍການເປັນປະທານກິດມະສັກຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີຄະນະພັກກອງບັນຊາການ, ສະມາຊິກພັກ ແລະ ແຂກຖືກເຊີນຈາກພະແນກການ, ກົມກອງຕ່າງໆອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ