ສນ​ຊ ພົບ​ປະພະ​ນັກ​ງານ​ປະ​ຕິ​ວັດ​ອາ​ວຸ​ໂສ​ບຳ​ນານ ເນື່ອງໃນໂອກາດວັນປະກາດເອກະລາດ

ສນ​ຊ ພົບ​ປະພະ​ນັກ​ງານ​ປະ​ຕິ​ວັດ​ອາ​ວຸ​ໂສ​ບຳ​ນານ ເນື່ອງໃນໂອກາດວັນປະກາດເອກະລາດ
ກອງ​ປະ​ຊຸມພົບປະລະຫວ່າງ ຄະນະປະຈໍາສູນກາງແນວລາວສ້າງຊາດ (ສນຊ) ກັບພະ​ນັກ​ງານ​ປະ​ຕິ​ວັດ​ອາ​ວຸ​ໂສ​ບຳ​ນານ ແລະ ສະມາຄົມຜູ້ອາຍຸສູງ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 12 ຕຸ​ລາ ນີ້ ທີ່​ ສນ​ຊ ໂດຍ​ການ​ເປັນ​ປະ​ທານ​ຂອງ ທ່ານ ສິນ​ລະ​ວົງ ຄຸດ​ໄພ​ທູນ ປະ​ທານ ສນຊ, ມີ​​ຜູ້​ຕາງ​ໜ້າ​ຈາກ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ, ພະ​ນັກ​ງານ​ປະ​ຕິ​ວັດ​ອາ​ວຸ​ໂສ​ບຳ​ນານ ແລະ ສະມາຄົມຜູ້ອາຍຸສູງເຂົ້າ​ຮ່ວມ.
ທ່ານ ສິນ​ລະ​ວົງ ຄຸດ​ໄພ​ທູນ ກ່າວ​ວ່າ: ການພົບປະຄັ້ງນີ້ເພື່ອສະເຫຼີມສະຫຼອງວັນປະກາດເອກະລາດ 12 ຕຸລາ ຄົບຮອບ 78 ປີ (1945-2023) ຊຶ່ງເປັນວັນທີ່ມີຄວາມໝາຍສໍາຄັນຍິ່ງ ເພາະເປັນວັນປະກາດເອກະລາດຂອງປະເທດລາວຕໍ່ຊາວໂລກຢ່າງເປັນທາງການ, ເປັນໄຊຊະນະທີ່ມີຄວາມໝາຍສຳຄັນທີ່ສຸດທາງປະຫວັດສາດຂອງຊາດ; ເປັນໄຊຊະນະແຫ່ງການນຳພາອັນຖືກຕ້ອງ ສະຫຼາດສ່ອງໃສຂອງພັກກອມມູນິດອິນດູຈີນ, ມັນແມ່ນໝາກຜົນແຫ່ງການເສີມຂະຫຍາຍມູນເຊື້ອຮັກຊາດ, ເດັດດ່ຽວບໍ່ຍອມຈຳນົນ, ນໍ້າໃຈສາ ມັກຄີແໜ້ນແກ່ນຂອງປະຊາຊົນລາວທັງຊາດ ເຂົ້າໃນການກອບກູ້ເອກະລາດແຫ່ງຊາດ, ແມ່ນໄຊຊະນະແຫ່ງຄວາມສາມັກຄີຕໍ່ສູ້ອັນແໜ້ນແກ່ນຂອງປະຊາຊົນ 3 ຊາດອິນດູຈີນ.
ການປະກາດເອກະລາດໃນວັນທີ 12 ຕຸລາ 1945 ໄດ້ເຮັດໃຫ້ຊາວໂລກຮັບຮູ້ດິນແດນອັນຄົບຖ້ວນຂອງລາວ, ເປັນໄຊຊະນະທີ່ຍິ່ງໃຫຍ່ທາງປະຫວັດສາດຂອງປະຊາຊົນລາວ. ຈາກໄຊຊະນະດັ່ງກ່າວໄດ້ສົ່ງຜົນເຮັດໃຫ້ພັກ ແລະ ປະຊາຊົນລາວມີປະສົບການຫຼາຍຢ່າງ, ສ້າງໃຫ້ພັກມີກຳລັງປະຕິວັດໃໝ່, ມີທ່ວງທ່າໃໝ່ ເພີ່ມຄວາມເຊື່ອໝັ້ນຕໍ່ໄຊຊະນະໃນການຕໍ່ຕ້ານ ພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ທີ່ກັບຄືນມາຮຸກຮານລາວເທື່ອໃໝ່ ແລະ ຕ້ານການແຊກແຊງຂອງຈັກກະພັດລ່າເມືອງຂຶ້ນແບບໃໝ່ ຈົນນໍາມາສູ່ການປົດປ່ອຍປະເທດຊາດຢ່າງສົມບູນ ແລະ ສະຖາປະນາເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະ ຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975.
ໂອກາດນີ້, ທ່ານ ສິນລະວົງ ຄຸດໄພທູນ ໄດ້ແລກປ່ຽນຄຳເຫັນໃນ 4 ບັນຫາຄື: 1. ພວກເຮົາມາທົບທວນນຳກັນວ່າຕະຫຼອດໄລຍະ 78 ປີຜ່ານມາ, ພວກເຮົາມີຜົນສຳເລັດສຳຄັນຫຍັງແດ່?, 2. ປັດຈຸບັນພວກເຮົາພວມປະເຊີນໜ້າກັບຄວາມເຄັ່ງຮ້ອນຫຍັງແດ່?, 3. ພວກເຮົາຈະພ້ອມກັນຜ່ານຜ່າແນວໃດ?, 4. ສະພາບການປັດຈຸບັນຮຽກຮ້ອງໃຫ້ຜູ້ອາວຸໂສ ແລະ ອົງການຈັດຕັ້ງມະຫາຊົນພວກເຮົາມີສ່ວນຮ່ວມນຳກັນແນວໃດ?. ໃນກອງປະຊຸມຜູ້ເຂົ້າຮ່ວມ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ກ່ຽວ​ກັບ ວຽກ​ງານ​ສະ​ມາ​ຄົມ​ຜູ້​ອາ​ຍຸ​ສູງ, ມາດ​ຕະ​ການ​ແກ້​ໄຂ​ບັນ​ຫາ​ເງິນ​ເຟີ້, ຄ່າ​ຄອງ​ຊີບ​ສູງ ແລະ ລາ​ຄາ​ສິນ​ຄ້າ, ສະ​ພາບ ແລະ ການ​ແກ້​ໄຂ​ບັນ​ຫາ​ຂໍ້​ຫຍຸ້ງ​ຍາກຢູ່​ນະ​ຄອນຫຼວງວຽງ​ຈັນ ແລະ ມອບ​ຫຼຽນ​ກາລະ​ນຶກ 60 ປີຂອງ​ແນວ​ລາວ​ສ້າງ​ຊາດໃຫ້​ແກ່​ນັກ​ຮົບ​ປະ​ຕິ​ວັດ ແລະ ສະມາ​ຊິກ​ສະ​ມາ​ຄົມ​ຜູ້​ອາ​ຍຸສູງ​ຈຳ​ນວນ​ໜຶ່ງ. ​ຈາກນັ້ນ​ບັນ​ດາ​ຜູ້​ເຂົ້າ​ຮ່ວມ ​ໄດ້​ໄປ​ຢ້ຽມ​ຊົມ​ພິ​ພິ​ທະ​ພັນ​ສິ​ລະ​ປະ​ລາວ, ຢ້ຽມ​ຊົມ ແລະ ຊື້​ສິນ​ຄ້າ​ລາວໃນງານ​ວາງ​ສະ​ແດງ​ສິນ​ຄ້າ​ລາວ ຢູ່​ທີ່​ສູນ​ການ​ຄ້າ​ໂພນ​ຕ້ອງ-ຈອມ​ມະ​ນີ ຕື່ມອີກ.
ຂ່າວ-ພາບ: ບຸນ​ຕອມ

ຄໍາເຫັນ

ຂ່າວການເມືອງ

ຄະນະບໍລິຫານງານພັກແຂວງວຽງຈັນ ຈັດກອງປະຊຸມຄົບຄະນະຄັ້ງທີ 2 ສະໄໝທີ Vll.

ຄະນະບໍລິຫານງານພັກແຂວງວຽງຈັນ ຈັດກອງປະຊຸມຄົບຄະນະຄັ້ງທີ 2 ສະໄໝທີ Vll.

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ຄັ້ງທີ 2 ສະໄໝທີ Vll ຈັດຂຶ້ນໃນວັນທີ 17 ພະຈິກນີ້ ທີ່ຫ້ອງປະຊຸມຊັ້ນ3 ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຕາງໜ້າຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມ.
ຈະປັບປຸງ ກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ

ຈະປັບປຸງ ກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ

ໃນການຂຶ້ນຊີ້ແຈງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ; ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ຊີ້ແຈງກ່ຽວກັບກົນໄກ ແລະ ວິທີການຕ່າງໆ ໃນການຕິດຕາມ, ຊຸກຍູ້ການແກ້ໄຂຜົນການກວດສອບ ຊຶ່ງໃນນີ້ ກໍໄດ້ຊີ້ແຈງກ່ຽວກັບຂໍ້ສະເໜີຂອງສະມາຊິກສະພາແຫ່ງຊາດ ໃຫ້ມີການປັບປຸງກົດໝາຍວ່າດ້ວຍການກວດສອບແຫ່ງລັດກ່ຽວກັບການເພີ່ມພາລະບົດບາດ, ສິດຂອງອົງການກວດສອບແຫ່ງລັດໃນການແກ້ໄຂຜົນການກວດສອບໃຫ້ຈະແຈ້ງແລະເຂັ້ມງວດຂຶ້ນ.
ຊີ້ແຈງການເກັບກູ້ຊັບສິນຄືນໃຫ້ລັດ ຍັງເຮັດໄດ້ໜ້ອຍ ພ້ອມສະເໜີບາງທິດທາງແກ້ໄຂ

ຊີ້ແຈງການເກັບກູ້ຊັບສິນຄືນໃຫ້ລັດ ຍັງເຮັດໄດ້ໜ້ອຍ ພ້ອມສະເໜີບາງທິດທາງແກ້ໄຂ

ໃນວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ, ທ່ານ ສຸກຄຳເພັດ ເຮືອງບຸດສີ ຮອງປະທານກວດກາສູນກາງພັກ ໄດ້ຂຶ້ນຊີ້ແຈງຫຼາຍຂໍ້ຊັກຖາມ ໃນການປະກອບຄໍາຄິດເຫັນຂອງຄະນະປະຈໍາສະພາແຫ່ງຊາດແລະບັນດາທ່ານສສຊທີ່ໄດ້ຍົກຂຶ້ນຕໍ່ກັບວຽກງານຂອງອົງການກວດກາແຫ່ງລັດໃນໄລຍະຜ່ານມາແລະບັນດາຂໍ້ສະເໜີໃຫ້ກັບວຽກງານກວດກາໃນຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ. ໃນນີ້, ກໍໄດ້ຊີ້ແຈງກ່ຽວກັບການກວດພົບເຫັນຫຼາຍເປົ້າໝາຍກວດກາແລ້ວ, ແຕ່ການເກັບກູ້ຊັບສິນຄືນໃຫ້ລັດ ຍັງເຮັດໄດ້ໜ້ອຍ ແມ່ນຍ້ອນຫຼາຍປັດໄຈ.
ຄວາມຄືບໜ້າ 4 ມາດຕະການ ແກ້ໄຂຜົນການກວດສອບ-ກວດກາ ທີ່ກ່ຽວຂ້ອງກັບ ທຫລ

ຄວາມຄືບໜ້າ 4 ມາດຕະການ ແກ້ໄຂຜົນການກວດສອບ-ກວດກາ ທີ່ກ່ຽວຂ້ອງກັບ ທຫລ

ທ່ານ​ນາງ​ບຸນຄໍາວໍລະຈິດຜູ້ວ່າການ​ທະນາຄານ​ແຫ່ງ​ສປປ​ລາວ​(ທຫລ) ໄດ້ຂຶ້ນຊີ້ແຈງກ່ຽວກັບຄວາມຄືບໜ້າ, ຂໍ້ຫຍຸ້ງຍາກ ແລະ ທິດທາງມາດຕະການແກ້ໄຂໃນຕໍ່ໜ້າ ໃນການຈັດຕັ້ງປະຕິບັດ 4 ມາດຕະການທີ່ເປັນຄວາມຮັບຜິດຊອບຂອງ ທຫລຕາມມະຕິສະພາແຫ່ງຊາດສະບັບເລກທີ 140/ ສພຊ, ລົງວັນທີ 11 ທັນວາ 2024 ການແກ້ໄຂຜົນການກວດສອບ-ກວດກາ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ.
ຊີ້ແຈງການຫັກລົບມູນຄ່າໜ້າວຽກໂຄງການບໍ່ໄດ້ຈັດຕັ້ງປະຕິບັດ ແລະ ໂຄງການນອກແຜນ

ຊີ້ແຈງການຫັກລົບມູນຄ່າໜ້າວຽກໂຄງການບໍ່ໄດ້ຈັດຕັ້ງປະຕິບັດ ແລະ ໂຄງການນອກແຜນ

ກະຊວງການເງິນ ໄດ້ຕາງໜ້າລັດຖະບານ ຊີ້ແຈງເພີ່ມຕື່ມໃນຫຼາຍບັນຫາ ຕາມແຈ້ງການຂອງຄະນະເລຂາທິການສະພາແຫ່ງຊາດ ສະບັບເລກທີ 430/ຄລສ.ລຂ, ລົງວັນທີ 14 ພະຈິກ 2025 ໂດຍສະເພາະແມ່ນການແກ້ໄຂຜົນການກວດກາຂອງອົງການກວດກາແຫ່ງລັດ ແລະ ຜົນການກວດສອບຂອງອົງການກວດສອບແຫ່ງລັດ; ໃນນີ້, ກໍໄດ້ຊີ້ແຈງກ່ຽວກັບຜົນການກວດກາແຫ່ງລັດ ຕາມມະຕິ 139/ສພຊ ກໍຄືການແກ້ໄຂຜົນການກວດກາ ໄລຍະ 2021-2025 ທີ່ຍັງຄ້າງ ແລະ ແກ່ຍາວຜ່ານມາ 5 ບັນຫາຕົ້ນຕໍ ຊຶ່ງໃນນັ້ນ ກໍໄດ້ຊີ້ແຈງການຫັກລົບມູນຄ່າໜ້າວຽກໂຄງການທີ່ບໍ່ໄດ້ຈັດຕັ້ງປະຕິບັດ, ໂຄງການນອກແຜນ; ພ້ອມດຽວກັນ, ກໍໄດ້ສະເໜີທິດທາງໃນຕໍ່ໜ້າ ຕໍ່ກັບການສືບຕໍ່ແກ້ໄຂບັນຫາດັ່ງກ່າວ.
ອົງການກວດກາແຫ່ງລັດຈະສືບຕໍ່ກວດກາຄືນຫຼາຍໂຄງການ

ອົງການກວດກາແຫ່ງລັດຈະສືບຕໍ່ກວດກາຄືນຫຼາຍໂຄງການ

ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ປະຈໍາປີ 2026 ຂອງອົງການກວດກາແຫ່ງລັດ; ລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2023 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.
ສະພາ ສະເໜີຫຼາຍບັນຫາໃຫ້ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດເອົາໃຈໃສ່

ສະພາ ສະເໜີຫຼາຍບັນຫາໃຫ້ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດເອົາໃຈໃສ່

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.ທ່ານ ລີເບີ ລີບົວປາວ ປະທານກຳມາທິການແຜນການ,ການເງິນ ແລະ ການກວດສອບ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ບົດລາຍງານ ຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026.
5ປີຜ່ານມາ ອົງການກວດສອບແຫ່ງລັດກວດສອບ 600 ເປົ້າໝາຍ

5ປີຜ່ານມາ ອົງການກວດສອບແຫ່ງລັດກວດສອບ 600 ເປົ້າໝາຍ

5ປີຜ່ານມາ ອົງການກວດສອບແຫ່ງລັດສາມາດກວດສອບ ບັນລຸໄດ້ 600 ເປົ້າໝາຍ ເທົ່າກັບ 100% ຂອງຄາດໝາຍສູ້ຊົນທີ່ໄດ້ກຳນົດໄວ້,ສະເພາະປີ 2025 ໄດ້ສຳເລັດການຕິດຕາມ, ຊຸກຍູ້ ການແກ້ໄຂຜົນການກວດສອບ ຢູ່ບັນດາກະຊວງ-ອົງການ, ແຂວງ-ນະຄອນຫຼວງວຽງຈັນ ສຳເລັດ 39 ເປົ້າໝາຍ. ໃນນັ້ນ,ຂັ້ນສູນກາງ 13 ເປົ້າໝາຍ ແລະ ທ້ອງຖິ່ນ 26 ເປົ້າໝາຍ.
ກວດພົບໂຄງການລົງທຶນຂອງລັັດບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ

ກວດພົບໂຄງການລົງທຶນຂອງລັັດບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ

ອົງການກວດກາແຫ່ງລັດ ເຫັນວ່າໂຄງການລົງທຶນຂອງລັດ,ຄວາມເອົາໃຈໃສ່ຂອງເຈົ້າຂອງໂຄງການ ແລະ ບໍລິສັດຮັບເໝົາ ໃນການແກ້ໄຂບັນຫາຂໍ້ຄົງຄ້າງຕາມຜົນຂອງການກວດກາ ແຕ່ກໍຍັງເຫັນວ່າໃນການຈັດຕັ້ງປະຕິບັດໂຄງການຍັງບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ.
ກະຊວງການເງິນ ສະເໜີກດັດແກ້ແຜນງົບປະມານແຫ່ງລັດ

ກະຊວງການເງິນ ສະເໜີກດັດແກ້ແຜນງົບປະມານແຫ່ງລັດ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນລາຍງານການສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024 ແລະ ການດັດແກ້ແຜນງົບປະມານແຫ່ງລັດລາຍຮັບ-ລາຍຈ່າຍວິຊາການຂອງຂະແໜງການຂັ້ນສູງກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນ ປີ 2024 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ເພີ່ມເຕີມ