ສນຊ ສະເໜີ 7 ບັນຫາ ເພື່ອໃຫ້ສະພາແຫ່ງຊາດ ແລະ ສສຊພິຈາລະນາແກ້ໄຂໃນຕໍ່ໜ້າ

ສນຊ ສະເໜີ 7 ບັນຫາ ເພື່ອໃຫ້ສະພາແຫ່ງຊາດ ແລະ ສສຊພິຈາລະນາແກ້ໄຂໃນຕໍ່ໜ້າ
ໃນໄລຍະຜ່ານມາ,ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດແລະສະມາຊິກສະພາແຫ່ງຊາດ(ສສຊ), ສະມາຊິກສະພາປະຊາຊົນແຂວງໄດ້ເອົາໃຈໃສປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງແຂງແຮງຊຶ່ງບັນຫາສ່ວນໃຫຍ່ທີ່ຄະນະປະຈຳສູນກາງແນວລາວສ້າງຊາດໄດ້ສະເໜີແນະຕໍ່ກອງປະຊຸມສະພາແຫ່ງຊາດຄັ້ງຜ່ານມາໄດ້ຖືກແກ້ໄຂແລ້ວກໍຕາມແຕ່ກໍຍັງມີຄໍາສະເໜີ, ສ່ອງແສງຂອງປະຊາຊົນຈຳນວນໜຶ່ງຕໍ່ອົງການອຳນາດລັດຂອງພວກເຮົາ.
ທ່ານ ຄໍາໄຫຼ ສີປະເສີດ ຮອງປະທານຜູ້ປະຈໍາການ ສູນກາງແນວລາວສ້າງຊາດ (ສນຊ) ໄດ້ລາຍງານການຕິດຕາມການເຄື່ອນໄຫວວຽກງານກາງສະໄໝ 5 ປີ (2021-2025)ແລະ ທິດທາງແຜນການທ້າຍສະໄໝຮອດປີ 2025 ແລະ ການຈັດຕັ້ງປະຕິບັດແຜນການປະຈຳປີ2023 ແລະ ທິດທາງແຜນການປີ 2024ຂອງສະພາແຫ່ງຊາດຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IXໃນວັນທີ 10 ພະຈິກນີ້ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ທ່ານ ຄໍາໄຫຼ ສີປະເສີດ ກ່າວວ່າ: ຜ່ານມາເຖິງວ່າສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດແລະສສຊ, ສະມາຊິກສະພາປະຊາຊົນແຂວງໄດ້ເອົາໃຈໃສປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງແຂງແຮງກໍຕາມ ບັນຫາສ່ວນໃຫຍ່ທີ່ຄະນະປະຈຳ ສນຊໄດ້ສະເໜີແນະຕໍ່ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທີ 4ໄດ້ຖືກແກ້ໄຂແລ້ວກໍຕາມແຕ່ກໍຍັງມີຄໍາສະເໜີ, ສ່ອງແສງຂອງປະຊາຊົນຈຳນວນໜຶ່ງຕໍ່ອົງການອຳນາດລັດຂອງພວກເຮົາແລະຂໍຖືໂອກາດນີ້,ສະເໜີຕໍ່ສະພາແຫ່ງຊາດ, ສສຊ ເພື່ອພິຈາລະນາຊຸກຍູ້ແກ້ໄຂໃນຕໍ່ໜ້າມີດັ່ງນີ້: 1). ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ເຫັນວ່າ: ພະນັກງານ, ທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າຈຳນວນໜຶ່ງຍັງພົບຄວາມຫຍຸ້ງຍາກດ້ານການຍົກສູງຊີວິດການເປັນຢູ່ ແລະ ການມີສ່ວນຮ່ວມຂອງທົ່ວສັງຄົມ ໃນການຈັດຕັ້ງປະຕິບັດສອງວາລະແຫ່ງຊາດເຊັ່ນ:ບັນຫາເງິນກີບອ່ອນຄ່າ, ຄ່າຄອງຊີບສູງຂຶ້ນ, ບັນຫາຈັນຍາບັນ-ຈັນຍາທຳແພດໝໍ, ຂາດແຄນຄູສອນ,ຂາດແຄນແຮງງານ ແລະ ການຄຸ້ມຄອງເຂດເສດຖະກິດພິເສດ, ບັນຫາເສັ້ນທາງເປ່ເພສັນຈອນບໍ່ສະດວກກະທົບຕໍ່ການຜະລິດ-ທຸລະກິດ, ຕົ້ນທຶນການຜະລິດສູງຂຶ້ນຫຼາຍ; ໂດຍສະເພາະການເປີດປີທ່ອງທ່ຽວລາວປີ 2024 ຊຶ່ງບັນຫາທັງໝົດນີ້, ສະພາແຫ່ງຊາດ, ສນຊ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງພ້ອມກັນຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງຕິດຕາມການແກ້ໄຂຢ່າງຮີບດ່ວນ; 2). ການສ້າງ ແລະ ປັບປຸງກົດໝາຍຂອງບາງຂົງເຂດມີລັກສະນະຟ້າວຟັ່ງແລ່ນນໍາປະລິມານ, ການປະຕິບັດຂັ້ນຕອນການສ້າງ ແລະ ປັບປຸງກົດໝາຍບາງດ້ານຍັງບໍ່ທັນສອດຄ່ອງຕາມກົດໝາຍວ່າດ້ວຍການສ້າງນິຕິກໍາ; ຕົວຢ່າງ: ມີບາງກົດໝາຍປັບປຸງບໍ່ທັນມີການປະເມີນ, ໂດຍບໍ່ໄດ້ລົງທາບທາມປະຊາຊົນຢ່າງກວ້າງຂວາງ(ກົດໝາຍໃໝ່, ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍສິ່ງແວດລ້ອມແລະ ອື່ນໆ); 3). ສະເໜີສະພາແຫ່ງຊາດ ຊຸກຍູ້ການສະໜອງທຶນ ເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການຈັດສັນງົບປະມານແຫ່ງລັດຂອງກະຊວງທີ່ກ່ຽວຂ້ອງ, ທີ່ໄດ້ຮັບຮອງຈາກສະພາແຫ່ງຊາດ ແລະ ອອກເປັນມະຕິຢ່າງເປັນທາງການແລ້ວໃຫ້ຖືກຕາມກົດໝາຍທີ່ກຳນົດ. ໃນຫຼາຍປີຜ່ານມາ ເຫັນວ່າຊັກຊ້າກວ່າກຳນົດເວລາ; 4). ສະເໜີສະພາແຫ່ງຊາດຊຸກຍູ້, ຕິດຕາມກວດກາພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດຜົນການກວດກາຕາມຜົນການກວດສອບທີ່ສະພາແຫ່ງຊາດໄດ້ຮັບຮອງໃຫ້ໄດ້ຮັບການຈັັດຕັ້ງປະຕິບັດຢ່າງເຂັ້ມງວດເຊັ່ນ: ການເກັບກູ້ຊັບສິນ, ເງິນ,ຄຳ, ວັດຖຸມີຄ່າ, ນັບທັງການລົງວິໄນຕໍ່ບຸກຄົນທີ່ລະເມີດວິໄນແຜນການໆເງິນແລະກົດໝາຍບໍ່ເຂັ້ມງວດແລະ ອື່ນໆເຫັນວ່າ: ມີຫຼາຍມະຕິທີ່ສະພາແຫ່ງຊາດຮັບຮອງແລ້ວ ເຫັນວ່າ: ບໍ່ທັນສັກສິດເທື່ອ; 5). ຕໍ່ກັບສະມາຊິກສະພາແຫ່ງຊາດມີບາງກໍລະນີການລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດໃນແຕ່ລະຄັ້ງເຫັນວ່າ: ສະມາຊິກສະພາບາງທ່ານ ການກະກຽມເນື້ອໃນເອກະສານບໍ່ທັນແທດເໝາະກັບຈຸດພິເສດແຕ່ລະເປົ້າໝາຍຂອງທ້ອງຖິ່ນ; ສ່ວນຫຼາຍມີແຕ່ບັນລະຍາຍເອກະສານສະບັບດຽວ, ເວລາໃຫ້ປະຊາຊົນຊັກຖາມໜ້ອຍຫຼາຍ; 6). ໃນແຜນວຽກການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຖິງວ່າ: ມີມະຕິ, ມີແຜນການ,ແຕ່ເປັນແຜນກວມລວມທີ່ມະຫາພາກຫຼາຍກ່ວາ,ແຕ່ປະຊາຊົນຢາກໄດ້ແມ່ນໂຄງການ ແລະກິດຈະການຕົວຈິງໃນແຕ່ລະຂະແໜງການແລະແຕ່ລະແຂວງເຮັດຫຍັງແທ້?,ການສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າກໍຄວນເປັນຮູບປະທຳຕື່ມ, ການຈັດຫາແຫຼ່ງທຶນເພື່ືອສ້າງໂຄງການສາທາລະນະຍັງໜ້ອຍຫຼາຍ,ໃນນັ້ນສະເໜີພິຈາລະນາທຶນສຳລັບການປັບປຸງເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງຫຼວງແຂວງ-ແຂວງ, ເມືອງ-ເມືອງຕື່ມອີກແລະຕ້ອງມີທາງອອກໃຫ້ຊັດເຈນແຕ່ຫົວປີ;7). ການປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂບັນຫາຢາເສບຕິດ:ສະເໜີໃຫ້ເປີດຂະບວນການທີ່ກວ້າງຂວາງທົ່ວສັງຄົມແລະມີການບັນຊາປະຕິບັດເປັນປະຈຳວັນ, ສະເໜີໃຫ້ພິຈາລານາແກ້ໄຂໄວເຂົ້າຕື່ມຕໍ່ສູນບໍາບັດຜູ້ເສບຢາເສບຕິດເຫັນວ່າ: ແອອັດຫຼາຍເກີນໄປ.
ຂ່າວ: ພູວັນ, ພາບ: ສຸກສະຫວັນ

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ