ສູນ​ກາງ​ແນວລາວສ້າງຊາດ (ສນຊ) ແຕ່ລະຂັ້ນຈະໄດ້ສືບຕໍ່ບຸກບືນໃນການຈັດຕັ້ງປະຕິບັດບັນດາທິດຊີ້ນໍາ

ສນຊ ແຕ່ລະຂັ້ນຈະໄດ້ສືບຕໍ່ບຸກບືນໃນການຈັດຕັ້ງປະຕິບັດບັນດາທິດຊີ້ນໍາ ແຜນວຽກທີ່ໄດ້ກໍານົດໃນມະຕິ XI

ສນຊ ແຕ່ລະຂັ້ນຈະໄດ້ສືບຕໍ່ບຸກບືນໃນການຈັດຕັ້ງປະຕິບັດບັນດາທິດຊີ້ນໍາ  ແຜນວຽກທີ່ໄດ້ກໍານົດໃນມະຕິ XI
ໂດຍ: ບຸນອູ້ມ ສູນ​ກາງ​ແນວລາວສ້າງຊາດ (ສນຊ) ແຕ່ລະຂັ້ນຈະໄດ້ສືບຕໍ່ບຸກບືນໃນການຈັດຕັ້ງປະຕິບັດບັນດາທິດຊີ້ນໍາ ກໍຄືແຜນວຽກທີ່ໄດ້ກໍານົດໃນມະຕິ XI, ແຜນພັດທະນາແນວລາວສ້າງຊາດ, ໂດຍສະເພາະຜັນຂະຫຍາຍມະຕິ 04 ຂອງກົມການເມືອງສູນກາງພັກ

 

ກ່ຽວກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະມະຕິກອງປະຊຸມຄະນະກໍາມະການ ສນຊ ຄັ້ງທີ 3ສະໄໝທີ XI ເຂົ້າສູ່ພາກຕົວຈິງ.

ທ່ານນາງສີພະຈັນ ນັນທະວົງສາກຳມະການປະຈຳພັກປະທານກວດກາພັກ-ລັດຮອງປະທານສູນກາງແນວລາວສ້າງຊາດໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ:ແຜນວຽກຈຸດສຸມໃນ 6 ເດືອນທ້າຍປີ 2024,ການເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນວຽກງານຊົນເຜົ່າ: ສືບຕໍ່ສຶກສາອົບຮົມ, ປຸກລະດົມຂົນຂວາຍ ໃຫ້ປະຊາຊົນ 50 ຊົນເຜົ່າ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ພ້ອມກັນເຊີດຊູເສີມສ້າງນໍ້າໃຈຮັກຊາດ, ມີຄວາມຮັກແພງ, ຊ່ວຍເຫຼືອຊຶ່ງກັນ ແລະກັນ ແລະມີສະຕິຄວາມຕື່ນຕົວທາງດ້ານການເມືອງ, ເປັນເຈົ້າການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມຄົບຄະນະ ຄັ້ງທີ 7, 8 ຂອງຄະນະບໍລິຫານງານສູນກາງພັກ,ໂດຍສະເພາະມະຕິ 04 ຂອງກົມການເມືອງສູນກາງພັກກ່ຽວກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ລະບຽບກົດໝາຍ ແລະແຜນວຽກຈຸດສຸມ 6 ເດືອນທ້າຍປີ ຂອງລັດຖະບານ ແລະຂອງແນວລາວສ້າງຊາດ; ຕັ້ງໜ້າປະກອບສ່ວນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ດ້ວຍມາດຕະການຫັນລົງກໍ່ສ້າງຮາກຖານການເມືອງ ແລະ ຊວນເຊື່ອປະຊາຊົນເຂົ້າຮ່ວມຢ່າງກວ້າງຂວາງຊຶ່ງ ສນຊ ໄດ້ຈັດຕັ້ງການລົງຮາກຖານໄລຍະສັ້ນ 6 ເດືອນ ແລະລົງຮາກຖານກັບທີ່ ເພື່ອຊ່ວຍໜູນວຽກງານແນວລາວສ້າງຊາດ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ມີຜົນສໍາເລັດ; ລົງເຄື່ອນໄຫວຊຸກຍູ້ຕິດຕາມ ແລະ ປະເມີນຜົນ ຂອງການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຢູ່ ບັນດາແຂວງ, ນະຄອນຫຼວງ; ສືບຕໍ່ຕິດຕາມ, ຊຸກຍູ້ການເກັບກໍາສະຖິຕິຄອບຄົວ ແລະ ບ້ານທີ່ຮັບຮອງເປັນຄອບຄົວ ແລະ ບ້ານສາມັກຄີປອງດອງໃນ 6 ເດືອນທ້າຍປີ 2024;ສືບຕໍ່ປັບປຸງຂໍ້ຕົກລົງຮ່ວມມືດ້ານຂໍ້ມູນຊົນເຜົ່າ ລະຫວ່າງ ກົມຊົນເຜົ່າ ແລະ ສວນພຶກສາໃຫ້ສໍາເລັດ; ກະກຽມແຜນຝຶກອົບຮົມວຽກງານຊົນເຜົ່າຕາມໂຄງການຮ່ວມມື ລາວ-ຫວຽດນາມຢູ່ແຂວງຫົວພັນ; ສືບຕໍ່ຕິດຕາມແຜນຈັດກອງປະຊຸມພົບປະວຽກງານຊົນເຜົ່າຮ່ວມກັບ 10 ແຂວງທີ່ມີຊາຍແດນຕິດຈອດລະຫ່ວາງສປປ ລາວ ກັບ ສສ ຫວຽດນາມ ຢູ່ແຂວງສະຫວັນນະເຂດ.

ສະເພາະຄະນະທີ່ປືກສາວຽກງານຊົນເຜົ່າ: ສືບຕໍ່ລົງເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນບັນດາເຜົ່າທີ່ຢູ່ຫ່າງໄກສອກຫຼີກ ຢູ່ບັນດາແຂວງເປົ້າໝາຍວຽກງານສາສະໜາສືບຕໍ່ເກັບກໍາສະພາບສາສະໜາທີ່ເກີດຂຶ້ນຢູ່ບັນດາເມືອງ, ແຂວງໃນທົ່ວປະເທດ;ຄົ້ນຄວ້າອະນຸຍາດເຮັດໜັງສືຜ່ານແດນໃຫ້ພຣະສົງ-ສາມະເນນເດີນທາງໄປຕ່າງປະເທດ; ຕິດຕາມອົງການພຸດທະສາສະໜາ ແຫ່ງ ສປປ ລາວ ເຂົ້າຮ່ວມຝຶກອົບຮົມວຽກງານສາສະໜາທີ່ ສປ ຈີນ; ສືບຕໍ່ຂະຫຍາຍການຮ່ວມມືວຽກງານສາສະໜາ ກັບກົມກິດຈະການສາສະໜາ ແຫ່ງ ສປ ຈີນ; ປະສານກັບພາກສ່ວນກ່ຽວຂ້ອງ ເພື່ອເກັບກໍາສະຖິຕິຜູ້ເຊື່ອສາສະໜາ, ບັນດາສາສະນະສາຖານ ຂອງສາສະໜາຕ່າງ ໃນນະຄອນຫຼວງວຽງຈັນ; ສົມທົບກັບກົມວຽກງານຊົນເຜົ່າ ແລະ ສາສະໜາ ກະຊວງພາຍໃນ ປັບປຸງການແບ່ງຄວາມຮັບຜິດຊອບ ລະຫວ່າງ ສນຊ ແລະ ກະຊວງພາຍໃນ ຕໍ່ວຽກງານສາສະໜາ; ສົມທົບກັບສູນຄົ້ນຄວ້າ ແລະ ຝຶກອົບຮົມ ສນຊ ຄົ້ນຄວ້າ ແລະ ຮຽບຮຽງປຶ້ມສາສະໜາ ຢູ່ ສປປ ລາວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ