![]() |
ໃນໂອກາດເປີດສົກຮຽນໃໝ່ 2026-2027 ວັນທີ 1 ກັນຍາ 2026. ທ່ານ ທອງພັນ ອຸໄລທອນ ຜູ້ອຳນວຍການໂຮງຮຽນ ມສ ວຽງຈັນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ທີ່ໂຮງຮຽນດັ່ງກ່າວ ໂດຍໄດ້ໃຫ້ຮູ້ການກະກຽມຄວາມພ້ອມຮອບດ້ານກ່ອນເປີດສົກຮຽນໃໝ່. ໃນໄລຍະເດືອນສິງຫາ ທີ່ຜ່ານມາ, ທາງໂຮງຮຽນ ໄດ້ຈັດການຝຶກອົບຮົມດ້ານວິຊາສະເພາະໃຫ້ກັບຄູ-ອາຈານ. ໃນນັ້ນ, ໄດ້ເນັ້ນໃສ່ການຍົກລະດັບທັກສະດ້ານໄອຊີທີ (IT) ແລະ ການນໍາໃຊ້ປັນຍາປະດິດ (AI) ເຂົ້າໃນການແຕ່ງບົດສອນ ໃຫ້ແກ່ຄູ-ອາຈານ ເພື່ອໃຫ້ມີຄວາມພ້ອມທັງການສອນແບບເອເລັກໂຕຣນິກ (PowerPoint) ຜ່ານຈໍ LED ທີ່ຕິດຕັ້ງໃນຫ້ອງຮຽນ ແລະ ການສອນແບບດັ້ງເດີມ. ສໍາລັບສົກຮຽນ 2026-2027 ນີ້,
![]() |
ຄາດວ່າຈະມີນັກຮຽນທັງໝົດ 3,327 ຄົນ (ຍິງ 1,755 ຄົນ). ໂຮງຮຽນ ມສ ວຽງຈັນ ມ.1 ຫາ ມ.7 ມີຫ້ອງຮຽນທັງໝົດ 77 ຫ້ອງ. ດ້ານບຸກຄະລາກອນຄູສອນແມ່ນໄດ້ຮັບຄູເພີ່ມ 14 ທ່ານ, ທັງໝົດມີຄູ 137 ທ່ານ. ນອກຈາກນີ້, ຍັງໄດ້ຮັບການຮ່ວມມືຈາກຕ່າງປະເທດ ໂດຍມີຜູ້ຊ່ຽວຊານ ແລະ ຄູສອນເຈົ້າຂອງພາສາ ເຂົ້າມາຊ່ວຍສອນໃນຫ້ອງຮຽນພາສາຕ່າງປະເທດເຊັ່ນ: ຍີ່ປຸ່ນ, ຈີນ, ເກົາຫຼີ ແລະ ຣັດເຊຍ. ນອກຈາກຄວາມພ້ອມດ້ານວິຊາການແລ້ວ, ທາງໂຮງຮຽນ ຍັງໄດ້ຮັບການສະໜັບສະໜູນຈາກພະແນກນິເວດວິທະຍາ ແລະ ສິ່ງແວດລ້ອມ ແຂວງຢຸນນານ (ສປ ຈີນ) ໃນການຕິດຕັ້ງໂຮງງານຜະລິດນໍ້າດື່ມສະອາດທັນສະໄໝ ມູນຄ່າ 1 ຕື້ກວ່າກີບ ເພື່ອໃຫ້ຄູ-ອາຈານ ແລະ ນັກຮຽນໄດ້ດື່ມນໍ້າສະອາດໂດຍບໍ່ໄດ້ເສຍຄ່າ ຊ່ວຍຫຼຸດຜ່ອນພາລະຄ່າໃຊ້ຈ່າຍຂອງຜູ້ປົກຄອງ. ພ້ອມກັນນັ້ນ, ຍັງໄດ້ຮັບງົບປະມານຈາກກະຊວງ ສສກ ໃນການປັບປຸງຕຶກອາຄານ ແລະ ຫ້ອງທົດລອງວິທະຍາສາດໃຫ້ທັນສະໄໝຕື່ມອີກ.
![]() |
ຜູ້ອໍານວຍການໂຮງຮຽນ ມສ ວຽງຈັນ ໄດ້ໃຫ້ຮູ້ຕື່ມວ່າ: ໂຮງຮຽນ ມສ ວຽງຈັນ ຈະສືບຕໍ່ຮັກສາສະຖິຕິຄວາມສໍາເລັດການຮຽນ-ການສອນ ຄຸນນະພາບການສຶກສາ ໃຫ້ດີຂຶ້ນກວ່າເກົ່າ. ໃນສົກຮຽນຜ່ານມາ ການສອບເສັງນັກຮຽນ ມ.4 ແລະ ມ.7 ເສັງຈົບຊັ້ນໄດ້ 100%, ໃນນັ້ນ, ມ.4 ມີນັກຮຽນໄດ້ປະກາດແດງ 5 ຄົນ, ມ.7 ໄດ້ຮັບໃບປະກາດແດງ 10 ຄົນ. ພ້ອມນັ້ນ, ຈະເລີ່ມສອນບໍາລຸງນັກຮຽນເກັ່ງໃນເດືອນຕຸລາທີ່ຈະມາເຖິງນີ້. ສໍາລັບນັກຮຽນມາຈາກຕ່າງແຂວງທີ່ເປັນນັກຮຽນທຸກຍາກ, ນັກຮຽນເກັ່ງ ແລະ ນັກຮຽນຊົນເຜົ່າ ທີ່ມາຮຽນຢູ່ໂຮງຮຽນ ມສ ວຽງຈັນ ຍັງມີສິດທິພິເສດໃຫ້ເປັນຕົ້ນມີທີ່ພັກ, ເບ້ຍລ້ຽງ ແລະ ລ້ຽງອາຫານ 3 ຄາບ. ພ້ອມດຽວກັນນີ້, ທ່ານ ທອງພັນ ອຸໄລທອນ ຍັງໄດ້ຮຽກຮ້ອງເຖິງບັນດາຜູ້ປົກຄອງ ໃຫ້ຊ່ວຍຕິດຕາມ, ກະຕຸກຊຸກຍູ້ ແລະ ປະສານສົມທົບກັບທາງໂຮງຮຽນຢ່າງໃກ້ຊິດ ເພື່ອຮ່ວມກັນອົບຮົມລູກ-ຫຼານໃຫ້ມີລະບຽບວິໃນ ແລະ ສາມາດບັນລຸຜົນການຮຽນທີ່ມີຄຸນນະພາບສູງສຸດ.



ຄໍາເຫັນ